ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການລົງໂທດສົ່ງສັນຍານໃຫ້ຮູ້ວ່າ ສຫລ ເອົາທ່າທີເຂັ້ມງວດຂຶ້ນ ຕໍ່ ປັກກິ່ງ ໃນເລື້ອງທະເລຈີນໃຕ້


ພວກທີ່ສະໜັບສະໜຸນຈີນ ພາກັນເອົາປ້າຍທີ່ມີຮູບຂອງປະທານາທິບໍດີ ດໍໂນລທຣໍາຂອງ ສຫລ ທີ່ຂຽນວ່າ "ຊົ່ວຮ້າຍ ແລະບໍ່ມີຢາງອາຍ” (Despicable and shameless) ມາວາງໄວ້ໃຫ້ຄົນເບິ່ງຢູ່ໃນການປະທ້ວງຕໍ່ຕ້ານການລົງໂທດຂອງສະຫະລັດຢູ່ນອກສະຖານກົງສຸນຂອງສະຫະລັດໃນວັນເສົາ ທີ 8 ສິງຫາ, 2020.
ພວກທີ່ສະໜັບສະໜຸນຈີນ ພາກັນເອົາປ້າຍທີ່ມີຮູບຂອງປະທານາທິບໍດີ ດໍໂນລທຣໍາຂອງ ສຫລ ທີ່ຂຽນວ່າ "ຊົ່ວຮ້າຍ ແລະບໍ່ມີຢາງອາຍ” (Despicable and shameless) ມາວາງໄວ້ໃຫ້ຄົນເບິ່ງຢູ່ໃນການປະທ້ວງຕໍ່ຕ້ານການລົງໂທດຂອງສະຫະລັດຢູ່ນອກສະຖານກົງສຸນຂອງສະຫະລັດໃນວັນເສົາ ທີ 8 ສິງຫາ, 2020.

ບັນດານັກວິເຄາະກ່າວວ່າ, ການລົງໂທດຄັ້ງທຳອິດຂອງສະຫະລັດຕໍ່ກຸ່ມບໍລິສັດຈີນທີ່ເຊື່ອວ່າໄດ້ຊ່ວຍຈີນເສີມກຳລັງໃນໝູ່ເກາະທີ່ມີການຂັດແຍ້ງກັນຢູ່ໃນທະເລເອເຊຍ ເປັນສັນຍານສະແດງໃຫ້ເຫັນເຖິງນະໂຍບາຍທີ່ເຂັ້ມງວດຂຶ້ນກວ່າເກົ່າ ຂອງວໍຊິງຕັນ ຕໍ່ການຂະຫຍາຍພື້ນທີ່ທາງທະເລຂອງປະເທດມະຫາອຳນາດທີ່ເປັນຄູ່ປໍລະປັກຂອງຕົນ.

ຫ້ອງການອຸດສາຫະກຳ ແລະຄວາມໝັ້ນຄົງທີ່ຢູ່ພາຍໃຕ້ກະຊວງການຄ້າສະຫະ ລັດ ໄດ້ເພີ່ມບໍລິສັດຈີນ 24 ບໍລິສັດ ເຂົ້າໃນບັນຊີລາຍຊື່ທີ່ຫ້ອງການນຳໃຊ້ເພື່ອຈຳກັດການສົ່ງອອກ, ການສົ່ງອອກຄືນ ແລະການໂອນຍ້າຍສິນຄ້າພາຍໃນປະເທດທີ່ອາດຈະກະທົບຕໍ່ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຊາດ ຫຼື ນະໂຍບາຍຕ່າງປະເທດ.

ບັນດາບໍລິສັດຖືກເພີ່ມລົງໄປຢູ່ໃນບັນຊີດັ່ງກ່າວ ກໍຍ້ອນວ່າພວກເຂົາໄດ້ຊ່ວຍກອງທັບຈີນ “ສ້າງແລະເຮັດໃຫ້ໝູ່ເກາະທຽມທີ່ຖືກສາກົນປະນາມໃນທະເລຈີນໃຕ້ນັ້ນ ກາຍເປັນດິນແດນທີ່ໃຊ້ໃນການທະຫານ”, ນັ້ນຄືຄໍາເວົ້າຂອງກະຊວງ ຢູ່ໃນຖະແຫລງການສະບັບນຶ່ງ. ບັນດາເກາະນ້ອຍເຫລົ່ານັ້ນ ຊຶ່ງຫລາຍໆເກາະໄດ້ຖືກສ້າງຂຶ້ນໃນດິນທີ່ກ່າວອ້າງເອົາຄືນ, ດຽວນີ້ ຖືກໃຊ້ເປັນບ່ອນຈອດເຮືອບິນ, ສະ ຖານທີ່ຕັ້ງຂອງເຣດາ ແລະບ່ອນຢູ່ຂອງພົນລະເຮືອນຈໍານວນນຶ່ງ.
ທ່ານ ແອນດູ ຢາງ (Andrew Yang), ເລຂາທິການໃຫຍ່ຂອງສະອົງການຄົ້ນຄວ້າ ສຶກສານະໂຍບາຍຂັ້ນສູງຂອງສະພາຈີນ ໃນໄຕ້ຫວັນ ກ່າວວ່າ ການລົງໂທດດັ່ງກ່າວຈະບໍ່ສ້າງຜົນເສຍຫາຍໃຫ້ແກ່ບັນດາບໍລິສັດທີ່ຢູ່ໃນເປົ້າໝາຍ ແຕ່ມັນສະແດງໃຫ້ເຫັນວ່າ ສະຫະລັດກຳລັງເຂັ້ມງວດຂຶ້ນຕໍ່ຈຸດຢືນຂອງຕົນ, ໃນໄລຍະ ຍາວຕໍ່ການຂະຫຍາຍໂຕຂອງຈີນໃນທະເລຈີນໃຕ້ .

ວໍຊິງຕັນບໍ່ໄດ້ອ້າງເອົາເຂດທະເລທີ່ມີເນື້ອທີ່ 3.5 ລ້ານຕາລາງກິໂລແມັດນັ້ນ ແຕ່ຕ້ອງການໃຫ້ມັນເປີດໄວ້ໃຫ້ສາກົນນຳໃຊ້. ບຣູໄນ, ມາເລເຊຍ, ຟີລິບປິນ, ໄຕ້ຫວັນ ແລະຫວຽດນາມ ໄດ້ໂຕ້ຖຽງເອົາທັງໝົດ ຫຼືບາງສ່ວນຂອງເຂດທີ່ຈີນອ້າງ ເອົາຢູ່ປະມານ 90 ເປີເຊັນ ຂອງເສັ້ນທາງເດີນເຮືອ, ເຊິ່ງມີຄຸນຄ່າໃນດ້ານການປະມົງ ແລະຄັງພະລັງງານ. ການຂະຫຍາຍບັນດາໝູ່ເກາະໄດ້ປະກອບສ່ວນເຮັດໃຫ້ການທະຫານຂອງຈີນນໍາໜ້າລັດຖະບານປະເທດອື່ນໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG