ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ​ ເຂດກີ​ຢິບ ​ແລະ​ ເຊີ​ນີ​ຮິບ


ນາງ​ຢາ​ອາ​ນາ (Yaana) ອາ​ຍຸ 33 ປີ ພວມ​ນັ່ງ​ກິນ​ເຂົ້າ​ ຢູ່​ເຮືອນ​ຂອງ​ນາງ ຊຶ່ງ​ໄດ້​ຖືກ​ທຳ​ລາຍ ​ໂດຍ​ການ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ ທີ່​ບ້ານ​ມົ​ສ​ຊຸນ ໃນ​ເຂດ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 28 ກໍ​ລະ​ກົດ 2022.
ນາງ​ຢາ​ອາ​ນາ (Yaana) ອາ​ຍຸ 33 ປີ ພວມ​ນັ່ງ​ກິນ​ເຂົ້າ​ ຢູ່​ເຮືອນ​ຂອງ​ນາງ ຊຶ່ງ​ໄດ້​ຖືກ​ທຳ​ລາຍ ​ໂດຍ​ການ​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີ ທີ່​ບ້ານ​ມົ​ສ​ຊຸນ ໃນ​ເຂດ​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 28 ກໍ​ລະ​ກົດ 2022.

“ບໍ່​ມີ​ຜູ້​ໃດ​ໃນ​ໂລກ ລົງ​ທຶນ​ໃນ​ການ​ກໍ່​ການ​ຮ້າຍ ຫຼາຍ​ໄປ​ກວ່າ​ປະ​ເທດ​ຣັດ​ເຊຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ທີ່​ກ່າວ​ໃນ​ຄຳ​ປາ​ໄສ​ປະ​ຈຳ​ວັນ ເມື່ອ​ວັນ​ພະ​ຫັດ​ວານນີ້.

ທ່ານ​ກ່າວ​ຕື່ມ​ວ່າ “ເລື້ອງນີ້ ຈຳ​ເປັນ​ແທ້ໆ​ ຕ້ອງ​ໄດ້​ຮັບ​ຄຳ​ຕອບ​ທາງ​ດ້ານ​ກົດ​ໝາຍ ໃນ​ລະ​ດັບ​ໂລກ ແລະ​ມັນ​ກໍ​ບໍ່​ມີ​ເຫດຜົນໃດໆເລີຍວ່າ ເປັນ​ຫຍັງ​ປະ​ຕິ​ກິ​ລິ​ຍາ​ໃນ​ທຳ​ນອງນັ້ນ​ຈຶ່ງ​ບໍ່​ເກີດ​ຂຶ້ນ ໂດຍ​ສະ​ເພາະ​ແລ້ວ​ຢູ່​ໃນ​ສະ​ຫະ​ລັດ.”

ທ່ານ​ເຊ​ເລນ​ສ​ກີ ຂອບ​ອົກ​ຂອບ​ໃຈບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ສະ​ຫະ​ລັດ ທີ່​ໄດ້ “ໃຫ້​ການ​ອະ​ນຸ​ມັດ​ຢ່າງ​ເປັນ​ເອກ​ກະ​ສັນ ຕໍ່​ມະ​ຕິ​ທີ່​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດຮັບ​ຮູ້ວ່າ​ຣັດ​ເຊ​ຍ​ ເປັນ​ປະ​ເທດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ການ​ກໍ່​ການ​ຮ້າຍ.” ຣັດ​ເຊຍ​ຈະ​ເຂົ້າ​ໄປ​ມີ​ຊື່ຮ່ວມ​ຄິວບາ ເກົາ​ຫຼີ​ເໜືອ ອີ​ຣ່ານ ແລະ​ຊີ​ເຣຍ.

ນັບ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ​ຫຼາຍໆ​ອາ​ທິດ ທີ່​ຣັດ​ເຊຍ​ໄດ້​ຍິງ​ລູກ​ສອນ​ໄຟ​ໂຈມ​ຕີເຂດນະ​ຄອນ​ຫຼວງ​ກິ​ຢິບ ແລະ​ເຂດເຊີ​ນີ​ຮິບ ໃນ​ພາກ​ເໜືອ​ຂອງ​ປະ​ເທດ ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ອັນ​ທີ່​ຢູ​ເຄ​ຣນ​ກ່າວ​ຫາ​ວ່າ ເປັນ​ການ​ຕອບ​ໂຕ້​ ໃນການ​ສືບ​ຕໍ່​ຕ້ານ​ຢັນ​ການ​ຮຸກ​ຮານ​ຂອງ​ມົ​ສ​ກູ.

