ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວັງ​ເຄ​ຣັມ​ລິນ ເຫັນ​ພ້ອ​ມ​ ກັບ​ການຈຳ​ກັດ​ໃໝ່ ຕໍ່ໂຕ​ແທນສື່ມວນ​ຊົນ​ຕ່າງ​ປະ​ເທດ


ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ພົບ​ປະ​ກັບ​ພວກ​ເຈົ້າ​ໜ໊າ​ທີ່ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ​ເມື່ອວັນ​ທີ 3 ທັນ​ວາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ພົບ​ປະ​ກັບ​ພວກ​ເຈົ້າ​ໜ໊າ​ທີ່ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ​ເມື່ອວັນ​ທີ 3 ທັນ​ວາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ ປູ​ຕິນ ໄດ້​ເຊັນ​ຮ່າງ​ກົດ​ໝາຍໃນ​ອາ​ທິດ​ນີ້
ເພີ້ມ​ຄ່າ​ປັບໃໝ ແລະການ​ລົງ​ໂທດ​ຕໍ່​ອັນ​ທີ່​ຮ້ອງວ່າ “​ໂຕ​ແທນຕ່າງ​ປະ​ເທດ” ທີ່​ເຮັດ​ວຽກ
​ຢູ່​ໃນ​ວົງ​ການສື່ມວນ​ຊົນ ອັນ​ເປັນ​ພາກ​ສ່ວນ​ນຶ່ງ ​ຂອງ​ກົດ​ໝາຍ​ຣັດ​ເຊຍໃນ​ຂອບ​ເຂດ​ທີ່
ກວ້າງ​ຂວາງ ​ແນ​ໃສ່​ສື່ມວນ​ຊົນ​ຕ່າງ​ປະ​ເທດ ບັນ​ດາ​ອົງ​ການ​ທີ່​ບໍ່ຂຶ້ນ​ກັບ​ລັດ​ຖະ​ບານ ຫຼື
NGOs ແລະ​ກຸ່ມ​ອື່ນໆ​ທີ່ມອງເຫັນ​ວ່າ​ເປັນ​ສັດ​ຕູ​ຢູ່ພາຍ​ໃນ​ປະ​ເທດ.

ມາດ​ຕະ​ການ​ຫລ້າ​ສຸດ​ແມ່ນ​ເພີ້ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ກົດ​ໝາຍທີ່​ເປັນ​ບັນ​ຫາ ໂຕ້​
ແຍ້ງ ຊຶ່ງໄດ້​ມີ​ການ​ເຊັນ​ໃນ​ຕົ້ນ​ເດືອນ​ນີ້ ທີ່ໄດ້​ຂະ​ຫຍາຍໃນ​ອັນ​ທີ່​ລະ​ບຸ​ວ່າ ເປັນ​ໂຕ​ແທນ​
ຕ່າງ​ປະ​ເທດ ນອກເໜືອ​ຈາກ​ສື່ມວນ​ຊົນ ໄປ​ຫາ​ສ່ວນ​ບຸກ​ຄົນ ເຮັດ​ໃຫ້​ບັນ​ດາ​ນັກ​ຂ່າວ
ນັກ​ຂຽນ​ຂ່າວ​ລົງ​ອິນ​ເຕີ​ແນັດ​ຫຼືບ​ລັອກ​ເກີ ແລະ​ພວກຊົ​ມ​ໃຊ້​ຂ່າວ​ທາງ​ອິນ​ເຕີ​ແນັດ
​ມີ​ໂອ​ກາດ​ທີ່​ຈະ​ຕົກເປັນ​ເປົ້າ​ໝາຍ​ໃໝ່​ໄດ້.

ກົດ​ໝາຍ​ໄດ້​ນີ້​ໄດ້​ຖືກ​ຕຳ​ນິ​ໂດຍກຸ່ມປົກ​ປ້ອງສິດ​ທິ​ມະ​ນຸດ ວ່າ​ເປັນ​ອາ​ວຸດ​ຂອງ​ລັດ​ຖະ​
ບານ ​ເພື່ອ​ຈຳ​ກັດ​ເສ​ລີ​ພາບໃນ​ການ​ປາກ​ເວົ້າ ແຕ່​ວ່າ ​ໄດ້​ຮັບ​ການສະ​ໜັບ​ສະ​ໜູນ​ຢ່າງ​
ໃຫຍ່​ຈາກ​ບັນ​ດາ​ຜູ້​ຈົງ​ຮັກ​ພັກ​ດີ​ຕໍ່​ວັງ​ເຄ​ຣັມ​ລິນວ່າ​ ມີ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປ້ອງອະ​ທິ​
ປະໄຕ​ຂອງ​ຣັດ​ເຊຍ ຢູ່ທ່າມ​ກາງ​ໃນອັນ​ທີ່​ເຂົາ​ເຈົ້າ​ໂຕ້​ຖຽງ​ວ່າ​ເປັນ​ການ​ແຊກ​ແຊງ​ທີ່​ມີ
​ຂຶ້ນ​ເປັນປະ​ຈຳ​ຈາກ​ຕ່າ​ງ​ປະ​ເທດນັ້ນ.

ກົດ​ໝາຍໂຕ​ແທນ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ​ບັດ​ນີ້ບັງ​ຄັບ​ໃຫ້​ພວກ​ທີ່​ເຮັດ​ວຽກ​ໃຫ້ ແກ່​ອົງ
​ການ​ທີ່​ສົງໄສເປັນ​ສື່ມວນ​ຊົນ ລະ​ບຸໃນສິ່ງ​ທີ່​ເຂົ​າ​ເຈົ້າ​ໄດ້​ພິມ​ວ່າ “ເຮັດ​ໂດຍ​ໂຕ​ແທນ​ຕ່າງ​
ປະ​ເທດ” ແລະ​ນຳ​ສົ່ງໂດຍ​ທາງສ່ວນ​ໂຕ ​ເພື່ອໃຫ້​ມີການ ກວດກາ ແລະ​ກວດ​ສອບ​ວຽກ
​ງານ​ຂອງ​ເຂົາ​ເຈົ້າ ແລະ​ການ​ເງິນຂອງ​ພວກ​ເຂົາ​ເຈົ້າ​ເປັນ​ປະ​ຈຳ.

​ມາຈົນ​ເທົ່າ​ປັດ​ຈຸ​ບັນ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ ​ກ່ຽວ​ກັບ​ການ​ລົງ​ໂທດ ແລະ​ການ​
ລະ​ເມີດ​ໃນ​ເລື້ອງ​ດັ່ງ​ກ່າວ.

ພາຍ​ໃຕ້​ຂໍ້ກຳ​ນົດ​ໃໝ່ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ​ໂດຍ​ທ່ານ​ປູ​ຕິນ​ນັ້ນ ​ຈະ​ມີ​ການ​ປັບໃໝ
ເພີ້ມ​ຂຶ້ນ​ເປັນ​ລຳ​ດັບ​ຕໍ່​ບັນ​ດາ​ບໍ​ລິ​ສັດ​ສື່ມວນ​ຊົນ ແລະ​ພະ​ນັກ​ງານ​ເຂົາ​ເຈົ້າ.

ການ​ລະ​ເມີດ​ເທື່ອ​ທຳ​ອິດ​ ​ໝາຍ​ຄວາມ​ວ່າ ​ຈະ​ມີ​ການ​ປັບ​ໃໝ່​ຫຼາຍເຖິງ 800 ໂດ​ລາ
​ຕໍ່ສ່ວນ​ບຸກ​ຄົນ ຮວມ​ທັງ 1,600 ໂດ​ລາ ຕໍ່​ຜູ້ບໍ​ລິ​ຫານ ແລະ​ພວກ​ເຈົ້າ​ໜ້າ​ທີ່ ແລະປັບ
ໃໝ​ຫຼາຍເຖິງ 16,000 ໂດ​ລາ ຕໍ່ບັນ​ດາ​ບໍ​ລິ​ສັດ​ສື່​ມວນ​ຊົນ.

​ສຳ​ລັບ​ຜູ້​ກະ​ທຳ​ຜິດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ໄລ​ຍະ​ນຶ່ງ​ປີຈະ​ປະ​ເຊີນກັບການລົງ​ໂທດ ໜັກ
​ຂຶ້ນ ຮວມ​ທັງ​ຄ່າ​ປັບ​ໃໝ 1,600 ໂດ​ລາ ຫຼື​ຕິດ​ຄຸກ 15 ມື້​ສຳ​ລັບ​ສ່ວນ​ບຸກ​ຄົນ 3,200
ໂດ​ລາສຳ​ລັບບໍ​ລິ​ຫານ ແລ​ະ 80,000 ໂດ​ລາ ສຳ​ລັບ​ບັນ​ດາ​ບໍ​ລິ​ສັດ​ສື່​ມວນ​ຊົນ ທີ່​ລໍ​
ຖ້າ​ໃນ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​.

ດ້ວຍ​ລາຍ​ເຊັນ​ຂອງ​ທ່ານ​ປູ​ຕິນ ກົດ​ໝາຍນີ້​ຈະ​ເລີ້ມມີ​ຜົນ​ບັ​ງ​ຄັບ​ໃຊ້ໃນ​ວັນ​ທີ 1 ກຸມ​
ພາ​ປີ 2020. ​

Russian President Vladimir Putin signed legislation this week increasing fines and penalties against so-called "foreign agents" working in mass media — part of a broader spate of Russian laws that have targeted foreign media, NGOs, and other perceived enemies at home.

The latest measure strengthens a controversial law signed earlier this month that expanded the foreign agent label beyond media outlets to individuals — making journalists, bloggers and online news consumers potential new targets.

The laws have been criticized by human rights groups as a government weapon to restrict free speech, but are lauded by Kremlin loyalists as essential to protecting Russian sovereignty in the face of what they argue is routine foreign interference.

The foreign agent media law now requires those who work for suspect media outlets to label any published materials as "made by a foreign agent," and personally submit to regular audits and inspections of their work and finances.

Less clear, until now, were the penalties for violations.

FILE - Law enforcement officers detain a local Reuters journalist during an opposition rally, in Moscow, Russia, July 27, 2019.

Under the new terms approved by Putin, a series of graduated fines takes hold against media companies and their employees.

Initial violations would now mean up to $800 in fines for individuals; $1,600 for management and officials; and up to $16,000 in fines for media companies.

Repeat offenders over the course of a year face even stiffer penalties, including $1,600 in fines or up to 15 days in prison for individuals; $3,200 for management; and $80,000 docked from media companies pending compliance.

With Putin's signature, the law goes into effect Feb. 1, 2020.

XS
SM
MD
LG