ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳ​ລັງ​​ປະ​ສົມ ໃນ​ເຢ​ເມນ ຂູ່ໃຫ້ ກຸ່ມກະ​ບົດ​ຮູ​ຕີ ປະ​ຕິ​ບັດ​ຕາມ ການຢຸດ​ຍິງ ​​ໃນເມືອງ​​ໂຮ​ເດ​ດາ


ພວກ​ນັກ​ລົບ​ກຸ່ມ​ຮູ​ຕີ ພາ​ກັນ​ນັ່ງ​ຢູ່ຫລັງ​ລົດກະ​ບະຄັນ​ນຶ່ງ​ຢູ່​ໃນ​ເມືອງ ໂຮ​ເດ​ດາ ແຄມ​ທະ​ເລ​ແດງ ໃນ​ເຢ​ເມນ, ໃນ​ວັນ​ທີ 29 ທັນ​ວາ, 2018
ພວກ​ນັກ​ລົບ​ກຸ່ມ​ຮູ​ຕີ ພາ​ກັນ​ນັ່ງ​ຢູ່ຫລັງ​ລົດກະ​ບະຄັນ​ນຶ່ງ​ຢູ່​ໃນ​ເມືອງ ໂຮ​ເດ​ດາ ແຄມ​ທະ​ເລ​ແດງ ໃນ​ເຢ​ເມນ, ໃນ​ວັນ​ທີ 29 ທັນ​ວາ, 2018

ກຳ​ລັງປະ​ສົມ​ທີ່​ນຳ​ພາ​ໂດຍ​ຊາ​ອຸ​ດີ ອາ​ຣາ​ເບຍ ຢູ່​ໃນ​ເຢ​ເມນ ເວົ້າ​ວ່າ ຕົນ​ພ້ອມ ​ແ​ລ້ວ​ທີ່​ຈະ​ໃຊ້ "ການບັງ​ຄັ​ບຢ່າງສຸດ​ຂີດ" ເພື່ອ​ເຮັດ​ໃຫ້​ພວກ​ກະ​ບົດ​ຮູ​ຕີ​ບໍ່​ມີ​ທາງ​ເລືອກ ​ຕ້ອງ​ໄດ້ປະ​ຕິ​ບັດ​ການ​ຢຸດ​ຍິງ​ຢູ່​ໃນເມືອງ​ທ່າ​ເຮືອ​ໂຮ​ເດ​ດາ.

"ເພື່ອ​ຮັກ​ສາສະ​ພາບການ​ຢຸດ​ຍິງ ແລະ​ຄວາມ​ຫວັງ​ໃດໆ ​ທີ່​ຈະ​ດຳ​ເນີນ​ຂັ້ນຕອນ​ທາງ​ການ​ເມືອງໄດ້ນັ້ນ​ໄວ້, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະປະ​ຊາ​ຄົມ​ສາ​ກົນ ຈະ​ຕ້ອງ​ພາ​ກັນກົດ​ດັນພວກ​ຮູ​ຕີໃຫ້​ຍຸ​ຕິ​ການ​ລະ​ເມີດ…. ແລະ​ກ້າວ​ໄປ​ເຖິງ​ການ​ຖອນ​ກຳ​ລັງ​ອອກ​ຈາກ​ໂຮ​ເດ​ດາ ດັ່ງ​ທີ່​ຕົກ​ລົງ​ກັນ​ໄວ້," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຂອງ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມ​ເຣັ​ສ ຫລື UAE, ທ່ານ ແອນ​ວາ ກາ​ກາຈ​ຊ໌ (Anwar Gargash) ທີ່ກ່າວ​ໃນ​ວັນ​ພຸດ​ວານນີ້.

UAE ແມ່ນ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ກຳ​ລັງ​ປະ​ສົມ​ທີ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ເຢ​ເມນ ໃນ​ການດຳ​ເນີນ​ຄວາມ​ພະ​ຍາ​ຍາມທີ່​ຈະ​ຍຶດ​ເອົາ​ເມືອງ​ນັ້ນຄືນ​ມາ​ຈາກການ​ຄວບ​ຄຸມ​ຂອງ​ພວກ​ຮູ​ຕີ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ອີ​ຣ່ານ.

ພວກ​ກະ​ບົດ ແລະ​ເຈົ້າ​ໜ້າ​ທີ່​ເຢ​ເມນໄດ້​ເຊັນ​ສັນຍາ​ຢຸດ​ຍິງສຳ​ລັບ​ເມືອງ​ໂຮ​ເດ​ດາ​ໃນ​ເດືອນ​ທັນ​ວາຜ່ານມ​າ. ທ່າ​ເຮືອ ​ທີ່​ຖືກ​ຄວ​ບຄຸມ ໂດຍ​ພວກ​ກະ​ບົດແຫ່ງນັ້ນ ​ແມ່ນ​ບ່ອນ​ທີ່​ອາ​ຫານ ແລະ​ເຄື່ອງ​ບັນ​ເທົາ​ທຸກ​ດ້ານ​ມະ​ນຸດ​ສະ​ທຳ​ປະ​ເພດ​ອື່ນໆ ຖືກຳສົ່ງເຂົ້າໄປໃນປະ​ເທດ ເພື່ອ​ເອົາ​ໄປຊ່ວຍພົນ​ລະ​ເຮືອນ​ເຢ​ເມນ​ທີ່​ທຸກ​ຍາກ​ລຳ​ບາກ ນັ້ນ​.

ທຸກ​ຝ່າຍໄດ້​ສັນ​ຍາ​ວ່າ ຈະ​ຖອນ​ກຳ​ລັງ​ຂອງ​ຕົນ​ອອກ​ຈາກ​ເມືອງ​ດັ່ງ​ກ່າວ ແຕ່​ກໍ​ພາ​ກັນ​ຊັກ​ຊ້າ​ໃນ​ການ​ປະ​ຕິ​ບັດ​ຕາມ​ສັນ​ຍານັ້ນ. ມີ​ການ​ຍິງສູ້​ກັນ​ເກີດ​ຂຶ້ນເປັນ​ບາງ​ຄັ້ງ​ຄາວຢູ່.

ແຕ່​ພວກ​ກະ​ບົດ ແລະ​ຝ່າຍ​ກຳ​ລັງປະ​ສົມໄດ້​ເລີ້ມ​ປະ​ຕິ​ບັດ​ການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ນຳ​ກັນ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ປະ​ຕິ​ບັດ​ສັນ​ຍາ​ຢຸດ​ຍິງນັ້ນ​.

ທູດ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ ມາ​ຕິນ ກ​ຣິ​ຟ​ຟິດ​ສ໌ (Martin Griffiths) ທີ່​ໄດ້​ປະ​ຕິ​ບັດ​ງານ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ການ​ຢຸດ​ຍິງ​ຫລົ້ມ​ແຫລວນັ້ນເວົ້າ​ວ່າ ທ່ານ​ມີ​ຄວາມ​ຍິນ​ດີ ​ທີ່​ມີ​ການ​ແລກ​ປ່ຽນ​ຊະ​ເລີຍ​ເສິກ​ນຳ​ກັນ​ຢ່າງບໍ່​ມີ​ເງື່ອນ​ໄຂ ແລະ​ເວົ້າ​ອີກວ່າ ທ່ານ​ຫວັງ​ວ່າ ຈະ​ໄດ້​ເຫັນ​ທ່າ​ທີທາງດ້ານມະ​ນຸດ​ສະ​ທຳ​ເພີ້ມ​ຂຶ້ນ​ອີກ.

ກຸ່ມກະ​ບົດ​ຮູ​ຕີ​ໄດ້​ເຂົ້າຍຶດ​ເອົາ​ນະ​ຄອນ​ຫລວງຊາ​ນາອາ​ຂອງ​ເຢ​ເມນໃນ​ປີ 2014, ຊຶ່ງ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານເຢ​ເມນ​ໄປ​ຂໍ​ລີ້​ໄພ​ຢູ່​ໃນ​ຊາ​ອຸ​ດີອາ​ຣາ​ເບຍ​ຊົ່ວ​ຄາວ. ນັບ​ແຕ່ນັ້ນ​ມາ ກຸ່ມ​ດັ່ງ​ກ່າວກໍ​ໄດ້​ຕັ້ງບ່ອນ​ດຳ​ເນີນ​ງານຂອງ​ຕົນ​ຢູ່​ໃນເມືອງ​ທ່າ​ເອ​ເດນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG