ອະດີດປະທານາທິບໍດີຣັດເຊຍ ທ່ານດີມີຕຣີ ເມັດວີແດັບ ກ່າວໃນວັນອາທິດວານນີ້ວ່າ ຖ້າຫາກກຸ່ມ G-7 ເຄື່ອນ
ໄຫວຫ້າມການສົ່ງອອກຕໍ່ຣັດເຊຍ ມົສກູ ຈະຕອບໂຕ້ໂດຍການຍົກເລີກຂໍ້ຕົກລົງອາຫານປະເພດເມັດທະເລດຳທີ່ຊ່ວຍໃຫ້ຢູເຄຣນສາມາດ ສົ່ງອອກອາຫານປະເພດເມັດໄດ້ນັ້ນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ກຸ່ມເຈັດປະເທດທີ່ຈະເລີນທາງດ້ານອຸດສາຫະກຳ ກຳລັງພິຈາລະນາການຫ້າມເກືອບທັງໝົດ ຕໍ່ການສົ່ງອອກຂອງຣັດເຊຍ ອີງຕາມລາຍງານຂອງອົງການຂ່າວກຽວໂດຂອງຍີ່ປຸ່ນ ໃນອາທິດແລ້ວນີ້ ໂດຍອ້າງແຫລ່ງຂ່າວຂອງລັດຖະບານຍີ່ປຸ່ນ. ຣັດເຊຍໄດ້ຂົ່ມຂູ່ຊໍ້າແລ້ວຊໍ້າອີກທີ່ຈະຍົກເລີກ ການເຂົ້າຮ່ວມຂອງຕົນໃນຂໍ້ຕົກລົງອາຫານປະເພດເມັດ ຊຶ່ງມີກຳນົດໜົດເວລາທີ່ຈະໝົດອາຍຸລົງໃນວັນທີ 18 ພຶດສະພາ ຈະມາເຖິງນີ້.
“ແນວຄິດນີ້ຈາກພວກບ້າຢູ່ກຸ່ມ G-7 ກ່ຽວກັບການຫ້າມທັງໝົດຕໍ່ປະເທດຂອງພວກເຮົາ ໂດຍຜິດສັນຍາທີ່ສວຍງາມ ໝາຍເຖິງການຫ້າມທີ່ຕອບໂຕຊຶ່ງກັນແລະກັນຕໍ່ການສົ່ງອອກຈາກປະເທດຂອງພວກເຮົາ ຮວມທັງຊະນິດສິນຄ້າຕ່າງໆ ທີ່ເຫັນວ່າສຳຄັນທີ່ສຸດສຳລັບກຸ່ມ G-7” ທີ່ທ່ານເມັດວີແດັບ ໄດ້ກ່າວໃນການພິມເຜິຍແຜ່ຢູ່ໃນຊ່ອງເຕເລກຣາມຂອງທ່ານ.
ທ່ານກ່າວເພີ້ມອີກວ່າ “ໃນກໍລະນີດັ່ງກ່າວ ຂໍ້ຕົກລົງອາຫານປະເພດເມັດ ແລະສິ່ງ ອື່ນໆທີ່ເຂົາເຈົ້າຕ້ອງການ ຈະສິ້ນສຸດລົງສຳລັບເຂົາເຈົ້າ.”
Former Russian President Dmitry Medvedev said on Sunday that if the G-7 moved to ban exports to Russia, Moscow would respond by terminating the Black Sea grain deal that enables vital exports of grain from Ukraine.
The Group of Seven leading industrialized countries are considering a near-total ban on exports to Russia, Japan's Kyodo news agency reported last week, citing Japanese government sources. Russia has repeatedly threatened to scrap its participation in the grain deal, which is due to expire on May 18.
"This idea from the idiots at the G-7 about a total ban of exports to our country by default is beautiful in that it implies a reciprocal ban on imports from our country, including categories of goods that are the most sensitive for the G-7," Medvedev said in a post on his Telegram channel.
"In such a case, the grain deal - and many other things that they need - will end for them," he added.