ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ສັ່ງໃຫ້​ປະ​ຊາ​ຊົນຫຼາຍ​ສິບ​ພັນ​ຄົນ​​ໃນພາກ​ໃຕ້​ຂອງ ຢູ​ເຄ​ຣນ ​ຍ້າຍ​​ອອກ​ຈາກ​ທີ່​ຢູ່​ອາ​ໄສ


ປະ​ຊາ​ຊົນ​ຂຶ້ນ​ລົດ​ຕູ້​ອົບ​ພະ​ຍົບ​ໄປ​ເມືອງ ນິ​ໂປ​ຣ, ໃນ​ຂະ​ນະ​ທີ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ຍັງ​ດຳ​ເນີນ​ຢູ່, ໃນ​ເມືອງ ບາກ​ມຸດ, ພາກ​ພື້ນ ດອນ​ບາ​ສ, ປະ​ເທດ ຢູ​ເຄ​ຣນ, 30 ຕຸ​ລາ 2022.
ປະ​ຊາ​ຊົນ​ຂຶ້ນ​ລົດ​ຕູ້​ອົບ​ພະ​ຍົບ​ໄປ​ເມືອງ ນິ​ໂປ​ຣ, ໃນ​ຂະ​ນະ​ທີ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ຍັງ​ດຳ​ເນີນ​ຢູ່, ໃນ​ເມືອງ ບາກ​ມຸດ, ພາກ​ພື້ນ ດອນ​ບາ​ສ, ປະ​ເທດ ຢູ​ເຄ​ຣນ, 30 ຕຸ​ລາ 2022.

ຣັດ​ເຊຍ ໄດ້​ສັ່ງ​ພົນ​ລະ​ເຮືອນ ຢູ​ເຄ​ຣນ ຫຼາຍ​ສິບ​ພັນ​ຄົນ​ທີ່​ອາ​ໄສ​ຢູ່​ໃກ້​ກັບ​ແຄມ​ແມ່​ນ້ຳ ນິ​ໂປ​ຣ ກ້ຳ​ຕາ​ເວັນ​ອອກ ໃຫ້​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ, ເຊິ່ງ​ແມ່ນ​ຄຳ​ສັ່ງ​ທີ່ ກີ​ຢິບ ກ່າວ​ວ່າ ​ເທົ່າ​ກັບ “ການ​ບັງ​ຄັບ​ໃຫ້​ຄົນ​ອອກ​ໄປ​ຈາກ​ທີ່​ຢູ່​ອາ​ໄສ.”

ພວກ​ເຈົ້າ​ໜ້າ​ທີ່ໆ​ຖືກ​ແຕ່ງ​ຕັ້ງ​ໂດຍ ຣັດ​ເຊຍ ໄດ້​ຍ້າຍ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ 70,000 ຄົນໄປ​ຢູ່​ບ່ອນ​ໃໝ່ ຍ້ອນ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ ການ​ໂຈມ​ຕີ​ຕອບ​ໂຕ້​ຄັ້ງ​ໃຫຍ່​ຂອງ ຢູ​ເຄ​ຣ​ນ.

ຣັດ​ເຊຍ ໄດ້​ສືບ​ຕໍ່​ແນ​ເປົ້າ​ໃສ່​ບ້ານ​ຂອງ​ພົນ​ລະ​ເຮືອນ ແລະ ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ, ຍິງ​ລູກ​ສອນ​ໄຟ​ສີ່​ລູກ​ໃນ​ຂ້າມ​ຄືນ​ທີ່​ຜ່ານ​ມາ ທີ່​ໄດ້​ທຳ​ລາຍ​ເຄິ່ງ​ນຶ່ງ​ຂອງ​ຕຶກ​ອາ​ພາດ​ເມັ້ນ​ໃນ​ເມືອງ​ທ່າ​ເຮືອ ມິ​ໂຄ​ລາ​ອິບ.

ຣັດ​ເຊຍ ໄດ້​ຍິງ​ລູກ​ສອນ​ໄຟຫຼາຍ​ສິບ​ລູກ​ໃສ່​ໂຮງ​ໄຟ​ຟ້າ​ຢູ​ເຄ​ຣນ ຫຼາຍ​ແຫ່ງ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ, ກໍ່​ໃຫ້​ເກີດ​ໄຟ​ຟ້າ​ມອດ, ການ​ຂາດ​ແຄນ​ນ້ຳ​ປະ​ປາ ແລະ ການ​ບໍ​ລິ​ການ​ໂທ​ລະ​ສັບ​ຖືກ​ຕັດ​ຂາດ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ວັນ​ອັງ​ຄານ​ວານນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ເນັດ ໄພ​ຣ​ສ໌ ໄດ້​ກ່າວ​ປະ​ນາມ​ກາ​ນ​ໂຈມ​ຕີ​ຕ່າງໆ ແລະ ໄດ້​ກ່າວ​ວ່າ ຣັ​ດ​ເຊຍ ໄດ້​ຍິງ​ລູ​ກ​ສອນ​ໄຟ​ປະ​ມານ 100 ລູກໃນ​ວັນ​ຈັນ ແລະ ວັນ​ອັງ​ຄານ​ວານນີ້.

ທ່ານ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ “ດ້ວຍ​ອຸນ​ຫະ​ພູມທີ່​ກຳ​ລັງຫຼຸດ​ລົງ, ການ​ໂຈມ​ຕີ​ທີ່​ວ່ານີ້​ຂອງ ຣັດ​ເຊຍ ທີ່​ໄດ້​ແນ​ໃສ່​ການ​ເຮັດ​ໃຫ້​ມະ​ນຸດ​ມີ​ຄວາມ​ທຸກ​ທໍ​ລະ​ມານ​ເພີ່ມ​ຂຶ້ນ​ແມ່ນຊົ່ວ​ຮ້າຍ​ເປັນ​ຢ່າງ​ຍິ່ງ.”

ຣັດ​ເຊຍ ໄດ້​ປະ​ຕິ​ເສດ​ການ​ແນ​ເປົ້າ​ໃສ່​ພົນ​ລະ​ເຮືອນ. ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເອີ້ນ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟວ່າເປັນການ​ແກ້​ແຄ້ນ ​ສຳ​ລັບ​ການ​ໂຈມ​ຕີ​ໃສ່​ກອງ​ທັບ​ເຮືອ​ຂອງ ຣັດ​ເຊຍ ຢູ່​ທະ​ເລ​ດຳ ​ເມື່ອ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ. ຢູ​ເຄ​ຣນ ບໍ່​ໄດ້​ຢືນ​ຢັນ ຫຼື ປະ​ຕິ​ເສດ​ການ​ໂຈມ​ຕີ​ກອງ​ທັບ​ເຮືອ​ຂອງ ຣັດ​ເຊຍ, ເຊິ່ງ​ ຣັດ​ເຊຍ ໄດ້​ອ້າງ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ​ເປັນ​ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ໄດ້​ຢຸດ​ການ​ເຂົ້າ​ຮ່ວມຊົ່ວ​ຄາວ ​ໃນ​ໂຄງ​ການ​ອາ​ຫານ​ປະ​ເພດ​ເມັດ​ທີ່​ນຳ ​ໜ້າ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ຮຽກ​ຮ້ອງ​ການ​ໂດດ​ດ່ຽວ ຣັດ​ເຊຍ ຈາກ​ອົງ​ການ​ສາ​ກົນ​ຕ່າງໆ ຫຼັງ​ຈາກກອງ​ກຳ​ລັງ​ຂອງ​ເຂົາ​ເຈົ້າ​ໄດ້​ໂຈມ​ຕີເປົ້າ​ໝາຍ​ພົນ​ລະ​ເຮືອນໃນຫຼາຍ​ເມືອງ​ຂອງ ຢູ​ເຄ​ຣນ.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ໂອ​ເລັກ ນິ​ໂກ​ເລັນ​ໂກ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ຣັດ​ເຊຍ ຄວນ​ຖືກ​ໄລ່​ອອກ​ຈາກ​ກຸ່ມ 20 ປະ​ເທດ ແລະ ວ່າ​ການ​ເຊື້ອ​ເຊີນ​ທ່ານ ປູ​ຕິນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G-20 ໃນ​ປະ​ເທດ ອິນ​ໂດ​ເນ​ເຊຍ ຄວນ​ຖືກ​ຍົກ​ເລີກ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG