ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບາງຄົນໃນລາວ ຍັງບໍ່ກ້າສັກຢາວັກຊີນກັນໂຄວິດ-19 ຂະນະທີ່ລັດຖະບານເລັ່ງມາດຕະການຈໍາກັດ ການແຜ່ລະບາດ ຂອງພະຍາດດັ່ງກ່າວ 


ໂຮງໝໍມິດຕະພາຍ ໃນນະຄອນຫຼວງງຈັນ.
ໂຮງໝໍມິດຕະພາຍ ໃນນະຄອນຫຼວງງຈັນ.

ເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ລາວຍັງສືບຕໍ່ດໍາເນີນການສັກຢາວັກຊີນ ກັນພະຍາດໂຄວິດ-19 ໃຫ້ແກ່ເຈົ້າໜ້າທີ່ຂັ້ນສູງ ແລະພວກເຈົ້າໜ້າທີ່ແຖວໜ້າ ໃນການຮັບມືກັບໂຄວິດ-19 ແລະພວກທີ່ມີຄວາມສ່ຽງສູງແລະວາງຂໍ້ຈໍາກັດໃນການສະເຫລີມສະຫລອງປີໃໝ່ລາວໃນປີນີ້ ແຕ່ກໍຍັງສືບ ຕໍ່ມີພະນັກງານການແພດບາງຄົນ ທີ່ບໍ່ກ້າສັກຢາວັກຊີນນີ້ຢູ່, ອີງຕາມການບອກ ເລົ່າຂອງທ່ານໝໍ ແລະພະນັກງານການແພດ ທີ່ບໍ່ໄດ້ສັກວັກຊີນທີ່ວ່ານີ້. ກິ່ງສະຫວັນ ມີລາຍງານກ່ຽວກັບເລື້ອງນີ້ ຈາກນັກຂ່າວຂອງພວກເຮົາມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ກະຊວງສາທາລະນະສຸກ ສປປ ລາວ.
ກະຊວງສາທາລະນະສຸກ ສປປ ລາວ.

ປັດຈຸບັນ ສປປ ລາວ ມີຄົນຕິດເຊື້ອໄວຣັສໂຄໂຣນາສະສົມຢູ່ 49 ຄົນ ແລະປາດສະຈາກການຕິດເຊື້ອລາຍໃໝ່ ທີ່ໄດ້ຮັບການຢັ້ງຢືນມາໄດ້ເກືອບ 2 ອາ ທິດແລ້ວ. ເຖິງຢ່າງໃດກໍຕາມ ເນື່ອງຈາກວ່າລາວກໍເປັນປະເທດນຶ່ງ ທີ່ມີຄົນເດີນທາງເຂົ້າມາປະເທດຈາກຫຼາຍແຫລ່ງ ແລະຫລາຍດ້ານຢູ່ຕະຫລອດ ສະນັ້ນກໍຍັງເປັນປະເທດມີຄວາມສ່ຽງສູງທີ່ຈະມີການລະບາດຂອງພະຍາດນີ້ໄດ້ທຸກເມື່ອ. ເພື່ອຮັບມືກັບສະພາບການນີ້ ລັດຖະບານລາວ ທີ່ໄດ້ຮັບການຊ່ວຍເຫລືອດ້ານຢາວັກຊີນ ຈາກຕ່າງປະເທດນັ້ນ ກໍໄດ້ສືບຕໍ່ການສັກຢາວັກຊີນໃຫ້ແກ່ໃຫ້ແກ່ເຈົ້າໜ້າທີ່ຂັ້ນສູງ ແລະພວກເຈົ້າໜ້າທີ່ແຖວໜ້າໃນການຮັບມືກັບໂຄວິດ-19 ແລະພວກທີ່ມີຄວາມສ່ຽງສູງ ຊຶ່ງປັດຈຸບັນນີ້ ແມ່ນຍັງໃຊ້ຢາທີ່ໄດ້ຮັບການຊ່ວຍເຫລືອຈາກຈີນຄືຢາຊີໂນຟາມ (Sinopham) ແລະຈາກຣັດເຊຍຄື ຢາສະປຸດນິກ V (Sputnik V) ຢູ່, ອີງຕາມການບອກເລົ່າຂອງທ່ານໝໍຢູ່ໃນໂຮງໝໍແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ທີ່ກ່າວວ່າ: ​


“ຢູ່ໂຮງໝໍນີ້ສັກແລ້ວ ເຂັມນຶ່ງ, ຍັງເຂັມທີສອງ. ສອງເຂັມເລີຍ ຈາກຈີນກັບຣັດເຊຍ. ການນໍາສັກແລ້ວໆ. ຜ່ານມາ ພວກທີ່ແພ້ຢາເຂົາກະບໍ່ໃຫ້ສັກ. ກາຍນັ້ນແມ່ນສັກໝົດ. ຄືນ້ອງໜິກະບໍ່ໄດ້ສັກ ນ້ອງແພ້ຢາ ບັນຫາເລື້ອງພູມແພ້ ເຂົາກະບໍ່ໃຫ້ສັກ ຢາບໍ່ຮູ້ວ່າມັນແພ້ງ່າຍໆເດ."

ຊີໂນຟາມ (Sinopham) ແມ່ນເປັນຢາວັກຊີນກັນພະຍາດໂຄວິດ-19 ທີ່ຖືກພັດ ທະນາຂຶ້ນມາໂດຍສະຖາບັນຜະລິດຕະພັນຊີວະພາບປັກກິ່ງ ທີ່ກ່າວວ່າຢາວັກຊີນມີອັດຕາໄດ້ຜົນ 79.3 ເປີເຊັນຕໍ່ໄວຣັສໂຄໂຣນາໃນກາທົດລອງທາງການແພດຂະໜາດໃຫຍ່ແລະຢາດັ່ງກ່າວກໍໄດ້ຮັບອະນຸມັດຈາກອົງການຜະລິດຕະພັນການແພດແຫ່ງຊາດຂອງຈີນ. ແຕ່ວ່າບັນດາຜູ້ຊ່ຽວຊານຢູ່ນອກປະເທດຈີນຍັງມີຄວາມສົງໄສ ກ່ຽວກັບການກ່າວອ້າງຂອງ
ບໍລິສັດ Sinopham ຍ້ອນວ່າ ເຂົາເຈົ້າບໍ່ໄດ້ສະໜອງຂໍ້ມູນທີ່ຕ້ອງມີເພື່ອໃຫ້ມັນຖືກຢືນຢັນຢ່າງເປັນການຈາກສາກົນ. ສະນັ້ນ ອັນນີ້ ອາດເປັນເຫດຜົນນຶ່ງທີ່ເຮັດໃຫ້ບາງຄົນທີ່ໄດ້ຮັບສິດໃນການສັກຢາວັກຊີນ ປະເພດນີ້ ບໍ່ກ້າສັກຢານີ້ຢູ່ ແລະທາງການບໍ່ໄດ້ບັງຄັບແຕ່ຢ່າງໃດ.

ພ້ອມກັນນີ້ທາງການລາວກໍບໍ່ໄດ້ໃຫ້ການຮັບປະກັນແຕ່ຢ່າງໃດກ່ຽວກັບຜົນຂ້າງຄຽງ ແລະອັນຕະລາຍທີ່ອາດເກີດຂຶ້ນຈາກການສັກຢາເຫລົ່ານີ້. ເມື່ອຖືກຖາມກ່ຽວກັບເລື້ອງ ນີ້ ທ່ານໝໍຄົນ ດັ່ງກ່າວບອກວ່າ: ​

"ແລ້ວແຕ່ເຮົາ, ບາງຄົນສັກຢູ່ໂຮງໝໍເປັນພີ່ເປັນນ້ອງ, ເຫັນຢູ່ໂຮງໝໍເມືອງຈັນທະບູລີ ຄັນໃຜຢາກສັກກະໄປສັກ ອຶຮຶ ບໍ່ພວກເຮົາກະບໍ່ໄດ້ສັກ ຫລາຍຄົນກະບໍ່ໄດ້ສັກ ຄັນເຫັນມີໃບມອບສິດ ເປັນຫຍັງມາກະຮັບຜິດຊອບເອງ ບາງຄົນເຫັນໃບມອບສິດກະບໍ່ສັກຢ້ານ.”

ເຊັ່ນດຽວກັນ ພະນັກງານການແພດຂັ້ນສູງທີ່ຮັບຜິດຊອບ ໂຄງການຊ່ວຍເຫລືອ ດ້ານຢາວັກຊີນທ່ານນຶ່ງໃນໂຮງໝໍມະໂຫສົດທີ່ນະຄອນຫລວງວຽງຈັນ ກໍເວົ້າວ່າ ມີການຊຸກຍູ້ຈາກຂັ້ນເທິງ ໃຫ້ພວກເຈົ້າໜ້າທີ່ໃນຖັນແຖວໜ້າ ຜູ້ທີ່ໄດ້ຮັບບູລິມະສິດ ໃນການສັກຢາວັກຊີນເຫລົ່ານີ້ໃຫ້ພາກັນສັກ ແຕ່ວ່າຜູ້ທີ່ຍັງບໍ່ມີ ຄວາມໝັ້ນໃຈ ຕໍ່ປະສິດທິຜົນຂອງຢາວັກຊີນທີ່ວ່ານີ້ ຫລືຄິດວ່າບໍ່ມີຄວາມຈໍາເປັນຕ້ອງສັກຢາປະເພດນີ້ ຍ້ອນເຫດຜົນຕ່າງໆ ກໍຍັງເລືອກທີ່ຈະບໍ່ສັກຢານີ້ ດັ່ງທີ່ທ່ານເລົ່າ ສູ່ຟັງວ່າ: ​


“ສັກແຕ່ພວກການນໍາພຸ້ນຕິ ຫົວໜ້າກົມ, ຮອງກົມພຸ້ນຕິ ຂ້ອຍນີ້ບໍ່ສັກດອກຂ້ອຍລະວັງເອົາ ເອີໝົດມັນກະຄືບໍ່ເໝີດລະ ບ້ານເຮົາມັນບໍ່ມີເຊື້ອແລ້ວ ມີແຕ່ນໍາເຂົ້າມາຊື່ໆ Import ຄົນເຂົ້າມາຫາຊື່ໆ ຄົນລາວເຮົາບໍ່ມີແລ້ວນະ ທ່ານໝໍເຮັດວຽກໃກ້ຊິດກະໄດ້ສັກໝົດຊັ້ນແຫລະ, ຄືພວກໃກ້ຊິດກັບຄົນເດີນທາງ, ຕໍາຫລວດກວດຄົນເຂົ້າເມືອງກະໄດ້ສັກໝົດແລ້ວພວກນັ້ນນະ. ພວກທ່ານໝໍອີ່ຫຍັງຄົນນັ່ງຫ້ອງການຄືພວກຂ້ອຍ ນີ້ພວກຢາກສັກກະສັກ ຜູ້ບໍ່ຢາກສັກກະແລ້ວໄປຫັ້ນແລ້ວ ຊິເຮັດຈັ່ງໃດ ບໍ່ມີກົດລະບຽບບັງຄັບບໍ່ໄດ້ຍິນນະໃຜບໍ່ສັກມີໂທດ ບໍ່ໄດ້ຍິນຫຍັງນະ ປະຊາຊົນເພິ່ນກະລະດົມໃຫ້ສັກຫັ້ນລະເພື່ອຄວາມປອດໄພຂອງສຸຂະພາບ."

ສ່ວນປະຊາຊົນທົ່ວໄປນັ້ນ ກໍບອກວ່າ ຖ້າຫາກເມື່ອໃດເຖິງເວລາທີ່ຈະໄດ້ກັບສິດ ສັກຢາວັກຊີນນີ້ແລ້ວ ແລະຖ້າໃຫ້ເສຍຄ່າບໍ່ແພງ ເຂົາເຈົ້າກໍຍິນດີສັກ ເພາະຄິດວ່າ ກ່ອນທີ່ບຸກຄົນນຶ່ງທີ່ຈະໄດ້ສັກຢາວັກຊີນກັນພະຍາດນີ້ແມ່ນໄດ້ຮັບການກວດສຸຂະພາບເພື່ອຫລີກລ້ຽງຄວາມສ່ຽງສູງຕໍ່ຜົນຂ້າງຄຽງຂອງຢາ ດັ່ງການບອກເລົ່າ ຂອງປະຊາຊົນຜູ້ນຶ່ງໃນນະຄອນຫລວງວຽງຈັນວ່າ: ​

“ນຶ່ງຕ້ອງກວດເປັນພະຍາດຫຍັງບໍ? ຂ້ອຍບໍ່ເຄີຍເປັນຫຍັງ ບໍ່ຢ້ານຫຍັງໃນເມື່ອຜູ້ນໍາສັກກ່ອນ ແລະເຮົາກະບໍ່ໄດ້ເປັນຫຍັງ ສໍາລັບເສຍເງິນແພງຫລາຍກະບໍ່ມີປັນຍາ ຄັນເຂັມນຶ່ງ ຫ້າແສນ ນຶ່ງລ້ານຂ້ອຍກະບໍ່ມີປັນຍາ ຄັນເຂັມເຖິງສາມສິບພັນໂອເຄເດີ.”

ນອກຢາວັກຊີນສອງຊະນິດທີ່ໄດ້ຮັບການຊ່ວຍເຫລືອຈາກຈີນແລ້ວລາວຍັງໄດ້ຮັບການ
ຊ່ວຍເຫລືອຢາວັກຊີກັນໂຄວິດ-19 ໂດຍຜ່ານການຮ່ວມມືໂຄແວັກ (COVAX) ພາຍໃຕ້
ການເປັນພາຄີຂອງອົງ CEPI, ອົງການGavi ກຸ່ມພັນ ທະມິດຢາວັກຊີນຂອງອົງການຢູນີ
ແຊັຟແລະອົງການອະນາໄມໂລກ, ອີງຕາມ ການລາຍງານຂອງວີໂອເອ ແລະຂ່າວສານ
ຫລາຍແຫລ່ງຂອງລາວ. ງວດທຳອິດຂອງຢາວັກຊີນກໍຄືຢາອາສຕຣາເຊເນກາຈໍານວນ
132,000 ໂດສ ທີ່ຜະລິດຢູ່ອິນເດຍທີ່ໄດ້ໄປເຖິງລາວ ແລະມີພິທີມອບຮັບກັນລະຫວ່າງ
ອົງການອະນາໄມໂລກ ແລະລັດຖະບານລາວ ໃນວັນທີ 20 ມີນາຜ່ານມາ ແຕ່ວ່າທາງການ
ລາວ ກໍຍັງບໍ່ທັນໄດ້ຈັດຕັ້ງການແຈກຢາຍຢາເຫລົ່ານີ້ເທື່ອ.

ພ້ອມກັນນີ້ ເພື່ອເປັນການເຝົ້າລະວັງການແຜ່ລະບາດຂອງພະຍາດນີ້ ທາງການ ລາວ ກໍໄດ້ມີຄໍາສັ່ງຈາກສໍານັກງານນາຍົກ ເລກທີ 186/ຫສນຍ, ລົງວັນທີ 25 ມີນາ, 2021 ທີ່ກໍານົດວ່າ ການສະຫລອງປີໃໝ່ລາວ ແມ່ນໃຫ້ຈັດຂຶ້ນ ຕາມປະ ເພນີ ແຕ່ວັນທີ 14 ຫາ 16 ເມສາ ແຕ່ຫ້າມຈັດການສະແດງສິນລະປະດົນຕີຢູ່ຕາມວັດວາຫລືຈັດງານຄອນເສີດ, ງານປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານ ຕະຫລາດນັດ ຢູ່ຕາມສະຖານທີ່ສາທາລະນະຊົນ ເຊັ່ນແຄມຫາດຊາຍຕ່າງໆ (ຍົກເວັ້ນ ຢູ່ຕາມສະຖານທີ່ທີ່ລັດໄດ້ກໍານົດໄວ້) ຊຶ່ງຂໍ້ກໍານົດເຫລົ່ານີ້ມີຄວາມເຄັ່ງຄັດຂຶ້ນກວ່າການສະເຫລີມສະຫລອງບຸນປີໃໝ່ລາວ ຕາມປົກກະຕິ ກ່ອນມີການລະບາດ ຂອງພະຍາດໂຄວິດ-19.

XS
SM
MD
LG