ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຂວງສາລະວັນ ຈະສ້າງ ຂົວມິດຕະພາບ ຂ້າມນໍ້າຂອງ


ທ່ານ ຄໍາ​ບຸນ ດວງ​ປັນຍາ ​ເຈົ້າ​ແຂ​ວງ​ແລະ​ເລຂາ​ພັກ​ແຂວງ​ສາລະ​ວັນ
ທ່ານ ຄໍາ​ບຸນ ດວງ​ປັນຍາ ​ເຈົ້າ​ແຂ​ວງ​ແລະ​ເລຂາ​ພັກ​ແຂວງ​ສາລະ​ວັນ
ທາງ​ການ​ ແຂວງ​ສາລະ​ວັນ ວາງ​ແຜນການ​ ຈະ​ກໍ່ສ້າງ​ຂົວ​ມິດຕະ
ພາບ ຂ້າມ​ແມ່​ນໍ້າຂອງເພື່ອ​ເຊື່ອມ​ຕໍ່​ກັບ​ຈັງຫວັດ​ອຸ​ບົນ​ລາດ​ຊະ​ທາ
ນີ ​ໂດຍ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ສະໜັບສະ​ໜຸນ​ຈາກ​ລັດຖະບານ​
ລາວ ​ແລະໄທ.

please wait

No media source currently available

0:00 0:04:33 0:00
ລິງໂດຍກົງ

ທ່ານ ຄໍາ​ບຸນ ດວງ​ປັນຍາ ​ເຈົ້າ​ແຂ​ວງ​ແລະ​ເລຂາ​ພັກ​ແຂວງ​ສາລະ​
ວັນ ຖະ​ແຫຼ​ງຢືນຢັນ​ວ່າ ໄດ້​ສະ​ເໜີ​ແຜນການ ກໍ່ສ້າງ​ຂົວ​ມິດຕະ
ພາບ​ຂ້າມ​ແມ່​ນໍ້າຂອງ​ ທີ່​ເຊື່ອມ​ຕໍ່​ລະຫວ່າງແຂວງ​ສາລະ​ວັນ​ ກັບ​
ຈັງຫວັດ​ອຸບົນ​ ຕໍ່​ຄະນະ​ລັດຖະບານ​ລາວ ​ແລະ​ໄທ ​ເພື່ອ​ຂໍ​ໃຫ້​ພິດ​
ຈາລະ​ນາ​ອະນຸມັດ​ແຜນການ​ດັ່ງກ່າວ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ຄາດ​ຫວັງ​ວ່າ​ຈະໄດ້​ຮັບ​ການ​ ສະໜັບ​ສະ​ໜຸນ​ຈາກ​ລັດຖະບານ​ຂອງ​ທັງ​ 2 ປະ​ເທດ​ພາຍ​ໃນ​ປີ 2014 ຊຶ່ງ​ກໍຈະ​ເຮັດ​ໃຫ້​ສາມາດ​ລົງມື​ກໍ່ສ້າງ​ໄດ້​ໃນ​ປີ 2015 ​ໃຫ້​ສໍາ​ເລັດ​ພາຍ​ໃນ​ປີ 2018.

​ໂດຍ​ຂົວ​ຂ້າມ​ແມ່​ນໍ້າຂອງ​ດັ່ງກ່າວ​ນີ້ ຈະ​ກໍ່ສ້າງ​ຢູ່​ທີ່​ເຂດ​ບ້ານ​ຫົວ​ຕະພານ ​ເມືອງລະ​ຄອນ​ເພັງ ​ເຊື່ອມ​ຕໍ່​ກັບ​ອໍາ​ເພີ​ປາກ​ແຊງ ຈັງຫວັດ​ອຸບົນຂອງ​ໄທ ຊຶ່ງ​ຈາ​ການ​ສຶກສາຄວາມ​ເປັນ​ໄປ​ໄດ້ຂອງແຜນການ​ໃນ​ລະຍະ​ທີ່​ຜ່ານ​ມາ ກໍ​ພົບ​ວ່າການ​ກໍ່ສ້າງ​ຂົວ​ດັ່ງກ່າວ​ນີ້​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ຄ້າ ການ​ບໍລິການ​ແລະ​ທ່ອງ​ທ່ຽວ​ລະຫວ່າງ​ລາວ​-​ໄທ ​ແລະ​ຫວຽດນາມ ດັ່ງ​ທີ່​ທ່ານ ຄໍາ​ບຸນ ​ໄດ້​ຢືນຢັນ​ວ່າ:

“ຖ້າວ່າ​ພວກ​ເຮົາ​ຫັ້ນ​ມີ​ການ​ຕຽມ​ພ້ອມ​ເລຶ່ອງບັນຫາ​ການທ່ອງທ່ຽວ ບັນຫາ​ເລຶ່ອງການ​ຄ້າ ບັນຫາ​ເລຶ່ອງອຸດສາຫະກໍາ​ຕ່າງໆ ຄົນ​ຈະ​ມາ​ລົງທຶນ ​ເພາະວ່າ ຢູ່​ນີ້ກະຈະ​ເປັນ​ຈຸດ​ໃຈກາງ​ຂອງ​ເສັ້ນທາງ ​ເສັ້ນທາງ​ນີ້ ຕົວຢ່າງ​ວ່າ​ມີນັກ​ລົງທຶນ​ມາ​ລົງທຶນ​ຜະລິດ​ສິນຄ້າ​ຢູ່​ນີ້ ​ເຂົາ​ຈະ​ເອົາ​ອອກ​ທະ​ເລ ຫວຽດນາມ​ກະ​ມີ ​ແຕ່​ສອງຮ້ອຍ​ສາມ​ຮ້ອຍ​ກິ​ໂລ​ແມັດ ​ເຂົາ​ຈະ​ເອົາ​ໄປ​ໄທ ກະ​ມີ​ແຕ່​ຮ້ອຍ​ກວ່າ​ກິ​ໂລ​ແມັດ.”

ກ່ອນໜ້າ​ນີ້ ທ່ານ​ສຸລະ​ພົງ ​ໂຕ​ວິຈັກ​ໄຊ​ກຸນ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ໄທ ​ໄດ້​ຖະ​ແຫຼ​ງຢືນຢັນ​ວ່າ​ລັດຖະບານ​ລາວ​ແລະ​ໄທ ​ໄດ້​ຕົກ ລົງ​ ​ໃນ​ຫຼັກການ​ຮ່ວມ​ກັນ​ແລ້ວ ວ່າ​ຈະ​ກໍ່ສ້າງ​ຂົວ​ມິດຕະພາບ​ຂ້າມ​ແມ່ນໍ້າຂອງ​ແຫ່ງ​ທີ່ 5 ທີ່ ​ເຊື່ອມ​ລະຫວ່າງ​ແຂວງບໍລິ​ຄໍາ​ໄຊ ກັບ​ຈັງຫວັດ​ບຶງ​ການ ​ໂດຍ​ລັດຖະບານ​ໄທ​ຈະ​ອອກ ​ເງິນ​ທຶນ​ກໍ່ສ້າງ​ທັງ​ໝົດ ຄື​ກັບ​ຂົວ​ມິດຕະພາບ​ແຫ່ງ​ທີ່ 3 ທີ່​ເຊື່ອມ​ຕໍ່​ລະຫວ່າງ​ແຂວງ​ຄໍາ ມ່ວນ ກັບ​ຈັງຫວັດ​ນະຄອນ​ພະນົມ ທີ່​ກໍ່ສ້າງ​ສໍາ​ເລັດ ​ແລະ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ ​ແລ້ວ ນັບ​ຕັ້ງ​ແຕ່​ທ້າຍ​ປີ 2011 ​ເປັນ​ຕົ້ນ​ມາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ສຸລະ​ພົງ ກໍ​ຍອມ ຮັບ​ວ່າ​ຈົນ​ເຖິງ​ຂະນະ​ນີ້ ກໍ​ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ກໍາໜົດ​ໄດ້​ວ່າ ການ​ກໍ່ສ້າງ​ຂົວ​ມິດຕະພາບ ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 5 ລະຫວ່າງ​ລາວ-​ໄທ ຈະ​ເລີ່​ມລົງມື​ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ​ໄດ້ ​ເມື່ອ​ໃດ ​ເນື່ອງ​ຈາກ​ຈະ​ຕ້ອງ​ລໍຖ້າ​ການ​ອະນຸມັດ​ແຜນການ​ງົບປະມານ​ລາຍ​ຈ່າຍ​ຈາກ​ລັດຖະສະພາ​ໄທ​ຢ່າງ​ເປັນ​ທາງ​ການ​ເສຍ​ກ່ອນ ຊຶ່ງ​ກໍ​ໝາຍຄວາມ​ວ່າການ​ກໍ່ສ້າງ​ຂົວ​ຂ້າມ​ແມ່ນໍ້າຂອງ ທີ່​ເຊື່ອມ​ຕໍ່​ລະຫວ່າງ​ແຂວງ ສາລະ​ວັນ ກັບ​ຈັງຫວັດ​ອຸບົນ ກໍ​ຈະ​ຕ້ອງ​ລໍຖ້າ​ຄວາມ​ຊັດ​ເຈນ​ໃນ​ການ​ກໍ່ສ້າງ​ຂົວ​ຂ້າມ​ແມ່ ນໍ້າຂອງ​ທີ່​ແຂວງ​ບໍລິ​ຄໍາ​ໄຊ ກັບ​ຈັງຫວັດ​ບຶງ​ການ​ດ້ວຍ​ນັ້ນ​ເອງ.

ສ່ວນ​ກ່ຽວ​ກັບ​ຄວາມ​ຄືບໜ້າ​ຂອງ​ການ​ສ້າງ​ຂົວ​ມິດ​ຕະພາບ​ແຫ່ງ​ທີ່ 4 ຢູ່​ທີ່​ເມືອງ​ຫ້ວຍ​ຊາຍ​ແຂວງ​ບໍ່​ແກ້ວ ກັບ​ອໍາ​ເພີ​ຊຽງ​ຂອງ ຈັງຫວັດ​ຊຽງ​ຣາຍ ຂອງ​ໄທ​ນນັ້ ກໍ​ຈະ​ສໍາ​ເລັດ​ແລະ​ທໍາ​ພິທີ​ເປີດ​ໃຊ້​ຢ່າງ​ເປັນ ທາງ​ການ​ໃນ​ເດືອນ​ທັນວາ​ປີ​ນີ້.

ຂົວມິດຕະພາບແຫ່ງທີ່ 4
ຂົວມິດຕະພາບແຫ່ງທີ່ 4

ຂົວ​ຂ້າມ​ແມ່​ນໍ້າຂອງ​ແຫ່ງ​ທີ່ 4 ​ໃຊ້ທຶນ​ກໍ່ສ້າງ​ໃນ​ມູນ​ຄ່າ 40 ລ້ານ​
ໂດ​ລ່າ ​ໂດຍ​ມີ​ລັດຖະ ບານ​ໄທ ​ແລະ​ຈີນ ​ເປັນ​ຜູ້​ອອກທຶນ​ຝ່າຍ​ລະ
50% ​ໄດ້ເລີ່​ມລົງມື​ກໍ່ສ້າງ​ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ​ໂດຍ​ເມ່ືອ​
ຂົວ​ແຫ່ງ​ນີ້ໄດ້​ເປີດ​ໃຊ້​ຢ່າງ​ເປັນາງ​ການ ກໍ​ຈະ​ເປັນ​ສ່ວນ​ສໍາຄັນ​ໃນ
ການ​ເຊື່ອມ​ຕໍ່​ການ​ຄົມມະນາຄົມ-ຂົນ​ສົ່ງ​ ຈາກ​ມົນທົນ​ ຢຸນນານ
ຂອງ​ຈີນຜ່ານ​ຖະໜົນ​ເລກ 3 ​ໃນ​ແຂວງຫຼວງ​ນໍ້າ​ທາຕໍ່​ໄປ​ຈັງຫວັດ​
ຊຽງຣາຍ​ໃນ​ໄທຈຶ່ງ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ຄ້າ ການທ່ອງທ່ຽວ
​ແລະ​ການ​ລົງທຶນ​ລະຫວ່າງ 3 ປະ​ເທດ.

ລາວ-​ໄທ ມີ​ຂົວ​ມິດຕະພາບແຫ່ງ​ທໍາ​ອິດ​ທີ່​ເຊື່ອມ​ຕໍ່​ນະຄອນ​ວຽງ​ຈັນ​ກັບ​ຈັງຫວັດ​ໜອງ​ຄາຍ ​ເມື່ອປີ 1994 ​ໂດຍ​ເປັນ ການ​ອອກທຶນ​ຮ່ວມ​ກັນ​ລະຫວ່າງ​ລັດຖະບານ​ໄທ ກັບ​ອອສ​ເຕຣ​ເລຍ ສ່ວນ​ແຫ່ງ​ທີ່ 2 ທີ່​ແຂວງ​ສະຫວັນ​ນະ​ເຂດ ກັບ​ຈັງ​ຫວັດ​ມຸກດາ​ຫານ​ນັ້ນ ກໍ​ໄດ້​ກໍ່ ສ້າງສໍາ​ເລັດ​ແລ້ວ​ໃນ​ທ້າຍ​ປີ 2006 ​ແລະ​ເປີດ​ໃຊ້​ຢ່າງ​ເປັນ​ທາງ​ການ​ເມື່ອ​ຕົ້ນ​ປີ 2007 ​ໂດຍ​ງົບປະມານ​ທີ່​ໃຊ້​ໃນ​ການ​ກໍ່ສ້າງ​ນັ້ນ ທາງການ​ລາວ-​ໄທ​ ​ໄດ້​ກູ້​ຢືມ​ຈາກ​ລັດ ຖະບານ​ຍີ່ປຸ່ນ ຝ່າຍ​ລະ 50% ຂອງ​ເງິນ​ທຶນ​ກໍ່ສ້າງ​ທັງ​ໝົດ 84 ລ້ານ​ໂດ​ລ່າ.
XS
SM
MD
LG