ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຍຶດ​ເຮືອ ​ຂອງ ຍີ່​ປຸ່ນ ໃນ​ຂໍ້​ກ່າວ​ຫາ ກ່ຽວ​ກັບ ການ​​ລັກ​ລອບ​ລ່າ​ສັດ


ພາບ​ທີ່​ຖ່າຍ​ຈາກ​ເຮືອ​ບິນ​ສະ​ແດງ​ໃຫ້​ເຫັນ ເຮືອ​ຫາ​ປາ ຢູ່ນອກ​ຊາ​ຍ​ຝັ່ງ​ຂອງ​ນະ​ຄອນຫຼວງ ໂຕ​ກຽວ. 16 ທັນ​ວາ, 2019.
ພາບ​ທີ່​ຖ່າຍ​ຈາກ​ເຮືອ​ບິນ​ສະ​ແດງ​ໃຫ້​ເຫັນ ເຮືອ​ຫາ​ປາ ຢູ່ນອກ​ຊາ​ຍ​ຝັ່ງ​ຂອງ​ນະ​ຄອນຫຼວງ ໂຕ​ກຽວ. 16 ທັນ​ວາ, 2019.

ເຮືອ​ຫາ​ປາ​ຫ້າ​ລຳ​ຂອງ ຍີ່​ປຸ່ນ ໄດ້​ຖືກ​ຍຶ​ດ ​ໃນ​ວັນ​ພຸ​ດ​ວານນີ້​ໂດຍ​ ຣັດ​ເຊຍ ໃນ​ເຂດ​ຕາ​ເວັນ​ອອກ​ໄກ​ຂອງ​ປະ​ເທດ, ເປັນ​ເຫດ​ການຫຼ້າ​ສຸດຈາກຫຼາຍ​ຄັ້ງ ກ່ຽວ​ກັບ​ສິດ​ທິ​ໃນ​ການ​ຫາ​ປາ ​ທີ່​ໄດ້​ເປີດ​ເຜີຍ​ຄວາມ​ຂັດ​ແຍ້ງ​ເຂດ​ແດນ​ທີ່​ໃຫຍ່​ກວ່າ​ ລະ​ຫວ່າງ ຍີ່​ປຸ່ນ ກັບ ຣັດ​ເຊຍ, ຢ້ອນ​ກັບ​ຄືນ​ໄປ​ທ້າຍ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ.

​ກຳ​ປັ່ນທັງຫຼາຍຂອງ ຍີ່​ປຸ່ນ ແມ່ນ​ກຳ​ລັງ​ຫາ​ປາ​ໝຶກ​ຢູ່​ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ຖືກ​ໄລ່​ຕາມ​ໂດຍຕຳຫຼວດ​ລາດ​ຕະ​ເວນ​ເຂດ​ຊາຍ​ແດນ ຣັດ​ເຊຍ ທີ່​ການ​ສືບ​ສວນ​ໄດ້​ອ້າງ ກ່ຽວ​ກັບ ການ​ລ່າ​ສັດ​ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດນ່ານ​ນ້ຳ​ຂອງ ຣັດ​ເຊຍ, ອີງ​ຕາມ​ການ​ກ່າວ​ຂອງໂຄ​ສົກ​ລັດ​ຖະ​ບານ ຍີ່​ປຸ່ນ ທ່ານ ໂຢ​ຊິ​ຮິ​ເດະ ຊູ​ກະ ໃນ​ວັນ​ພຸດ​ວານນີ້.

ທ່ານ ຊູ​ກະ ໄດ້​ກ່າວ​ເພີ່ມ​ເຕີ​ມໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ນະ​ຄອນຫຼວງ ໂຕ​ກຽວ ວ່າ “ມັນ​ຮັບ​ບໍ່​ໄດ້. ລັດ​ຖະ​ບານ​ຂໍ​ຮຽກ​ຮ້ອງ​ຢ່າງ​ເດັດ​ຂາດ, ຈາກ​ທັດ​ສະ​ນະ​ດ້ານ​ມະ​ນຸດ​ສະ​ທຳ, ໃຫ້​ປ່ອຍ​ຕົວ​ລູກ​ເຮືອ ແລະ ກຳ​ປັ່ນ​ຂອງ​ເຂົາ​ເຈົ້າ​ໄວ​ທີ່​ສຸດ.”

ໃນ​ນະ​ຄອນຫຼວງ ມົ​ສ​ກູ, ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ຂອງ ຣັດ​ເຊຍ ທ່ານ​ນາງ ມາ​ເຣຍ ຊາ​ຄາ​ໂຣ​ວາ ໄດ້​ຢືນ​ຢັນ​ເຫດ​ການ​ດັ່ງ​ກ່າວວ່າ ໄດ້​ເກີດ​ຂຶ້ນ​ນຶ່ງວັນ​ກ່ອນ​ໜ້ານີ້ ແລະ ໄດ້​ຢືນ​ຢັດວ່າ ຍີ່​ປຸ່ນ ໄດ້​ລ່ວງ​ລະ​ເມີດ​ກົດ​ໝາຍ​ການ​ເດີນ​ເຮືອ ກ່ຽວ​ກັບ ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອີກ​ຄັ້ງ​ນຶ່ງ ແລະ ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ.

ທ່ານ​ນາງ ຊາ​ຄາ​ໂຣ​ວາ ໄດ້​ກ່າວ ກ່ຽວ​ກັບ ບັນ​ຫາ​ທີ່​ວ່າ​ນັ້ນ​ເມື່ອ​ຖື​ກ​ກົດ​ດັນ​ໂດຍ​ບັນ​ດາ​ນັກ​ຂ່າວ​ວ່າ “ໂຊກບໍ່​ດີ, ສິ່ງ​ທີ່​ເຈົ້າ​ເວົ້າ, ແມ່​ນ​ໄດ້​ເກີດ​ຂຶ້ນ.”

ທ່ານ​ນາງ​ຍັງ​ໄດ້​ຢືນ​ຢັດວ່າ ຊາວ​ປະ​ມົງ ຍີ່​ປຸ່ນ ແມ່ນ​ໄດ້​ຮັບ​ອາ​ຫານ, ເຄື່ອງ​ນຸ່ງ ແລະ ການ​ຊ່ວຍ​ເຫຼືອ​ທາງ​ການ​ແພດ​ທີ່​ຈຳ​ເປັນ ​ໃນ​ເວ​ລາ​ຖືກ​ຄວບ​ຄຸມ​ຕົວ​ຢູ່​ນັ້ນ.

ໃນ​ເນື້ອ​ແທ້​ຂອງ​ບັນ​ຫາ​ນັ້ນ ແມ່ນຄວາມ​ຂັດ​ແຍ້ງ​ທີ່​ຍື້ດ​ເຍື້ອ​ຍາວ​ນານ ກ່ຽວ​ກັບ ເກາະ​ນ້ອຍ​ສີ່​ເກາະ ທີ່​ສະ​ຫະ​ພາບ ໂຊວຽດ ໄດ້​ຍຶດ​ຈາກ ຍີ່​ປຸ່ນ ໃນ​ຕອນ​ທ້າຍ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ເຊິ່ງ​ໄດ້​ເຮັດ​ໃຫ້ ມົ​ສ​ກູ ແລະ ໂຕ​ກຽວ ຢ່າງ​ໜ້ອຍ​ຢູ່​ໃນ​ພາ​ວະ​ສົງ​ຄາມ​ນຳ​ກັນ​ຢ່າງ​ເປັນ​ທາງ​ການ​ໃນຫຼາຍ​ປີ​ທີ່​ຜ່ານ​ມານີ້.

ຍີ່​ປຸ່ນ ໄດ້​ຢືນ​ຢັນ​ວ່າ ສີ່​ເກາະ​ທີ່​ຖືກ ຣັດ​ເຊຍ ຍຶດ, ເຊິ່ງ​ເຂົາ​ເຈົ້າ​ເອີ້ນ​ວ່າ​ດິນ​ແດນ​ພາກ​ເໜືອ​ນັ້ນ, ຕ້ອງ​ຖືກ​ສົ່ງ​ຄືນ.

ຣັດ​ເຊຍ, ເຊິ່ງ​ໄດ້​ອ້າງ​ເຖິງ​ເກາະ​ດັ່ງ​ກ່າວ​ເປັນ ເກາະ ຄູ​ຣິ​ລ ພາກ​ໃຕ້ນັ້ນ, ໄດ້​ຢືນ​ຢັດ​ວ່າ ເກາະ​ດັ່ງ​ກ່າວ​ແມ່ນ​ຜົນ​ປະ​ໂຫຍດ​ທີ່​ໄດ້​ມາ​ຈາກ​ສົງ​ຄາມ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຈາກວັນ​ທີ່ ຍີ່​ປຸ່ນ ໄດ້​ເປັນ​ສ່ວນ​ນຶ່ງ​ຂອງ​ກຳ​ລັງ​ທະ​ຫານ​ມະ​ຫາ​ອຳ​ນາດ ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ພ້ອມ​ກັບ​ພວກ ນາ​ຊີ ເຢຍ​ຣະ​ມັນ.

ເຖິງ​ແມ່ນ​ຈະ​ມີ​ການ​ເຈ​ລະ​ຈາກ​ກັນຫຼາຍ​ທົດ​ສະ​ວັດ​ແລ້ວ​ກໍ​ຕາມ, ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ເພີ່ມ​ຂຶ້​ນ ແລະ ຂໍ້​ແນະ ກ່ຽວ​ກັບ ຄວາມ​ສຳ​ເລັດ​ບາງ​ຄັ້ງ​ຄາວນັ້ນ, ຄວາມ​ຂັດ​ແຍ້ງເລື່ອງ​ເກາະ​ດັ່ງ​ກ່າວ​ ກໍ​ບໍ່​ໄດ້​ເຮັດ​ໃຫ້​ມີ​ການ​ເຊັນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ໃດໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG