ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດ​ເຊຍ ຂະ​ຫຍາຍ​ການ​ຂາຍ​ອາ​ວຸດ ຢູ່​ທົ່ວເຂດ​ເອ​ເຊຍ​ ຕາ​ເວັນ​ອອ​ກ​ສຽງ​ໃຕ້


​ລົດ​ຖັງ T-72B ທີ່​ລໍ​ຖ້າ​ຍ້າຍ​ອອກ​ຈາກກ​ລົດ​ໄຟ ຫຼັງ​ຈາກ​ໄດ້​ໄປ​ເຖິງ​ສະ​ຖາ​ນີ​ລົດ​ໄຟ ທີ​່​ເຂດຄ​ຣາຍ​ເມຍ.
​ລົດ​ຖັງ T-72B ທີ່​ລໍ​ຖ້າ​ຍ້າຍ​ອອກ​ຈາກກ​ລົດ​ໄຟ ຫຼັງ​ຈາກ​ໄດ້​ໄປ​ເຖິງ​ສະ​ຖາ​ນີ​ລົດ​ໄຟ ທີ​່​ເຂດຄ​ຣາຍ​ເມຍ.

ຣັດ​ເຊຍ​ກຳ​ລັງ​ຂະ​ຫຍາຍ​ການ​ຕົກ​ລົງ​ຂາຍ​ອາ​ວຸດ​ໃຫ້​ຕ່າງ​ປະ​ເທດ​ຢ່າງວ່ອງ​ໄວ​ຢູ່​ໃນ​ທົ່ວ​ໂລກ ໂດ​ຍທີ່​ຮອງລັດຖະ​ມົນ​ຕີ​ກະ​ຊວງປ້ອງ​ກັນ​ປະ​ເທດ​ ທ່ານ​ອາ​ເລັກ​ຊານ​ເດີ​ ໂຟ​ມິນ ​ໃຫ້​ການ​ຢືນ​ຢັນ ຕໍ່​ໜັງ​ສື​ພິມ​ຂອງກອງ​ທັບ​ຣັດ​ເຊຍ Krasnaya Zvezda ໃນ​ວັນ​ທີ 20 ທັນ​ວາຜ່ານ​ມາ​ວ່າ​ມົ​ສ​ກູ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ການ​ຮ່ວ​ມ​ມື​ທາງ​ທະ​ຫານ​ກັບ 39 ປະ​ເທດ ​ໃນ​ໄລ​ຍະຫ້າ​ປີ​ທີ່​ຜ່ານ​ມາ ຫຼາຍໆ​ປະ​ເທດແມ່ນ​ຢູ່​ໃນ​ເຂດເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຮວມ​ທັງ​ປະ​ເທດລາວ ທີ່​ຍັງບໍ່​ທັນ​ໄດ້​ຊື້ອາ​ວຸດ​ຂອງ​ຣັດ​ເຊຍ​ຢູ່​ໃນ​ລະ​ດັບ​ນີ້​ ມາ​ເປັນ​ເວ​ລາ​ຫຼາ​ຍທົດ​ສະ​ວັດແລ້ວ.

ການ​ຂະ​ຫຍາຍ​ການ​ຂາຍ​ອາ​ວຸດ​ຂອງ​ຣັດ​ເຊຍແມ່ນ​ໄດ້​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ ແລະ​ເກີດ​ຂຶ້ນ​ໃນຂະ​ນະ​ທີ່​ຄວາມ​ສຳ​ພັນ​ລະ​ຫວ່າງ​ຣັດ​ເຊຍ ແລະ​ອົງ​ການ​ເນ​ໂຕ (NATO) ໄດ້ແຕກ​ຫັກ​ລົງ.

ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ​ບັນ​ດາປະ​ເທດ​ພັນ​ທະ​ມິດເກົ່າສະ​ໄໝ​ສົງ​ຄາມ​ເຢັນ ເຊັ່ນປະ​ເທດ​ລາວນັ້ນ ​ຄວາມ​ຕ້ອງ​ການ​ຂອງມົ​ສ​ກູ​ແມ່ນ​ສຳ​ລັບ​ການ​ແລກ​ປ່ຽນ ແລະ​ໂອ​ກາດ​ທີ່​ຈະ​ເຂົ້າ​ຫາ​ທາງ​ລົດ​ໄຟທີ່​ພວມ​ຢູ່ໃນ​ລະ​ຫວ່າງການ​ກໍ່​ສ້າງ ທີ່​ຈະ​ອຳ​ນວຍ​ທາງ​ເຂົ້າ​ສູ່​ບັນ​ດາ​ທ່າ​ກຳ​ປັ່ນຕ່າງໆ ແລະ​ເສັ້ນ​ທາງ​ການ​ຄ້າ ​ຢູ່ໃນ​ຫວຽດ​ນາມ ກຳ​ປູ​ເຈຍ ແລະ​ເຂດ​ແຄມ​ຝັ່ງ​ທະ​ເລ​ປະ​ເທດໄທ ​ຊຶ່ງ​ເປັນທີ່​ສົນ​ໃຈ​ສຳ​ລັບ​ມົ​ສ​ກູ ແລະ​ການ​ຂາຍ​ອາ​ວຸດ ​ເປັນ​ພາກ​ສ່ວນນຶ່ງ ໃນ​ຄວາມ​ພະ​ຍາ​ຍາມ​ໂດຍ​ຣັດ​ເຊຍ ທີ່​ຈະ​ສ້າງ​ຄວາມ​ເຂັ້ມ​ແຂງ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ພົວ​ພັນ​ຂອງ​ຕົນ​ກັບ​ບັນ​ດາ​ປະ​ເທດ​ເຫລົ່າ​ນີ້.

ທ່ານ​ຄາ​ວິນ ກ​ຣິນ​ວູດ ນັກ​ວິ​ເຄາະອົງ​ການ A2 Global Risk ​ທີ່ມີ​ຫ້ອງ​ການ​ປຶກ​ສາ​ຄວາມ​ປອດ​ໄພຢູ່​ຮົງ​ກົງ ກ່າວ​ຕໍ່ ວີ​ໂອ​ເອວ່າ “ຈຸດ​ປະ​ສົງຂອງ​ມົ​ສ​ກູ ​ປາ​ກົດ​ວ່າ ປະ​ສົມ​ປະ​ສານ​ກັບ​ການ​ຄ້າແລະ​ບາງ​ທີ​ການ​ລົບ​ກວນໃນ​ຄວາມ​ຄິດ​ທີ່​ວ່າ​ການ​ເຊື່ອມ​ໂຊມ​ລົງ​ໃດໆ​ໃນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ສະ​ຫະ​ລັດ ​ຫຼື ​ຢູ​ໂຣບ​ແມ່ນ​ຖື​ວ່າ ເປັນ​ການ​ຊະ​ນະ​.”

ທ່ານ​ກ່າວ​ວ່າ ຣັດ​ເຊຍ​ແມ່ນ​ປະ​ກອບ​ເປັນ 25 ເປີ​ເຊັນ ​ຂອງ​ການ​ຂາຍ​ອາ​ວຸດ​ທີ່​ສຳ​ຄັນ​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ ແລະ​ອີງ​ຕາມ​ສະ​ຖາ​ບັນຄົ້ນ​ຄວ້າສັນ​ຕິ​ພາບສາ​ກົນທີ່​ສະຕັອກ​ໂຮມ (Stockholm international Peace Research institute) ມົ​ສກູ ​ໄດ້​ຂາຍອາ​ວຸດ ໃນ​ມູນ​ຄ່າ 6 ພັນ 600 ລ້ານ​ໂດ​ລາ ໃຫ້​ແກ່ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ລະ​ຫວ່າງ​ປີ 2010 ​ຫາ 2017 ​ຊຶ່ງ​ເປັນ​ຈຳ​ນວນ​ເທົ່າ​ກັນ​ກັບ​ສະ​ຫະ​ລັດ ແລະ​ຈີນ ​ຮວມເຂົ້າກັນ​ແລ້ວ.

ສະ​ຖາ​ບັນ​ດັ່ງ​ກ່າວ​ຍັງ​ກ່າວ​ວ່າ ຣັດ​ເຊຍໄດ້​ຂາຍ​ອາ​ວຸດ 60 ເປີ​ເຊັນໃຫ້​ແກ່​ທົ່ວ​ທະ
ວີບ​ເອ​ເຊຍ ແລະ​ໂອ​ເຊອາ​ນິກ ລະ​ຫວ່າງ​ປີ 2014 ແລະປີ 2018.

Russia is rapidly expanding foreign arms deals worldwide, with Deputy Defense Minister Alexander Fomin confirming to the Russian military's newspaper Krasnaya Zvezda December 20 that Moscow has signed military cooperation pacts with 39 countries in the last five years, many of them in Southeast Asia, including Laos, which has not been buying Russian weapons on this scale for decades.

The expansion is raising eyebrows and comes as relations between Russia and NATO have broken down.

Analysts said old Cold War alliances with countries such as Laos, Moscow's appetite for barter deals, and the potential for access to railroads under construction that will provide access to seaports and trade routes along the Vietnamese, Cambodian and Thai coasts, appeal to Moscow, and the arms sales are part of a larger effort by Russia to strengthen its links with these countries.

“Moscow’s motives appear to be a combination of commercial and the perhaps disruptive, in the sense that any erosion of U.S. or European defense interests is a de facto win,” Gavin Greenwood, an analyst with A2 Global Risk, a Hong Kong-based security consultancy, told VOA.

He said Russia had accounted for 25% of major arms sales in Southeast Asia since 2000, and according to the Stockholm International Peace Research Institute, Moscow sold $6.6 billion in arms to Southeast Asia between 2010 and 2017, as much as the U.S. and China combined.

XS
SM
MD
LG