ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກອັກຄະລັດຖະທູດຢູເຄຣນ ວ່າ ການຮຸກຮານຂອງຣັດເຊຍຕໍ່ຢູເຄຣນ ເປັນໄພຂົ່ມຂູ່ຕໍ່ອະທິປະໄຕ ຂອງປະເທດອື່ນໆ


ພວກທະຫານຂອງຢູເຄຣນ ກຳລັງບັນຈຸລູກປືນເຂົ້າໃນລົດຖັງ, ທ່າມກາງການໂຈມຕີຂອງຣັດເຊຍຕໍ່ຢູເຄຣນ, ໃນຂົງເຂດລູຮານ ຂອງຢູເຄຣນ, ວັນທີ 18 ກຸມພາ 2024.
ພວກທະຫານຂອງຢູເຄຣນ ກຳລັງບັນຈຸລູກປືນເຂົ້າໃນລົດຖັງ, ທ່າມກາງການໂຈມຕີຂອງຣັດເຊຍຕໍ່ຢູເຄຣນ, ໃນຂົງເຂດລູຮານ ຂອງຢູເຄຣນ, ວັນທີ 18 ກຸມພາ 2024.

ເອກອັກຄະລັດຖະທູດຂອງຢູເຄຣນປະຈຳສະຫະປະຊາຊາດ ໃນເຈນີວາ ທ່ານນາງ ເຢເວັນນາຍອາ ຟີລິເປັນໂກ (Yevheniia Filipenko) ໄດ້ກ່າວເຕືອນໃນວັນຈັນວານນີ້ ວ່າ “ການບຸກລຸກຢູເຄຣນ ໂດຍບໍ່ໄດ້ເກາະຜິດ ແລະບໍ່ຍຸຕິທຳຂອງຣັດເຊຍ ເມື່ອສອງປີກ່ອນ ກໍ່ໃຫ້ເກີດໄພຂົ່ມຂູ່ອັນໃຫຍ່ຫຼວງ ຕໍ່ລັດທິຫຼາຍຝ່າຍ ແລະກົດບັດຂອງອົງການສະຫະປະຊາຊາດ ຊຶ່ງເປັນການປົກປັກຮັກສາລະບຽບກົດໝາຍ ແລະພື້ນຖານເສລີພາບໃນທົ່ວໂລກ.

ກ່ອນໜ້າຂອງວັນຄົບຮອບອັນເສົ້າໂສກນີ້ ທ່ານນາງຟີລິເປັນໂກ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ການຮຸກຮານຂອງຣັດເຊຍຕໍ່ປະເທດຂອງທ່ານນາງ ແທ້ຈິງແລ້ວ ໄດ້ເລີ້ມຂຶ້ນເມື່ອ 10 ປີກ່ອນ ດ້ວຍຄວາມພະຍາມຂອງຣັດເຊຍ ທີ່ໄດ້ຜະໜວກ ແລະ​ເຂົ້າ​ຢຶດຄອງດິນແດນຂອງຢູເຄຣນ ລວມທັງສາທາລະນະລັດຄຣາຍເມຍ ທີ່ເປັນເຂດປົກຄອງຕົນເອງ.

“ຖ້າການຮຸກຮານຂອງຣັດເຊຍ ຍັງບໍ່ໄດ້ຮັບການແກ້ໄຂ, ມັນຈະນຳໄປສູ່ການລະເມີດຕ່າງໆຕື່ມອີກ” ທ່ານນາງກ່າວ ແລະກ່າວຕໍ່ໄປວ່າ “ໂລກຍັງຕ້ອງປອງດອງກັນໃນການຕ້ານໄພຂົ່ມຂູ່ອັນໃຫຍ່ຫຼວງຕໍ່ລັດທິຫຼາຍຝ່າຍ, ກົດບັດຂອງອົງ ການສະຫະປະຊາຊາດ ແລະຫຼັກການຂອງກົດໝາຍສາກົນ.”

ທ່ານນາງຟີລິເປັນໂກ ໄດ້ກ່າວວ່າ ຢູເຄຣນ ໄດ້ວາງແຜນທີ່ຈະດຶງຄວາມສົນໃຈຂອງຕ່າງປະເທດ ຕໍ່ການລະເມີດຂະໜາດໃຫຍ່ ຢ່າງເປັນລະບົບ ຂອງສິດທິມະນຸດ ແລະພື້ນຖານດ້ານເສລີພາບ ໂດຍສະຫະພັນຣັດເຊຍ ໃນຢູເຄຣນ ຢູ່ສະພາສິດທິມະນຸດ ຂອງອົງການສະຫະປະຊາຊາດ ຊຶ່ງເລີ້ມຂຶ້ນໃນກອງປະຊຸມໄລຍະ 6 ອາທິດ ໃນວັນຈັນໜ້ານີ້.

Ukraine's ambassador to the United Nations in Geneva, Yevheniia Filipenko, warned Monday that "Russia's unprovoked and unjustified invasion of Ukraine two years ago poses a major threat to multilateralism and the U.N. Charter," which upholds the rule of law and fundamental freedoms around the world.

Ahead of this grim anniversary, Filipenko told journalists that Russia's aggression against her country actually began 10 years ago with its attempt to annex and occupy Ukraine's territory, including the autonomous Republic of Crimea.

"If Russia's aggression remains unaddressed, it will lead to further violations," she said. "The world must remain united in countering this major threat to multilateralism, the U.N. Charter and the principle of international law."

FILE - Ukraine's ambassador Yevheniia Filipenko attends the special session on the situation in Ukraine of the Human Rights Council at the United Nations in Geneva, Switzerland, March 4, 2022.
FILE - Ukraine's ambassador Yevheniia Filipenko attends the special session on the situation in Ukraine of the Human Rights Council at the United Nations in Geneva, Switzerland, March 4, 2022.

Filipenko said Ukraine planned to draw international attention to the systematic, gross violations of human rights and fundamental freedoms by the Russian Federation in Ukraine at the U.N. Human Rights Council, which begins a six-week session next Monday.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG