ຫຼັງຈາກຣັດເຊຍເປີດສາກຍິງໂຈມຕີດ້ວຍລູກສອນໄຟໃສ່ທົ່ວປະເທດຢູເຄຣນໃນວັນພະຫັດວານນີ້ ກະຊວງປ້ອງກັນປະເທດຂອງອັງກິດ ກ່າວໃນວັນສຸກມື້ນີ້ວ່າ ໄລຍະຂອງການໂຈມຕີດັ່ງກ່າວ ມີທ່າທາງວ່າຈະໃຊ້ເວລາຫ່າງກັນຫຼາຍຂຶ້ນ.
ກະຊວງປ້ອງກັນປະເທດອັງກິດກ່າວວ່າ ຣັດເຊຍຈຳເປັນ “ຕ້ອງໄດ້ເກັບສະສົມ ລູກສອນໄຟທີ່ຜະລິດຂຶ້ນໃໝ່ໂດຍກົງຈາກອຸດສາຫະກຳ ກ່ອນທີ່ຈະສາມາດທຳການໂຈມຕີຂະໜາດໃຫຍ່ພໍໃຫ້ເປັນທີ່ໜ້າເຊື່ອຖືໄດ້ເພື່ອເອົາຊະນະລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ.
ການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍຕໍ່ຢູເຄຣນໃນວັນພະວານນີ້ໄດ້ສັງຫານຢ່າງໜ້ອຍ 6 ຄົນແລະເຮັດໃຫ້ຫຼາຍຮ້ອຍພັນຄົນບໍ່ມີອາຍຮ້ອນແລະໄຟຟ້າໃຊ້.
ມັນເປັນການໂຈມຕີທີ່ໃຫຍ່ສຸດໃນທຳນອງນີ້ຕໍ່ຢູເຄຣນໃນຮອບສາມອາທິດ ໂດຍກຳລັງຢູເຄຣນກ່າວວ່າ ຕົນໄດ້ຍິງລູກສອນໄຟ 34 ລູກ ຂອງຈຳນວນທັງໝົດທີ່ຣັດເຊຍຍິງມາ 81 ລູກຕົກ ຊຶ່ງຕ່ຳກວ່າອັດຕາທີ່ຖືກຍິງຕົກຕາມປົກກະຕິ ພ້ອມທັງເຮືອບິນບໍ່ມີຄົນຂັບ 4 ລຳທີ່ເຮັດໂດຍອີຣ່ານ.
ສຽງສັນຍານເຕືອນໄພທາງອາກາດໄດ້ດັງຂຶ້ນຕະຫຼອດຄືນ ຢູ່ໃນຫຼາຍໆເຂດຂອງຢູເຄຣນ ຮວມທັງພາກຕາເວັນຕົກຂອງປະເທດນຳດ້ວຍ ຊຶ່ງຢູ່ຫ່າງໄກຈາກເຂດແນວໜ້າ ທີ່ຢູ່ໃນພາກຕາເວັນອອກ. ຜູ້ປົກຄອງເຂດລີວິບ ກ່າວວ່າ ມີ 5 ຄົນເສຍຊີວິດ ເວລາລູກສອນໄຟຕົກໃສ່ຄຸ້ມທີ່ປະຊາຊົນອາໄສຢູ່.
ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ກ່າວໃນຄຳປາໄສປະຈຳວັນຂອງທ່ານວ່າ “ການກະທຳຂອງຣັດເຊຍ ບໍ່ວ່າມັນຈະຮ້າຍແຮງສ່ຳໃດກໍຕາມ ປະເທດແລະປະຊາຊົນຂອງພວກເຮົາກໍຈະບໍ່ຖືກລ່າມໂສ້.”
ນອກນັ້ນ ທ່ານຍັງກ່າວວ່າ ທ່ານໄດ້ພົບປະກັບຄະນະກຳມະການວັດທະນະທຳຂອງຢູເຄຣນ ເພື່ອຫາລືກ່ຽວກັບ “ວິທີທາງທີ່ຈະເສີມສ້າງຄວາມສາມາດໃຫ້ວັດທະນະທຳຂອງຢູເຄຣນສາມາດຕິດຕໍ່ກັບໂລກໄດ້ ເພື່ອຄ້ຳປະກັນການໃຫ້ຄວາມສະໜັບສະໜຸນແກ່ຢູເຄຣນ.”
ກະຊວງປ້ອງກັນປະເທດຂອງຣັດເຊຍກ່າວວ່າ ການໂຈມຕີນີ້ແມ່ນເພື່ອເປັນການຕອບໂຕ້ຕໍ່ການໂຈມຕີເມື່ອບໍ່ດົນຜ່ານມານີ້ຕໍ່ເຂດບຣາຍແອນ ທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງຣັດເຊຍ ໃນອັນທີ່ມົສກູ ກ່າວຫາວ່າ ເປັນນ້ຳມືຂອງພວກກໍ່ວິນາສະກຳຂອງຢູເຄຣນ. ຢູເຄຣນໄດ້ປະຕິເສດຕໍ່ການກ່າວອ້າງດັ່ງກ່າວ ແລະເຕືອນວ່າ ມົສກູອາດຈະໃຊ້ຂໍ້ອ້າງນີ້ ເປັນເຫດຜົນເພື່ອເພີ້ມທະວີການໂຈມຕີຂອງຕົນ.
ມົສກູກ່າວວ່າ ຕົນໄດ້ຍິງຖະຫຼົ່ມເປົ້າໝາຍທາງທະຫານແລະອຸດສາຫະກຳ “ຕະຫຼອດທັງສະຖານທີ່ ທີ່ສະໜອງພະລັງງານໃຫ້ແກ່ເປົ້າໝາຍເຫຼົ່ານັ້ນ.” ເກືອບເຄິ່ງນຶ່ງຂອງປະຊາຊົນໃນນະຄອນຫຼວງກີຢິບ ບໍ່ໄດ້ຮັບອາຍອຸ່ນ ແລະຈຳນວນຫຼວງຫຼາຍທີ່ນະຄອນຄາກິບ ຫົວເມືອງໃຫຍ່ອັນດັບສອງຂອງຢູເຄຣນ ບ່ອນທີ່ຜູ້ປົກຄອງເຂດກ່າວວ່າ ມີການໂຈມຕີຂອງຣັດເຊຍ 15 ຄັ້ງ.
ປະມານ 150,000 ຄອບຄົວບໍ່ມີໄຟຟ້າໃຊ້ ໃນເຂດ ຊີໂຕເມຍ ທາງພາກຕາເວັນຕົກສຽງເໜືອຂອງປະເທດ. ສ່ວນທີ່ເມືອງທ່າໂອເດສຊາທາງພາກໃຕ້ຂອງປະເທດນັ້ນ ໄດ້ເກີດໄຟຟ້າມອດແບບສຸກເສີນຍ້ອນວ່າ ສາຍໄຟໄດ້ຮັບຄວາມເສຍຫາຍ.