ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ລາວ໌ຣອບ ລັດຖະມົນຕີຂອງຣັດເຊຍ ຈະໄປຢ້ຽມຢາມ ອີຣ່ານ ສຳລັບການເຈລະຈາ ຢູ່ພາກພື້ນ ໃນວັນຈັນມື້ນີ້


ແຟ້ມພາບ - ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວ໌ຣອບ, ຂວາ, ແລະ ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານໂຮສເສນ ອາເມຍ-ອາບໂດລາຮຽນ ຈັບມືກັນຫຼັງຈາກໄດ້ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວນຳກັນ ພາຍຫຼັງຈາກການເຈລະຈາ ໃນນະຄອນຫຼວງມົສກູຂອງຣັດເຊຍ, ວັນທີ 29 ມີນາ 2023.
ແຟ້ມພາບ - ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວ໌ຣອບ, ຂວາ, ແລະ ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານໂຮສເສນ ອາເມຍ-ອາບໂດລາຮຽນ ຈັບມືກັນຫຼັງຈາກໄດ້ເຂົ້າຮ່ວມກອງປະຊຸມຖະແຫລງຂ່າວນຳກັນ ພາຍຫຼັງຈາກການເຈລະຈາ ໃນນະຄອນຫຼວງມົສກູຂອງຣັດເຊຍ, ວັນທີ 29 ມີນາ 2023.

ລັດຖະມົນຕີການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວ໌ຣອບ ຈະໄປຢ້ຽມ ຢາມ ເຕຫະຣ່ານ ນະຄອນຫຼວງຂອງອີຣານ ໃນວັນຈັນມື້ນີ້ ສຳລັບການເຈລະ ຈາກັບຄູ່ຕຳແໜ່ງຢູ່ໃນພາກພື້ນດັ່ງກ່າວ ຊຶ່ງໂຄສົກຍິງຂອງກະຊວງຂອງທ່ານນັ້ນ ໄດ້ຢືນຢັນ ອີງຕາມອົງການຂ່າວເອແອັຟພີ.

ອົງການຂ່າວຂອງທາງການອີຣ່ານ IRNA ໄດ້ລາຍງານເມື່ອຕອນເຊົ້ານີ້ ວ່າ ບັນດາລັດຖະມົນຕີການຕ່າງປະເທດຂອງຣັດເຊຍ, ເທີກີ, ອາເຈີບາຍຈານ ແລະ ອາເມເນຍ ກໍໄດ້ຖືກເຊື້ອເຊີນໃຫ້ໄປຮ່ວມສຳລັບການເຈລະຈາດັ່ງກ່າວ.

“ພວກເຮົາຢືນຢັນ ແຜນການເຈລະຈາຂອງທ່ານລາວ໌ຣອບ ຢູ່ເຕຫະຣ່ານ ໃນວັນ ຈັນມື້ນີ້” ໂຄສົກກະຊວງການຕ່າງປະເທດ ທ່ານນາງ ມາເຣຍ ຊາກາໂຣວາ ໄດ້ກ່າວຕໍ່ອົງການຂ່າວ TASS ຂອງທາງການຣັດເຊຍ ແລະ IRNA ຂອງ ທາງການອີຣ່ານ.

ການເຈລະຈາດັ່ງກ່າວ ມີຂຶ້ນທ່າມກາງຄວາມເຄັ່ງຕຶງກ່ຽວກັບຕາເວັນອອກກາງ ແລະບັນຫາຂັດແຍ້ງລະຫວ່າງ ອາຣເມເນຍ ແລະອາເຈີບາຍຈານ ທີ່ຍັງແກ້ໄຂ ບໍ່ຕົກນັ້ນ ຊຶ່ງອາເຈີບາຍຈານ ໄດ້ເລີ້ມການບຸກໂຈມຕີແບບສາຍຟ້າແລບຕໍ່ພວກ ແບ່ງແຍກດິນແດນຊາວອາເມເນຍ ໃນເຂດນາກໍໂນ-ກາຣາບັກ ເມື່ອເດືອນແລ້ວນີ້.

ໃນເວລາຕໍ່ມາ ອາເມເນຍ ກໍໄດ້ຢືນຢັນວ່າ ລັດຖະມົນຕີການຕ່າງປະເທດຂອງ ຕົນ ຈະເຂົ້າຮ່ວມໃນກອງປະຊຸມດັ່ງກ່າວນັ້ນ.

ບັນຊີລາຍຊື່ຂອງຜູ້ເຂົ້າຮ່ວມຢ່າງຄົບຖ້ວນ ຍັງບໍ່ທັນໄດ້ຖືກເປີດເຜີຍເທື່ອ ແຕ່ປະເທດເພື່ອນບ້ານທາງພາກເໜືອຂອງອາເມເນຍ ຄື ຈໍເຈຍ ໄດ້ກ່າວໃນ ວັນອາທິດວານນີ້ວ່າ ຕົນຈະບໍ່ເຂົ້າຮ່ວມ ດັ່ງທີ່ກະຊວງການຕ່າງປະເທດຂອງຕົນ ໄດ້ກ່າວຕໍ່ອົງການຂ່າວ Interpress.

Russian Foreign Minister Sergey Lavrov will visit the Iranian capital, Tehran, on Monday for talks with regional counterparts, his ministry's spokeswoman has confirmed.

Iran's official IRNA news agency reported earlier that the foreign ministers of Russia, Turkey, Azerbaijan and Armenia had been invited for the talks.

"We confirm Lavrov's planned talks in Tehran on Monday," foreign ministry spokeswoman Maria Zakharova told the TASS and RIA news agencies.

The talks come amid tensions over the Middle East and unresolved disputes between Armenia and Azerbaijan, which launched a lightning offensive against Armenian separatists in Nagorno-Karabakh last month.

Armenia later confirmed that its foreign minister would attend the meeting.

A full list of attendees has not yet been released, but Armenia's northern neighbor, Georgia, said Sunday that it would not be attending, its foreign ministry told the Interpress news agency.

XS
SM
MD
LG