ສະມາຊິກສະພາສູງຈາກລັດ ເວີມັອນ ທ່ານ ເບີນີ ແຊນເດີສ໌ ໄດ້ຊະນະການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດທີ່ລັດນິວແຮມເຊີ ໃນວັນອັງຄານວານນີ້, ໃນຂະນະທີ່ການແຂ່ງຂັນເພື່ອເປັນຜູ້ສະໝັກຂອງພັກ ສູ້ກັບປະທານາທິບໍດີ ດໍໂນລ ທຣຳ ໃນເດືອນພະຈິກໄດ້ເລີ່ມທີ່ຈະເປັນຈຸດສົນໃຈຫຼັງຈາກການຕໍ່ສູ້ຫຼາຍເດືອນໃນກຸ່ມທີ່ມີຜູ້ແຂ່ງຂັນຢ່າງກວ້າງຂວາງ.
ທ່ານ ແຊນເດີສ໌ ໄດ້ຮັບຄະແນນສຽງ 26 ເປີເຊັນ, ເອົາຊະນະອະດີດເຈົ້າເມືອງ ຊ້າວ ເບັນ, ລັດ ອິນເດຍນາ ທ່ານ ພີດ ບູຕີເຈຈ ຢ່າງຫວຸດຫວິດ ຜູ້ທີ່ໄດ້ຈົບການແຂ່ງຂັນດ້ວຍຄະແນນສຽງ 24 ເປີເຊັນ.
ທ່ານ ແຊນເດີສ໌ ໄດ້ເອີ້ນຜົນງານຂອງທ່ານວ່າເປັນ “ໄຊຊະນະທີ່ຍິ່ງໃຫຍ່” ຢູ່ຕໍ່ໜ້າຝູງຄົນທີ່ຮ້ອງເຊຍໃນເມືອງ ແມນເຊັສເຕີ, ແລະ ໄດ້ທຳນາຍວ່າ ໃນທີ່ສຸດພັກເດໂມແຄຣັດ ກໍຈະສາມັກຄີກັນໃນຄວາມພະຍາຍາມຄັ້ງສຳຄັນເພື່ອໂຄ່ນລົ້ມທ່ານ ທຣຳ.
ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຢາກເວົ້າວ່າ ຄືນນີ້ໄຊຊະນະຄັ້ງນີ້ຢູ່ທີ່ນີ້ ແມ່ນການເລີ່ມຕົ້ນ ຂອງຈຸດຈົບຂອງທ່ານ ດໍໂນລ ທຣຳ. ບໍ່ວ່າແມ່ນໃຜຈະຊະນະກໍຕາມ ແລະ ພວກເຮົາຫວັງວ່າ ມັນຈະແມ່ນພວກເຮົາ, ພວກເຮົາຈະສາມັກຄີກັນ ແລະ ເອົາຊະນະປະທານາທິບໍດີທີ່ອັນຕະລາຍທີ່ສຸດ ໃນປະເທດຫວັດສາດຂອງປະເທດ.”
ສະມາຊິກສະພາສູງຈາກລັດ ມິນເນໂຊຕ້າ ທ່ານນາງ ເອມີ ໂຄລບູຈາ ໄດ້ມີຜົນງານທີ່ດີຢ່າງໜ້າປະຫຼາດໃຈຢູ່ທີ່ອັນດັບສາມ ດ້ວຍຄະແນນສຽງ 20 ເປີເຊັນ, ເປັນການຟື້ນກັບຄືນຈາກຜົນງານທີ່ບໍ່ດີ ໃນກອງປະຊຸມປ່ອນບັດຂອງພັກທີ່ລັດ ໄອໂອວາ ເມື່ອອາທິດທີ່ຜ່ານມາ. ການຢັ່ງຫາງສຽງມະຫາວິທະຍາໄລ ນິວ ແຮມເຊີ ໃນວັນຈັນທີ່ຜ່ານມາ ໄດ້ລາຍງານວ່າທ່ານນາງໄດ້ຮັບການສະໜັບສະໜູນພຽງ 7 ເປີເຊັນເທົ່ານັ້ນ, ເຖິງແມ່ນວ່າຜູ້ຕອບຈຳນວນເຄິ່ງນຶ່ງໄດ້ກ່າວວ່າ ເຂົາເຈົ້າໄດ້ທຳການຕັດສິນໃຈໃນເວລານັ້ນກໍຕາມ.
ທ່ານນາງ ໂຄລບູຈາ ໄດ້ສະເຫຼີມສະຫຼອງກັບຜູ້ສະໜັບສະໜູນຂອງທ່ານນາງໃນຄືນວັນອັງຄານວານນີ້, ໂດຍເວົ້າວ່າ ການໂຄສະນາຫາສຽງຂອງທ່ານນາງໄດ້ “ປະສົບຄວາມສຳເລັດແມ່ນກະທັ້ງທີ່ບໍ່ມີໂອກາດ ປະສົບຄວາມສຳເລັດຕະຫຼອດມາກໍຕາມ.”
ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າລໍຖ້າທີ່ຈະຊະນະການຖືກສະເໜີຊື່ບໍ່ໄຫວແລ້ວ. ຂ້າພະເຈົ້າຖ້າບໍ່ໄຫວທີ່ຈະສ້າງການເຄື່ອນໄຫວ ແລະ ຊະນະດ້ວຍການເຄື່ອນໄຫວຂອງພັກເດໂມແຄຣັດທີ່ມີແຮງກະຕຸ້ນຫຼາຍຂຶ້ນ, ນັກການເມືອງທີ່ບໍ່ຂຶ້ນກັບພັກການເມືອງໃດ ແລະ ສະມາຊິກພັກຣີພັບບລີກັນຫົວປານກາງ ທີ່ເຫັນການເລືອກຕັ້ງນີ້ຄືກັບເຮົາ.”
ສະມາຊິກສະພາສູງຈາກລັດ ແມສຊາຈູເຊັດສ໌ ທ່ານນາງ ເອລິຊາເບັດ ວໍເຣັນ ຢູ່ທີ່ອັນດັບສີ່ ດ້ວຍຄະແນນສຽງ 9 ເປີເຊັນ, ຕິດຕາມມາດ້ວຍອະດີດຮອງປະທານາທິບໍດີ ທ່ານ ໂຈ ໄບເດັນ ທີ່ໄດ້ຮັບ 8 ເປີເຊັນ.
Vermont Senator Bernie Sanders won the New Hampshire Democratic primary Tuesday, as the race to be the party's candidate to take on President Donald Trump in November starts to come into focus after months of battling among a wide group of challengers.
Sanders captured 26% of the vote, edging out former South Bend, Indiana, Mayor Pete Buttigieg who finished with 24%.
Sanders called his performance a "great victory" before a cheering crowd in Manchester, and predicted Democrats would eventually come together in a vital effort to unseat Trump.
"Let me say tonight this victory here is the beginning of the end of Donald Trump," he said."No matter who wins [the nomination]and we hope it is uswe are going to unite together and defeat the most dangerous president in the history of the country."
Minnesota Senator Amy Klobuchar turned in a surprising third-place performance with 20% of the vote, bouncing back from a poor showing in last week's Iowa caucus.A University of New Hampshire poll on Monday had her with just 7% support, though only half of respondents said they had made up their mind at that point.
Klobuchar celebrated with her supporters Tuesday night, saying her campaign has "beaten the odds every step of the way."
"I can not wait to win the nomination. I can not wait to build a movement, and win with a movement of fired up Democrats, independents and moderate Republicans that see this election as we do," she said.
Massachusetts Senator Elizabeth Warren placed fourth with 9% of the vote, followed by former Vice President Joe Biden at 8%.