ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ ເປັນ​ເງົາ​ບົດ​ບັງ ການ​ຟື້ນ​ໂຕ​ຄືນ ​ຂອງ​ເສດ​ຖະ​ກິດ​ກຸ່ມ​ຈີ 20 ຫຼັງ​ໂຄວິດ​ລະ​ບາດ


ພວກ​ຂີ່​ລົດ​ຈັກ​ ຜ່ານ​ປ້າຍ​ຄຳ​ຂວັນ ສຳ​ລັບ​ກອງ​ປະ​ຊຸມລະ​ດ​ັບ​ລັດ​ຖະ​ມົນ​ຕີ​ກຸ່ມ​ຈີ 20 ທີ່​ກຳ​ນົດ​ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 7 ຫາ 8 ກໍ​ລະ​ກົດ ຢູ່ນອກ​ບ່ອນ​ຈັດ​ກອງ​ປ​ະ​ຊຸມ ທີ່​ເມືອງ​ນູ​ຊາ ດ​ວາ ໃນກາະ​ບາ​ຫຼີ​ ຂອງ​ອິນ​ໂດ​ເນ​ເຊຍ.
ພວກ​ຂີ່​ລົດ​ຈັກ​ ຜ່ານ​ປ້າຍ​ຄຳ​ຂວັນ ສຳ​ລັບ​ກອງ​ປະ​ຊຸມລະ​ດ​ັບ​ລັດ​ຖະ​ມົນ​ຕີ​ກຸ່ມ​ຈີ 20 ທີ່​ກຳ​ນົດ​ຈະ​ຈັດ​ຂຶ້ນ ​ໃນ​ວັນ​ທີ 7 ຫາ 8 ກໍ​ລະ​ກົດ ຢູ່ນອກ​ບ່ອນ​ຈັດ​ກອງ​ປ​ະ​ຊຸມ ທີ່​ເມືອງ​ນູ​ຊາ ດ​ວາ ໃນກາະ​ບາ​ຫຼີ​ ຂອງ​ອິນ​ໂດ​ເນ​ເຊຍ.

ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ​ແມ່ນ​ຫົວ​ຂໍ້​ສຳ​ຄັນ ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຂອງ​ກຸ່ມ 20 ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ສຸດ ຫຼື ຈີ 20 ໃນ​ທ້າຍ​ອາ​ທິດນີ້ ຢູ່​ທີ່​ເກາະ​ບາ​ຫຼີ ປະ​ເທດ​ອິນ​ໂດ​ເນ​ເຊຍ.

ທ່ານບ​ລິງ​ເກັນ ​ອອກ​ເດີນ​ທາງ​ໃນ​ວັນ​ພຸດມື້ນີ້ ເພື່ອໄປ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ ​ທີ່​ເກາະ​ບາ​ຫຼີ ຊຶ່ງ​ຈະ​ຈັດ​ຂຶ້ນລະ​ຫວ່າງວັນ​ທີ 7 ຫາ 8 ກໍ​ລະ​ກົດ ບ່ອນ​ທີ່​ທ່ານ​ຍັງ​ຈະ​ໄດ້​ພົບ​ປະ ​ໃນ​ກອງ​ປະ​ຊຸມ​ທີ່​ຈັດ​ຂຶ້ນ​ຕ່າງ​ຫາກ ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ຫວັງ​ ຢີ.

ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແດ​ນຽ​ລ ຄ​ຣີ​ເຕັນ​ບ​ຣິງ (Daniel Kritenbrink) ກ່າວ​ວ່າ ຫົວ​ຂໍ້​ໃນ​ການ​ປະ​ຊຸມ​ລະ​ຫວ່າງ​ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ສະ​ຫະ​ລັດ​ແລະ​ຈີນນັ້ນ ແມ່ນ​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຮ່ວມ​ມື​ເລື້ອງ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ສາ​ທາ​ລະ​ນະ​ສຸກ​ຂອງ​ໂລກ ການ​ປາບ​ປາມ​ຢາ​ເສບ​ຕິດ ແລະ​ສະ​ຖາ​ນະ​ການ​ໃນ​ມຽນ​ມາ.

ສະ​ຫະ​ລັດ​ຢາກ​ໃຫ້​ມີ​ການ​ຄຸ້ມ​ຄອງ​ແບບ​ມີ​ຄວາມ​ຮັບ​ຜິດ​ຊອບ “ໃນ​ການ​ແຂ່ງ​ຂັນ​ຢ່າງ​ຂຸ້ນ​ຂ້ຽວ” ກັບ​ຈີນ ແລະ​ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ສ້າງ​ຕັ້ງ “ຮາວ​ປ້ອງ​ກັນ” ເພື່ອ​ຫຼີກ​ລ້ຽງ​ບັນ​ຫາ​ຂັດ​ແຍ້ງ​ທີ່​ບໍ່​ໄດ້​ຕັ້ງ​ໃຈ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທີ່​ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ການ​ຖະ​ແຫຼງ​ເມື່ອ​ວັນ​ອັງ​ຄານ​ວານນີ້.

ທ່ານບ​ລິງ​ເກັນ​ຈະ​ທຳ​ການ​ພົບ​ປະ​ແບບ​ຍືດ​ຍາວ​ສອງ​ຮອບກັບ​ທ່ານ​ຫວັງ ຊຶ່ງ​ຮອບ​ທຳ​ອິດ​ມີ​ທ່າ​ທາງວ່າ​ຈະ​ເພັ່ງ​ເລັງ​ໃສ່​ຄວາມ​ສຳ​ພັນ​ສອງ​ຝ່າຍ ຮອບ​ທີ​ສອງ​ແມ່ນ​ບັນ​ຫາ​ຄວາມ​ສຳ​ພັນ​ລະ​ຫວ່າງ​ປະ​ເທດ ອີງ​ຕາມ​ແຫຼ່ງ​ຂ່າວ​ທາງ​ການ​ທູດ.

ຫຼັງ​ຈາກກອງ​ປະ​ຊຸມລະ​ດັບ​ລັດ​ຖະ​ມົນ​ຕີຂອງກຸ່ມ​ຈີ 20 ທ່ານບ​ລິງ​ເກັນຈະ​ອອກ​ເດີນ​ທາງ​ໄປ​ບາງກອກ ບ່ອນ​ທີ່​ຄາດ​ກັນ​ວ່າ ທ່ານ​ຈະ​ຫາ​ລື​ກ່ຽວ​ກັບ​ເລື້ອງ​ມຽນ​ມາ ຊຶ່ງ​ຮູ້​ກັນ​ໃນ​ອີກ​ຊື່​ນຶ່ງວ່າ ພະ​ມ້ານັ້ນ.

“ເລື້ອງ​ພະ​ມ້າ​ຈະ​ເປັນ​ເລື້ອງ​ທີ່​ພົ້ນ​ເດັ່ນ” ທັງ​ຢູ່​ທີ່ກອງ​ປະ​ຊຸມ​ພົວ​ພັນ​ກັບ​ກຸ່ມ​ຈີ 20 ແລະ​ຢູ່​ທີ່​ບາງກອກ ຊຶ່ງ​ທ່ານຄ​ຣີ​ເຕັນ​ບ​ຣິງ​ກ່າວຕື່ມວ່າ ສະ​ຫະລັດ​ຍັງ​ຈະ​ສືບ​ຕໍ່ “ປະ​ນາມ ໂດຍ​ໃຊ້​ຄຳ​ເວົ້າ​ທີ່​ແຮງ​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ຕໍ່​ການ​ກະ​ທຳ​ຢ່າງ​ໂຫດ​ຮ້າຍ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ ນັບ​ແຕ່​ໄດ້​ເຮັດ​ລັດ​ຖະ​ປະ​ຫານ​ມາ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເກືອບ 2,000 ຄົນ​ແລ້ວ ແລະ​ຕ້ອງ​ໄດ້​ຍົກ​ຍ້າຍ​ຖິ່ນ​ຖານ​ອີກ​ຫຼາຍກວ່າ 700,000 ຄົນ.”

ເມື່ອ​ທ້າຍ​ອາ​ທິດ​ແລ້ວນີ້ ທ່ານ​ຫວັງ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ເທດ​ມຽນ​ມາ ຊຶ່ງ​ເປັນ​ການ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ​ຂອງ​ທ່ານ ນັບ​ແຕ່​ພວກ​ທະ​ຫານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ໃນ​ປີ​ກາຍນີ້.

ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ກຸ່ມຈີ 20 ແຕ່​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຢູ​ເຄ​ຣນ ທ່ານ​ດິມ​ໂຕ​ຣ ກູ​ເລ​ບາ ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ດັ່ງ​ກ່າວ ຫຼັງ​ຈາກ​ຢູ​ເຄ​ຣນ​ໄດ້​ຮັບ​ຖາ​ນະ​ຜູ້​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ. ທ່ານ​ກູ​ເລ​ບາ​ກ່າວ​ວ່າ ທ່ານ​ໄດ້​ປະ​ສານ​ງານ​ກ່ຽວ​ກັບ​ທ່າ​ທີ​ຂອງ​ປະ​ເທດ​ທ່ານ ກັບ​ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ​ໂຈ​ເຊັບ ບໍ​ແຣ​ລ ກ່ອນ​ໜ້າ​ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖ​ະ​ມົນ​ຕີ.

ທ່ານ​ກູ​ເລ​ບາ ກ່າວ​ຢູ່​ໃນ​ທວີດ​ເຕີ້​ວ່າ “ພວກ​ເຮົາ​ຕ່າງ​ກໍເຫັນ​ພ້ອມ​ນຳ​ກັນ ​ເຖິງ​ຄວາມ​ຈຳ​ເປັນ ​ກ່ຽວ​ກັບ​ແຜນ​ການ​ລົງ​ໂທດ​ຮອບ​ທີ 7 ຕໍ່​ຣັດ​ເຊຍ ແລະ​ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກໃນ​ເລື້ອງນີ້​ຢູ່.”

ອີງ​ຕາມເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ຕໍ່​ຢູ​ເຄ​ຣນ​ເຮັດ​ໃຫ້​ເສດ​ຖະ​ກິດ​ຂອງ​ໂລກ​ເກີດ​ຄວາມ​ບໍ່​ທຸ່ນ​ທ່ຽງ ແລະ​ວໍ​ຊິງ​ຕັນ​ຈະ​ບໍ່​ຜ່ອນ​ຜັນ​ການ​ກົດ​ດັນ​ຕໍ່​ວັງ​ເຄ​ຣັມ​ລິນ ຈົນ​ກວ່າ​ຣັດ​ເຊຍ​ຈະ​ຢຸດ​ເຊົາ​ການ​ບຸກ​ໂຈມ​ຕີ​ທາງ​ທະ​ຫານ​ຢູ່​ທີ່ນັ້ນ.

ບໍ່​ມີ​ໝາຍ​ກຳ​ນົດ​ການ​ຢ່າງ​ເປັນ​ທາງ​ການ​ໃດໆໃນ​ການ​ພົບ​ປະ​ລະ​ຫວ່າງ​ທ່ານບ​ລິງ​ເກັນ​ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣອບ. ສະ​ຫະ​ລັດ​ບໍ່​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ອາດ​ຈະ​ຍ່າ​ງ​ອອກ​ຈາກກອງ​ປະ​ຊຸມ​ເພື່ອ​ປະ​ທ້ວງ​ການ​ມີ​ໜ້າ​ຂອງ​ທ່ານ​ລາວ​ຣອບ​ທີ່ກອງ​ປະ​ຊຸມ​ຂອງ​ກຸ່ມ​ຈີ 20.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG