ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຣັດເຊຍ ແລະ ຈີນ ຮຽກຮ້ອງໃຫ້ ແກ້ໄຂບັນຫາ ຄວາມເຄັ່ງຕຶງ ຂອງເກົາຫຼີເໜືອ ຢ່າງສັນຕິ


ລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ ທ່ານ ເຊີ່ເກ ລາບວ໌ຣອຟ (Sergey Lavrov) ກ່າວໃຫ້ຄຳເຫັນ ຢູ່ທີ່
ກອງປະຊຸມຖະແຫລງຂ່າວ ທີ່ ສະມັດສາໃຫຍ່ ອົງການ
ສະຫະປະຊາຊາດ ຄັ້ງທີ 72 ໃນສຳນັກງານໃຫຍ່ ຂອງ ສະຫະປະຊາຊາດ ຢູ່ນະຄອນ ນິວຢອກ ຊີຕີ, ວັນທີ 22 ກັນຍາ 2017.
ລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ ທ່ານ ເຊີ່ເກ ລາບວ໌ຣອຟ (Sergey Lavrov) ກ່າວໃຫ້ຄຳເຫັນ ຢູ່ທີ່ ກອງປະຊຸມຖະແຫລງຂ່າວ ທີ່ ສະມັດສາໃຫຍ່ ອົງການ ສະຫະປະຊາຊາດ ຄັ້ງທີ 72 ໃນສຳນັກງານໃຫຍ່ ຂອງ ສະຫະປະຊາຊາດ ຢູ່ນະຄອນ ນິວຢອກ ຊີຕີ, ວັນທີ 22 ກັນຍາ 2017.

ຣັດເຊຍ ແລະ ຈີນ ຕ່າງກໍໄດ້ສົ່ງສັນຍານອອກມາ ໃນວັນຈັນມື້ນີ້ ເຖິງຄວາມຕ້ອງການ
ຢາກໃຫ້ມີການແກ້ໄຂບັນຫາຄວາມເຄັ່ງຕຶງ ທີ່ກ່ຽວພັນກັບ ກິດຈະກຳດ້ານໂຄງການ
ນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ຂອງເກົາຫຼີເໜືອ ຢ່າງສັນຕິ.

ລັດຖະມົນຕີ ການຕ່າງປະເທດຂອງຣັດເຊຍ ທ່ານ ເຊີ່ເກ ລາບວ໌ຣອຟ ໄດ້ບອກ ສື່ມວນ
ຊົນຂອງທາງການ ວ່າ ບໍ່ມີໃຜ ຢາກເຫັນສົງຄາມ ຢູ່ໃນແຫຼມເກົາຫຼີ ແລະ ວ່າ ທ່ານຫວັງ
ວ່າ ສະຫະລັດ ຈະບໍ່ວາງແຜນ ໃນວິທີການ ດ້ານທະຫານ ເພື່ອແກ້ໄຂສະຖານະການ
ດັ່ງກ່າວ.

ໂຄສົກ ກະຊວງການຕ່າງປະເທດ ຂອງຈີນ ທ່ານນາງ ຫົວ ຈຸ່ນຢິງ (Hua Chunying) ສະແດງທ່າທີ ໃນລະຫວ່າງ ກອງປະຊຸມແຈ້ງໃຫ້ຊາບ ຢູ່ທີ່ ຕຶກຂອງກະຊວງການຕ່າງປະເທດ ໃນນະຄອນຫຼວງປັກກິ່ງ.
ໂຄສົກ ກະຊວງການຕ່າງປະເທດ ຂອງຈີນ ທ່ານນາງ ຫົວ ຈຸ່ນຢິງ (Hua Chunying) ສະແດງທ່າທີ ໃນລະຫວ່າງ ກອງປະຊຸມແຈ້ງໃຫ້ຊາບ ຢູ່ທີ່ ຕຶກຂອງກະຊວງການຕ່າງປະເທດ ໃນນະຄອນຫຼວງປັກກິ່ງ.

ສ່ວນໂຄສົກ ກະຊວງ ການຕ່າງປະເທດຂອງຈີນ ທ່ານນາງ ຫົວ ຈຸ່ນຢິງ ໄດ້ກ່າວວ່າ
ໃນລະຫວ່າງກອງປະຊຸມແຈ້ງໃຫ້ຊາບ ເມື່ອວັນຈັນມື້ນີ້ ທີ່ວ່າ ປະເທດທັງໝົດ ຄວນ
“ໃຫ້ປະຕິບັດຄວາມອົດກັ້ນ ແລະໃຫ້ພະຍາຍາມ ເອົາທ່າທີໃນທາງບວກ ແລະ
ສ້າງສັນ ເພື່ອຜ່ອນຄາຍຄວາມເຄັ່ງຕຶງ ຢູ່ໃນແຫຼມເກົາຫຼີ.”

ຈີນຍັງໄດ້ກ່າວອີກວ່າ ມາດຕະການຕ່າງໆ ຂອງອົງການສະຫະປະຊາຊາດ ບໍ່ຄວນ
ມີຜົນກະທົບທີ່ເປັນໄພອັນຕະລາຍ ໃນດ້ານມະນຸດສະທຳ ຕໍ່ພວກພົນລະເຮືອນຂອງ
ເກົາຫຼີເໜືອ ຫຼື ສົ່ງຜົນກະທົບ “ຕໍ່ການແລກປ່ຽນຕາມປົກກະຕິ ໃນດ້ານເສດຖະກິດ
ແລະ ການຮ່ວມມື.”

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ກ່າວສະຫລຸບບັ້ນສຸດທ້າຍຂອງຄຳປາໄສ ຢູ່ກອງປະຊຸມ ຄະນະປະທານ ຄັ້ງທີ 5 ຂອງ ພັກກຳມະກອນຂອງເກົາຫຼີ ຫຼື (WPK), ວັນທີ 23 ທັນວາ ຢູ່ໃນພາບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍສູນກາງຂ່າວ ຂອງເກົາຫຼີເໜືອ ຫຼື (KCNA) ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 24 ທັນວາ 2017.
ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ (Kim Jong Un) ກ່າວສະຫລຸບບັ້ນສຸດທ້າຍຂອງຄຳປາໄສ ຢູ່ກອງປະຊຸມ ຄະນະປະທານ ຄັ້ງທີ 5 ຂອງ ພັກກຳມະກອນຂອງເກົາຫຼີ ຫຼື (WPK), ວັນທີ 23 ທັນວາ ຢູ່ໃນພາບນີ້ ທີ່ໄດ້ຖືກເປີດເຜີຍ ໂດຍສູນກາງຂ່າວ ຂອງເກົາຫຼີເໜືອ ຫຼື (KCNA) ໃນນະຄອນຫຼວງ ພຽງຢາງ ຂອງເກົາຫຼີເໜືອ, ວັນທີ 24 ທັນວາ 2017.

​ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບນຶ່ງ
ຢ່າງເປັນເອກກະສັນ ໃນວັນສຸກຜ່ານມາ ໂດຍການຈຳກັດຈຳນວນຂອງນ້ຳມັນເຊື້ອໄຟ
ແລະ ນ້ຳມັນກາຊ້ວນ ທີ່ເກົາຫຼີເໜືອ ສາມາດນຳເຂົ້າ ແລະ ເຂັ້ມງວດໃນການກວດກາ
ພວກກຳປັ່ນ ທີ່ຖືກສົງໄສວ່າ ບັນທຸກເຄື່ອງຂອງຕ້ອງຫ້າມ ທີ່ຜິດກົດໝາຍ ໄປຍັງ ຫຼື
ນຳອອກຈາກ ເກົາຫຼີເໜືອ.

ມາດຕະການດັ່ງກ່າວ ຍັງສັ່ງ ບັນດາສະມາຊິກຂອງ ອົງການສະຫະປະຊາຊາດ ໃຫ້
ສົ່ງພວກຄົນງານຊາວເກົາຫຼີເໜືອທັງໝົດ ທີ່ເຮັດວຽກຢູ່ຕ່າງປະເທດ ກັບຄືນປະເທດ
ພາຍໃນສອງປີ -- ເຊິ່ງເປັນການເຄື່ອນໄຫວ ເພື່ອແນໃສ່ການຕັດແຫລ່ງລາຍໄດ້
ສຳລັບລັດຖະບານຂອງ ກິມ ຈົ່ງ ອຶນ ທີ່ໄດ້ຢຶດເອົາລາຍໄດ້ຂອງພວກເຂົາເຈົ້າ ຕາມ
ປົກກະຕິ ຢູ່ເລື້ອຍມາ.

ສະຫະລັດ ກະປະມານວ່າ ມີພວກຄົນງານຊາວເກົາຫຼີເໜືອ ຫຼາຍເຖິງ 80,000 ຄົນ
ຢູ່ໃນຈີນ ແລະ ຢ່າງໜ້ອຍ 30,000 ຄົນ ຢູ່ໃນຣັດເຊຍ.

ເກົາຫຼີເໜືອ ໄດ້ປະຕິເສດ ຕໍ່ມາດຕະການລົງໂທດໃໝ່ ດັ່ງກ່າວ ໂດຍເອີ້ນວ່າ “ການ
ກະທຳ ທີ່ນຳໄປສູ່ສົງຄາມ”
ແລະ “ມີຜົນເທົ່າກັບການກີດກັ້ນທາງເສດຖະກິດ
ຢ່າງສິ້ນເຊີງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG