ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ຂໍ້​ສະ​ເໜີ ຂອງ ຣັດ​ເຊຍ ຕໍ່​ຍີ່​ປຸ່ນ ເພື່ອ​ຍຸ​ຕິ ສົງ​ຄາມ​ໂລກ ຄັ້ງ​ທີ 2


Russia’s Proposal for Japan: Let’s End WWII
please wait

No media source currently available

0:00 0:02:49 0:00

ໃນ​ເດືອນນີ້ ຢູ​ໂຣບ​ໄດ້​ລະ​ນຶກ​ເຖິງວັນ​ຄົບ​ຮອບ 100 ປີ ​ໃນ​ການ​ສະ​ຫງົບ​ເສິກ ທີ່​ເຮັດ​ໃຫ້​ສົງ​ຄາມ​ໂລກ​ຄັ້ງ​ທີ 1 ຍຸ​ຕິ​ລົງ. ໃນເວ​ລານີ້ ການ​ສິ້ນ​ສຸດ​ລົງ​ຂອງ ສົງ​ຄາມ​ໂລກ​ຄັ້ງ​ທີ 2 ອາດ​ເປັ​ນ​ໄປ​ໄດ້ ຖ້າ​ຂໍ້​ສະ​ເໜີ​ຂອງປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ຮັບ​ການ​ສະ​ໜອງ​ຕອບ. ຜູ້​ນຳ​ຣັດ​ເຊຍໄດ້​ສະ​ເໜີ​ຂໍ້​ລິເລີ້ມ ທີ່​ຈະ​ລົງ​ນາມ​ຂັ້ນ​ສຸດ​ທ້າຍ ໃນ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ​ກັບ​ຍີ​ປຸ່ນແລະ​ແກ້​ໄຂ​ຂໍ້​ຂັດ​ແຍ້ງທັງ​ໝົດ ​ໃນ​ສະ​ໄໝ​ສະ​ຫະ​ພາບ​ໂຊ​ຫວຽດ ກ່ຽວ​ກັບ​ຊະ​ຕາ​ກຳ ຂອງໝູ່​ເກາະໝູ່ ດອນ​ນ້ອຍໆໃນ​ເຂດພາກ​ຕາ​ເວັນ​ອອກ​ໄກ​ຂອງ​ຣັດ​ເຊຍ. ຊາ​ລ​ສ໌ ເມ​ຣ​ສ໌ (Charles Manyes) ​ໄດ້​ເດີນ​ທາງ​ໄປ​ຍັງ​ເຂດ​ດັ່ງ​ກ່າວແລະ​ມີ​ລາຍ​ງານ​ກ່ຽວ​ກັບເລື້ອງນີ້ ຊຶ່ງ​ໄພ​ສານ ຈະນຳເອົາ ລາຍ ລະອຽດ ມາສະເໜີທ່ານ ໃນອັນດັບ ຕໍ່ໄປ.

​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເກາະ​ຊາ​ກາ​ລິນ ແມ່ນ​ເປັນ​ການ​ເຕືອນ​ຄວາມຊົງຈຳ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃນ​ໂຊກ​ຊະຕາ​ຂອງ​ມະ​ຫາ​ອາ​ນາ​ຈັກ.

ແຕ່​ພະ​ເຈົ້າ​ຈັກ​ກະ​ພັດ​ແຫ່ງ​ຍີ່​ປຸ່ນ ໄປ​ຫາ​ພະ​ເຈົ້າ​ຊາແຫ່ງ​ຣັດ​ເຊຍ ແລະ​ການ​ປົກ​ຄອງ​ຂອງ​ໂຊ​ຫວຽດ ໃນ​ສະ​ໄໝ​ຕໍ່​ມາ ສົງ​ຄາມ ແລະ ​ການ​ປ່ຽນ​ແປງ​ ຂອງ​ເຂດແດນ ໄດ້​ຫລໍ່​ຫ​ລອມ​ປະ​ຫວັດ​ສາດ ​ຂອງ​ເກາະ​ຊາ​ກາ​ລິນ ໂດ​ຍເຮັດ​ໃຫ້​ຄອບ​ຄົວ​ຕ່າງໆ​ຍັງ​ມີ​ຄວາມ​ຈຳ​ກ່ຽວ​ກັບ​ເລື້ອງນີ້.

ທ້າວ​ມັດ​ຊາຍ​ອີ​ໂອ​ຊິ ຊິ​ໂຣ​ຄັດ​ຕະ ກ່າວ​ວ່າ “ຂ້ອຍ​ເກີດ​ຢູ່​ທີ່ນີ້ ຈົນ​ເທົ່າ​ຂ້ອຍ​ມີ​ອາ​ຍຸ 7 ປີ ຂ້ອຍ​ຖືກ​ລ້ຽງ​ດູມາ ໂດຍ​ຄອບ​ຄົວ​ຄົນ​ຍີ່​ປຸ່ນ.”

ພໍ່​ແມ່​ຂອງ​ທ້າວຊິ​ໂຣ​ຄັດ​ຕະ ຍັງ​ຢູ່​ທີ່​ເກາະ​ຊາ​ກາ​ລິນ ​ຫຼັງ​ຈາກ​ກຳ​ລັງ​ໂຊ​ຫວຽ​ດ​ໄດ້​ເຂົ້າ​ຄວບ​ຄຸມ​ເກາະ​ດັ່ງ​ກ່າວ ໃນ​ຊຸມມື້​ສຸດ​ທ້າຍ​ຂອງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ດັ່ງ​ນັ້ນທ້າວ​ມັດ​ຊາຍ​ອິ​ໂອ​ຊິ ຊຶ່ງ​ຍັງ​ນ້ອຍ​ຢູ່​ໃນ​ເວ​ລານັ້ນ ຈຶ່ງ​ໄດ້​ປັບ​ໂຕ ດ້ວຍ​ການ​ຮຽນ​ພາ​ສາ​ຣັດ​ເຊຍ ແລະ​ຕໍ່​ມາ ກໍ​ໄດ້​ເຂົ້າ​ຮັບ​ໃຊ້​ຢູ່​ໃນ​ກອງ​ທັບ​ໂຊ​ຫວຽດເພື່​ອ​ປ້ອງ​ກັນບໍ່​ໃຫ້​ທະ​ຫານ​ຍີ່​ປຸ່ນ​ເຂົ້າ​ມາ.

ທ້າວ​ມັດ​ຊາຍ​ອີ​ໂອ​ຊິ ກ່າວ​ວ່າ "ເຂົາ​ເຈົ້າ​ຈະ​ປະ​ກາດ​ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ວ່າ ຍີປຸ່ນ​ກຳ​ລັງ​ມາ​ແຕ່​ທີ່ນັ້ນ. ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ​ ກຳ​ລັງ​ມາ? ນີ້​ແມ່ນຜູ້​ນຶ່ງ​ທີ່​ຢືນ​ຢູ່​ຂ້າງ​ຂ້ອຍນີ້. ພວກ​ເຮົາ​ໄດ້​ເວົ້າ​ຕະ​ຫຼົກ​ຫຼິ້ນ​ແລ້ວ​ກໍ​ພາ​ກັນ​ຫົວ.”

ໃນ​ທຸກມື້ນີ້ ປະ​ຊາ​ຊົນ​ໃນ​ເຂດ​ທ້ອງ​ຖິ່ນ​ມັກ​ຄຸຍໂມ້​ກ່ຽວ​ກັບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ​ຖະ​ກິດ​ຂອງ​ເກາະ​ຊາ​ກາ​ລິນ​ວ່າ ເປັນ​ການ​ຮວມ​ຕົວ​ເຂົ້າ​ກັບ​ເອ​ເຊຍ. ໃນ​ຂະ​ນະ​ທີ່​ວັງ​ເຄ​ຣັມ​ລິນ ​ໄດ້​ລົງ​ທຶນ​ເປັນ​ຈຳ​ນວນ​ມະ​ຫາ​ສານ ຢູ່​ໃນ​ເກາະ​ດັ່ງ​ກ່າວ ແຕ່​ອຸດ​ສາ​ຫະ​ກຳນ້ຳ​ມັນ ແກັດ​ທຳ​ມະ​ຊາດ ການ​ປະ​ມົງ ແລະ​ການ​ທ່ອງ​ທ່ຽວ ຕ່າງ​ກໍ​ພາ​ກັນກາງ​ຕໍ່​ການ​ລົງ​ທຶນ​ ແລະ​ການ​ມາ​ທ່ອງ​ທ່ຽວ​ຂອງ​ຕ່າງ​ປະ​ເທດ.

ເວ​ລານີ້​ແມ່ນ​ກ້າວ​ໄປ​ໄກ​ແລ້ວ ຈາກ​ຊຸມມື້​ທີ່​ດິນ​ແດນ​ດັ່ງ​ກ່າວ ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ​ໄດ້​ຖືກ​ປິດຕາຍ ຈາກ​ໂລກ​ພາຍນອກ.

ສາ​ສະ​ດາ​ຈານ ​ເຊີ​ເກໂປ​ຣ​ໂກ​ເພັງ​ໂກ ຈາກ​ສູນ​ກາງ​ເກົາ​ຫຼີ ຂອງມະ​ຫາ​ວິ​ທະ​ຍາ​ໄລ​ຊາ​ກາ​ລິນກ່າວ​ວ່າ “ພວກ​ເຮົາ​ເປັນ​ສ່ວນ​ນຶ່ງ​ຂອງ​ສະ​ຫະ​ພາບ​ໂຊ​ຫວຽດ ພວກ​ເຮົາ​ໄດ້​ພັດ​ທະ​ນາ​ຫົວ​ເມືອງ​ຕ່າງໆ​ແລະ​ໂຮງ​ຈັກ​ໂຮງ​ງານ. ພວກ​ຜູ້​ຄົນ​ມາ​ທີ່ນີ້​ເພື່ອ​ມາອາ​ໄສ​ຢູ່​ ແລະ​ເຮັດ​ລ້າ​ເຮັດ​ການ ເວ​ລາ​ຂ້າ​ພະ​ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍນັກ​ຮຽນ​ຢູ່ ຂ້າພະ​ເຈົ້າ​ບໍ່​ເຄີຍ​ສົນ​ໃຈ​ເລີຍ​ວ່າ ພວກ​ເຮົາ​ມີ​ຄວາມ​ສຳ​ພັນ​ກັບ​ ຍີ່​ປຸ່ນ​ຫຼື​ບໍ່.”

ແຕ່​ແນວ​ໃດ​ກໍ​ຕາມ ປະ​ຊາ​ຄົມ​ຊາວ​ເກົາ​ຫຼີ​ຢູ່​ເກາະ​ຊາ​ກາ​ລິນ ຍັງ​ມີ​ຊີ​ວິດ​ຊີ​ວາ ​ແລະກໍ​ບໍ່​ເຄີຍ​ລືມ​ເລື້ອງ​ທີ່​ຜ່ານໆ​ມາ.

ນາງໂອ​ກ​ຊາ​ນາ ປາກ ຊຸນ ໂອກ ກ່າວ​ວ່າ “ປະ​ຫວັດ​ຄອບ​ຄົວ​ຂອງ​ຂ້ອຍ ​ແມ່ນ​ເປັນ​ເລື້ອງ​ທີ່​ເສົ້​າ​ໂສກ ແຕ່​ເຫດ​ການ​ທີ່​ເສົ້າ​ໂສກນັ້ນ ບໍ່​ໄດ້​ເກີດ​ຂຶ້ນ ​ແຕ່​ກັບ​ພວກ​ເຮົາ​ເທົ່າ​ນັ້ນ. ເກືອບ​ທຸກໆ​ຄອບ​ຄົວ​ຢູ່​ທີ່ນີ້ ແມ່ນ​ຕົກ​ຢູ່​ໃນ​ຊະ​ຕາ​ກຳ​ແບບ​ດຽວ​ກັນ.”

ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ນຳ​ມາ​ເກາະ​ຊາ​ກາ​ລິນ ໃນ​ຖາ​ນະ​ແຮງ​ງານ​ລາ​ຄາ​ຖືກ ໂດຍ​ຊາວ​ພວກ​ຍີ່​ປຸ່ນ ແລະ​ຊາວ​ເກົາ​ຫຼີ​ຢູ່​ເກາະ​ດັ່ງ​ກ່າວ ໄດ້​ຖືກ​ຕັດ​ຂາດ​ຈາກ​ບ້ານ​ເກີດເມືອງນອນ​ຂອງ​ພວກ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ​ໄດ້​ມີການ​ຈັດ​ຕັ້ງ​ຂຶ້ນ.

ແມ່ນ​ແຕ່​ໃນ​ທຸກມື້ນີ້ ຂັ້ນ​ຕອນ​ໃນ​ການ​ພົບ​ປະ​ເຕົ້າ​ໂຮມ​ຂອງ​ຄອບ​ຄົວ ແລະ​ການຮຽກ​ຮ້ອງ​ທີ່​ໄດ້​ບໍ່​ໄດ້​ຮັບ​ຕອບ​ສະ​ໜອງເພື່ອ​ໃຫ້​ຍີ​ປຸ່ນ​ຈ່າຍ​ຄ່າຊົດ​ເຊີຍນັ້ນຍັງ​ສືບ​ຕໍ່​ເປັນ​ບາດ​ແຜ​ສຳ​ລັບ​ຫຼາຍໆ​ຄອບ​ຄົວ.

ນາງໂອ​ກ​ຊາ​ນາ ປາກ ຊຸນ ໂອກ ກ່າວ​ວ່າ “ບ້ານຂ້ອຍ​ແມ່ນ​ຊາ​ກາ​ລິນ ແຕ່​ເຊື້ອ​ສາຍ​ແຫຼ່ງ​ທີ່​ມາ​ຂອງ​ຂ້ອຍ​ແມ່ນ​ຢູ່​ເກົາ​ຫຼີ ແລະ​ຖ້າ​ພວກ​ເຮົາ​ຫາກ​ຫລົງ​ລືມ​ແຫຼ່ງ​ທີ່​ມາ​ຂອງ​ພວກ​ເຮົາ​ແລ້ວ ພວກ​ເຮົາ​ກໍ​ແມ່ນ​ຫລົງ​ລືມ​ໄປ​ວ່າ​ພວກ​ເຮົາ​ແມ່ນ​ໃຜ.”

ຄວາ​ມ​ແຕກ​ຕ່າງ​ກ່ຽວ​ກັບ​ແຫຼ່ງ​ທີ່​ມາ ຍັງ​ເປັນ​ບັນ​ຫາ​ທີ່​ຝັງ​ເລິກ​ຢູ່​ໃນ​ການ​ຂັດ​ແຍ້ງ ກ່ຽວ​ກັບໝູ່​ເກາະ​ຄູ​ຣິ​ລ ​ຊຶ່ງ​ເປັນ​ໝູ່​ເກາະ​ນ້ອຍໆ ທີ່​ເຮັດ​ໃຫ້​ຣັດ​ເຊຍ ແລະ​ຍີ​ປຸ່ນ​ຍັງ​ຢູ່​ໃນ​ພາ​ວະ​ສົງ​ຄາມລະ​ຫວ່າງ​ກັນ ມາ​ເປັນ​ເວ​ລາ 70 ກວ່າ​ປີ​ແລ້ວ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ໄດ້​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີຊິນ​ໂຊ ອາ​ເບະ​ ແຫ່ງ​ຍີ​ປຸ່ນ​ວ່າ ທັງ​ສອງ​ຝ່າຍ​ຄວນ​ຫາ​ທາງ​ຕົກ​ລົງ​ກັນ ພາຍ​ໃນທ້າຍ​ປີນີ້.

ບາງ​ຄົນ​ໃນ​ເຂດ​ທ້ອງ​ຖິ່ນ ກ່າວ​ວ່າ ເປົ້າ​ໝາຍນັ້ນ​ຈະ​ກາຍ​ເປັນ​ຈິງ​ໄດ້​ສ່ຳ​ໃດ​ແມ່ນ​ຂຶ້ນ​ຢູ່​ກັບ​ວ່າ ຍີ່​ປຸ່ນ​ຈະ​ເຕັມ​ໃຈປັບ​ໂຕ​ໄດ້​ຫຼາຍ​ສ່ຳ​ໃດ.

ທ້າວ​ກິ​ຣິ​ລ ຜູ້​ນຳ​ທ່ຽວ​ທີ່​ຫໍ​ພິ​ພິດ​ທະ​ພັນ​ຂົງ​ເຂດ​ຢູ່​ເກາະ​ຊ​າ​ກາ​ລິນ ກ່າວ​ວ່າ “ຣັດ​ເຊຍແນ່ນອນເປັນ​ປະ​ເທດ​ທີ່​ມີ​ຈິດ​ໃຈ​ກວ້າງ​ຂວາງ ແລະ​ກໍ​ພ້ອມ​ແລ້ວ ທີ່​ຈະ​ຍົກໂທດ​ເລື້ອງ​ໜີ້​ສິນ​ເກົ່າ ແຕ່​ການ​ທີ່​ຈະ​ຍົກ​ດິນ​ແດນ​ໃຫ້ ບໍ່​ມີ​ໃຜ​ທີ່​ຈະ​ໃຫ້​ອະ​ໄພ​ໄດ້.”

ແລະ​ໃນ​ຂະ​ນະ​ທີ່​ຣັດ​ເຊຍ ພວມ​ປະ​ເຊີນ​ກັບ​ບັນ​ຫາ​ຂັດ​ແຍ້ງ ກ່ຽວ​ກັບ​ເລື້ອງ​ດິນ​ແດ​ນ ຢູ່​ອີກ​ບ່ອນ​ນຶ່ງ ໃນ​ການ​ປ​ະ​ກາດ​ໂຮມ​ເອົາ​ເຂດ​ໄຄ​ຣ​ເມຍ ເຂົ້າ​ເປັນ​ຂອງຕົນ​ນັ້ນ ການ​ປະ​ເຊີນ​ໜ້າມາ​ເປັນ​ເວ​ລາ​ດົນ​ນານ​ກັບ​ຍີ່​ປຸ່ນ ອາດ​ຈະ​ໃຫ້​ບົດ​ຮຽນແກ່​ຣັດ​ເຊຍໄດ້.

ຂໍ້​ສະ​ເໜີ​ເພື່ອ​ແກ້​ໄຂ​ຕໍ່​ບາງ​ບັນ​ຫາ​ຂັດ​ແຍ້ງ​ແມ່ນ​ຍັງ​ຕົກ​ລົງ​ກັນ​ບໍ່​ໄດ້ ຊຶ່ງ​ຍັງ​ເປັນ​ເລື້ອງ​ທີ່​ຍັງ​ໄກ​ເກີນກວ່າເອື້ອມ​.

Europe this month marked the 100th anniversary of the armistice that brought World War One to an end. Now, a conclusion to World War Two may be finally in sight - if Russian President Vladimir Putin gets his way.The Russian leader has an initiative to sign a final peace treaty with Japan — and resolve a Soviet-era dispute over the fate of several small islands in Russia's Far East. Charles Maynes traveled to the region and has this report.


To visit the island of Sakhalin is to be reminded of the shifting fortunes of empire.

From Imperial Japan, to Czarist Russia, and later Soviet rule, wars and changing boundaries have shaped Sakhalin's history, carrying families in their wake.

Masaesi Sirokhata, Sakhalin Resident
"I was born here, grew up here. UntilI was 7,I was brought up in a Japanese family."

Sirokhata's parents stayed in Sakhalin after Soviet forces took full control of the island in the waning days of World War Two. So young Masaesi adapted, learning Russian and later joining the Soviet army to guard against - the Japanese.

Masaesi Sirokhata, Sakhalin Resident
"'The Japanese are coming from over there!' they'd say during attack drills. What do you mean coming'?Here's one right next to me.'We all joked about it."((laughs))

Today, locals prefer to tout Sakhalin's growing economic integration with Asia. While the Kremlin has invested heavily in the island, Sakhalin's oil, gas, fishing and tourism industries are all banking on outside investment and visitors.

It is a long way from the days when the Soviet territory was closed to outsiders.

Sergey Prokopenko, Professor, Sakhalin State University
"We were a part of the Soviet Union. We were developing the cities and factories. The people came here to live and work. When I was a schoolboy I was not at all interested if we had some relations with Japan or not."

But Sakhalin's Korean community — still vibrant — has never forgotten.

Oksana Pak Soon Ok, President, Sakhalin Korean Center
"My family history is tragic but that tragedy touched not only us.Take almost any family here and it's the same."

Brought to Sakhalin as cheap labor by the Japanese, the island's Korean diaspora was cut off from their homeland as the Iron Curtain descended.

Even today, the process of family reunification — and unfulfilled demands for Japanese reparations — is an open wound for many.

Oksana Pak Soon Ok, President, Sakhalin Korean Center
"My home is Sakhalin but my roots are in Korea…. And if we forget our roots we forget who we are."

Differences over whose roots also lie at the heart of a dispute over the tiny Kuril Islands that has kept Russia and Japan formally at war for over 70 years.

Russian President Vladimir Putin has suggested to Japanese Prime Minister Shinzo Abe the two sides work out a deal by year's end.

How realistic that goal, say some locals, depends on how willing the Japanese are to bend.

Kirill, History Guide, Sakhalin Regional Museum
"Russia, of course, is generous country and ready to forgive old debts…but give away its territory? No one will forgive that."

And with Russia facing ANOTHER territorial dispute over the annexation of Crimea, the long standoff with Japan may offer a lesson.

That resolutions to some disputes remain out of reach....somewhere beyond the horizon.

XS
SM
MD
LG