ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດຣັດເຊຍ ປະຈໍານະຄອນຫຼວງແຄນເບີຣາ ກ່າວວ່າ ຊາວອອສເຕຣເລຍ 'ຖືກລ້າງສະໝອງ' ໃຫ້ສະໜັບສະໜຸນ ຢູເຄຣນ


ຫໍລັດຖະສະພາຂອງອອສເຕຣເລຍ ມອງເຫັນສ່ອງໄຟແສງສີເປັນທຸງຊາດຂອງປະເທດຢູເຄຣນ ເພື່ອສະແດງໃຫ້ເຫັນຄວາມສາມັກຄີຂອງປະຊາຊົນ ແລະລັດຖະບານຂອງປະເທດດັ່ງກ່າວ ລຸນຫຼັງການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ໃນນະຄອນຫຼວງແຄນເບີຣາ, ປະເທດອອສເຕຣເລຍ, ວັນທີ 28 ກຸມພາ 2022.
ຫໍລັດຖະສະພາຂອງອອສເຕຣເລຍ ມອງເຫັນສ່ອງໄຟແສງສີເປັນທຸງຊາດຂອງປະເທດຢູເຄຣນ ເພື່ອສະແດງໃຫ້ເຫັນຄວາມສາມັກຄີຂອງປະຊາຊົນ ແລະລັດຖະບານຂອງປະເທດດັ່ງກ່າວ ລຸນຫຼັງການຮຸກຮານ ຢູເຄຣນ ຂອງ ຣັດເຊຍ, ໃນນະຄອນຫຼວງແຄນເບີຣາ, ປະເທດອອສເຕຣເລຍ, ວັນທີ 28 ກຸມພາ 2022.

ເອກອັກຄະລັດຖະທູດຣັດເຊຍປະຈໍາອອສເຕຣເລຍ ກ່າວວ່າ ປະຊາຊົນຊາວອອສເຕຣເລຍ ຖືກ “ລ້າງສະໝອງ” ໃຫ້ສະໜັບສະໜຸນ ປະເທດຢູເຄຣນ. ທ່ານອາເລັກຊີ ພາບໂລບສກີ (Alexey Pavlovsky) ຍັງໄດ້ກ່າວຫາສານອາ ຍາສາກົນ ວ່າມີຄວາມລໍາອຽງ ລຸນຫຼັງທີ່ພວກເຂົາເຈົ້າ ໄດ້ອອກໝາຍຈັບປະທາ ນາທິບໍດີ ວະລາດີເມຍ ປູຕິນ. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສະມາຊິກຂອງປະຊາຄົມຊາວອອສເຕຣເລຍເຊື້ອ​ສາຍຢູເຄຣນ ມີແຜນການປະທ້ວງໃນວັນອັງຄານວານນີ້ ໃນນະຄອນຫຼວງແຄນເບີຣາ ເພື່ອຕໍ່ຕ້ານການເປັນປະທານ ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດຂອງ ຣັດເຊຍ ທີ່ກໍາລັງຈະມາເຖິງນີ້. ຜູ້ຈັດ​ການໂຮມຊຸມນຸມກ່າວຢູ່ໃນຖະແຫຼງການວ່າ “ນີ້ແມ່ນຄັ້ງທໍາອິດຂອງປະຫວັດສາດໂລກ ທີ່ຜູ້ຮຸກຮານ ແລະເປັນຜູ້ສະໜັບສະໜຸນການ ກໍ່ການຮ້າຍລະດັບຊາດ ຈະເປັນປະທານການປະຊຸມ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.”

ເອກອັກຄະລັດຖະທູດຣັດເຊຍ ປະຈໍາປະເທດອອສເຕຣເລຍ ທ່ານອາເລັກຊີ ພາບໂລບສກີ ເຊື່ອວ່າ ການສະໜັບສະໜຸນຕ່າງໆຕໍ່ປະເທດຢູເຄຣນຂອງປະ ຊາຊົນໃນອອສເຕຣເລຍແມ່ນການເຂົ້າໃຈຜິດ. ທ່ານກ່າວອ້າງວ່າ ປະຊາຊົນ ໃນສັງຄົມຂອງປະເທດອອສເຕຣເລຍໄດ້ຮັບ “ການລ້າງສະໝອງ” ແລະພາ
ກັນບໍ່ເອົາໃຈໃສ່ຫົວຊາຕໍ່ເຫດຜົນ ຂອງການຮຸກຮານຢູເຄຣນ ໂດຍ ຣັດເຊຍ. ບັນດາເຈົ້າໜ້າທີ່ໃນນະຄອນຫຼວງມົສກູພາກັນກ່າວວ່າ ພວກເຂົາມີຄວາມຕັ້ງໃຈທີ່ຈະ “ບໍ່ໃຫ້ມີທະຫານ ແລະຈະບໍ່ເຮັດໃຫ້ມີການເສຍຊີວິດ” ຢູ່ໃນຢູເຄຣນ.

ທ່ານພາບໂລບສກີ ຍັງໄດ້ປະນາມຂໍ້ກ່າວຫາທີ່ຕັ້ງຂຶ້ນມາໂດຍສານອາຍາສາກົນ ຫຼື ICC ວ່າ “ບໍ່ຍຸຕິທໍາ” ທີ່ໄດ້ພິຈາລະນາວ່າ ປະທານາທິບໍດີຂອງຣັດເຊຍ ທ່ານວະລາດີເມຍ ປູຕິນ ໄດ້ກໍ່ອາຊະຍາກໍາສົງຄາມຢູ່ໃນຢູເຄຣນ. ມີການອອກໝາຍ​ຈັບ ​ຕໍ່ທ່ານປູຕິນ. ຂໍ້ກ່າວຫາດັ່ງກ່າວນີ້ ເປັນຜົນມາຈາກການເນລະເທດເອົາບັນດາເດັກນ້ອຍຊາວຢູເຄຣນ ຈາກບາງຂົງເຂດທີ່ຖືກຢຶດຄອງໂດຍຣັດເຊຍ.

ເຈົ້າໜ້າທີ່ໃນນະຄອນຫຼວງມົສກູ ໄດ້ປະນາມຕໍ່ການກ່າວຫາດັ່ງກ່າວມາຂ້າງເທິງນີ້ ແລະໄດ້ປະນາມຕໍ່ໝາຍຈັບທ່ານປູຕິນວ່າ “ໂຫດຮ້າຍ” ເກີນໄປ.

ທ່ານພາບໂລບສກີ ບອກກັບສະຖານີໂທລະພາບຂອງອອສເຕຣເລຍໃນວັນຈັນທີ່ຜ່ານມານີ້ວ່າ ການສືບສວນຂອງ ICC ເປັນພຽງການດໍາເນີນງານຝ່າຍດຽວ ແລະມີອະຄະຕິ, ເຊິ່ງທ່ານໄດ້ກ່າວວ່າ:

“ທໍາອິດ, ຂ້າພະເຈົ້າຕ້ອງການເຫັນບົດລາຍງານທີ່ກ່າວມາ. ຈາກສິ່ງທີ່ຂ້າພະ ເຈົ້າໄດ້ເຫັນນັ້ນ, ຈົນເຖິງຂະນະນີ້ ຂ້າພະເຈົ້າສາມາດຮວບຮວມໄດ້ວ່າ ໂຄງຮ່າງຕ່າງໆທີ່ພວກທ່ານກໍາລັງສະເໜີຢູ່ ເປັນສິ່ງທີ່ຫຼາຍກວ່າຄໍາວ່າ ບໍ່ມີຄວາມຍຸຕິທໍາ. ພວກເຂົາເຈົ້າມີມຸມມອງທີ່ເປັນຊ່ອງທາງ, ພວກເຂົາເຈົ້າເລືອກເອົາເອງ ບໍ່ແມ່ນການສັງເກດຈາກຫຼັກຖານໃນຂອບເຂດທີ່ກວ້າງຂວາງຂອງສົງຄາມ ເຊິ່ງຖືກກໍານົດໂດຍຝ່າຍຢູເຄຣນພຽງຜູ້ດຽວ. ສະນັ້ນແລ້ວ, ຕາມຈຸດປະສົງຂອງພະເຈົ້າ ການດໍາເນີນການສືບສວນຕ່າງໆ ຕ້ອງປາສະຈາກຄວາມລໍາອຽງ.”

ຣັດເຊຍ ບໍ່ແມ່ນປະເທດສະມາຊິກຂອງ ICC, ແລະບໍ່ມີເຈົ້າໜ້າທີ່ຂອງປະເທດປະຈໍາຢູ່ສໍານັກງານໃຫຍ່ຂອງສານ ທີ່ຕັ້ງຢູ່ນະຄອນເຮກ.

ແຕ່ປະທານາທິບໍດີ ປູຕິນ ສາມາດຖືກຈັບໄດ້ ເມື່ອທ່ານເດີນທາງໄປບັນດາປະເທດສະມາຊິກຂອງ ICC ໃນຈໍານວນ 123 ປະເທດ.

ປະເທດອອສເຕຣເລຍ ຍັງໄດ້ອອກເງິນຈໍານວນ 680,000 ໂດລາ ແລະແຕ່ງ ຕັ້ງສະມາຊິກສາມຄົນ ເພື່ອສະໜັບສະໜຸນຕໍ່ການສືບສວນກ່ຽວກັບການກໍ່ອາຊະຍາກໍາສົງຄາມໂດຍ ຣັດເຊຍ ຂອງສານອາຍາສາກົນ.

ລັດຖະບານແຄນເບີຣາຍັງເປັນຜູ້ທີ່ບໍ່ແມ່ນສະມາຊິກອົງການ NATO ທີ່ໃຫ້ການ ສະໜັບສະໜຸນຄວາມພະຍາຍາມກ່ຽວກັບສົງຄາມຂອງ ຢູເຄຣນ ທີ່ໃຫຍ່ທີ່ສຸດ ໂດຍສະໜອງລູກສອນໄຟ ແລະພາຫະນະຂົນສົ່ງຫຸ້ມເກາະສ່ວນຕົວຕ່າງໆໃຫ້ແກ່ປະເທດດັ່ງກ່າວ.

ນັບຕັ້ງແຕ່ການເລີ້ມຕົ້ນຮຸກຮານ ຢູເຄຣນ ໂດຍ ຣັດເຊຍ ມາເປັນເວລາຫຼາຍກວ່ານຶ່ງປີ, ປະເທດອອສເຕຣເລຍ ໄດ້ກໍານົດການລົງໂທດຕ່າງໆ ຕໍ່ນັກການ ເມືອງຣັດເຊຍຫຼາຍຮ້ອຍຄົນ ລວມທັງ ທ່ານປູຕິນ, ບັນດາຜູ້ບັນຊາການ ແລະນັກທຸລະກິດຊາວຣັດເຊຍຄົນອື່ນໆນໍາອີກດ້ວຍ, ເຊິ່ງຖືວ່າເປັນການລົງໂທດຂະໜາດໃຫຍ່ ທີ່ອອສເຕຣເລຍເຄີຍວາງມາດຕະການລົງໂທດຕໍ່ປະເທດຕ່າງໆທີ່ຜ່ານມາ.

Russia’s ambassador to Australia says Australians have been “brainwashed” into supporting Ukraine. Alexey Pavlovsky also accused the International Criminal Court of bias after it issued an arrest warrant for President Vladimir Putin. Phil Mercer reports.

Members of the Australian-Ukrainian community will protest Tuesday in Canberra against Russia’s upcoming presidency of the UN Security Council. Rally organizers said in a statement that “for the first time in world history, an aggressor and state sponsor of terrorism will be the president of the Security Council.”

Russia’s ambassador to Australia, Alexey Pavlovsky, believes support for Ukraine in Australia is misguided. He claims the Australian public has been “brainwashed” and has ignored Russia’s motives for invading Ukraine. Authorities in Moscow have said they intended to "demilitarize and denazify" Ukraine.

Pavlovsky has also condemned as “biased” allegations made by the International Criminal Court, or ICC, that Russian President Vladimir Putin has committed war crimes in Ukraine. A warrant for Putin’s arrest has been issued. The allegations focus on the deportation of Ukrainian children from occupied areas of Ukraine.

Authorities in Moscow have denied the allegations and denounced the arrest warrant as “outrageous".

Pavlovsky told the Australian Broadcasting Corp. Monday that the ICC investigation was one-sided and prejudiced.

PAVLOVSKY

“First of all, I would like to see these reports. From what I have seen, so far, I gather that the bodies you are referring to are more than biased. They have a tunnel vision. They choose not to notice the ample evidence of the war crimes committed by the Ukrainian side. So, my point is that any investigation should be unbiased.”

Russia is not an ICC member country, and the Hague-based court has no authority there.

But President Putin could be arrested should he travel to any of the ICC’s 123 member states.

Australia has committed $680,000 and three staff members to support the International Criminal Court investigation into alleged Russian war crimes.

Canberra is also the largest non-NATO contributor to Kyiv’s war effort, supplying missiles and armored personnel carriers.

Since the invasion began more than a year ago, Australia has imposed sanctions on hundreds of Russian politicians, including President Putin, military commanders and businesspeople. They are the most sweeping penalties Australia has ever placed on another country.

XS
SM
MD
LG