ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ໃຊ້ສິດຢັບຢັ້ງ ອີກເທື່ອນຶ່ງ ຕໍ່ຍັດຕິ ການໃຊ້ອາວຸດເຄມີ ຢູ່ຊີເຣຍ


ນັກການທູດຣັດເຊຍ ພວມປຶກສາກັນ ຢູ່ຂ້າງຫຼັງ ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປຊ ທ່ານ
Vassily Nebenzia ໃນລະຫວ່າງ ກອງປະຊຸມ ສະພາຄວາມໝັ້ນຄົງ ທີ່ສຳນັກງານໃຫຍ່ ສປຊ ໃນ ນະຄອນນິວຢອກ. (4 ພະຈິກ 2017)​
ນັກການທູດຣັດເຊຍ ພວມປຶກສາກັນ ຢູ່ຂ້າງຫຼັງ ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປຊ ທ່ານ Vassily Nebenzia ໃນລະຫວ່າງ ກອງປະຊຸມ ສະພາຄວາມໝັ້ນຄົງ ທີ່ສຳນັກງານໃຫຍ່ ສປຊ ໃນ ນະຄອນນິວຢອກ. (4 ພະຈິກ 2017)​

ຣັດເຊຍ ອີກເທື່ອນຶ່ງ ໄດ້ໃຊ້ສິດຢັບຢັ້ງຕໍ່ຍັດຕິຂອງສະພາຄວາມໝັ້ນຄົງອົງການສະຫະ
ປະຊາຊາດ ທີ່ຈະຕໍ່ອາຍຸການສືບສວນຂອງນາໆຊາດກ່ຽວກັບການໃຊ້ອາວຸດເຄມີຢູ່ໃນ
ຊີເຣຍ ນຶ່ງມື້ຫຼັງຈາກທີ່ປະເທດດັ່ງກ່າວໄດ້ປະຕິເສດ ຕໍ່ຍັດຕິທີ່ຄ້າຍຄືກັນນີ້.

ຍີ່ປຸ່ນເປັນຜູ້ນຳສະເໜີຍັດຕິ ທີ່ຈະຕໍ່ອາຍຸໃນການສືບສວນຕື່ມອີກ 30 ມື້ ເພື່ອລະບຸວ່າ
ແມ່ນໃຜເປັນຜູ້ຢູ່ເບື້ອງຫຼັງ ການໂຈມຕີດ້ວຍອາວຸດເຄມີ ຢູ່ທີ່ປະເທດຊີເຣຍ ເພື່ອໃຫ້ເວ
ລາສຳລັບການເຈລະຈາ ທີ່ຈະມີການຜ່ອນສັ້ນຜ່ອນຍາວ ໃນລະດັບທີ່ກວ້າງຂວາງຂຶ້ນ
ກວ່າເກົ່າ.

ໃນວັນພະຫັດຜ່ານມາ ສະຫະລັດກໍໄດ້ນຳສະເໜີຍັດຕິທີ່ຄ້າຍຄືກັນນີ້ເພື່ອຕໍ່ອາຍຸຂອງ
ການສືບສວນອອກໄປຕື່ມອີກນຶ່ງປີ ຊຶ່ງກໍຖືກຣັດເຊຍ ໃຊ້ສິດຢັບຢັ້ງເຊັ່ນດຽວກັນ.

ຍັດຕິອີກສະບັບນຶ່ງ ທີ່ຮ່າງຂຶ້ນໂດຍຣັດເຊຍ ໃນວັນພະຫັດແລ້ວນີ້ ໄດ້ຮຽກຮ້ອງ ໃຫ້ມີ
ການປ່ຽນແປງ ກ່ຽວກັບການສືບສວນ ຂອງນາໆຊາດ ທີ່ບໍ່ໄດ້ຮັບການເຫັນພ້ອມພຽງ
ພໍທີ່ຈະຮັບຜ່ານ ໂດຍມີແຕ່ 4 ປະເທດເທົ່ານັ້ນທີ່ໃຫ້ການສະໜັບສະໜຸນ.

ຖ້າປາສະຈາກການຕໍ່ອາຍຸແລ້ວ ສິດອຳນາດໃນການກົນໄກການສືບສວນຮ່ວມແມ່ນ
ໝົດອາຍຸໃນຕອນທ່ຽງຄືນຂອງວັນພະຫັດ.

ການໃຊ້ສິດຢັບຢັງຂອງຣັດເຊຍ ຕໍ່ຍັດຕິກ່ຽວກັບຊີເຣຍໃນວັນສຸກວານນີ້ ແມ່ນເປັນ
ການໃຊ້ສິດຢັບຢັ້ງເທື່ອ 11 ຂອງຣັດເຊຍ.

ຫລັງຈາກການລົງຄະແນນສຽງໃນມື້ວານນີ້ແລ້ວ ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikkey Haley ກໍໄດ້ກ່າວ ຕໍ່ສະພາ
ຄວາມໝັ້ນຄົງວ່າ “ຣັດເຊຍບໍ່ມີຄວາມສົນໃຈໃນການຊອກຫາພື້ນຖານຮ່ວມກັນກັບ
ສ່ວນທີ່ເຫຼືອຂອງສະພາຄວາມໝັ້ນຄົງ ເພື່ອກອບກູ້ກົນໄກການສືບສວນຮ່ວມ. ຣັດ
ເຊຍຈະບໍ່ຕົກລົງ ກ່ຽວກັບກົນໄກໃດໆທີ່ອາດສ່ອງແສງໃຫ້ເຫັນການໃຊ້ອາວຸດເຄມີ ໂດຍພັນທະມິດຂອງຕົນ​ ຄືອຳນາດການປົກຄອງຊີເຣຍ. ມັນເປັນເລື່ອງທີ່ງ່າຍແລະ
ກໍໜ້າລະອາຍເຊັ່ນນັ້ນ.”

ທ່ານນາງ Haley ໄດ້ກ່າວ “ຂໍຂະມາ ດ້ວຍຄວາມຈິງໃຈ” ຕໍ່ບັນດາຄອບຄົວຂອງຜູ້
ເຄາະຮ້າຍ ໃນການໃຊ້ອາວຸດເຄມີ ຢູ່ຊີເຣຍ ແລະກໍພວກເດັກນ້ອຍ​ ແມ່ຍິງ ແລະຜູ້
ຊາຍຊາວຊີເຣຍ ທີ່ອາດຈະເປັນຜູ້ເຄາະຮ້າຍ ໃນການໂຈມຕີ ໃນອະນາຄົດຕໍ່ໜ້າ.” ທ່ານນາງກ່າວຕື່ມວ່າ “ຂໍໃຫ້ຮູ້ວ່າ ສະຫະລັດ ພ້ອມກັບສ່ວນທີ່ເຫລືອ ຂອງສະພາ ຄວາມໝັ້ນຄົງຈະບໍ່ຍອມເດັດຂາດໃນການຊອກຫາຄວາມຍຸຕິທຳສຳລັບການສູນ ເສຍບຸກຄົນທີ່ພວກທ່ານຮັກແລະປົກປ້ອງຄອບຄົວຂອງພວກທ່ານຂໍໃຫ້ຮູ້ວ່າ ຣັດ ເຊຍສາມາດຂັດຂວາງສະພານີ້ແຕ່ຣັດເຊຍຈະບໍ່ສາມາດຂັດຂວາງຄວາມຈິງໄດ້.”

ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານ Vassily Nebe-
zia ກ່າວວ່າ ການສືບສວນສາມາດຕໍ່ອາຍຸໄດ້ຖ້າວ່າ “ການຂາດຕົກບົກຜ່ອງ ໃນ
ການປະຕິບັດງານ” ໄດ້ຮັບການແກ້ໄຂເທົ່ານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG