ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກະສັດ ປະເທດ ຊາອູດີ ອາເຣເບຍ ໄລ່ ລັດຖະມົນຕີ ອອກຈາກ ຕຳແໜ່ງ


ລັດຖະມົນຕີ ແຫ່ງການໄຟຟ້າ ແລະ ນ້ຳຂອງ ຊາອູດີ ອາເຣເບຍ ທ່ານ Abdullah al-Hussayen ກ່າວຕໍ່
ສື່ມວນຊົນໃນເມືອງ Kuwait City ວ່າກະສັດ Salman ໄດ້ໄລ່ເພິ່ນ ອອກຈາກຕຳແໜ່ງ ຖ່າມກາງຄວາມບໍ່ພໍໃຈ ກ່ຽວກັບ ການຂຶ້ນຄ່າຂອງນ້ຳ, ສື່ມວນຊົນລັດຖະບານ ໄດ້ລາຍງານ ໃນວັນທີ 24 ເມສາ, 2016.
ລັດຖະມົນຕີ ແຫ່ງການໄຟຟ້າ ແລະ ນ້ຳຂອງ ຊາອູດີ ອາເຣເບຍ ທ່ານ Abdullah al-Hussayen ກ່າວຕໍ່ ສື່ມວນຊົນໃນເມືອງ Kuwait City ວ່າກະສັດ Salman ໄດ້ໄລ່ເພິ່ນ ອອກຈາກຕຳແໜ່ງ ຖ່າມກາງຄວາມບໍ່ພໍໃຈ ກ່ຽວກັບ ການຂຶ້ນຄ່າຂອງນ້ຳ, ສື່ມວນຊົນລັດຖະບານ ໄດ້ລາຍງານ ໃນວັນທີ 24 ເມສາ, 2016.

ກະສັດ Salman ແຫ່ງປະເທດ ຊາອູດີ ອາເຣເບຍ ໄດ້ຊົງໄລ່ລັດຖະມົນຕີ ນ້ຳ ແລະ ໄຟຟ້າ ອອກຈາກຕຳແໜ່ງ ຫຼັງຈາກໄດ້ມີການເຄື່ອນໄຫວຈາກສາທາລະນະ ກ່ຽວກັບ ການຂຶ້ນຄ່າ ບໍລິການສາທາລະນະຕ່າງໆ.

ການເຄື່ອນໄຫວໃນວັນເສົາວານນີ້ ໄດ້ເກີດຂຶ້ນໃນເວລາບໍ່ຮອດ 6 ເດືອນຫຼັງຈາກລັດຖະ ບານ ໄດ້ຕັດການໃຫ້ເງິນສະໜັບສະໜູນກ່ຽວກັບ ນ້ຳ, ໄຟຟ້າ ແລະ ການບໍລິການສາທາ ລະນະອື່ນໆ. ຜູ້ຈະມາແທນທ່ານ Abdullah al-Hussayen ຈະແມ່ນທ່ານ Abdel Rahman al-Fadhli, ເຊິ່ງເປັນລັດຖະມົນຕີກະສິກຳຄົນປະຈຸບັນຂອງ ຊາອູດີ ອາເຣ ເບຍ.

ລັດຖະບານ ຊາອຸ ໄດ້ປະກາດການຕັດເງິນຊ່ວຍເຫຼືອການບໍລິການສາທາລະນະຈຳນວນ ຫຼາຍ ໃນເດືອນທັນວາທີ່ຜ່ານມາ ໃນຂະນະທີ່ລາຄານ້ຳມັນໄດ້ຫຼຸດລົງໃນທົ່ວໂລກ ແລະ ພວກເຂົາເຈົ້າຕ້ອງການເພື່ອຮັກສາການໃຊ້ຈ່າຍໄວ້. ໃນເມື່ອລາຄາຂອງນ້ຳປະປາໄດ້ ເລີ່ມ ສູງຂຶ້ນ, ປະຊາຊົນ ຊາອູດີ ອາເຣເບຍ ໄດ້ອອກມາເວົ້າຢ່າງຫຼວງຫຼາຍໃນສື່ສັງຄົມ ກ່ຽວກັບ ຄວາມບໍ່ພໍໃຈຂອງພວກເຂົາເຈົ້າ ແລະ ສະມາຄົມປົກປ້ອງຜູ້ບໍລິໂພກ ໄດ້ຂໍໃຫ້ ລັດຖະບານ ທົບທວນຄືນການຕັດສິນໃຈຂອງພວກເຂົາເຈົ້າ.

ໃນເດືອນມີນາທີ່ຜ່ານມາ, ທ່ານ Hussayen ໄດ້ຕອບສະໜອງຕໍ່ການປະທ້ວງຂອງສາທາ ລະນະ ໂດຍການແນະນຳໃຫ້ປະຊາຊົນໄປຂໍ ອະນຸຍາດ ແລະ ຂຸດນ້ຳສ້າງຂອງພວກເຂົາ ເຈົ້າເອງ ເພື່ອຊົດເຊີຍຄ່າໃຊ້ຈ່າຍນ້ຳທີ່ເພີ່ມສູງຂຶ້ນນັ້ນ. ໃນຕົ້ນເດືຶອນນີ້, ຮອງອົງມົງກຸດ Mohammed bin Salman ໄດ້ເອີ້ນການຕັດສິນໃຈທີ່ຈະເພີ່ມຄ່າບໍລິການສາທະລະນະ ຂອງປະເທດວ່າ “ບໍ່ເປັນທີ່ພໍໃຈ.”

ທ່ານໄດ້ກ່າວໃນການສຳພາດກັບອົງການຂ່າວດ້ານເສດຖະກິດ Bloomberg ວ່າ “ປະຈຸ ບັນນີ້, ພວກເຮົາກຳລັງເຮັດວຽກຢ່າງຫ້າວຫັນໃນການປະຕິຮູບພາຍໃນກະຊວງ ນ້ຳ, ດັ່ງນັ້ນ ສິ່ງຕ່າງໆກໍຈະເປັນໄປ ຕາມການຕົກລົງດັ່ງທີ່ໄດ້ວາງແຜນເອົາໄວ້.”

ປະເທດ ທີ່ເພິ່ງພາອາໄສນ້ຳມັນນີ້ ແມ່ນກຳລັງພະຍາຍາມທີ່ຈະເຮັດໃຫ້ເສດຖະກິດຂອງ ພວກເຂົາເຈົ້າມີຄວາມຫຼາກຫຼາຍ, ເຊິ່ງປະຈຸບັນພວກເຂົາເຈົ້າອາໄສນ້ຳມັນ ສຳລັບລາຍໄດ້ ຂອງປະເທດປະມານ 70 ເປີເຊັນ, ແລະ ເຈົ້າຊາຍ Mohammed ກໍມີກຳນົດທີ່ຈະປະ ກາດແຜນການຕ່າງໆ ສຳລັບອະນາຄົດໃນກໍຣະນີນ້ຳມັນໝົດ ໃນລະຫວ່າງງານໃນວັນຈັນ ມື້ອື່ນນີ້.

King Salman of Saudi Arabia has fired the country's water and electricity minister following massive public backlash over a price hike on utilities.

The move Saturday comes less than six months after the government cut subsidies on water, electricity and other utilities. Abdullah al-Hussayen will be replaced by Abdel Rahman al-Fadhli, Saudi Arabia's current agriculture minister.

The Saudi government announced the steep cut in utility subsidies in December as oil prices dropped around the world and it needed to rein in spending. As prices of water began to rise, Saudis became increasingly vocal on social media about their displeasure, and the Consumer Protection Association asked the government to rethink its decision.

In March, Hussayen responded to the public outcry by instructing citizens to get permits and dig their own wells to offset the rising water bills. Earlier this month, Deputy Crown Prince Mohammed bin Salman called the ministry's decision to raise utilities prices "unsatisfactory."

"Now, we are working diligently on reforms within the water ministry so that things will be in accordance with the agreed plan," he said in an interview with Bloomberg, though he did not provide further details.

The oil-dependent country is attempting to diversify its economy, which currently relies on oil for about 70 percent of state revenues, and Prince Mohammed is set to announce plans for a post-oil future during an event Monday.

XS
SM
MD
LG