ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍກ່າວວ່າ ຈີນ ໃຫ້ການສະໜັບສະໜຸນ ໃນຄວາມພະຍາຍາມ ສ້າງສະຖຽນລະພາບຂອງປະເທດ ລຸນຫຼັງພວກທະຫານຮັບຈ້າງກໍ່ກະ​ບົດ


ແຟ້ມຮູບ-ຕຶກອາຄານກະຊວງການຕ່າງປະເທດຂອງ ຣັດເຊຍ, ກາງ, ເຫັນຢູ່ໃນນະຄອນຫຼວງມົສກູ, ຣັດເຊຍ, ວັນທີ 28 ມີນາ 2018.
ແຟ້ມຮູບ-ຕຶກອາຄານກະຊວງການຕ່າງປະເທດຂອງ ຣັດເຊຍ, ກາງ, ເຫັນຢູ່ໃນນະຄອນຫຼວງມົສກູ, ຣັດເຊຍ, ວັນທີ 28 ມີນາ 2018.

ຣັດເຊຍ ກ່າວວ່າ ຈີນ ໃຫ້ການສະໜັບສະໜຸນຢູ່ເບື້ອງຫຼັງຄວາມພະຍາຍາມໃນການສ້າງສະຖຽນລະພາບ ຂອງປະທານາທິບໍດີປູຕິນ ລຸນຫຼັງການກໍ່ຈະລາຈົນຕໍ່ຕ້ານວັງເຄຣັມລິນ ໂດຍກອງກໍາລັງທະຫານຮັບຈ້າງ, ອີງຕາມລາຍງານຂອງອົງການຂ່າວ AP.

ກະຊວງການຕ່າງປະເທດຂອງ ຣັດເຊຍ ກ່າວວ່າ ຈີນ ປະກາດການສະໜັບສະໜຸນ ໃນການເປັນຜູ້ນໍາຂອງມົສກູ ໃນລະຫວ່າງການເດີນທາງໄປຢ້ຽມຢາມປັກກິ່ງຂອງຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຣັດເຊຍ ທ່ານອັນເດຣ ຣູເດັນໂກ (Anfrei Rudenko).

ອີງຕາມກະຊວງການຕ່າງປະເທດຂອງຈີນ, ທ່ານຣູເດັນໂກ ພົບປະ ກັບລັດຖະ ມົນຕີການຕ່າງປະເທດຂອງຈີນ ທ່ານຈິນ ກັງ (Qin Gang) ເພື່ອປຶກສາຫາລືກ່ຽວກັບ “ຄວາມກັງວົນຮ່ວມກັນ ໃນບັນຫາຕ່າງໆທາງດ້ານສາກົນ ແລະບັນຫາຕ່າງໆຢູ່ໃນພູມິພາກ.”

ຍັງບໍ່ເປັນທີ່ຈະ​ແຈ້ງວ່າ ການຢ້ຽມຢາມຈີນ ຂອງທ່ານຣູເດັນໂກ ໃນຄັ້ງນີ້ ຈະເປັນກະຕອບສະໜອງຕໍ່ການກໍ່ຈະລາຈົນທີ່ສັ້ນໆ ນໍາໂດຍ ທ້າວເຢັບການີ ປຣີໂກຊິນ (Yevgeny Prigozhin), ຫົວໜ້າກຸ່ມທະຫານຮັບຈ້າງເວັກເນີ້ ຫຼືບໍ່.

TAIPEI, Taiwan (AP) — Russia says China threw its support behind President Vladimir Putin's efforts to stabilize the country after an aborted rebellion against the Kremlin by an army of mercenaries. The Russian Foreign Ministry said China declared support for the leadership in Moscow during a previously unannounced trip to Beijing Sunday by Russian Deputy Foreign Minister Andrei Rudenko. According to China's Foreign Ministry, Rudenko met with Chinese Foreign Minister Qin Gang to discuss "international and regional issues of common concern." It's unclear whether Rudenko's visit to China was in response to the short-lived rebellion led by Yevgeny Prigozhin, head of private mercenary army Wagner Group.

XS
SM
MD
LG