ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດຕະກອນຣັດເຊຍ ທີ່ຂ້ານັກຂ່າວ ທ່ານນາງໂປລິຕຄອບສກາຍຢາ ໄດ້ຮັບອະໄພຍະໂທດ ສຳລັບການໄປຕໍ່ສູ້ ໃນຢູເຄຣນ


ແຟ້ມພາບ - ແມ່ຍິງຄົນນຶ່ງ ວາງດອກໄມ້ຕໍ່ໜ້າຮູບພາບຂອງມື້ລາງ ນັກຂ່າວຂອງຣັດເຊຍ ທ່ານນາງ ອານາ ໂປລິຕຄອບສກາຍຢາ ໃນນະຄອນຫຼວງ ມົສກູ ເມື່ອວັນທີ 7 ຕຸລາ 2009.
ແຟ້ມພາບ - ແມ່ຍິງຄົນນຶ່ງ ວາງດອກໄມ້ຕໍ່ໜ້າຮູບພາບຂອງມື້ລາງ ນັກຂ່າວຂອງຣັດເຊຍ ທ່ານນາງ ອານາ ໂປລິຕຄອບສກາຍຢາ ໃນນະຄອນຫຼວງ ມົສກູ ເມື່ອວັນທີ 7 ຕຸລາ 2009.

ອະດີດນັກສືບຂອງຣັດເຊຍ ຜູ້ທີ່ໄດ້ຖືກຕັດສິນວ່າມີຄວາມຜິດ ໃນຖານຄາດຕະກຳ ນັກຂ່າວສືບສວນຂອງຣັດເຊຍ ເມື່ອປີ 2006 ນັ້ນ ໄດ້ຮັບການອະໄພຍະໂທດ ໃນການແລກປ່ຽນດ້ວຍການຕໍ່ສູ້ຢູ່ໃນຢູເຄຣນ ທະນາຍຄວາມຂອງຜູ້ກ່ຽວກ່າວ.

ທ້າວເຊີເກ ຄາດຊີກູຣບານອບ (Sergei Khadzhikurbanov) ໄດ້ຖືກຕັດສິນໂທດໃຫ້ຂັງຄຸກ 20 ປີ ໃນປີ 2014 ສຳລັບບົດບາດຂອງລາວໃນການຈັດແຈງການຄາດຕະກຳທ່ານນາງ ອານາ ໂປລິຕຄອບສກາຍຢາ (Anna Politkovskaya) ຜູ້ທີ່ເປັນນັກຂ່າວທີ່ມີຊື່ສຽງຢູ່ ອົງການຂ່າວອິດສະຫຼະ Novaya Gazeta ຂອງຣັດເຊຍ ຊຶ່ງໄດ້ຖືກຫ້າມນັບຕັ້ງແຕ່ນັ້ນມາ.

ທະນາຄວາມຂອງທ້າວ ຄາດຊີກູຣບານອບ ຄືທ່ານອາແລັກເຊ ມິແຄລຊິກ (Alexei Mikhalchik) ໄດ້ກ່າວຕໍ່ ອົງການຂ່າວ RBC ຂອງຣັດເຊຍ ໃນວັນອັງຄານວານນີ້ວ່າ ທ້າວ ຄາດຊີກູຣບານອບ ໄດ້ຮັບການອະໄພຍະໂທດຂອງປະທານາທິບໍດີ ສຳລັບອາຊະຍາກຳ ຫຼັງຈາກທີ່ໄດ້ສຳເລັດສັນຍາການຮັບໃຊ້ເປັນທະຫານໄລຍະ 6 ເດືອນໃນຢູເຄຣນ. ທ້າວ ຄາດຊີກູຣບານອບ ຍັງຄົງປະຈຳການຢູ່ໃນກອງກຳລັງ ທີ່ຢູເຄຣນ ທະນາຄວາມໄດ້ກ່າວຕື່ມ.

ທ່ານນາງ ໂປລິຕຄອບສກາຍຢາ ໄດ້ຖືກຍິງ ແລະເສຍຊີວິດ ຢູ່ດ້ານນອກບ້ານພັກອາພາດເມັນຂອງທ່ານນາງໃນນະຄອນຫຼວງມົສກູ ເມື່ອເດືອນຕຸລາ 2006 ໃນການຄາດຕະກຳທີ່ວ່າ ໃນເວລານັ້ນ ໄດ້ເນັ້ນໜັກເຖິງໄພຄຸມຄາມທີ່ເພີ້ມຂຶ້ນຊຶ່ງບັນດານັກຂ່າວກຳລັງປະເຊີນ ຢູ່ໃນຣັດເຊຍ ຂະນະທີ່ວັງເຄຣມລິນ ໄດ້ປາບປາມໜັກຂຶ້ນຕໍ່ພວກນັກຂ່າວ ແລະພວກວິພາກວິຈານອື່ນໆ.

ທ່ານກູລໂນຊາ ຊາອີດ ຜູ້ປະສານງານຂອງໂຄງການ ຢູໂຣບ ແລະເອເຊຍກາງ ຢູ່ທີ່ຄະນະກຳມະການເພື່ອປົກປ້ອງບັນດານັກຂ່າວ ຫຼື CPJ ໄດ້ກ່າວປະນາມການອະໄພຍະໂທດດັ່ງກ່າວ ວ່າເປັນການດູໝິ່ນຕໍ່ເສລີພາບໃນການຂ່າວ.

A former Russian detective who was convicted over the 2006 murder of a Russian investigative journalist has been pardoned in exchange for fighting in Ukraine, his lawyer said.

Sergei Khadzhikurbanov was given a 20-year prison sentence in 2014 for his role in organizing the murder of Anna Politkovskaya, a well-known reporter at the since-banned independent Russian outlet Novaya Gazeta.

Khadzhikurbanov’s lawyer, Alexei Mikhalchik, told the Russian outlet RBC on Tuesday that Khadzhikurbanov had received a presidential pardon for the crime after finishing a six-month military contract in Ukraine. Khadzhikurbanov has remained in the armed forces in Ukraine, the lawyer said.

Politkovskaya was shot and killed outside her Moscow apartment in October 2006 in a slaying that at the time underscored rising threats facing journalists in Russia as the Kremlin cracked down harder on reporters and other critics.

Gulnoza Said, the Europe and Central Asia program coordinator at the Committee to Protect Journalists, or CPJ, condemned the pardon as an affront to press freedom.

XS
SM
MD
LG