ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ເລື່ອນກໍານົດການເຈລະຈາໄຄໂຣ ກັບສະຫະລັດ ພາຍໃຕ້ສົນທິສັນຍານິວເຄລຍ START ສະບັບໃໝ່


ແຟ້ມ-ທຸງຊາດຂອງສະຫະລັດ ແລະຣັເຊຍ ໄດ້ຖືກຈັດແປງກ່ອນການປະຊຸມຂັ້ນສູງສອງຝ່າຍໃນນະຄອນເຈເນວາ, ປະເທດສະວິດເຊີແລນ, ວັນທີ 21 ມັງກອນ, 2022. ໃນວັນຈັນວານນີ້ ຣັດເຊຍໄດ້ເລື່ອນກໍານົດການເຈລະຈາດ້ານອາວຸດນິວເຄລຍກັບສະຫະລັດ ເຊິ່ງຈະໄດ້ຈັດຂຶ້ນໃນນະຄອນຫຼວງໄຄໂຣ, ປະເທດອີຈິບ ໃນອາທິດນີ້.
ແຟ້ມ-ທຸງຊາດຂອງສະຫະລັດ ແລະຣັເຊຍ ໄດ້ຖືກຈັດແປງກ່ອນການປະຊຸມຂັ້ນສູງສອງຝ່າຍໃນນະຄອນເຈເນວາ, ປະເທດສະວິດເຊີແລນ, ວັນທີ 21 ມັງກອນ, 2022. ໃນວັນຈັນວານນີ້ ຣັດເຊຍໄດ້ເລື່ອນກໍານົດການເຈລະຈາດ້ານອາວຸດນິວເຄລຍກັບສະຫະລັດ ເຊິ່ງຈະໄດ້ຈັດຂຶ້ນໃນນະຄອນຫຼວງໄຄໂຣ, ປະເທດອີຈິບ ໃນອາທິດນີ້.

ຣັດເຊຍ ໄດ້ເລື່ອນການສົນທະນາຫາ​ລື ກ່ຽວກັບບັນຫາອາວຸດນິວເຄລຍ ກັບ ສະຫະລັດ ເຊິ່ງກຳ​ນົດ​ຈະຈັດຂຶ້ນໃນນະຄອນຫຼວງໄຄໂຣພາຍໃນອາທິດນີ້, ອີງຕາມການກ່າວຂອງກະຊວງການຕ່າງປະເທດສະຫະລັດໃນວັນຈັນວານນີ້, ໂດຍທັງສອງຝ່າຍ​ຕ່າງ​ກໍບໍ່ໄດ້ໃຫ້ເຫດຜົນໃດໆໃນການເລື່ອນການເຈລະຈາດັ່ງກ່າວ ອີງຕາມລາຍງານຂອງອົງການຂ່າວ Reuters.

ເຈົ້າໜ້າທີ່ຂອງທັງສອງປະເທດ ໄດ້ກໍານົດທີ່ຈະພົບປະກັນໃນນະຄອນຫຼວງຂອງປະເທດອີຈິບ ລະຫວ່າງວັນທີ 29 ພະຈິກ ຫາວັນທີ 6 ທັນວານີ້ ເພື່ອປຶກສາຫາລືກ່ຽວກັບການ​ເລີ້ມ ການກວດ​ຄືນ ພາຍ​ໃຕ້​ສົນ​ທິ​ສັນ​ຍາ​ຫຼຸດ​ກຳ​ລັງອາວຸດນິວ ເຄລຍ ຫລື START ສະ​ບັບ​ໃໝ່, ເຊິ່ງໄດ້ຖືກໂຈະໄວ້ຊົ່ວຄາວ ໃນເດືອນມີນາ ປີ 2020 ເນື່ອງຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19.

ໂຄສົກກະຊວງການຕ່າງປະເທດກ່າວຢູ່ໃນຖະແຫຼງການວ່າ “ຝ່າຍ ຣັດເຊຍ ໄດ້ລາຍງານໃຫ້ສະຫະລັດຮູ້ວ່າ ຣັດເຊຍ ໄດ້ເລື່ອນການປະຊຸມດັ່ງກ່າວອອກໄປແຕ່ພຽງຝ່າຍດຽວ, ແລະໄດ້ເນັ້ນວ່າ ພວກເຂົາຈະສະເໜີມື້ນັດປະຊຸມກັນໃໝ່.”

ໂຄສົກກະຊວງການຕ່າງປະເທດກ່າວວ່າ ພວກເຂົາເຈົ້າບໍ່ສາມາດໃຫ້ຂໍ້ມູນໃດໆເພີ້ມເຕີມໄດ້, ແຕ່ກ່າວວ່າ ວໍຊິງຕັນແມ່ນ “ພ້ອມແລ້ວທີ່ຈະກໍານົດມື້ການປະຊຸມ ໃໝ່ ໃຫ້ໄວເທົ່າທີ່ເປັນໄປໄດ້ ເນື່ອງຈາກວຽກງານດໍາເນີນການກວດການັ້ນແມ່ນມີຄວາມສໍາຄັນ ຕໍ່ສົນທິສັນຍາ ໃນຖານະທີ່ເປັນອຸປະກອນເພື່ອ​ສ້າງສະຖຽນລະພາບທີ່ຍືນຍົງ.”

​ໃນການຕອບຄໍາຖາມນັ້ນ, ລັດຖະມົນຕີກະຊວງການຕ່າງປະເທດຂອງ ຣັດເຊຍ ໃຫ້ການຢືນຢັນວ່າ ໄດ້ເລື່ອນກໍານົດການສົນທະນາຫາລືດັ່ງກ່າວອອກໄປແ​ທ້.

ສົນທິສັນຍາ START ສະ​ບັບ​ໃໝ່ ເຊິ່ງມີຜົນບັງຄັບໃຊ້ໃນປີ 2011, ໄດ້ຄວບຄຸມຈໍານວນຫົວລະເບີດຍຸດທະສາດນິວເຄລຍທີ່ສະຫະລັດແລະຣັດເຊຍ ສາມາດ ນຳ​ເຂົ້າ​ປະ​ຈຳ​ການໄດ້, ແລະຕິດ​ຕັ້ງ​ຢູ່​ຕາມ​ຖານ​ທັບ​ພາກ​ພື້ນ​ດິນ ​ນຳ​ກຳ​ປັ່ນ​ດຳ​ນ້ຳ ​ແລະເຮືອ​ບິນຖິ້ມລະເບີດຕ່າງໆເຫຼົ່ານັ້ນ.

ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ​ຣີ​ຢາ​ກອບ (Sergei Ryabkov) ​ບໍ່​ໄດ້​ໃຫ້​ຄວາມ​ຄາດ​ຫວັງ​ໃດໆ, ເຖິງແມ່ນການເຈລະຈາດັ່ງກ່າວ​ແມ່ນ​ຮ່ອງ​ຮອຍ​ທີ່​ທັງ​ສອງຝ່າຍ ຢ່າງ​ໜ້ອຍກໍຍັງຕ້ອງການ​ທີ່​ຢາກ​ຮັກ​ສາ​ການສົນທະນາ​ກັນ​ໄວ້, ​ເຖິງແມ່ນຄວາມສໍາພັນຂອງທັງສອງຝ່າຍ ຈະຢູ່ໃນລະດັບທີ່ຕໍ່າທີ່ສຸດນັບຕັ້ງແຕ່ສົງຄາມເຢັນເປັນຕົ້ນມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG