ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາເຣເບຍ ບໍລິຈາກເງິນ ຫຼາຍລ້ານໂດລາ ເພື່ອຕໍ່ສູ້ ກັບໂຣກອະຫິວາ ໃນປະເທດ ເຢເມນ


ເດັກຍິງທີ່ຕິດໂຣກອະຫິວາຄົນໜຶ່ງນອນຢູ່ໂຮງໝໍໃນເມືອງ Sanaa, ປະເທດ ເຢເມນ, 7 ພຶດສະພາ, 2017.
ເດັກຍິງທີ່ຕິດໂຣກອະຫິວາຄົນໜຶ່ງນອນຢູ່ໂຮງໝໍໃນເມືອງ Sanaa, ປະເທດ ເຢເມນ, 7 ພຶດສະພາ, 2017.

ຊາອຸດີ ອາເຣເບຍ ໄດ້ບໍລິຈາກເງິນ 66.7 ລ້ານໂລດາ ໃຫ້ອົງການ UNICEFF ແລະ
ອົງການອະນາໄມໂລກ ເພື່ອຕໍ່ສູ້ ກັບໂຣກອະຫິວາໃນປະເທດ ເຢເມນ.

ທ່ານ Stephen O’Brien ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຮັບຜິດ
ຊອບບັນຫາມະນຸສະທຳ ໄດ້ກ່າວໃນວັນເສົາວານນີ້ວ່າ ຕົວເລກຂອງຜູ້ຖືກສົງໄສວ່າຕິດ
ໂຣກອະຫິວາໃນ ເຢເມນ ໄດ້ສູງກາຍ 200,000 ຄົນໃນສັບປະດານີ້.

ຜູ້ອຳນວຍການອົງການ UNICEFF ທ່ານ Anthony Lake ແລະ ຫົວໜ້າອົງການ
ອະນາໄມໂລກ ທ່ານນາງ Margaret Chan ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນ
ວັນເສົາວານນີ້ວ່າ “ຕອນນີ້ພວກເຮົາກຳລັງປະເຊີນໜ້າກັບການແຜ່ລະບາດຂອງໂຣກ
ອະຫິວາຄັ້ງທີ່ຮ້າຍແຮງທີ່ສຸດຢູ່ໃນໂລກ. ພ້ອມດ້ວຍຜູ້ຕິດເຊື້ອລາຍໃໝ່ 5,000 ຄົນມີ
ຂຶ້ນໃນທຸກໆມື້.”

ທ່ານ O’Brien ໄດ້ກ່າວວ່າ ຄວາມຊຸດໂຊມໃນສະຖານະການມະນຸດສະທຳໃນປະເທດ
ເຢເມນ ເມື່ອສອງປີທີ່ຜ່ານມາ ໄດ້ເຮັດໃຫ້ “ປະຊາຊົນ 6 ລ້ານ 8 ແສນຄົນຕອນນີ້ ຢູ່ບໍ່
ໄກຈາກຄວາມອຶດຕາຍທັງມີການຕາຍຢູ່ແລ້ວ 1,300 ຄົນ ທີ່ກ່ຽວຂ້ອງກັບການແຜ່ລະ
ບາດຂອງໂຣກອະຫິວາທີ່ສາມາດປ້ອງກັນໄດ້ ທີ່ເກີດຂຶ້ນໃນປັດຈຸບັນນີ້.”

ການແຜ່ລະບາດຂອງໂຣກອະຫິວາ ໄດ້ເກີດຂຶ້ນຖ້າມກາງຄວາມຂັດແຍ້ງທີ່ຮຸນແຮງດົນ
ກວ່າສອງປີມາແລ້ວໃນ ເຢເມນ, ດຳເນີນໂດຍພັນທະມິດນຳໜ້າໂດຍ ຊາອຸດີ ອາເຣເບຍ
ທີ່ໄດ້ເຮັດໃຫ້ພົນລະເຮືອນເສຍຊີວິດເກືອບ 5,000 ຄົນ.

ທ່ານ O’Brien ກ່າວວ່າ “ການຊ່ວຍເຫຼືອດ້ານມະນຸດສະທຳແມ່ນມີຄວາມສຳຄັນຫຼາຍ
ໃນວິກິດການຄັ້ງນີ້, ການແກ້ໄຂບັນຫາຍາວນານວິທີດຽວຕໍ່ຄວາມເປັນຕາຢ້ານຄືໂຣກ
ອະຫິວາ ແລະ ການຕາຍອຶດນີ້ ຕ້ອງໄດ້ຢຸດຢັ້ງສົງຄາມ.”

ໂຣກອະຫິວາ ແມ່ນພະຍາດທີ່ຮ້າຍແຮງເຖິງແກ່ຊີວິດ ທີ່ສາມາດກໍ່ໃຫ້ເກີດການຖອກ
ທ້ອງຮຸນແຮງ, ມັນໃຊ້ເວລາລະຫວ່າງ 12 ຫາ 5 ມື້ກ່ອນຄົນປ່ວຍຈະສະແດງໃຫ້ເຫັນ
ອາການອອກມາ ຫຼັງຈາກໄດ້ກິນອາຫານ ຫຼື ນໍ້າທີ່ເປິເປື້ອນເຂົ້າໄປ. ໂຣກອະຫິວາ ສາ
ມາດຕິດເຊື້ອໄດ້ທັງເດັກນ້ອຍ ແລະ ຜູ້ໃຫຍ່ ແລະ ສາມາດເຮັດໃຫ້ເສຍຊີວິດພາຍໃນບໍ່
ເທົ່າໃດຊົ່ວໂມງ ຖ້າບໍ່ໄດ້ຮັບການປິ່ນປົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

UN: Cholera Outbreak in Yemen Could Infect 300,000
please wait

No media source currently available

0:00 0:02:20 0:00

XS
SM
MD
LG