ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທະຫານຣັດ​ເຊຍ​ ໄດ້​ບຸກ​ເຂົ້າ​ໄປ​ໃນ​ໃຈ ກາງ​ເມືອງຊີວີ​ໂຣ​ໂດ​ແນັດ, ທາງ​ພາກ ​ຕາ​ເວັນ​ອອກ​ຂອງ​ຢູ່​ເຄ​ຣນ​ແລ້ວ


ທ້າວ Maksym Katerin ຢືນ​ຢູ່​ເດີ່ນ​ບ້ານ​ຂອງ​ເຮືອນທີ່​ເພ​ພັງ​ໝົດ ພາຍ​ຫລ​ັງ ​ທີ່​ແມ່ ແລະພໍ່​ນ້າ​ຂອງ​ລາວ​ຖືກຂ້າ​ຕາຍໃນ​ໄລ​ຍະທີ່ເມືອງ Lysychansk ຢູ່​ໃນ​ເຂດດອນ​ບັ​ສ, ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ຖືກ​ຍິງຖະ​ຫລົ່​ມ​ໃສ່​ໃນວັນ​ທີ 13 ມິ​ຖຸ​ນາ, 2022 ທ່າມ​ກາງ​ການ​ບຸກລຸກ​ຂອງ​ຣັດ​ເຊຍ
ທ້າວ Maksym Katerin ຢືນ​ຢູ່​ເດີ່ນ​ບ້ານ​ຂອງ​ເຮືອນທີ່​ເພ​ພັງ​ໝົດ ພາຍ​ຫລ​ັງ ​ທີ່​ແມ່ ແລະພໍ່​ນ້າ​ຂອງ​ລາວ​ຖືກຂ້າ​ຕາຍໃນ​ໄລ​ຍະທີ່ເມືອງ Lysychansk ຢູ່​ໃນ​ເຂດດອນ​ບັ​ສ, ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ຖືກ​ຍິງຖະ​ຫລົ່​ມ​ໃສ່​ໃນວັນ​ທີ 13 ມິ​ຖຸ​ນາ, 2022 ທ່າມ​ກາງ​ການ​ບຸກລຸກ​ຂອງ​ຣັດ​ເຊຍ

ເຈົ້າ​ໜ້າ​ທີ່​ຢູ​ເຄ​ຣນກ່າວ​ວ່າ ທະຫານຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ໃຈກາງ​ເມືອງຊີວີ​ໂຣ​ໂດ​ແນັດ (Sievierodonetsk) ຢູ່ທາງ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ​ແລະ​ສືບ​ຕໍ່​ໂຈມ​ຕີ​ໂຮງ​ງານ​ເຄມີ​ທີ່​ເປັນ​ບ່ອນພັກ​ອາ​ໄສຂອງ​ທະຫານ ​ແລະ​ພົນລະ​ເຮືອນຫຼາຍຮ້ອຍ​ຄົນ.

ຜູ້​ປົກ​ຄອງ​ຂົງ​ເຂດນັ້ນ, ທ່ານເຊີ​ຮີ ແຮ​ເດ (Serhiy Haidai) ກ່າວ​ໃນ​ວັນ​ຈັນ​ວານນີ້​ຜ່ານ​ທາງ Telegram ວ່າ ທະຫານ​ຣັດ​ເຊຍ​ຄວບ​ຄຸມ​ປະມານ 70 ເປີ​ເຊັນຂອງ​ເມືອງດັ່ງ​ກ່າວ ແລະ​ໄດ້​ຂັບ​ໄລ່​ກຳລັງ​ຢູ​ເຄຣນອອກ​ຈາກ​ໃຈກາງ​ເມືອງ.

ທ່ານກ່າວວ່າ ໂຮງງານເຄມີອາ​ຊົດ (Azot) ຂອງເມືອງ, ບ່ອນທີ່ມີພົນລະເຮືອນ ຫຼາຍຮ້ອຍຄົນພັກອາໄສຢູ່ໄດ້ຖືກ "ປືນໃຫຍ່ຍິງ​ຖະ​ຫລົ່ມ​ຢ່າງ​ໜັກ."

ທ່ານແຮ​ເດ ກ່າວ​ວ່າ ພົນລະ​ເຮືອນ​ປະມານ 500 ຄົນ​ຍັງຢູ່​ໃນ​ພື້ນ​ທີ່​ຂອງ​ໂຮງງານ​ດັ່ງກ່າວ ​ແລະ​ທະຫານ​ຂອງ​ຢູ​ເຄຣນກໍາລັງ​ພະຍາຍາມ​ເອົາ​ພວກ​ເຂົາເຈົ້າ​ໄປ​ສູ່​ບ່ອນ​ປອດ​ໄພ.

ຣັດ​ເຊຍ​ກ່າວ​ວ່າ ຂົວ​ທັງ​ໝົດ​ທີ່​ຕໍ່​ໃສ່ເມືອງນັ້ນ​ໄດ້​ຖືກ​ທຳລາຍໝົດ. ເຈົ້າ​ໜ້າ​ທີ່​ຢູ​ ເຄ​ຣນ​ກ່າວ​ວ່າ ຍັງ​ມີ​ທາງ​ອອກໄປນອກ​ເມືອງ​ອີກ​ທາງ​ນຶ່ງ ແຕ່​ເສັ້ນ​ທາງ​ດັ່ງ​ກ່າວ​ຖືກ​ທຳ​ລາຍ​ຢ່າງ​ໜັກ.

ປະທານາທິບໍດີ​ຢູ​ເຄຣນ, ທ່ານໂວ​ໂລ​ດິ​ເມຍ ເຊ​ເລ​ນ​ສ໌​ກີກ່າວ​ວ່າ ການ​ສູ້​ລົບ​ເພື່ອ​ຮັກ​ສາ​ເຂດດອນ​ບາ​ສ “​ແນ່ນອນຈະ​ເປັນ​ການ​ສູ້​ລົບ​ທີ່​ຖືກ​ຈາກ​ລຶກ​ໃນ​ປະຫວັດສາດ​ຂອງການ​ທະຫານວ່າ​ເປັນ​ການ​ສູ້​ລົບ​ກັນ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ຢູ​ໂຣບ.”

“ສຳ​ລັບ​ພວກ​ເຮົາແລ້ວ, ຄວາມ​ເສຍ​ຫາຍ​ໃນການ​ສູ້​ລົບ​ນີ້​ແມ່ນ​ສູງ​ຫຼາຍ. ຖ້າ​ເວົ້າ​ແລ້ວ ມັນກໍເປັນຫນ້າຢ້ານ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຊ​ເລັນ​ສ໌​ກີທີ່ ກ່າວໃນ ຕອນແລງວັນຈັນວານນີ້.

ທ່ານ​ໄດ້​ເພີ່ມ​ການ​ຮຽກຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃຫ້​ບັນດາ​ປະ​ເທດ​ຄູ່​ພາ​ຄີ​ສົ່ງ​ປືນ​ໃຫຍ່​ທີ່​ທັນ​ສະ​ໄໝ​ໃຫ້​ແກ່ຢູ​ເຄ​ຣນ ເພື່ອ​ໃຊ້ຕໍ່​ສູ້​ກັບ​ກຳລັງທະ​ຫານ​ຣັດ​ເຊຍ.

ທ່ານ​ມີ​ຄາຍ​ໂລ ໂປ​ໂດ​ລ​ຢັກ (Mykhailo Podolyak) ທີ່ປຶກສາຂອງທ່ານເຊ ເລນສ໌ກີຂຽນ​ລົງ​ໃນ​ທວີດ​ເຕີໃນວັນຈັນວານນີ້ວ່າ "ເພື່ອຢາກ​ໃຫ້ສົງຄາມສິ້ນ​ສຸດ​ລົງ ພວກເຮົາຕ້ອງການຄວາມກ້ຳ​ເກິ່ງທາງດ້ານອາວຸດຢ່າງຫນັກ." ທ່ານ​ໄດ້ລະບຸປະ ເພດຂອງອາວຸດ ຊຶ່ງລວມມີ ປືນ​ຄົກ 1,000 ກະ​ບອກ, ລະບົບຈະຫຼວດທີ່​ຍິງ​ພ້ອມ​ກັນ​ໄດ້​ຫລາຍ​ລູກ 300 ຊຸດ, ລົດຖັງ 500 ຄັນ, ລົດຫຸ້ມເກາະ 2,000 ຄັນ ແລະເຮືອ​ບິນບໍ່​ມີ​ຄົນ​ຂັບ 1,000 ລຳ.

ທ່ານໂປ​ໂດ​ລ​ຢັກ ກ່າວອີກ​ວ່າ “ກອງ​ປະ​ຊຸມ​ຂອງກຸ່ມ​ຕິດ​ຕໍ່​ພົວ​ພັນ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ທີ່​ນະ​ຄອນ​ຫລວງບ​ຣັ​ສ​ເຊີ​ລ​ສ໌.” "ພວກເຮົາລໍຖ້າການຕັດສິນໃຈຢູ່."

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ, ທ່ານ​ລອຍ ອອ​ສ​ຕິນກຳ​ລັງ​ຈັດ​ກອງ​ປະ​ຊຸມ​ຢູ່​ສຳ​ນັກ​ງານ​ໃຫຍ່ຂອງ​ອົງ​ການ​ເນ​ໂຕ້. ກອງ​ປະ​ຊຸມທາງ​ອອກ​ລາຍຂອງ​ກຸ່ມ​ດັ່ງ​ກ່າວ​ໃນ​ເດືອນ​ແລ້ວ​ນີ້​ໄດ້​ດຶງ​ດູດເອົາ​ຜູ້​ແທນ​ຈາກ 47 ປະ​ເທດ, ອົງ​ການ​ເນໂຕ້ ແລະ​ສະ​ຫະ​ພາບຢູ​ໂຣບ.

ທ່ານອອ​ສ​ຕິນ ​ໄດ້​ກ່າວ​ຫຼັງ​ການ​ເຈລະຈາ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາວ່າ: ກຸ່ມ​ດັ່ງກ່າວ​ໄດ້ “ເພີ່ມ​ທະວີ​ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ” ​ແລະ ​ເຮັດ​ວຽກ​ເພື່ອ​ເຮັດ​ໃຫ້​ການ​ປະສານ​ງານ​ກັບ​ຢູ​ເຄ​ຣນ ເລິກ​ເຊິ່ງ​ຂຶ້ນ “​ເພື່ອ​ໃຫ້​ຢູເຄ​ຣນສາມາດ​ຮັກສາ ​ແລະ​ເພີ່ມ​ທະວີ​ການ​ປະຕິບັດ​ງານ​ຢູ່​ສະໜາມ​ລົບ​ຂອງ​ຕົນຫລາຍ​ຂຶ້ນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG