ນັກການທູດຣັດເຊຍຜູ້ມີປະສົບການຢູ່ຫ້ອງການສະຫະປະຊາຊາດປະຈຳນະຄອນເຈນີວາ ໄດ້ລາອອກໃນວັນ
ຈັນວານນີ້ ເພາະທ່ານໄດ້ກ່າວວ່າ ທ່ານ“ລະອາຍໃຈທີ່ສຸດ” ຕໍ່ການຮຸກຮານຢູເຄຣນເມື່ອສາມເດືອນກ່ອນຂອງ
ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ.
ຢູ່ໃນເຫດການທີ່ແປກໆ ແຕ່ບໍ່ແມ່ນບໍ່ເຄີຍມີມາກ່ອນໃນການປະທ້ວງຢູ່ໃນວົງການໆທູດຣັດເຊຍ ທ່ານບໍຣິສ
ບອນດາແຣຟ (Boris Bondarev) ອາຍຸ 41ປີ ໄດ້ຍືນໃບລາອອກຂອງທ່ານຢູ່ໃນໜັງສື ທີ່ຖະແຫລງຕໍ່ເອກ
ອັກຄະລັດຖະທູດ ເກນນາດີ ກາຕີລອຟ (Gennady Gatilov) ແລະຫລັງຈາກນັ້ນໄດ້ເຜີຍແຜ່ປະນາມຢ່າງ
ຮ້າຍແຮງໃນຄວາມພະຍາຍາມເຮັດສົງຄາມຂອງຣັດເຊຍ.
ທ່ານບອນດາແຣຟ ກ່າວວ່າ “ການເຮັດສົງຄາມທີ່ຮ້າຍແຮງໂດຍ ປູຕິນ ຕ້ານຢູເຄຣນ ແລະຄວາມຈິງແລ້ວຕ້ານ
ປະເທດຕາເວັນຕົກທັງໝົດ ບໍ່ແມ່ນແຕ່ອາດຊະຍາກຳຕ້ານປະຊາຊົນຢູເຄຣນ ແຕ່ຍັງບາງທີເປັນອາດຊະຍາກຳ
ທີ່ຮ້າຍແຮງຕໍ່ປະຊາຊົນຣັດເຊຍ ພ້ອມດ້ວຍອັກສອນໂຕ Z ໃຫຍ່ (ທີ່ສະແດງເຖິງການສະໜັບສະໜູນສົງຄາມ)
ທີ່ຂີດໝາຍຄວາມຫວັງທັງໝົດອອກໄປ ແລະອະນາຄົດຄວາມຮຸ່ງເຮືອງ ສັງຄົມເສລີຢູ່ໃນປະເທດຂອງພວກ
ເຮົາ.”
ທ່ານບອນດາແຣຟ ຜູ້ທີ່ໄດ້ເນັ້ນໜັກໃສ່ບັນຫາການຖອນອາວຸດຢູ່ເຈນີວາ ໄດ້ພະຍາຍາມວ່າ ພວກທີ່ຮັບເອົາ
ສົງຄາມນີ້ຕ້ອງການສິ່ງດຽວເທົ່ານັ້ນ ຮັກສາອຳນາດຕະຫລອດໄປ ຢູ່ກັບຄວາມສຳຄັນທີ່ບໍ່ມີລົດຊາດຕົນ
ເອງໃນບັນດາພະລາດຊະວັງ ລອງຢູ່ໃນເຮືອຫລູຫລາ ປຽບທຽບຢູ່ໃນນໍ້າໜັກ ແລະໃຊ້ເງິນກອງທັບເຮືອຣັດ
ເຊຍທັງໝົດ ມ່ວນຊື່ນກັບອຳນາດທີ່ບໍ່ມີຂອບເຂດ ແລະຍົກເວັ້ນໂທດທັງໝົດ.”
ທ່ານບອນດາແຣຟ ກ່າວວ່າ “ເພື່ອຈະບັນລຸນັ້ນ ເຂົາເຈົ້າເຕັມໃຈເສຍສະລະຊີວິດຫລາຍທີ່ຈະຫລາຍໄດ້ເທົ່າທີ່
ເຮັດໄດ້. ຊາວຣັດເຊຍ ແລະຢູເຄຣນຫລາຍໆພັນຄົນໄດ້ເສຍຊີວິດສຳລັບແຕ່ເລື້ອງນີ້.”
ທ່ານບອນດາແຣຟ ໄດ້ໂຈມຕີລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານເຊີເກຣາຟຣອຟ ວ່າ “ເປັນການສະແດງ
ໃຫ້ເຫັນທີ່ດີຕໍ່ການຫລຸດລະບົບດັ່ງກ່າວ” ຄົນໃດຄົນນຶ່ງທີ່ໄດ້ຕົກຈາກນັກວິຊາການ ແລະປັນຍາຊົນທີ່ໄດ້ຮັບ
ການສຶກສາ” ທີ່ຢູ່ໃນ “ໜ້າທີໜ້ານັບຖືສູງ” ໂດຍບັນດາເພື່ອນນັກການທູດໄປຫາ “ຄົນໃດຄົນນຶ່ງຜູ້ທີ່ປະກາດ
ຂັດແຍ້ງໃນຖະແຫລງການຢູ່ສະເໝີ ແລະຂົ່ມຂູ່ໂລກ (ນັ້ນແມ່ນຣັດເຊຍເຊັ່ນກັນ) ພ້ອມດ້ວຍອາວຸດນິວເລຍ!”
A veteran Russian diplomat to the United Nations office in Geneva resigned Monday because he said he was “so ashamed” of Russian President Vladimir Putin’s invasion of Ukraine three months ago.
In a rare, but not unprecedented protest within the Russian diplomatic corps, Boris Bondarev, 41, handed in his resignation in a letter addressed to Ambassador Gennady Gatilov and then released a scathing denunciation of the Russian war effort.
“The aggressive war unleashed by Putin against Ukraine, and in fact against the entire Western world, is not only a crime against the Ukrainian people,” Bondarev said, “but also perhaps the most serious crime against the people of Russia, with a bold letter Z (signifying support for the war) crossing out all hopes and prospects for a prosperous free society in our country.”
Bondarev, who has focused on Russian disarmament issues in Geneva, contended “that those who conceived this war want only one thing — to remain in power forever, live in pompous tasteless palaces, sail in yachts comparable in tonnage and costs to the entire Russian navy, enjoying unlimited power and complete impunity.”