ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ຕິ​ບັດ​ງານ ​ສ້າງ​ອິດ​ທິ​ພົນ ຂອງ ຣັດ​ເຊຍ ແນ​ເປົ້າ​ໝາຍ ໃສ່​ກອງ​ທັບ ສ​ຫລ


ຮູບ​ຖ່າຍ ວັນ​ທີ 14 ກໍ​ລະ​ກົດ ປີ 2018 ທີ່​ສະ​ແດງ​ໃຫ້​ເຫັນ ຕຶກ​ສູນ​ກາງ​ໃຫຍ່ ຂອງໜ່ວຍ​ສືບ​ລັບ ​ກອງ​ທັບ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.
ຮູບ​ຖ່າຍ ວັນ​ທີ 14 ກໍ​ລະ​ກົດ ປີ 2018 ທີ່​ສະ​ແດງ​ໃຫ້​ເຫັນ ຕຶກ​ສູນ​ກາງ​ໃຫຍ່ ຂອງໜ່ວຍ​ສືບ​ລັບ ​ກອງ​ທັບ​ຣັດ​ເຊຍ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ.

ຍັງ​ອີກ​ພຽງ​ບໍ່​ເທົ່າ​ໃດ​ມື້ ການ​ເລືອກ​ຕັ້ງ​ກາງ​ສະ​ໄໝ​ຂອງ​ສະ​ຫະ​ລັດກໍ​ມາ​ເຖິງ​ແລ້ວ ຈຶ່ງ​ມີ​ຄວາມ​ຢ້ານ​ກົວ​ເພີ້ມ​ຂຶ້ນ​ວ່າການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ຣັດ​ເຊຍ​ເພື່ອບ່ອນ​ທຳ​ລາຍ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕໃນສະ​ຫະ​ລັດແມ່ນ​ຢູ່​ໃນ​ຂອບ​ເຂດ​ທີ່ກວ້າງໄກ​ອອກ​ໄປ ​ກວ່າ​ການ​ປ່ອນ​ບັດ​ໃນ​ວັນ​ທີ 6 ພະ​ຈິກ​ຈະ​ມານີ້ຫຼື​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2020.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ​ດ້ານ​ຄວາມ​ໝັ້ນ​ຄົງ ແມ່ນ​ມີ​ຄວາມ​ເປັນຫ່ວງ​ຢ້ານ​ວ່າ ​ໃນ​ຖາ​ນະ​ທີ່​ເປັນສ່ວນ​ນຶ່ງ​ຂອງ​ແຜນ​ການ ​ທີ່​ມົ​ສ​ກູ​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ເວ​ລານີ້ ​ເພື່ອ​ຫວ່ານແກ່ນ ໃນ​ການ​ສ້າງ​ຄວາມ​ແຕກ​ແຍກ ​ແລະ​ຄວາມ​ບາດ​ໝາງແລ້ວ ຣັດ​ເຊຍ​ອາດ​ຈະ​ພະ​ຍາ​ຍາມ​ບຸກ​ໂຈມ​ຕີ​ ກອງ​ທັບ​ສະ​ຫະ​ລັດ ບໍ່​ແມ່ນດ້ວຍ​ລູກ​ປືນຫຼື​ລູກ​ສອນ​ໄຟ ແຕ່​ຈະ​ໃຊ້​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ້ ແລະການ​ຕິດ​ຕໍ່​ກັນແຕ່​ຜູ້​ນຶ່ງ​ຫາ​ອີກ​ຜູ້​ນຶ່ງ.

ພົນ​ໂທ ພອ​ລ ອີ. ຟັງ​ຄ໌ ແຫ່ງກອງ​ທັບ​ບົກ ສ​ຫລ ລົມ​ກັບ​ອົງ​ການ​ຂ່າວ​ເອ​ພີ ທີ່​ຄ້າຍ​ທະ​ຫານ​ອາ​ເມ​ຣິ​ກັນ ຢູ່​ເມືອງ​ແມນ​ບິ​ຈ ໃນ​ເຂດ​ພາກ​ເໜືອ ຂອງ​ຊາວ​ເຄີດ ຢູ່​ຊີ​ເຣຍ (ວັນ​ທີ 7 ກຸມ​ພາ 2018)
ພົນ​ໂທ ພອ​ລ ອີ. ຟັງ​ຄ໌ ແຫ່ງກອງ​ທັບ​ບົກ ສ​ຫລ ລົມ​ກັບ​ອົງ​ການ​ຂ່າວ​ເອ​ພີ ທີ່​ຄ້າຍ​ທະ​ຫານ​ອາ​ເມ​ຣິ​ກັນ ຢູ່​ເມືອງ​ແມນ​ບິ​ຈ ໃນ​ເຂດ​ພາກ​ເໜືອ ຂອງ​ຊາວ​ເຄີດ ຢູ່​ຊີ​ເຣຍ (ວັນ​ທີ 7 ກຸມ​ພາ 2018)

ກົນ​ລະ​ຍຸດ​ດັ່ງ​ກ່າວ​ ແມ່ນ​ຜົນ​ຂອງ​ຍຸດ​ທະ​ສາດ​ຈາກ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍເພື່ອ​ຊອກ​ຫາ​ຮອຍ​ຕໍ່​ຢູ່​ໃນ​ສັງ​ຄົມ​ສະ​ຫະ​ລັດ ບ່ອນ​ທີ່​ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ​ແລະຄວາມ​ໂກດ​ແຄ້ນ​ມີ​ຢູ່​ແລ້ວ ແລະ​ເຮັດ​ໃຫ້​ ຄວາມ​ແຕກ​ແຍກ​ເຫຼົ່າ​ນັ້ນ ​ກວ້າງ​ອອກກວ່າ​ເກົ່າ ດ້ວຍ​ການ​ສົ່ງ​ຂໍ້​ຄວາມ​ແບບ​ມີ​ເປົ້າ​ໝາຍ.

ໃນ​ກໍ​ລະ​ນີ​ກອງ​ທັບ​ສະ​ຫະ​ລັດ​ນັ້ນ ອີງ​ຕາມ​ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ​ແລະ​ປະ​ເທດ​ຕາເວັນ​ຕົກ ທີ່​ພວມ​ກຳ​ຕຳ​ແໜ່ງ​ໃນ​ປັດຈຸ​ບັນ ແລະ​ໃນ​ອະ​ດີດ​ແລ້ວ ເປົ້າ​ໝາຍ​ຂອງວັງ​ເຄ​ຣັມ​ລິນ ແມ່ນ​ເບິ່ງ​ຄື​ວ່າ​ ຈະ​ສ້າງ​ຕັ້ງ​ ໃນ​ອັນ​ທີ່ຮູ້​ກັນວ່າ ເປັນ​ການ​ຄວບ​ຄຸມໂດຍ​ໃຊ້​ອິດ​ທິ​ພົນ. ໂດຍ​ການ​ໃຫ້​ຂໍ້​ມູນ​ທີ່​ຜິດ​ພາດ​ຕໍ່​ພວກ​ທະ​ຫານ​ສະ​ຫະ​ລັດນັ້ນ ເຂົາເຈົ້າ​ກ່າວ​ວ່າ ຣັດ​ເຊຍ​ສາ​ມາດ​ສ້າງ​ຄວາມ​ໂນ້ມ​ອຽງ​ຕໍ່​ພວກ​ເຂົາ​ເຈົ້າ​ໃຫ້​ເລືອກຫຼື​ຕັດ​ສິນ​ໃຈ​ໃນ​ທາງ​ທີ່​ເຫັນ​ພ້ອມ​ກັບ​ມົ​ສ​ກູ.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ກ່າວ​ຕໍ່​ກອງ​ປະ​ຊຸມ​ສາ​ກົນ ວາ​ລ​ໄດ ທີ່​ເມືອງ​ໂຊ​ຈີ ປະ​ເທດ​ຣັດ​ເຊຍ (ວັນ​ທີ 18 ຕຸ​ລາ 2018)
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປ​ູ​ຕິນ ກ່າວ​ຕໍ່​ກອງ​ປະ​ຊຸມ​ສາ​ກົນ ວາ​ລ​ໄດ ທີ່​ເມືອງ​ໂຊ​ຈີ ປະ​ເທດ​ຣັດ​ເຊຍ (ວັນ​ທີ 18 ຕຸ​ລາ 2018)

ຂອບ​ເຂດ​ທີ່​ແທ້​ຈິງທີ່​ວ່າ​ເຈົ້າ​ໜ້າ​ທີ່​ທະ​ຫານ​ສະ​ຫະ​ລັດໄດ້​ຕົກ​ເປັນ​ເປົ້າ​ຫຼື​ມີ​ຄວາມ​ເອນ​ອຽງ​ນັ້ນ ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ.

ວີ​ໂອ​ເອ​ ໄດ້​ໂອ້​ລົມ​ກັບ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ​ເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້ນ​ຄົງ​ຫຼາຍ​ໆຄົນ ຊຶ່ງ​ທັງ​ໝົດ​ຕ່າງ​ກໍ​ບໍ່​ຍອມ​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບທາດ​ແທ້​ຫຼື​ຂອບ​ເຂດ​ໃນ​ການ​ປະ​ຕິ​ບັດ​ງານ​ເພື່ອ​ໃຊ້​ອິດ​ທິ​ພົນ​ເຂົ້າ​ຄວບ​ຄຸມ​ຂອງ​ຣັດ​ເຊຍ. ແຕ່​ແນວ​ໃດ​ກໍ​ຕາມ ພວກ​ເຈົ້າ​ໜ້າ​ທີ່​ທັງ​ໝົດ​ຕ່າງ​ກໍ​ຍອມ​ຮັບ​ວ່າຣັດ​ເຊຍ​ໄດ້ແນ​ເປົ້າ​ໝາຍ​ໃສ່​ພະ​ນັກ​ງານ​ກອງ​ທັບ​ສະ​ຫະ​ລັດ ດ້ວຍ​ການ​ປະ​ຕິ​ບັດ​ງານ​ເພື່ອໃຊ້ ​ອິດ​ທິ​ພົນ ແລະ​ໃນ​ວິ​ທີ​ທີ່​ມີ​ການ​ກະ​ທຳ​ໄປ​ນັ້ນ ແມ່ນ​ສ້າງ​ຄວາມ​ກັງ​ວົນ​ເປັນ​ຫ່ວງ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດຮັບ​ຜິດ​ຊອບ​ໃນ​ດ້ານ​ນະ​ໂຍບາຍ​ໄຊ​ເບີ້ ທ່ານ​ເອັດ ວິ​ລ​ສັນ ກ່າວ​ວ່າ “ພວກ​ເຮົາ​ຮູ້​ດີ​ວ່າມັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາດ້ວຍ​ເຫດນີ້ ພວກ​ເຮົາ​ຈຶ່ງ​ໃຊ້​ຄວາມ​ພະ​ຍາ​ຍາມ​ຕື່ມ​ຂຶ້ນ ແລະ​ໃຫ້​ຄວາມ​ສົນ​ໃຈ​ຕື່ມຂຶ້ນ​ໃນ​ດ້ານນີ້.”

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ທົບ​ທວນ​ຄືນ​ເບິ່ງວ່າ ພວກ​ເຮົາ​ໄດ້​ໃຫ້​ການ​ສຶກ​ສາແລະ​ຝຶກ​ແອບ​ກຳ​ລັງ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ແບບ​ໃດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG