ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຮືອບິນໂດຣນ ໂຈມຕີ ສະຖານທີ່ ຜະລິດ ນ້ຳມັນ ໃນ ຊາອຸດີ ອາຣາເບຍ ເຮັດໃຫ້ ການຜະລິດ ຕົກລົງເຖິງເຄິ່ງນຶ່ງ


ຄວັນດຳແມ່ນເຫັນໄດ້ ຫຼັງຈາກທີ່ໄຟໄໝ້ ຢູ່ໂຮງກັ່ນນ້ຳມັນຂອງບໍລິສັດ ອາຣຳໂກ Aramco ໃນເມືອງ ອັບກາແອກ (Abqaiq) ທາງພາກຕາເວັນອອກ ຂອງຊາອຸດີ ອາຣາເບຍ, ວັນທີ 14 ກັນຍາ 2019.
ຄວັນດຳແມ່ນເຫັນໄດ້ ຫຼັງຈາກທີ່ໄຟໄໝ້ ຢູ່ໂຮງກັ່ນນ້ຳມັນຂອງບໍລິສັດ ອາຣຳໂກ Aramco ໃນເມືອງ ອັບກາແອກ (Abqaiq) ທາງພາກຕາເວັນອອກ ຂອງຊາອຸດີ ອາຣາເບຍ, ວັນທີ 14 ກັນຍາ 2019.

ລັດຖະມົນຕີພະລັງງານຂອງຊາອຸດີອາຣາເບຍ ໄດ້ກ່າວໃນວັນເສົາວານນີ້ ວ່າ ການ
ໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຕໍ່ໂຮງກັ່ນນ້ຳມັນຂອງບໍລິສັດ ອາຣຳໂກ
(Aramco) ສອງແຫ່ງ ຂອງກຸ່ມທະຫານບ້ານ ຮູຕີ ຂອງ ເຢເມນ ໄດ້ຕັດການຜະລິດ
ນ້ຳມັນຂອງຣາຊະອານາຈັກດັ່ງກ່າວ ລົງເຖິງເຄິ່ງນຶ່ງ.

ພາບຖ່າຍວີດີໂອ ກ່ຽວ​ກັບ ການໂຈມຕີເມື່ອຕອນເຊົ້າໆໂດຍມືກ້ອງສະໝັກຫຼິ້ນ ໃນ
ເມືອງ ອັບກາແອກ (Abqaiq) ທາງພາກຕາເວັນອອກຂອງຊາອຸດີອາຣາເບຍ ສະແດງ
ໃຫ້ເຫັນແປວໄຟຈຳນວນນຶ່ງ ກຳລັງເຜົາຜານສະຖານທີ່ດັ່ງກ່າວ. ຕົກມາເຖິງຕອນບ່າຍ
ພາບວີດີໂອ ໄດ້ສະແດງໃຫ້ເຫັນຄວັນດຳຂະໜາດໃຫຍ່ ພຸ່ງຂຶ້ນສູ່ທ້ອງຟ້າ. ບັນດາເຈົ້າ
ໜ້າທີ່ຂອງຊາອຸດີ ອາ​ຣາ​ເບຍ ໄດ້ກ່າວວ່າ ບໍ່ມີພະນັກງານຄົນໃດ ໄດ້ເສຍຊີວິດ ຫຼື ໄດ້
ຮັບບາດເຈັບ ຈາກການໂຈມຕີນັ້ນ.

ໂຄສົກກຸ່ມທະຫານບ້ານຂອງ ເຢເມນ ພັນເອກ ຢາຢາ ຊາຣີ (Yahya Saree) ໄດ້ອ້າງ
ເອົາຄວາມຮັບຜິດຊອບ ໃນວັນເສົາວານນີ້ ສຳລັບການໂຈມ ຕີດ້ວຍໂດຣນ ຕໍ່ສະຖານ
ທີ່ຜະລິດນ້ຳມັນຂອງຊາອຸດີ ອາ​ຣາ​ເບຍ ແລະໄດ້ປະຕິ ຍານວ່າ ຈະເພີ້ມການໂຈມຕີ
ແບບນັ້ນອີກ ຖ້າຫາກ ກຳລັງປະສົມພັນທະມິດ ຂອງ ຊາອຸດີ ສືບຕໍ່ໂຈມຕີເປົ້າໝາຍ
ຕ່າງໆຢູ່ໃນ ເຢເມນ. ເຖິງຢ່າງໃດກໍຕາມ ມັນຍັງບໍ່ທັນເປັນທີ່ຈະແຈ້ງວ່າ ພວກເຮືອບິນ
ໂດຣນ ໄດ້ບິນອອກມາຈາກ ເຢເມນ ຫຼືບໍ່.

ພັນເອກ ຊາຣີ ໄດ້ກ່າວວ່າ ເຮືອບິນໂດຣນຂອງ ເຢເມນ 10 ລຳ ໄດ້ໂຈມຕີສະຖານທີ່
ຜະລິດນ້ຳມັນ ທີ່ປະຕິບັດງານໂດຍບໍລິສັດອາຣຳໂກຂອງຊາອຸດີ ຊຶ່ງ ເປັນບໍລິສັດລັດ
ວິສາຫະກິດ ຜະລິດນ້ຳມັນຍັກໃຫຍ່. ນາຍທະຫານ ໄດ້ກ່າວອີກ ວ່າ ການໂຈມຕີນັ້ນ
ແມ່ນເອີ້ນວ່າ “ປະຕິບັດການກໍ່ການຮ້າຍໃຫ້ສົມດຸນ ຫຼື Operation Balance of
Terror” ແລະເປັນການຕອບໂຕ້ ຕໍ່ສິ່ງທີ່ຕົນເອີ້ນ ວ່າ “ອາຊະຍາກຳ ກ່ຽວ​ກັບ ການປິດ
ລ້ອມ ແລະ ການຮຸກຮານຕໍ່ ເຢເມນ ທີ່ມີຢູ່ຕໍ່ເນື່ອງ.”

ພັນເອກ ຊາຣີ ໄດ້ອ້າງວ່າ ເປັນ “ການໂຈມຕີທີ່ໃຫຍ່ສຸດ ໃນປັດຈຸບັນນີ້” ແລະວ່າ ມັນ
“ຕ້ອງໃຊ້ການກະກຽມທາງດ້ານການສືບລັບຢ່າງຮອບຄອບ” ໂດຍລວມທັງຂໍ້ມູນຈາກ
ແຫລ່ງໃຫ້ຂໍ້ມູນ ຢູ່ພາຍໃນ ຊາອຸດີ ອາຣາເບຍ.

ເຖິງຢ່າງໃດກໍດີ ຕົກມາເຖິງຕອນແລງວັນເສົາວານນີ້ ລັດຖະມົນຕີວ່າການຕ່າງ ປະເທດ
ຂອງ ສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ຖິ້ມໂທດໃສ່ ອີຣ່ານ ສຳລັບ ການໂຈມຕີຕໍ່
ໂຮງງານຜະລິດນ້ຳມັນຂອງ ຊາອຸດີ ນັ້ນ ແລະໄດ້ຕັດຂໍ້ສົງໄສ ຕ່າງໆອອກ ກ່ຽວ​ກັບ
ການມີສ່ວນກ່ຽວຂ້ອງໂດຍ ເຢເມນ.

ທ່ານພອມພຽວ ໄດ້ກ່າວຢູ່ໃນສື່ສັງຄົມ ໂດຍອ້າງເຖິງ ປະທານາທິບໍດີ ຮາຊານ ຣູຮານີ
ແລະລັດຖະມົນຕີວ່າການຕ່າງປະເທດ ທ່ານ ຈາວາດ ຊາຣີຟ ຂອງ ອີຣ່ານ ວ່າ
“ເຕຫະຣ່ານ ແມ່ນຢູ່ເບື້ອງຫລັງການໂຈມຕີເກືອບ 100 ຄັ້ງ ຕໍ່ ຊາອຸດີ ອາຣາເບຍ,
ໃນຂະນະດຽວກັນນັ້ນ ທ່ານ ຣູຮານີ ແລະ ທ່ານ ຊາຣີຟ ທຳທ່າພົວພັນກັນໃນດ້ານ
ການທູດ.”

ທ່ານພອມພຽວ ໄດ້ກ່າວໃນທວີດເຕີ້ວ່າ “ທ່າມກາງ ການຮຽກຮ້ອງທັງຫຼາຍ ໃຫ້ຫຼຸດ
ຜ່ອນການຂະຫຍາຍຄວາມຮຸນແຮງຢູ່ນັ້ນ ອີຣ່ານ ມາບັດນີ້ ກໍໄດ້ເລີ້ມຕົ້ນ ການໂຈມຕີ
ທີ່ບໍ່ເຄີຍມີມາກ່ອນ ຕໍ່ແຫລ່ງສະໜອງພະລັງງານຂອງໂລກ. ບໍ່ມີຫລັກຖານໃດໆທີ່ບົ່ງ
ຊີ້ວ່າ ການໂຈມຕີແມ່ນອອກມາຈາກ ເຢເມນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG