ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອົງການສະຫະປະຊາຊາດ ເປີດຫ້ອງການ ແຫ່ງໃໝ່ ໃນປະເທດ ແທນຊາເນຍ


Rwandan Tribunal Archives Move to Permanent Home
please wait

No media source currently available

0:00 0:02:36 0:00

ເປັນເວລາຫຼາຍກວ່າ 20 ແລ້ວ ນັບຕັ້ງແຕ່ການຂ້າລ້າງເຜົ່າພັນທີ່ໂຫດຮ້າຍໄດ້ເກີດຂຶ້ນໃນ ປະເທດ Rwanda. ນັບຕັ້ງແຕ່ການສິ້ນສຸດຂອງການຂ້າລ້າງເຜົ່າພັນໃນເດືອນກໍລະກົດ 1994 ເປັນຕົ້ນມາ, ສານອາຍາສາກົນ ທີ່ຮັບຜິດຊອບສຳລັບປະເທດ Rwanda ໄດ້ຕັດ ສິນລົງໂທດພວກຜູ້ນຳຂອງການສັງຫານໝູ່ດັ່ງກ່າວຫຼາຍສິບຄົນນັ້ນ. ສານດັ່ງກ່າວໄດ້ປິດ ລົງຢ່າງເປັນທາງການເມື່ອປີກາຍນີ້, ແຕ່ອົງການສະຫະປະຊາຊາດ ໄດ້ເປີດຫ້ອງການ ແຫ່ງໃໝ່ໃນປະເທດ ແທນຊາເນຍ ທີ່ຈະກາຍເປັນສະຖານທີ່ເກັບເອກະສານສຳຄັນຂອງ ສານ ແລະ ເປັນຫ້ອງການພິຈາລະນາຄະດີ ສຳລັບກໍລະນີໃໝ່ໃນອະນາຄົດ. ນັກຂ່າວວີ ໂອເອ Willy Lowry ມີລາຍງານ ກ່ຽວກັບ ເລື່ອງນີ້ ຈາກນະຄອນຫຼວງ ອາຣູຊາ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຕັ້ງຢູ່ເທິງພູສູງ ໃນເງົາຂອງພູເຂົາໄຟທີ່ຍັງບໍ່ທັນດັບເທື່ອ, ກົນໄກສຳລັບ ສານອາຍາສາກົນ ຂອງ ອົງການສະຫະປະຊາຊາດ ໃນນະຄອນຫຼວງ ອາຣູຊາ ແມ່ນເປັນອາຄານທີ່ມີສິນລະ ປະທັນສະໄໝ.

ມັນເປັນອາຄານແບບຂອງມັນເອງ ທີ່ບໍ່ເຄີຍຖືກສ້າງຂຶ້ນມາກ່ອນໂດຍອົງການ ສະຫະປະ ຊາຊາດ.

ທ່ານ Theodor Meron, ຈາກສານອາຍາສາກົນ ອົງການສະຫະປະຊາຊາດ ກ່າວວ່າ “ພວກເຮົາຫວັງຢ່າງຍິ່ງວ່າ ມັນຈະກາຍເປັນສັນຍະລັກຂອງກົດໝາຍອາຍາສາກົນ, ບໍ່ ພຽງແຕ່ໃນປະເທດ ແທັນຊາເນຍ ເທົ່ານັ້ນ ແຕ່ໃນທົ່ວ ອາຟຣິກາ ຕາເວັນອອກ, ແລະ ກໍ ແນ່ນອນ, ສຳລັບທົ່ວທະວີບ ອາຟຣິກາ.”

ໃນເມື່ອສານຍຸຕິທຳສຳລັບປະເທດ Rwanda ໄດ້ສຳເລັດວຽກງານຂອງພວກເຂົາເຈົ້າ ຢ່າງເປັນທາງການໄປແລ້ວ, ອົງການສະຫະປະຊາຊາດກໍຍັງຄົງມີພັນທະທີ່ຈະຕິດຕາມ ແລະ ດຳເນີນຄະດີຕໍ່ຜູ້ທີ່ຍັງຫຼົບໜີຢູ່, ເປັນບາງສິ່ງບາງຢ່າງທີ່ຈະຖືກປະຕິບັດໃນສະຖານ ທີ່ແຫ່ງ ນີ້.

ທ່ານ Theodor ກ່າວວ່າ “ພວກເຮົາຍັງມີຜູ້ຫຼົບໜີຢູ່ 3 ຄົນ, ຜູ້ທີ່ມີຄວາມໂຫດຮ້າຍຫຼາຍ ຜູ້ທີ່ຖືກກ່າວຫາໃນການມີສ່ວນຮ່ວມກັບການຂ້າລ້າງເຜົ່າພັນທີ່ໂຫດຮ້າຍໃນ Rwanda.”

ນອກນັ້ນ ອາຄານທີ່ມີມູນຄ່າ 8 ລ້ານໂດລາ ຍັງຈະເປັນຫໍສະໝຸດ ແລະ ບ່ອນເກັບມ້ຽນ ເອກະສານທີ່ສຳຄັນຂອງສານ ລວມມີ ສຳເນົາສານ, ວິດີໂອ ແລະ ຫຼັກຖານອື່ນໆທີ່ຖືກໃຊ້ ໃນການດຳເນີນຄະດີ.

ທ່ານ Theodor ກ່າວວ່າ “ພວກເຮົາຈະໄດ້ໃຊ້ຕຶກທີ່ມີການຄວບຄຸມຄວາມຊຸ່ມຊຶມ, ການ ຄວບຄຸມອຸນຫະພູມ, ນໍ້າໜັກ ແລະ ຄວາມແຂງແຮງຂອງການກໍ່ສ້າງ, ເຊິ່ງມັນຈະຄ້ຳຊູ ນ້ຳໜັກຂອງເອກະສານຕ່າງໆທີ່ຖືກເກັບມ້ຽນໄວ້.”

ອົງການສະຫະປະຊາຊາດ ໄດ້ເຮັດສັນຍາກັບບໍລິສັດກໍ່ສ້າງໃນທ້ອງຖິ່ນ ເພື່ອສ້າງອາຄານ ຢູ່ເທິງດິນທີ່ຖືກບໍລິຈາກໃຫ້ໂດຍລັດຖະບານ ແທັນຊາເນຍ.

ອາຄານທີ່ປະຢັດໄຟຟ້ານີ້ ແມ່ນຖືກເຮັດດ້ວຍວັດຖຸຕ່າງໆຂອງ ແທນຊາເນຍ, ລວມທັງຫີນ ແທັງກາ ນຳ.

ທ່ານນາງ Samia Suluhu Hassan ຮອງປະທານາທິບໍດີ ແທນຊາເນຍ ກ່າວວ່າ “ຂ້າ ພະເຈົ້າຮູ້ວ່າ ປະຊາຊົນຈາກທົ່ວປະເທດໄດ້ຖືກວ່າຈ້າງເພື່ອເຮັດໃຫ້ໂຄງການນີ້ປະສົບ ຄວາມສຳເລັດ. ມັນເປັນເລື່ອງທີ່ໜ້າດີໃຈທີ່ວ່າ ພວກພະນັກງານນັ້ນແມ່ນຜູ້ຊາຍ ແລະ ແມ່ຍິງ, ທີ່ເປັນວິສະວະກອນ, ຊ່າງເທັກນິກ, ຫົວໜ້າວຽກງານ ແລະ ຂ້າພະເຈົ້າກໍສາ ມາດເວົ້າໄດ້ວ່າ ຜູ້ຄຸມວຽກຫຼາຍຄົນກໍແມ່ນມີແມ່ຍິງທີ່ເປັນພະນັກງານຊ່ວຍນຳ.”

ບັນດາເຈົ້າໜ້າທີ່ ແທັນຊາເນຍ ຫວັງວ່າສະຖານທີ່ດັ່ງກ່າວຈະຊ່ວຍເຮັດໃຫ້ນະຄອນຫຼວງ ອາຣູຊາ ເປັນຈຸດໝາຍປາຍທາງຂອງສາກົນ ແລະ ເຮັດໃຫ້ມັນເປັນສູນກາງສຳລັບການ ທູດ ແລະ ສິດທິມະນຸດໃນພາກພື້ນມີຄວາມແໜ້ນແຟ້ນກວ່າເກົ່າ.

ທ່ານນາງ Augustine Mahiga ລັດຖະມົນຕີການຕ່າງປະເທດ ແທັນຊາເນຍ ກ່າວວ່າ "ນະຄອນຫຼວງ ອາຣູຊາ ຈະກາຍເປັນທີ່ໝັ້ນສຸດທ້າຍຂອງສັນຕິພາບສາກົນ ແລະ ຄວາມຍຸຕິທຳໃນ ອາຟຣິກາ ແລະ ໃນໂລກຢ່າງແນ່ນອນ.”

ເພື່ອທີ່ຈະເຮັດໃຫ້ເປົ້າໝາຍບັນລຸຄວາມສຳເລັດໄດ້ນັ້ນ, ລັດຖະບານໄດ້ບໍລິຈາກທີ່ດິນຕັ້ງ ຢູ່ໃກ້ໆກັບສານ ອາຟຣິກາ ແຫ່ງ ມະນຸດ ແລະ ສິດທິຂອງປະຊາຊົນ ແລະ ອົງການຈັດຕັ້ງ ສາກົນອື່ນໆ ໃຫ້ກັບອົງການສະຫະປະຊາຊາດແຫ່ງອື່ນໆອີກຫຼາຍແຫ່ງ.

((INTRO:))
[[It's been more than 20 years since the brutal genocide took place in Rwanda. Since the end of the genocide in July 1994, the International Criminal Tribunal for Rwanda has prosecuted dozens of alleged leaders of the massacre.The court officially closed last year, but the United Nations has opened a new facility in Tanzania that will be home to the tribunal's archives and a courtroom for future cases. For VOA, Willy Lowry has the story from Arusha. ]]

(( NARRATOR:))
Perched on a hilltop in the shadow of an active volcano... The United Nations Mechanism for International Criminal Tribunals in Arusha is a state-of-the-art facility.

It's the first of it's kind built by the U.N.

((THEODOR MERON, UN MECHANISM FOR CRIMINAL TRIBUNALS))
"We are very much hoping that this will become an extremely important symbol of international criminal justice, not only in Tanzania but the whole of East Africa, indeed for the whole of Africa.""

((NARRATOR))
While the Tribunal for Rwanda has officially wrapped up its business, the U.N. remains committed to tracking down and prosecuting the remaining fugitives, something that will be done in this building.

((THEODOR MERON, UN MECHANISM FOR CRIMINAL TRIBUNALS))
"We also have three fugitives, very serious people who are charged with very critical involvement in the genocide in Rwanda."

((NARRATOR))
The eight million-dollar facility will also be home to a library and to the tribunal's archives, including court transcripts, videos and evidence used in the trials.

((THEODOR MERON, UN MECHANISM FOR CRIMINAL TRIBUNALS))
"We are to have a dedicated building with controlled humidity, controlled temperature, weight and strength of construction, which should support the heavy weight of the archives."

((NARRATOR))
The U.N. contracted a local construction company to build the facility on land donated by the government of Tanzania.

The energy efficient buildings are made from Tanzanian materials, including Tanga stone.

((SAMIA SULUHU HASSAN, TAZANIAN VICE-PRESIDENT))
"I am aware that people from all across the country have been employed to make this project a success.It is heartening that these employees were both men and women, from engineers, technicians, foremen, and so I can say forewoman to supporting staff."

((NARRATOR))
Tanzanian officials hope the facility will help cement Arusha's place as an international destination and make it a hub for diplomacy and human rights in the region.

((AUGUSTINE MAHIGA, TANZANIAN FOREIGN MINISTER))
"Arusha is indeed going to be the citadel of international peace and justice in Africa and in the world."

((NARRATOR))
To that end, the government has donated land nearby to the African Court of Human and People's Rights and several other international bodies.

XS
SM
MD
LG