ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຣັດເຊຍ ປ່ອນບັດ ປະຈຳທ້ອງຖິ່ນ ທີ່ເບິ່ງກັນວ່າ ເປັນການທົດສອບ ທີ່ສຳຄັນຕໍ່ພັກລັດຖະບານ


ພະນັກງານຄົນນຶ່ງ ທີ່ສູນກາງປ່ອນບັດລົງຄະແນນສຽງ ການປ່ອນບັດລັດຖະທຳມະນຸນຣັດເຊຍ ພາກັນໄສ່ໜ້າກາກ ແລະສົບມື ປ້ອງກັນໄວຣັສໂຄໂຣນາ.
ພະນັກງານຄົນນຶ່ງ ທີ່ສູນກາງປ່ອນບັດລົງຄະແນນສຽງ ການປ່ອນບັດລັດຖະທຳມະນຸນຣັດເຊຍ ພາກັນໄສ່ໜ້າກາກ ແລະສົບມື ປ້ອງກັນໄວຣັສໂຄໂຣນາ.

ປະຊາຊົນໃນ 41 ຂົງເຂດຂອງຣັດເຊຍ ເລີ້ມພາກັນປ່ອນບັດດ້ວຍຕົນເອງ ຢູ່ຕາມໜ່ວຍປ່ອນບັດທ້ອງຖິ່ນ ໃນວັນທີ 13 ກັນຍາວານນີ້ ຊຶ່ງຖືກເບິ່ງກັນວ່າ ເປັນການທົດສອບທີ່ສຳຄັນກ່ຽວກັບການບໍ່ໄດ້ຮັບຄວາມນິຍົມເພີ້ມຂຶ້ນຂອງພັກ United Russia ກ່ອນໜ້າການເລືອກຕັ້ງສະພານິຕິບັນຍັດໃນປີໜ້າ.

ຜູ້ປ່ອນບັດປະມານ 35 ລ້ານຄົນ ຊຶ່ງເທົ່າກັບນຶ່ງສ່ວນສາມຂອງບັນດາຜູ້ປ່ອນບັດແຫ່ງຊາດທັງໝົດ ມີສິດທີ່ຈະລົງຄະແນນສຽງ.

ດັ່ງດຽວກັນກັບການລົງປະຊາມະຕິກ່ຽວກັບລັດຖະທຳມະນູນຫວ່າງມໍ່ໆມານີ້ ທີ່ ອາດຈະອະນຸຍາດໃຫ້ປະທານາທິບໍດີວລາດີເມຍ ປູຕິນ ເຂົ້າຮັບຕຳແໜ່ງເພີ້ມ ອີກສອງສະໄໝ ບັນດາຜູ້ສັງເກດການຈາກອົງການຮັກສາຄວາມປອດໄພແລະ ການຮ່ວມມືໃນຢູໂຣບ ຫຼື OSCE ບໍ່ໄດ້ຖືກເຊີນ ໃຫ້ໄປສັງເກດການໃນປ່ອນບັດ.

ການປ່ອນບັດເລືອກຕັ້ງມີຂຶ້ນບໍ່ຮອດນຶ່ງເດືອນ ຫຼັງຈາກການວາງຢາຜິດໃສ່ຜູ້ນຳ ຝ່າຍຄ້ານທ່ານອາເລັກເຊ ນາວາລນີ ເມື່ອວັນທີ 20 ສິງຫາຜ່ານມາ ຊຶ່ງໃນປັດ ຈຸບັນນີ້ ຍັງເຂົ້າໂຮງໝໍທີ່ນະຄອນເບີລິນ ຈາກການສົງໄສກິນຢາຜິດ Novichok ທີ່ພັດທະນາຢາຜິດໂຊຫວຽດ ເພື່ອທຳລາຍເສັ້ນປະສາດ ຊຶ່ງບັນດາຜູ້ສະໜັບສະໜູນທ່ານຖີ້ມໂທດໃສ່ການຕໍ່ຕ້ານສໍ້ລາດບັງຫຼວງຂອງທະນາຍ ຄວາມທີ່ເປັນສັດຕູຂອງວັງເຄຣມລິນ.

Russians in 41 regions have begun in-person voting in September 13 local elections that are viewed as a crucial test for the increasingly unpopular ruling United Russia party ahead of national legislative elections next year

About 35 million voters, some one-third of the national total, are eligible to cast ballots.

As with a recent constitutional referendum that could allow four-term President Vladimir Putin to remain in office for two more terms, monitors from the Organization for Security and Cooperation in Europe (OSCE) were not invited to observe the vote.

The elections come less than a month after the August 20 poisoning of opposition leader Aleksei Navalny, who is currently hospitalized in Berlin from the suspected ingestion of a Soviet-developed Novichok nerve toxin that his supporters blame on the anti-corruption lawyer's Kremlin foes.

XS
SM
MD
LG