ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣວັນດາ ມີກຳນົດ ຈະລົງຄະແນນສຽງ ເພື່ອດັດແປງ ການດຳລົງຕຳແໜ່ງ ປະທານາທິບໍດີ


ປະທານາທິບໍດີ ຣວັນດາ ທ່ານ Paul Kagame ເຂົ້າຮ່ວມກອງປະຊຸມ ໂຄງການ Clinton Global Initiative, ຢູ່ທີ່ New York ເມື່ອວັນທີ 22 ກັນຍາ 2014.
ປະທານາທິບໍດີ ຣວັນດາ ທ່ານ Paul Kagame ເຂົ້າຮ່ວມກອງປະຊຸມ ໂຄງການ Clinton Global Initiative, ຢູ່ທີ່ New York ເມື່ອວັນທີ 22 ກັນຍາ 2014.

ປະເທດຣວັນດາ ແມ່ນມີກຳນົດຈະລົງຄະແນນສຽງ ໃນສັບປະ
ດາໜ້າ ກ່ຽວກັບການດັດແປງລັດຖະທຳມະນູນ ທີ່ຈະອະນຸຍາດ
ໃຫ້ປະທານາທິ ບໍດີ Paul Kagame ລົງສະໝັກ​ແຂ່ງຂັນ​ເອົາ
​ຕຳ​ແໜ່​ງ​ໄດ້ ເປັນສະໄໝທີ 3 ໃນປີ 2017 ແລະ ອາດເປັນໄປ
ໄດ້ວ່າ ທ່ານຍັງຄົງຈະຄອງອຳນາດຕໍ່​ໄປ ຈົນເຖິງປີ 2034.

ລັດຖະບານຣວັນດາ ໄດ້ປະກາດ ເມື່ອຕອນແລງວັນອັງຄານ
ວານນີ້ ວ່າ ການລົງປະຊາມະຕິ ຈະມີຂຶ້ນໃນວັນທີ 17 ທັນວາ
ສຳລັບ ຊາວຣວັນດາ ທີ່ອາໄສຢູ່ຕ່າງປະເທດ ແລະ ສຳລັບຊາວ
ຣວັນດາ ຢູ່ໃນປະເທດ ​ແລ້ວ ແມ່ນວັນທີ 18 ທັນວາ ຈະມາເຖິງນີ້.

ການລົງປະຊາມະຕິດັ່ງກ່າວ ແມ່ນຂໍຮ້ອງໃຫ້ຮັບຮອງເອົາ ຂໍ້​ສະ​ເໜີ​ແກ້ໄຂ ລັດຖະທຳ​
ມະນູນ ທີ່ຈະ​ເຮັດ​ໃຫ້ວາລະສະໄໝ ການ​ດຳລົງ​ຕຳ​ແໜ່​ງ ຂອງປະທານາທິບໍດີ ສັ້ນລົງ
ເປັນ 5 ປີ ແທນທີ່ຈະ​ແມ່ນ 7 ປີ ແຕ່ຈະມີ​ການຍົກເວັ້ນ ສຳລັບທ່ານ Kagame ຜູ້ທີ່​ໄດ້ກຳ
ອຳນາດ ຕັ້ງແຕ່ປີ 2000 ເປັນຕົ້ນມາ. ກົດໝາຍໃນປັດຈຸບັນ ບັງຄັບ​ໃຫ້ທ່ານ Kagame
ຕ້ອງລົງຈາກຕຳແໜ່ງ ໃນທ້າຍປີ 2017. ແຕ່ການດັດແປງລັດຖະທຳມະນູນນັ້ນ ຈະອະນຸ
ຍາດໃຫ້ທ່ານ Kagame ລົງສະໝັກໄດ້ອີກເປັນສະໄໝທີ 3 ​ເພື່ອ​ເຂົ້າຮັບ​ຕຳ​ແໜ່​ງຕື່ມ​ອີກ
7 ປີ ແລະອີກສອງສະໄໝ ສະໄໝລະ 5 ປີ ຫຼັງຈາກນັ້ນ. ຖ້າທ່ານ Kagame ຫາກສືບຕໍ່
ຊະນະການເລືອກຕັ້ງ ມັນກໍຈະອະນຸຍາດໃຫ້ທ່ານ ກຳອຳນາດຕໍ່ໄປ ຈົນເຖິງປີ 2034.

ການລົງປະຊາມະຕິ ແມ່ນຄາດຄະເນວ່າ ຈະຖືກຮັບຜ່ານຢ່າງງ່າຍດາຍ.

ທ່ານ Kagame ອາຍຸ 58 ປີ ເປັນຊົນເຜົ່າ Tutsi ໄດ້ບັນຊາກອງກຳກະບົດ ທີ່ໄດ້ຍຸດຕິ
ການຂ້າລ້າງເຜົ່າພັນ ໃນຣວັນດາເມື່ອປີ 1994 ແລະ ໄດ້ຂັບໄລ່ ພວກຫົວຮຸນແຮງຈັດ
ຊົນເຜົ່າ Hutu ອອກຈາກອຳນາດ.

ທ່ານ Kagame ​ເຄີຍ​ຮັບຕຳແໜ່ງເປັນຮອງປະທານາທິບໍດີ ແລະ ລັດຖະມົນຕີ ປ້ອງກັນ
ປະເທດ ພາຍໃຕ້ປະທານາທິບໍດີ Pasteur Bizimungu ​ແຕ່ປີ 1994 ຈົນກວ່າ ທ່ານ
Bizimungu ລາອອກຈາກຕຳແໜ່ງ ໃນປີ 2000. ທ່ານໄດ້ດຳລົງຕຳແໜ່ງເປັນ ປະທາ
ນາທິບໍດີ ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ.

ທ່ານ Kagame ​ໄດ້​ຮັບຄວາມນິຍົມຊົມຊອບສູງໃນຣວັນດາ ແຕ່ບັນດາ ນັກວິຈານ ກ່າວຫາ
ທ່ານວ່າ ກົດ​ຂີ່​ບໍ່​ໃຫ້​ມີສິດເສລີພາບໃນການປາກ​ເວົ້າ ແລະ ບໍ່​ໃຫ້ການ​ໂຍະຍານ​ຜ່ອນຜັນ
ຕໍ່​ການສະ​ແດງ​ຄວາມຄັດຄ້ານ.

XS
SM
MD
LG