ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິກິດການດ້ານການເງິນ ຂອງປະເທດ ສົ່ງຜົນກະທົບ ຕໍ່ຊາວຣັດເຊຍ ທຳມະດາສາມັນ


Russia's Financial Crisis Hits Ordinary Citizens
please wait

No media source currently available

0:00 0:03:06 0:00

Russia's Financial Crisis Hits Ordinary Citizens

ການ​ພັງທະລາຍລົງ​ຂອງ​ເງິນຕາຣັດ​ເຊຍ ​ໄດ້​ນຳ​ໄປ​ສູ່ການຈ່າຍ
ເງິນຄ່າເຮືອນ ໃນແຕ່ລະເດືອນເພີ້​ມ​ຂຶ້ນ ສຳລັບຊາວຣັດ​ເຊຍ​
ທຳ​ມະ​ດາ ສາມັນຈຳນວນ​ນຶ່ງ ທີ່ກູ້ຢືມມາ ໂດຍ​ອີງໃສ່ ເງິນຕາ
​ຕ່າງປະ​ເທດນັ້ນ. ບັນດາ​ນັກວິ​ເຄາະທຳນາຍ​ວ່າ ຣັດ​ເຊຍຈະ
​ກ້າວ​ເຂົ້າ​ສູ່ ​ສະພາບເສດຖະ ກິດ​ຕົກ​ຕໍ່າ​ ໃນໄລຍະໃດໄລຍະ
ນຶ່ງ ໃນ​ປີ​ໜ້າ​ນີ້ ອັນ​ເປັນ​ຜົນເນື່ອງມາ​ຈາກລາຄາ​ພະລັງງານ
ຕົກຕຳ່ລົງ ​ແລະ​ການ​ລົງ​ໂທດ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ ຕໍ່​ມົສກູ
ທີ່ເຂົ້າແຊກແຊງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນ. Ztlatica
Hoke ມີ​ລາ​ຍງານຊຶ່ງ ກິ່ງ​ສະ​ວັນຈະ​ນຳ​ສະ​ເໜີ​ທ່ານ.

ທ່ານ​ນາງ Yevgenia Syomina ​ແລະ ທ່ານ Alexei Krasnov ​ກັບລູກສອງຄົນ ອາໄສ ຢູ່ເຮືອນຫ້ອງດຽວ ​ໃນນະຄອນ​ມົສກູ ທີ່​ເຂົາ​ເຈົ້າ​ໄດ້​ຊື້​ເມື່ອ​ຫົກ​ປີ​ກ່ອນ ​ໂດຍ​ຜ່ານ​ຜູ້​ໃຫ້​ຢື​ມ​ເງິນຈາກຕ່າງປະ​ເທດ. ລາຄາ​ຂອງ​ເງິນຣູ​ເບີ​ລ ນັບ​ແຕ່​ນັ້ນ​ມາ​ກໍໄດ້​ຕົກ​ຕຳ່ລົງ ​ແລະ​ບັງຄັບ​
ໃຫ້​ຄອ​ບຄົວ​ຕ້ອງ​ທົບທວນເບິ່ງແຜນການ​ໃຊ້​ຈ່າຍ​ຂອງ​ເຂົາ​ເຈົ້າ ພຽງບໍ່​ເທົ່າ​ໃດ​ມື້ ກ່ອນ​ໜ້າ​ລະດູ​ການ​ວັນພັກສະຫລອງ​ບຸນຄຣິສມັສ.

ທ່ານ Krasnov ກ່າວ​ວ່າ “ໃນ​ມື້ວານ​ນີ້ ​ຂ້າພ​ະ​ເຈົ້າໄດ້ນັ່ງ​ລົມ​ກັນ​ກັບ​ພັນ​ລະ​ຍາ ​
ແລະໂອ້​ລົມ​ກັນ​ກ່ຽວ​ກັບ​ວ່າ ຈະ​ເຮັດ​ຢ່າງ​ໃດ​ກັບ​ຂອງ​ຂວັນ​ປີ​ໃໝ່? ບາງທີ່​ພວກ​
ເຮົາ​ບໍ່​ຄວນ​ເອົາ​ຫຍັງ​ໃຫ້​ກັນໝົດ. ຫລັງ​ຈາກ​ໄດ້​ວາງ​ແຜນການ​ເງິນ​ຂອງ​ຄອບ
ຄົວແລ້ວ ພວກເຮົາເຂົ້າ​ໃຈ​ວ່າ ການຈ່າຍ​ເງິນ​ຄ່າ​ເຮືອນ​ປ​ະຈຳ​ເດືອນ ທີ່​ຂື້ນ​
ລາຄາ ຢ່າງ​ໝ້ອນສອງ​ເທົາຫລື​ຫລາຍ​ກວ່າ​ນັ້ນ​ ໄດ້​ລົບ​ກວນກະ​ເປົາ​ຂອງ​
ພວກ​ເຮົາ​ຢ່າງ​ໜັກ.”

ຄອບຄົວດັ່ງກ່າວ ຢ້ານກົວວ່າ​ ມັນ​ອາດ​ຈະ​ຮ້າຍ​ແຮງ ​ໄປ​ກວ່າ​ນັ້ນ​ອີກ. ທ່ານ Krasnov
​ເຮັດ​ວຽກ​ຢູ່​ທະນາຄານ ​ແລະ​ມີ​ຄວາມ​ເປັນຫ່ວງ​ວ່າ ລາວ​ອາດ​ຈະ​ຕົກ​ການ ທ່າມກາງ​ວິ​
ກິດການທາງ​ທະນາຄານໃນຣັດ​ເຊຍ.

ທ່ານ Krasnov ກ່າວ​ວ່າ “ພວກ​ເຮົາ​ໄດ້​ຖືກ​ຄື້ນຟອງ​ຂອງການປົດ​ຄົນ​ອອກ​ການ
ຫລາຍ​ຄັ້ງແລ້ວ ​ແລະ​ເຂົາ​ເຈົ້າ​ໄດ້ຖືກ​ເຕືອນ​ວ່າ ໃນ​ເດືອນ​ໜ້າ ຫລື​ອີກສອງ​ສາມ
ເດືອນ ຈະ​ມີ​ການ​ຕັດພະນັກງານ​ລົງ​ອີກ. ​ເພາະສະ​ນັ້ນ ພວກ​ເຮົາ​ມີ​ຄວາມ​ຮູ້ສຶກ​
ທີ່​ບໍ່ມີ​ຄວາມທຸ່ນທ່ຽງ​. ​ແລະ​ຍັງ​ບໍ່​ຊາບ​ໄດ້​ວ່າ ມັນ​ຈະ​ເປັນ​ຜົນ​ສະທ້ອນ​ແກ່​ຄອບ
ຄົວ​ຂອງ​ພວກ​ເຮົາ​ຢ່າງ​ໃດ.”

ມີ​ສິ່ງນຶ່ງ​ທີ່​ຄອບຄົວ​ຮູ້​ດີ​ນັ້ນກໍ​ຄື ​ເຂົາ​ເຈົ້າ​ບໍ່​ສາມາດ​ຂາຍ​ເຮືອນ​ຢູ່​ນີ້​ໄດ້ ​ເພາະວ່າ ລາຄາ​
ຂອງມັນໄດ້​ຕົກ​ຕຳ່ລົງ.

ທ່ານ​ນາງ Syomina ​ຜູ້​ເປັນພັນລະຍາ ກ່າວ​ວ່າ “ພວກ ເຮົາ​ຕ້ອງ​ການ​ຢາກ​ໄດ້​
ລູກ​ຜູ້​ທີ​ສາມອີ​ຫລີ. ​ແຕ່ພວກ​ເຮົາ​ບໍ່​ສາມາດ​ລ້ຽງໄດ້​ຢູ່​ໃນ​ເຮືອນ​ຫລັງ​ນີ້. ​ແລະ​
ພວກ​ເຮົາ​ກໍ​ບໍ່​ສາມາດ​ຍ້າຍອອກ​ໄປຈາກ​ທີ່​ນີ້ໄດ້ ​ເພາະວ່າ​ ເງິນຈ່າຍ​ເຮືອ​ນ
​ແຕ່ລະ​ເດືອນ ​ເຮັດໃຫ້​ເຮົາ​ໜີ​ບໍ່​ໄດ້.”

​ອະດີດ​ລັດຖະມົນຕີ​ການ​ເງິນຂອງຣັດເຊຍ ທ່ານ Alexei Kudrin ​ໄດ້​ນຳ​ຂ່າວ​ຮ້າຍ​ມາ
ແຈ້ງໃຫ້ຮູ້ຕື່ມ​ອີກ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ.