ຣັດ​ເຊຍ​ໄດ້​ໂຈມ​ຕີ​ເຂດ​ນະ​ຄອນ​ຫຼວງ​ກີ​ຢິບ ດ້ວຍ​ລູກ​ສອນ​ໄຟ 6 ລູກ ຈາກ​ທະ​ເລ​ດຳ ເຮັດ​ໃຫ້ 15 ຄົນ​ບາດ​ເຈັບ ຫ້າ​ຄົນ​ຂອງ​ຈຳ​ນວນນັ້ນ​ແມ່ນ​ເປັນ​ພົນ​ລະ​ເຮືອນ ອີງ​ຕາມ​ຄຳ​ເວົ້າ​ຂອງຜູ້​ປົກ​ຄອງ​ລັດຄົນ​ນຶ່ງ. ຢູ​ເຄ​ຣນ​ກ່າວ​ວ່າ ຕົນ​ໄດ້​ຍິງທຳ​ລາຍ​ລູກ​ສອນ​ໄຟນຶ່ງ​ລູກ​ ແຕ່​ກຳ​ລັງ​ຂອງ​ມົ​ສ​ກູ​ໄດ້​ໂຈມ​ຕີ​ຄ້າຍທະ​ຫານ​ແຫ່ງນຶ່ງ ໃນ​ເມືອງລີ​ອູ​ຕິ​ສ ຢູ່ນອກ​ນະ​ຄອນ​ຫຼວງ​ກີ​ຢິບ ​ໂດຍ​ໄດ້​ທຳ​ລາຍ​ຕຶກ​ອາ​ຄານ​ຫຼັງ​ນຶ່ງ ແລະ​ອີກ​ສອງ​ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ຜູ້​ປົກ​ຄອງ​ລັດເຂດ​ກີ​ຢິບ ທ່ານ​ໂອ​ເລັກ​ຊີ ກູ​ເລ​ບາ ກ່າວ​ວ່າ ການ​ໂຈມ​ຕີ​ດັ່ງ​ກ່າວນີ້​ແມ່ນ​ພົວ​ພັນ​ກັບ​ວັນ​ຄົບ​ຮອບ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ​ໄດ້​ສ້າງ​ຕັ້ງ​ເຂດ​ດັ່ງ​ກ່າວ​ຂຶ້ນ​ເປັນ​ລັດ​ເມື່ອ​ປີ​ກາຍນີ້ ແລະ​ຢູ​ເຄ​ຣນ​ໄດ້​ລະ​ນຶກ​ເຖິງ​ເປັນ​ເທື່ອ​ທຳ​ອິດ​ໃນ​ວັນ​ພະ​ຫັດ​ວານນີ້.

ທ່ານ​ກູ​ເລ​ບາ ກ່າວ​ຕໍ່​ໂທ​ລະ​ພາບ​ຢູ​ເຄ​ຣນ​ວ່າ “ຣັດ​ເຊຍ ດ້ວຍ​ກາ​ນ​ຊ່ວຍ​ເຫຼືອ​ຈາກ​ລູກ​ສອນ​ໄຟ ແມ່ນ​ໄດ້​ທຳ​ການ​ແກ້​ແຄ້ນ​ຕໍ່​ການ​ຕ້ານ​ຢັນ​ຢ່າງ​ແຜ່ກວ້າງ​ຂອ​ງ​ປະ​ຊາ​ຊົນ ຊຶ່ງ​ເຮັດ​ໃຫ້​ຢູ​ເຄ​ຣນ​ສາ​ມາດ​ຈັດ​ຕັ້ງ​ໄດ້​ຢ່າງ​ຖືກ​ຕ້ອງ ໃນ​ການ​ກາຍ​ເປັນ​ລັດ​ຂອງ​ພວກ​ເຂົາ​ເຈົ້າ. ຢູ​ເຄ​ຣນ​ໄດ້​ທັບ​ມ້າງ​ແຜນ​ການ​ຂອງ​ຣັດ​ເຊຍ​ໄປ​ແລ້ວ ແລະ​ຈະ​ສືບ​ຕໍ່​ປ້ອງ​ກັນ​ໂຕ​ເອງ.”

ສ່ວນ​ຜູ້​ປົກ​ຄອງ​ເຂດ​ເຊີ​ນີ​ຮິບ ທ່ານວ​ຢາ​ເຊັ​ສ​ລາ​ຟ ຊາ​ອຸ​ສ (Vyacheslav Chaus) ລາຍ​ງານ​ວ່າ ຣັດ​ເຊຍ​ຍັງ​ໄດ້​ຍັງ​ໄດ້​ຍິງ​ລູກ​ສອ​ນ​ໄຟ​ຈາກ​ເບ​ລາ​ຣຸ​ສ ທີ່​ເປັນ​ເພື່ອນ​ບ້ານ ໂຈມ​ຕີ​ບ້ານ​ຮອນ​ຊາ​ຣິບ​ສ​ກາ. ເຂດ​ເຊີ​ນີ​ຮິບ​ບໍ່​ໄດ້​ຖືກ​ໂຈມ​ຕີ​ມາ​ໄດ້​ຫຼາຍ​ອາ​ທິດ​ແລ້ວ.

ຣັດ​ເຊຍ​ໄດ້​ຖອນ​ກຳ​ລັງ​ອອກ​ຈາກ​ເຂດ​ກີ​ຢິບ ແລະ​ເຊີ​ນີ​ຮິບ ເມື່ອ​ຫຼາຍໆ​ເດືອນ​ຜ່ານ​ມາ ເມື່ອ​ບໍ່​ສາ​ມາດ​ເຂົ້າ​ຢຶດ​ເອົາ​ເຂດ​ທັງ​ສອງ ເພື່ອ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ຂອງ​ທ່ານ​ເຊ​ເລນ​ສ​ກີໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG