ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສົງ​ຄາມ​ຂອງ​ຣັດ​ເຊຍ ໃນ​ຢູ​ເຄ​ຣນ ກໍ່​ໃຫ້​ເກີດ​ຮອຍ​ແຕກ ຢູ່ກອງ​ປະ​ຊຸມ​ສຸດຍອດ ກຸ່ມ​ຈີ 20 ທີ່​ບາ​ຫຼີ


ລັດ​ຖະ​ມົນ​​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ເຮັດ​ວຽກ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງານ​ແລະ​ອາ​ຫານ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G-20 ທີ່​ນູ​ຊາ​ດົວ ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ 15 ພະ​ຈິກ 2022.
ລັດ​ຖະ​ມົນ​​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ເຮັດ​ວຽກ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງານ​ແລະ​ອາ​ຫານ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G-20 ທີ່​ນູ​ຊາ​ດົວ ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ 15 ພະ​ຈິກ 2022.

ພວກ​ຜູ້​ນຳ​ຂອງ​ກຸ່ມ G-20 ຫຼື​ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ​ໃນ​ໂລກໄດ້ ເລີ້ມການ​ເຈ​ລະ​ຈາ​ຫາ​ລື​ກັນໃນວັນ​ອັງ​ຄານວານນີ້ ທີ່​ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ ແມ່ນ​ໄດ້​ມີ​ການ​ແບ່ງ​ແຍກ​ກັນ ຍ້ອນ​ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ພວກ​ຜູ້​ນຳ​ມີ​ກຳ​ນົດ​ຈະ​ອອກ​ຖະ​ແຫຼງ​ການ ຊຶ່ງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ່ວນ​ໃຫຍ່​ຈະ​ກ່າວປະ​ນາມ​ຢ່າງ​ແຮງ ​ຕໍ່​ການ​ເຮັດ​ສົງ​ຄາມ​ໃນ​ຢູ​ເຄ​ຣນ ​ຂອງ​ຣັດ​ເຊຍ ນັ້ນ​ຄືຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ໃນ​ຕອນ​ເຊົ້າ​ວັນ​ອັງ​ຄານ​ວານນີ້.

ເຈົ້າ​ໜ້າ​ທີ່​ທ່ານນີ້ ທີ່ກ່າວ​ໂດຍ​ຂໍ​ສະ​ຫງວນ​ນາມ ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ພວກທ່ານ​ຈະ​ໄດ້​ເຫັນ​ສະ​ມາ​ຊິກ​ສ່ວນ​ໃຫຍ່ ​ຂອງ​ກຸ່ມ G-20 ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ ວ່າ ພວກ​ເຂົາ​ເຈົ້າ​ປະ​ນາມ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍໃນ​ຢູ​ເຄ​ຣນ ພວກ​ເຂົາ​ເຈົ້າ​ມອງ​ເຫັນ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນນັ້ນ​ວ່າ ເປັນ​ແຫຼ່ງ​ທີ່​ມາ​ຕົ້ນ​ຕໍ​ຂອງ​ບັນ​ຫາ​ໃຫຍ່​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ບັນ​ຫາ​ຄວາມ​ທຸກ​ທໍ​ລະ​ມານ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຢູ່​ໃນ​ໂລກ.”

ຖະ​ແຫຼງ​ການ ຊຶ່ງ​ມີ​ກຳ​ນົດ​ຈະ​ນຳ​ອອກ​ເຜີຍ​ແຜ່ ​ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ​ໃນ​ອາ​ທິດນີ້ ແມ່ນ​ອອກ​ແບບ​ມາ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ກຸ່ມ​ດັ່ງ​ກ່າວພວມ​ສ້າງ​ຄວາມ​ໂດດ​ດ່ຽວ​ ໃຫ້​ແກ່​ຣັດ​ເຊຍ ຊຶ່ງ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ G-20 ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່. ແຕ່​ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ຈະ​ມີ​ຈັກ​ປະ​ເທດ​ແທ້​ເຂົ້າ​ຮ່ວມ​ລົງ​ນາມ.

​ຂະ​ນະ​ທີ່​ໃນ​ຂັ້ນ​ຕົ້ນ ບັນ​ດາ​ຜູ້​ນຳ​ໄດ້​ຕົກ​ລົງ​ກັນ​ກ່ຽວ​ກັບ 3 ບູ​ລິມ​ມະ​ສິດ​ໃຫຍ່​ຂອງ​ກຸ່ມ G-20 ທີ່​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໄດ້​ຊຸກ​ຍູ້ ປະ​ກອບມີ ​ສະ​ຖາ​ປະ​ນິກດີ​ຈີ​ຕອ​ລ ການ​ໂອນ​ພະ​ລັງ​ງານ ແລະ​ການ​ຫັນ​ປ່ຽນ​ດີ​ຈີ​ຕອ​ລ ແຕ່​ຖະ​ແຫຼງ​ການ​ກ່ຽວ​ກັບ​ຣັດ​ເຊຍນັ້ນ ຍັງ​ມີ​ບັນ​ຫາ​ຄ້າງ​ຄາ​ກັນ​ຢູ່ ທີ່​ຈະ​ອອກ​ໃນ​ຖະ​ແຫຼງ​ການ​ຮ່ວມ ຫຼື​ໃນ​ຄຳ​ປະ​ກ​າດ​ທີ່​ໄດ້​ມີ​ການ​ຕົກ​ລົງ​ກັນ​ຂອງ​ທຸກ​ພັກ​ຝ່າຍໃນ​ຕອ​ນ​ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ ເປັນ​ທີ່​ປາ​ກົດ​ວ່າ ບໍ່​ມີ​ທ່າ​ທາງ​ຈະ​ເກີດ​ຂຶ້ນ ອີງ​ຕາມ​ແຫຼ່ງ​ຂ່າວ​ທີ່​ແຈ້ງ​ໃຫ້​ວີ​ໂອ​ເອ​ຊາບ.

ໃນ​ຄຳ​ປາ​ໄສ​ເປີດ​ກອງ​ປະ​ຊຸມ ກ່ອນ​ທີ່​ບັນ​ດາ​ຜູ້​ນຳ​ຈະ​ເລີ້ມ​ການ​ຫາ​ລື​ແບບ​ປິດ​ລັບ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ໂກ ວິ​ໂດ​ໂດ ແຫ່ງ​ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ G-20 ໄດ້​ຮ້ອງ​ຂໍ​ຕໍ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກຢ່າ​ປ່ອຍ​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ກັນ ກ່ຽວ​ກັບ ​ກາ​ນ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນທຳ​ລາຍ​ວາ​ລະ​ທີ່​ສ້າງ​ຄວາມ​ສາ​ມັກ​ຄີ​ແລະ​ການ​ຟື້ນ​ໂຕ​ຄືນ​ທາງ​ດ້ານ​ເສດ​ຖະ​ກິດ. “ພວກ​ເຮົາ​ບໍ່​ມີ​ທາງ​ເລືອກ​ອື່ນ​ໃດ ການ​ຮ່ວມ​ມື​ກັນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ຊ່ວຍ​ປົກ​ປັກ​ຮັກ​ສາ​ໂລກ​ໄວ້” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ວິ​ໂດ​ໂດ ແລະ​ທ່ານ​ກ່າວ​ຕື່ມ​ວ່າ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ ບໍ່​ພຽງ​ແຕ່​ຕໍ່​ປະ​ຊາ​ຊົນ​ຂອງ​ພວກ​ເຂົາ​ເຈົ້າແຕ່​ຊ່ວຍ​ປົກ​ປັກ​ຮັກ​ສາ​ໂລກ​ເຮົາ​ນຳ​ດ້ວຍ. “ຄວາມຮັບ​ຜິດ​ຊອບ ​ແມ່ນ​ໝາຍ​ເຖິງ​ຢຸດ​ເຊົາ​ສົງ​ຄາມ” ທ່ານ​ວິ​ໂດ​ໂດ​ກ່າວ.

ທ່ານ​ຍັງ​ກ່າວ​ເພີ້ມ​ອີກວ່າ “ກຸ່ມ G-20 ຕ້ອງ​ເປັນກຸ່ມ​ເພື່ອ​ຊຸກ​ຍູ້​ໃຫ້​ມີ​ການ​ຟື້ນ​ໂຕ​ຄືນ​ທາງ​ດ້ານ​ເສດ​ຖະ​ກິດ​ແບບ​ບໍ່​ມີ​ການ​ຈຳ​ແນກ. ພວກ​ເຮົາ​ບໍ່​ຕ້ອງ​ແບ່ງ​ແຍກ​ໂລກອອກ​ເປັນ​ສ່ວນໆ. ພວກ​ເຮົາ​ຕ້ອງ​ບໍ່​ອະ​ນຸ​ຍາດ​ໃຫ້​ໂລກກ້າວ​ເຂົ້າ​ໄປ​ສູ່​ສົງ​ຄາມ​ເຢັນ​ອີກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG