ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ແລະ ຢູເຄຣນ ຕ່າງກໍຍິງໂດຣນ ຂອງຝ່າຍກົງກັນຂ້າມຕົກ ຫຼາຍລຳ


ຍານາງ ສວິຕລານາ ແມັກເດນໂກ (Svitlana Magdenko), ອາຍຸ 79 ປີ, ຢືນຢູ່ຕໍ່ໜ້າເຮືອນຫຼັງນຶ່ງຂອງລາວ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກຖືກໂຈມຕີໂດຍຈະຫຼວດຂອງຣັດເຊຍ ຢູ່ທີ່ຄຸ້ມທີ່ຢູ່ອາໄສ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 13 ທັນວາ 2023.
ຍານາງ ສວິຕລານາ ແມັກເດນໂກ (Svitlana Magdenko), ອາຍຸ 79 ປີ, ຢືນຢູ່ຕໍ່ໜ້າເຮືອນຫຼັງນຶ່ງຂອງລາວ ທີ່ໄດ້ຮັບຄວາມເສຍຫາຍ ຫຼັງຈາກຖືກໂຈມຕີໂດຍຈະຫຼວດຂອງຣັດເຊຍ ຢູ່ທີ່ຄຸ້ມທີ່ຢູ່ອາໄສ ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 13 ທັນວາ 2023.

ກອງທັບຂອງຢູເຄຣນ ໄດ້ກ່າວໃນວັນພະຫັດມື້ນີ້ ວ່າ ຣັດເຊຍ ໂຈມຕີໃນຕອນຂ້າມຄືນດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຫຼາຍລຳ ແລະລູກສອນໄຟຫຼາຍລູກ ໃນຂະນະດຽວກັນ ຣັດເຊຍ ໄດ້ລາຍງານວ່າ ການໂຈມຕີທາງອາກາດ ຂອງຢູເຄຣນ ທີ່ແນໃສ່ບໍລິເວນນະຄອນຫຼວງມົນກູ ບໍ່ເທົ່າໃດຊົ່ວໂມງກ່ອນທີ່ປະທານາ ທິບໍດີ ວລາດີເມຍ ປູຕິນ ມີກຳນົດຈະຈັດກອງປະຊຸມຖະແຫລງຂ່າວທ້າຍປີຂອງທ່ານ.

ກອງທັບອາກາດຂອງຢູເຄຣນ ໄດ້ກ່າວວ່າ ຕົນໄດ້ຍິງໂດຣນ 41 ລຳ ໃນຈຳ ນວນ 42 ລຳ ຕົກ ເຊິ່ງໄດ້ສົ່ງເຂົ້າມາໂດຍກອງກຳລັງຂອງຣັດເຊຍ ສ່ວນຫຼາຍຖືກຍິງຕົກ ຢູ່ໃນຂົງເຂດໂອເດຊາ ທາງພາກໃຕ້ຂອງຢູເຄຣນ.

ທ່ານໂອເລ ຄີເປີ ຜູ້ປົກຄອງຂົງເຂດໂດເດຊາ ໄດ້ກ່າວຢູ່ໃນເທເລແກຣມ ວ່າ ຊິ້ນສ່ວນຂອງໂດຣນທັງຫຼາຍ ທີ່ຕົກລົງມານັ້ນ ໄດ້ສ້າງຄວາມເສຍຫາຍ ຕໍ່ຕຶກຫຼາຍຫລັງ ລວມທັງຫໍພັກມະຫາວິທະຍາໄລ. ທ່ານໄດ້ກ່າວວ່າ ປະຊາຊົນຢ່າງ ໜ້ອຍ 11 ຄົນ ໄດ້ຮັບບາດເຈັບ.

ທ່ານຄີເປີ ໄດ້ກ່າວວ່າ ກອງກຳລັງຂອງຣັດເຊຍ ຍັງໄດ້ໂຈມຕີພື້ນຖານໂຄງລ່າງຂອງທ່າເຮືອ ໃນບໍລີເວນອິສແມລ ທີ່ຕັ້ງຢູ່ເລາະແຄມຝັ່ງແມ່ນ້ຳດາ​ນູບ ແລະທຳລາຍສາງເກັບເຄືອງຫຼາຍແຫ່ງ.

Ukraine’s military said Thursday that Russia attacked overnight with drones and missiles, while Russia reported Ukrainian aerial attacks targeting the Moscow area hours before President Vladimir Putin was due to hold his end-of-the-year news conference.

Ukraine’s air force said it shot down 41 of the 42 drones Russian forces launched, most of them over the Odesa region in southern Ukraine.

Oleh Kiper, the regional governor of Odesa, said on Telegram that falling debris damaged multiple buildings, including a dormitory. He said at least 11 people were injured.

Kiper said Russian forces also attacked port infrastructure in the Izmail area, located along the Danube river, destroying several warehouses.

XS
SM
MD
LG