ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັນທະມິດ ນຳໜ້າໂດຍ ຊາອຸດີ ອາເຣເບຍ ປິດກັ້ນປະເທດ ເຢເມນ, ກ່າວຫາ ອີຣ່ານ ວ່າ ການຮຸກຮານ


ເຮືອບິນ A320 ຂອງສາຍການບິນ ຊາອຸດີ ອາຣາເບຍຈອດຢູ່ ສະໜາມບິນກະສັດ ຄາລິດ,​ ນະຄອນຫຼວງ ຣີຢາດ, ປະເທດ ຊາອຸດີ ອາເຣເບຍ.
ເຮືອບິນ A320 ຂອງສາຍການບິນ ຊາອຸດີ ອາຣາເບຍຈອດຢູ່ ສະໜາມບິນກະສັດ ຄາລິດ,​ ນະຄອນຫຼວງ ຣີຢາດ, ປະເທດ ຊາອຸດີ ອາເຣເບຍ.

ພັນທະມິດນຳໜ້າໂດຍ ຊາອຸດີ ອາເຣເບຍ ທີ່ກຳລັງຕໍ່ສູ້ກັບພວກກະບົດ ຮູຕີ ໃນປະເທດ
ເຢເມນ ຢູ່ນັ້ນໄດ້ປະກາດໃນວັນຈັນມື້ນີ້ວ່າ ເຂົາເຈົ້າໄດ້ປິດກັ້ນດິນແດນ, ທະເລ ແລະ
ສະໜາມບິນຂອງ ເຢເມນ ໄວ້ຊົ່ວຄາວ ໃນຂະນະທີ່ເຂົາເຈົ້າໄດ້ກ່າວຫາ ອີຣ່ານວ່າ
ເພີ່ມທະວີການຢູ່ເບື້ອງຫຼັງການໂຈມຕີນະຄອນຫຼວງ ຣີຢາດ ດ້ວຍລູກສອນໄຟ.

ຖະແຫຼງການສະບັບນຶ່ງຂອງພັນທະມິດທີ່ປະກາດໂດຍອົງການຂ່າວ SPA ຂອງລັດ
ຖະບານ ຊາອຸ ກ່າວວ່າ ການປິດກັ້ນດັ່ງກ່າວ ມີເຈຕະນາທີ່ ຈະແກ້ໄຂ “ຂັ້ນຕອນການ
ກວດກາ ທີ່ມີຄວາມສ່ຽງໃນປັດຈຸບັນ” ທີ່ໄດ້ເຮັດໃຫ້ລູກສອນໄຟຂີປະນາວຸດ ແລະ
ອຸປະກອນທາງທະຫານອື່ນໆໄປເຖິງພວກ ຮູຕີ, ແລະ ວ່າການເຂົ້າໄປສຳລັບກຸ່ມມະ
ນຸດສະທຳ ແມ່ນ ຈະຖືກພິຈາລະນາຢ່າງລະອຽດ.

ຊາອຸດີ ອາເຣເບຍ ໄດ້ກ່າວຫາ ອີຣ່ານເປັນປະຈຳ ກ່ຽວກັບ ການສະໜອງອຸປະກອນ
ຕ່າງໆໃຫ້ພວກກະບົດ ໃນການຕໍ່ສູ້ກັບລັດຖະ ບານ ເຢເມນ ທີ່ຖືກຮັບຮູ້ໂດຍສາກົນ.
ອີຣ່ານ ໄດ້ປະຕິເສດວ່າບໍ່ໄດ້ສະໜອງອາວຸດໃຫ້ພວກ ຮູຕີ.

ຊາອຸດີ ອາເຣເບຍ ໃນວັນເສົາວານນີ້ ໄດ້ສະກັດກັ້ນລູກສອນໄຟຂີປະນາວຸດ ທີ່ຖືກຍິງ
ຈາກປະເທດ ເຢເມນ ແລະ ໄດ້ແນເປົ້າໃສ່ສະໜາມບິນ ສາກົນກະສັດ ຄາລິດ ຕັ້ງຢູ່
ພາກຕາເວັນອອກສຽງເໜືອ ຂອງນະຄອນຫຼວງ ຣີຢາດ. ພວກນັກຮົບ ຮູຕີ ໄດ້ອ້າງເອົາ
ຄວາມຮັບຜິດຊອບ, ໂດຍກ່າວວ່າ ລູກສອນໄຟໄດ້ຖືກຍິງນັ້ນ ແມ່ນການຕອບໂຕ້ຕໍ່
ການ ລະເບີດທີ່ໄດ້ຂ້າພວກພົນລະເຮືອນຈຳນວນຫຼາຍ.

ກຸ່ມສິດທິມະນຸດໄດ້ກ່າວວິຈານພັນທະມິດນຳໜ້າໂດຍ ຊາອຸດີ ອາເຣ ເບຍ ຢ່າງຊໍ້າ
ແລ້ວຊໍ້າອີກ ນັບຕັ້ງແຕ່ເຂົາເຈົ້າໄດ້ເລີ່ມການໂຈມຕີທາງອາກາດໃນປີ 2015 ໃນ
ການປ້ອງກັນປະທານາທິບໍດີ ເຢເມນ ທ່ານ ອັບດູ ຣາບູ ມານຊໍ ຮາດີ. ຄວາມ
ຂັດແຍ້ງນີ້ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 10,000 ຄົນ ແລະ ຫຼາຍລ້ານຄົນຕ້ອງ
ການໆຊ່ວຍເຫຼືອ ດ້ານອາຫານການກິນ.

ຖະແຫຼງການຂອງພັນທະມິດ ຊາອຸດີ ອາເຣເບຍ ໄດ້ກ່າວວ່າ ການສະໜັບສະໜູນ
ພວກ ຮູຕີ ຂອງ ອີຣ່ານ “ໄດ້ກາຍເປັນການກະທຳຢ່າງຈະແຈ້ງ ກ່ຽວກັບ ການຮຸກຮານ
ທີ່ແນເປົ້າໃສ່ບັນດາປະເທດທີ່ຢູ່ໃກ້ຄຽງ, ແລະ ໄດ້ຂົ່ມຂູ່ສັນຕິພາບ ແລະ ຄວາມປອດ
ໄພໃນພາກພື້ນ ແລະ ທົ່ວໂລກ.” ເຂົາເຈົ້າໄດ້ກ່າວເພີ່ມເຕີມວ່າ ການກະທຳຂອງ
ອີຣ່ານ ອາດຖືກພິຈາລະນາວ່າເປັນ “ການເຮັດສົງຄາມ” ຕໍ່ ຊາອຸດີ ອາເຣເບຍ, ແລະ
ວ່າ ຊາອຸດີ ອາເຣເບຍ ມີສິດທີ່ຈະຕອບໂຕ້ດ້ວຍວິທີທີ່ເໝາະສົມ.

The Saudi-led coalition battling Houthi rebels in Yemen announced Monday it was temporarily closing off Yemen's land, sea and air ports as it further accused Iran of being behind a missile attack on Riyadh.

A coalition statement posted by the Saudi state-run SPA news agency said the closure was meant to address "vulnerabilities in the current inspection procedures" that allowed ballistic missiles and other military equipment to reach the Houthis, and that access for humanitarian groups would be taken into account.

Saudi Arabia has frequently accused Iran of supplying the rebels in their fight against Yemen's internationally recognized government.Iran has denied arming the Houthis.

Saudi Arabia on Saturday intercepted a ballistic missile fired from Yemen and aimed at the King Khalid International Airport northeast of Riyadh.Houthi fighters claimed responsibility, saying the missile was launched in response to bombings that have killed civilians.

Human rights groups have repeatedly criticized the Saudi-led coalition since it began airstrikes in 2015 in defense of Yemeni President Abdu Rabu Mansour Hadi.The conflict has left 10,000 people dead and millions in need of food aid.

The Saudi coalition statement said Iran's support of the Houthis "constitutes a clear act of aggression that targets neighboring countries, and threatens peace and security in the region and globally."It further said Iran's actions could be considered "an act of war" against Saudi Arabia, and that Saudi Arabia has a right to respond in the appropriate manner.

XS
SM
MD
LG