ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດ​ເຊຍ​ ຊ້ອມລົບ ຄັ້ງສຳຄັນ ໂດຍໃຊ້ທະຫານ ສິບກວ່າພັນ ແລະເຮືອບິນລົບ ຫຼາຍຮ້ອຍລຳ


Russia Military
please wait
Embed

No media source currently available

0:00 0:00:57 0:00

​ເຮືອບິນ​ລົບຣັດ​ເຊຍ​ ຫຼາຍ​ຮ້ອຍ​ລຳ ​ແລະ​ທະຫານ​ຫຼາຍ​ພັນ​ຄົນ ​ເລິ້ມການຊ້ອມ​ລົບໃນ​ວັນ​ອັງ ຄານ​ວານ​ນີ້ ຊຶ່ງ​ຊ່າງ​ບັງ​ເອີນ ມີ​ຂຶ້ນພ້ອມໆ​ກັນ​ກັບ​ການ​ຊ້ອມລົບຂອງກຳລັງອົງການ​ເນ​ໂຕໃນ ເຂດມະຫາສະມຸດອາກຕິກ.

ການ​ຊ້ອມລົບທັງສອງນີ້ ມີ​ຂຶ້ນ​ທ່າມກາງ​ຄວາມ​ເຄັ່ງ​ຕຶງທີ່ພວມ
ເພີ້ມທະວີຂຶ້ນ ລະຫວ່າງຣັດ​ເຊຍ​ແລະປະເທດ​ຕາ​ເວັນ​ຕົກ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ທ່ານ Sergey Shoigu ​ໄດ້​ກ່າວ​ວ່າ ຣັດ​ເຊຍ​ ໄດ້ໃຊ້ກອງ​ກຳລັງ​ເຖິງ 12 ພັນ​ຄົນ ​ພ້ອມທັງ​ເຮືອ​ບິນລົບອາຍພົ່ນ 250 ລຳ ​ແລະ​ອາວຸດ​ອື່ນ​ໆອີກ ຈຳນວນ​ຫຼາຍ​ຮ້ອຍ ເຂົ້າຮ່ວມ​ການ​ຊ້ອມ​ລົບໃນດ້ານຍຸດທະວິທີ ໃນ​ສັບປະ ດານີ້.

ທ່ານ Shoigu ກ່າວ​ວ່າ “ຄຳ​ສັ່ງ​ທີ່​ວ່າ​ນີ້​ແມ່ນ​ເພື່ອ​ໃຫ້ທຳການ​ຊ້ອມໃນດ້ານຍຸດທະວິທີ ດ້ວຍ ການຍິງຖະຫຼົ່ມດ້ວຍປືນໃຫຍ່ ​ໂດຍກາງຕໍ່ກົມກອງຕ່າງໆທີ່ໄດ້ຖືກແຕ່ງຕັ້ງ. ນອກນັ້ນຍັງຈະ ມີການ​ໃຊ້ກອງທັບ​ອາກາດເພື່ອທົດສອບເບິ່ງບ່ອນຊ້ອມລົບ ພ້ອມ​ບ່ອນຊ້ອມລົບຂອງກຳລັງ ຂະແໜງອື່ນໆນຳດ້ວຍ.”

ການ​ຊ້ອມລົບທາງ​ທະຫານ​ຂອງຣັດ​ເຊຍ​ ​ແມ່ນ​ຢຽດ​ຍາວເນັ່ງ​ແຕ່ແມ່ນ້ຳ Volga ​ໄປຫາ ​ເຂດ Siberia ແລະ​ຈະ​ເສັດ​ສິ້ນ​ລົງ​ໃນເວລາ 3 ມື້. ​ການຊ້ອມລົບເຫຼົ່ານີ້​ຖືກ​ມອງ​ເຫັນ​ວ່າ ເປັນການກະກຽມຂັ້ນຕົ້ນສຳຫລັບການຊ້ອມລົບຂະໜາດໃຫຍ່ຊຶ່ງຈະມີຂຶ້ນ​ໃນ​ທ້າຍ​ປີ​ນີ້.

ກອງ​ທັບຣັດ​ເຊຍ ​ໄດ້​ເພີ້​ມການ​ຝຶກ​ຊ້ອມ​ແລະ​ການຊ້ອມລົບຕ່າງໆ ນັບ​ຕັ້ງ​ແຕ່​ມົສກູໄດ້ປະ ກາດຮວມ​ເອົາແຫຼມ Crimean ເຂົ້າເປັນດິນແດນຂອງຕົນ ​ໃນ​ປີ 2014 ​ແລະມີການພົວ
ພັນ​ເພີ້​ມຂຶ້ນ​ກັບ​ບັນຫາ​ຂັດແຍ້ງ ດ້ວຍກຳລັງອາ​ວຸດ ​ໃນພາກ​ຕາ​ເວັນ​ອອກ​ຂອງຢູ​ເຄຣນທີ່ ກຳລັງດຳເນີນຢູ່ໃນເວລານີ້. ພວກ​ນັກວິ​ເຄາະກ່າວ​ວ່າ ສາຍ​ພົວພັນ​ລະຫວ່າງຣັດ​ເຊຍ ​ແລະບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ແມ່ນ​ຕົກຕ່ຳ​ສຸດ ນັບ​ຕັ້ງ​ແຕ່ສົງຄາມ​ເຢັນເປັນຕົ້ນມາ.

Hundreds of Russian warplanes and thousands of troops began a major military exercise Tuesday, coinciding with Arctic maneuvers by NATO forces.

The separate exercises come at a time of increased tensions between Russia and the West.

Defense Minister Sergey Shoigu said Russia has committed 12,000 troops, up to 250 military jets and hundreds of other weapons to this week's "tactical exercises."

"The order is to carry out tactical exercises with combat shelling, depending on the units' designation. Use should also be made of air force testing sites, as well as sites of other armed services."

Russia's exercises stretch from the Volga River to Siberia, and are due to last three days. They are seen as a preliminary to a larger round of war games later this year.

Russia's military has intensified drills and maneuvers since Moscow annexed the Crimean peninsula in 2014 and has become increasingly involved in the ongoing armed conflict in eastern Ukraine. Most analysts say that relations between Russia and the West are at the lowest point since the Cold War.

XS
SM
MD
LG