ທ່ານ Kudrin ກ່າວ​ວ່າ “​ເປັນ​ເທຶ່ອທຳ​ອິດນັບ​ແຕ່​ປີ 2000 ມາ ພາຍ​ໃຕ້ການ​
ປົກຄອງຂອງ ປະທານາທິບໍດີ Vladimir Putin ​ແລະນາຍົກລັດຖະມົນຕີ
Dmitry Medvedev ລາຍໄດ້ຂອງ​ຄອບ​ຄົວ ສຳລັບຄົນ​ທຳ​ມະ​ດາຈະ​ຫລຸດ
​ລົງ. ມັນ​ຈະ​ເກີດ​ຂື້ນ​ໃນ​ປີໜ້າ​ນີ້.”

ທ່ານ Kudrin ກ່າວ​ວ່າ ການນຳ​ເຂົ້າຂອງຣັດ​ເຊຍ ຈະ​ຫລຸດ​ລົງ 40 ເປີ​ເຊັນ​ໃນ​ປີໜ້າ​ນີ້
ຊຶ່ງຈະ​ເປັນ​ຜົນ​ກະທົບຢ່າງໜັກ​ຕໍ່​ໂຄງການ​ກໍ່​ສ້າງ ​ແລະ​ໂຄງການ​ລົງທຶນ​ຫລາຍ​ຢ່າງ.
ທ່ານ​ກ່າວ ​ເພີ້​ມ​ເຕີມ​ວ່າ ການ​ຂັດ​ແຍ້​ງຢູ່​ໃນຢູ​ເຄຣນ ອາດ​ຈະ​ນຳ​ໄປ​ສູ່​ການ​ລົງ​ໂທດ​ໜັກ​
ຂື້ນທີ່​ຈະບ່ອນ​ທຳລາຍມາດ​ຕະການ​ຂອງ​ມົສກູ ​ເພື່ອ​ປ້ອງ​ກັນບໍ່ໃຫ້​ເສດຖະກິດ​ຕົກ​ຕໍ່າ
ນັ້ນ.ບັນດາ​ເຈົ້າ​ໜ້າ​ທີ່ ຣັດ​ເຊຍ ​ໄດ້​ຖີ້ມ​ໂທດ​ໃສ່​ປະ​ເທດ​ຕາ​ເວັນ​ຕົກ ທີ່​ເຮັດໃຫ້ການ​ເງິນ​
ຂອງປະ​ເທດມີ​ຄວາມລຳ​ບາກ.

​ແຕ່​ນັກວິ​ເຄາະ​ຈຳນວນ​ນຶ່ງ​ກ່າວ​ວ່າ ໃນໄລຍະສາມ​ປີ​ຂ້າງໜ້າ​ນີ້ ເສດຖະກິດຣັດເຊຍ ຍັງ
ຈະປະສົບກັບຄວາມຍຸ່ງຍາກລຳບາກ ​ເຖິງ​ແມ່ນວ່າການ ລົງ​ໂທດ​ຫາກ​ຖືກ​ຍົກ​ເລີກກໍຕາມ.

ທ່ານ Uri Dadush ຈາກສະ​ຖາ​ບັນສັນຕິພາບ​ນາໆ​ຊາດ Carnegie ກ່າວ​ວ່າ
“​ເຫດຜົນພື້ນຖານ​ ໃນ​ການ​ຕົກ​ຕໍ່​າລົງ ຂອງ​ຄ່າເງິນ​ຣູ​ເບີລນັ້ນ​ແມ່ນ​ລາຄາ
ນ້ຳມັນຕົກ. ການສົ່ງອອກນໍ້ນ້ຳມັນ ແລະ​ແກັສຂອງຣັດ​ເຊຍ ແມ່ນປະກອບ
ເປັນພາກສ່ວນຂະໜາດ​ໃຫຍ່​ຂອງ​ເສດຖະກິດ. ແນ່ນອນ ມັນໃຫ້ການສະ
ໜັບສະໜຸນ ຕໍ່ການຈ່າຍໜີ້ຂອງຣັດ​ເຊຍ ​ແລະ​ຄວາມ​ສາມາດ​ໃນການ
ນຳເຂົ້າຂອງຣັດ​ເຊຍ.”

ເຈົ້າໜ້າທີ່ຄວບຄຸມກົດລະບຽບຂອງຣັດ​ເຊຍ ​ໄດ້​ເຂົ້າຄວບ​ຄຸມ​ທະນາຄານເພື່ອທຸລະກິດ
ຂາຍຍ່ອຍທີ່ສຳຄັນແຫ່ງນຶ່ງ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ ​ແລະ​ໄດ້ຮັບເງິນກູ້ຢືມ 540 ລ້ານ​ໂດ​ລາ
ເພື່ອຊ່ວຍ​ປ້ອງ​ກັນບໍ່ໃຫ້​ທະ ນາຄານດັ່ງກ່າວລົ້ມລະລາຍ. ທະນາຄານຕ່າງໆ ຢູ່ໃນ​ທົ່ວ
ຣັດເຊຍ ​ໄດ້​ລາຍ​ງານ​ວ່າ ບັນດາ​ຜູ້​ຝາກ​ເງິນ ໄດ້ພາກັນ​ຖອນເງິນ​ເຂົາ​ເຈົ້າອອກ​ ໃນ​ອາທິດ
ແລ້ວນີ້ ​ແລະ​ຈຳນວນ​ນຶ່ງ​ກໍມີລາຍ​ງານ​ວ່າ ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຖອນເງິນເຂົາເຈົ້າ. ທະນາຄານ​ກາງ​ ​ໄດ້​ຂຶ້ນອັດຕາ​ດອກ​ເບ້ຍຈາກ 10 ​ເປີ​ເຊັນ ເປັນ 17 ​ເປີ​ເຊັນ ​ເພື່ອ​ໃຫ້​ເງິນ
ຕາຂອງຣັດເຊຍ ມີຄວາມທຸ່ນທ່ຽງ.

ເບິ່ງວີດີໂອອີກເລື່ອງໜຶ່ງ ກ່ຽວກັບບັນຫາທາງເສດຖະກິດ ຂອງຣັດເຊຍ:

The collapse of the Russian currency has led to increased mortgage payments for some ordinary Russians who are paying off loans based on foreign currency.Analysts predict that Russia will enter recession sometime next year as a result of declining energy prices and western sanctions against Moscow for its interference in eastern Ukraine.Zlatica Hoke reports.

Yevgenia Syomina and Alexei Krasnov live with their two children in a Moscow studio apartment purchased six years ago through a foreign lender. The value of the Russian ruble has since plummeted, and that has forced the family to review their spending plans just ahead of the holiday season.

"Just yesterday we were sitting with my wife and discussing what to do with New Year presents? Maybe we should not give out any! After planning the family finances, we understood that our mortgage payments, that have increased at least two-fold or even more, hit us in the wallet hard."

The family fears it could be worse.Alexei works in a bank and is worried he might lose his job, amid the Russian banking crisis.

"We already have had several waves of layoffs, and they warn that next month or in a couple of months, there will be more cuts. So of course, we feel this instability. And it is yet unclear how it will affect our family."

One thing the family does know is that they cannot afford to sell the apartment because its market value has dropped.

"We would really like to have the third baby. But we can not afford to have one in this apartment. And we can not move out of here because our mortgage will not allow us to do that."

Former Russian Finance Minister Alexei Kudrin brought more bad news on Monday.

"For the first time since 2000 under ((Russian President Vladimir)) Putin's and ((Prime Minister Dmitry)) Medvedev's rule, the household income of ordinary people will decrease. It will happen next year."

Kudrin said Russia's imports will decrease 40 percent next year, severely affecting a number of construction and investment projects.He added that the smoldering conflict in Ukraine may lead to tougher sanctions, which would undermine Moscow's measures to prevent recession.

Russian officials have blamed the West for the country's financial woes.

But some anlysts say the next three years will be tough for Russia's economy even if sanctions are lifted.

"The fundamental reason for the decline of the ruble is the fall in the oil price. The oil and gas exports of Russia represent a very large part of the economy.They certainly underpin the balance of payments of Russia, the ability of Russia to import."

Russian regulators took over a leading retail bank Monday and are securing a $540 million bailout to save it from bankruptcy.Banks across Russia reported a surge in depositors taking out their money in the past week, and some reported difficulty getting it.The central bank increased interest rates from about 10 percent to 17 percent to steady the currency.

XS
SM
MD
LG