ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຣັດເຊຍ ກ່າວວ່າ ໂປຣແກຣມ Malware ໄດ້ ຖືກພົບເຫັນ ຢູ່ໃນ 20 ເຄືອຂ່າຍ ຄອມຜິວເຕີ້ ຂອງປະເທດ


ຮູບພາບປະກອບ ສະແດງໃຫ້ເຫັນ ລະຫັດເລກ ໜຶ່ງ ແລະ ສູນຂອງ binary ທີ່ສ່ອງໃສ່ຊາຍຄົນໜຶ່ງທີ່ຖື ຄອມພິວເຕີ້ ແລບທອບຢູ່.
ຮູບພາບປະກອບ ສະແດງໃຫ້ເຫັນ ລະຫັດເລກ ໜຶ່ງ ແລະ ສູນຂອງ binary ທີ່ສ່ອງໃສ່ຊາຍຄົນໜຶ່ງທີ່ຖື ຄອມພິວເຕີ້ ແລບທອບຢູ່.

ພະແນກຄວາມໝັ້ນຄົງແຫ່ງຊາດຂອງຣັດເຊຍ ຫຼື FSB ກ່າວວ່າ ເຄືອຂ່າຍ ຄອມພິວເຕີ ປະມານ 20 ອົງກອນຕ່າງໆ ຂອງຣັດເຊຍ ລວມທັງ ອົງການລັດຖະບານ ແລະ ບັນດາ ຜູ້ຮັບເໝົາດ້ານການປ້ອງກັນປະເທດ ໄດ້ຖືກລັກເຈາະເຂົ້າ ແລ້ວສົ່ງໂປຣແກຣມາລແວ ເຂົ້າໄປ ທີ່ໄດ້ອອກແບບມາເພື່ອ ການສອດແນມທາງໄຊເບີຣ ຫຼື ອິນເຕີເເນັດ.

ໂປຣແກຣມທີ່ເປັນໄວຣັສ ແລະ ໃນທາງທີ່ເຄືອຂ່າຍໄດ້ຖືກລັກເຈາະເຂົ້າແລ້ວ ໂດຍສົ່ງ ໂປຣແກຣມເຂົ້າໄປ ເປັນຄຸນລັກສະນະແບບດຽວກັນກັບ ໂປຣແກຣມ ອັນມີຮ່ອງ ຮອຍທີ່ໄດ້ຖືກນຳໃຊ້ ໃນກໍລະນີການສອດແນມ ທີ່ໂດ່ງດັງ ຢູ່ໃນຣັດເຊຍ ແລະໃນທົ່ວ ໂລກ ອີງຕາມຖະແຫລງ ການສະບັບໜຶ່ງ ຂອງ FSB ທີ່ໄດ້ກ່າວໃນເວັບໄຊຂອງຕົນ ເມື່ອວັນເສົາວານນີ້.

ຖະແຫລງການນີ້ ໄດ້ກ່າວວ່າ “ການວິເຄາະ ໄດ້ພົບເຫັນວ່າ ໂປຣແກຣມສອດແນມ ເຈາະເຂົ້າໄປໃນແຫລ່ງຂໍ້ມູນຕ່າງໆ ຂອງທາງການສາທາລະນະ ອົງການຈັດຕັ້ງ ອົງການວິທະຍາສາດ ແລະ ການທະຫານ ຕຶກອຸດສາຫະກຳດ້ານການທະຫານ ບໍລິສັດຕ່າງໆ ແລະ ພວກສະຖານທີ່ອື່ນໆ ທີ່ກ່ຽວຂ້ອງກັບພື້ນຖານໂຄງລ່າງ ທີ່ ສຳຄັນ ຂອງປະເທດ.”

ອົງການສືບລັບຂອງຣັດເຊຍ ບໍ່ໄດ້ກ່າວວ່າ ຜູ້ໃດເປັນຜູ້ຕ້ອງສົງໄສ ທີ່ຢູ່ເບື້ອງຫຼັງ ການ ໂຈມຕີນັ້ນ ແຕ່ການປະກາດດັ່ງກ່າວໄດ້ມີຂຶ້ນ ຫຼັງຈາກທີ່ມີລາຍງານເມື່ອບໍ່ດົນມານີ້ ຂອງ ການໂຈມຕີທາງໄຊເບີຣ ຕໍ່ ຄະນະກຳມະການແຫ່ງຊາດ ພັກເດໂມແຄຣັດ ສະຫະລັດ ຫຼື DNC ແລະ ຄະນະກຳມະການລະດົມທຶນ ສຳລັບ ບັນດາຜູ້ສະໝັກຂອງພັກເດໂມແຄຣັດ ສຳລັບ ບັນດາຜູ້ແທນສະພາຕ່ຳສະຫະລັດ.

ບັນດານັກຊ່ຽວຊານດ້ານໄຊເບີຣ ສະຫະລັດ ແລະ ພວກເຈົ້າໜ້າທີ່ພັກເດໂມແຄຣັດ ໄດ້ ຊີ້ໃສ່ຣັດເຊຍ ກ່ຽວກັບການພົວພັນ ໃນທັງສອງກໍລະນີການລັກເຈາະເຂົ້າໄປ ໃນພວກ ຄອມພິວເຕີ້ເຫຼົ່ານັ້ນ ຊຶ່ງໄດ້ເພີ້ມການຄາດຄະເນວ່າ ເປັນການພະຍາຍາມຂອງມົສກູ ທີ່ຈະມີອິດທິພົນ ຕໍ່ການເລືອກຕັ້ງປະທານາທິບໍດີ ສະຫະລັດ ທີ່ເຂົ້າຂ້າງຜູ້ສະໝັກແຂ່ງ ຂັນຂອງພັກຣີພັບບລີກັນ ທ່ານ Donald Trump.

ວັງ Kremlin ໄດ້ປະຕິເສດ ຕໍ່ການມີສ່ວນກ່ຽວຂ້ອງໃດໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG