ພວກເຈົ້າໜ້າທີ່ອາຟຣິກາຫຼາຍສິບຄົນ ແລະບັນດາຜູ້ນຳທຸລະກິດ ຈະໄປເຕົ້າໂຮມກັນ
ຢູ່ເມືອງໂຊຈີ (Sochi) ໃນປະເທດຣັດເຊຍ ອາທິດນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດ
ຍອດເປັນເວລາສອງວັນທີ່ແນໃສ່ເພື່ອເສີມຂະຫຍາຍຄວາມສຳພັນລະຫວ່າງສະຫະພັນ
ຣັດເຊຍ ແລະ 54 ປະເທດໃນອາຟຣິກາທັງໝົດ.
ມົສກູຫວັງວ່າ ກອງປະຊຸມສຸດຍອດນີ້ ທີ່ມີປະທານຄູ່ ໂດຍປະທານາທິບໍດີຣັດເຊຍ ທ່ານ
ວລາເດີເມຍ ປູຕິນ ແລະປະທານາທິບໍດີອີຈິບທ່ານອັບແດລ ຟາຕາ ແອລ-ຊິຊີຈະເລີ້ມ
ດ້ວຍການເປັນຄູ່ຮ່ວມງານທາງດ້ານເສດຖະກິດ ຄວາມປອດໄພ ແລະການເມືອງ.
ທ່ານເຈມສ໌ ໂຈນາ ອະດີດຮອງເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບກ່ຽວ
ກັບກິດຈະການດ້ານການເມືອງໄດ້ກ່າວຕໍ່ວີໂອເອວ່າ ການຂະຫຍາຍຄວາມສຳພັນສຳ
ລັບຣັດເຊຍແລ້ວ ແມ່ນໝາຍຄວາມວ່າ ສາມາດປັບໂຕໄດ້ຫຼາຍຂຶ້ນສຳລັບບັນດາປະ
ເທດໃນອາຟຣິກາ ໃນການຊອກຫາການຮ່ວມມືກັບສາກົນ.
ທ່ານໂຈນາ ກ່າວວ່າ ມັນມີທາງເລືອກຫຼາຍຂຶ້ນ ບໍ່ຕ້ອງອາໄສເພິ່ງພາແຕ່ພຽງມະຫາອຳ
ນາດນຶ່ງດຽວ. ບໍ່ວ່າມະຫາອຳນາດນັ້ນ ຈະເປັນຍີ່ປຸ່ນ ຈີນ ຫຼືສະຫະພາບຢູໂຣບ.”
ຣັດເຊຍອາດຍັງມີຄວາມຫວັງທີ່ຈະເຂົ້າໄປເຕີມເຕັມຊ່ອງຫວ່າງທີ່ປະປ່ອຍໄວ້ໂດຍ
ສະຫະລັດ ຊຶ່ງເປັນທີ່ປາກົດວ່າ ການມີໜ້າໃນປັດຈຸບັນ ພວມຫລຸດນ້ອຍຖອຍລົງ.
ໃນເດືອນສິງຫາ ປີ 2018 ໜັງສືພິມນິວຢອກໄທມ໌ ໄດ້ລາຍງານວ່າ ສະຫະລັດ ຈະ
ເລີ້ມຖອນກຳລັງທະຫານ ແລະຫລຸດການປະຕິບັດງານຢູ່ໃນທົ່ວອາຟຣິກາ.
ນອກນັ້ນແລ້ວ ຍັງບໍ່ເປັນທີ່ຈະແຈ້ງວ່າ ຍຸດທະສາດໃໝ່ ທີ່ໄດ້ເຜີຍແຜ່ໃນລະດູຮ້ອນປີນີ້ “ສ້າງຄວາມຮັ່ງມີໃຫ້ອາຟຣິກາ” ຈະເຮັດໃຫ້ຮູບຮ່າງການພົວພັນຂອງ ອາເມຣິກາ ຢູ່ໃນ
ອາຟຣິກາ ເປັນແບບໃດ ໂດຍສະເພາະຫຼັງຈາກການລາອອກໄປຢ່າງກະທັນຫັນ ຂອງ
ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ ຊຶ່ງເປັນຜູ້ທຳອິດທີ່ໄດ້ເປີດເຜີຍ
ແຜນດັ່ງກ່າວ ຢູ່ມູນນິທິ Heritage ໃນເດືອນທັນວາແລ້ວນີ້.
ແລະເວລາປະທານາທິບໍດີດໍໂນລ ທຣຳ ບໍ່ໄດ້ກ່າວເຖິງອາຟຣິກາໃນຄຳປາໄສຕໍ່ ກອງ
ປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຫວ່າງມໍ່ໆມານີ້ ທ່ານໂຈນາ ກ່າວວ່າ ໄດ້ສົ່ງ
ຂ່າວທີ່ຈະແຈ້ງ.
ທ່ານໂຈນາ ກ່າວວ່າ “ຖ້າຫາກທ່ານຟັງຄຳປາໄສຂອງປະທານາທິບໍດີທຣຳ ທີ່ ໄດ້ກ່າວ
ຢູ່ສະຫະປະຊາຊາດແລ້ວ ທ່ານບໍ່ໄດ້ເວົ້າເຖິງອາຟຣິກາເລີຍ. ເພາະສະນັ້ນ ເປັນຫຍັງ
ຊາວອາຟຣິກາຈຶ່ງຄວນ ເຂົາເຈົ້າເຮັດຫຍັງໄດ້? ຖ້າຫາກຜົນປະໂຫຍດບໍ່ໃຫຍ່ພໍ ຢູ່ອີກ
ທາງເບື້ອງນຶ່ງ?”
Dozens of African officials and business leaders will gather in Sochi, Russia, this week for a two-day summit designed to bolster relations between the Russian Federation and all 54 African nations.
Moscow hopes the summit, co-chaired by Russian President Vladimir Putin and Egyptian President Abdel Fattah el-Sisi, will kickstart economic, security and political partnerships.
Expanded ties to Russia mean more flexibility for African states in search of international collaboration, James Jonah, the former U.N. under secretary general for political affairs, told VOA.
"It opens a lot of options not to rely only on one power," Jonah said, whether that power is Japan, China or the European Union.
Russia may also hope to fill a perceived void left by the United States, whose presence in Africa appears to be waning.
In August 2018, the New York Times reported (( https://www.voanews.com/usa/us-weighs-deep-cuts-special-operations-forces-africa )) that the U.S. would begin drawing down troops and scaling back missions throughout Africa.
It's also unclear how a new strategy released this summer (( https://www.washingtonpost.com/world/trump-administration-unveils-its-new-africa-strategy--with-wins-and-snags/2019/06/19/c751be4c-91f5-11e9-956a-88c291ab5c38_story.html )), "Prosper Africa," will reshape America's involvement in Africa, especially after the abrupt departure of National Security Advisor John Bolton, who first unveiled the plan (( https://www.voanews.com/usa/new-africa-strategy-pits-us-against-china-russia )) at the Heritage Foundation last December.
And when President Donald Trump omitted Africa from his remarks at a recent United Nations General Assembly appearance (( https://www.whitehouse.gov/briefings-statements/remarks-president-trump-74th-session-united-nations-general-assembly/ )), Jonah said, it sent a clear message.
"If you listen to the speech that President Trump gave at the U.N., he doesn't mention Africa," Jonah said. "So why should the Africans — what could they do? If the interest is not that great on the other side?"