ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ປະ​ກາດ​ການ​ຖອນ​ກຳ​ລັງ​ ອອກ​ຈາກ​ເມືອງ ເຄີ​ສັນ, ແຕ່ ຢູ​ເຄ​ຣນ ມີ​ຄວາມ​ສົງ​ໄສ


ທະ​ຫານ​ບົກ ຣັດ​ເຊຍ ຢືນ​ຢູ່​ໃກ້​ລົດ​ບັນ​ທຸກ​ຂອງ​ເຂົາ​ເຈົ້າ ໃນ​ລະ​ຫວ່າງ​ການ​ຊຸ​ມ​ນຸມ​ຕໍ່​ຕ້ານ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ, ໃນ​ຈະ​ຕຸ​ລັດ ສ​ໂວ​ໂບ​ດາ, ເມືອງ ເຄີ​ສັນ, ຢູ​ເຄ​ຣນ, 7 ມີ​ນາ 2022.
ທະ​ຫານ​ບົກ ຣັດ​ເຊຍ ຢືນ​ຢູ່​ໃກ້​ລົດ​ບັນ​ທຸກ​ຂອງ​ເຂົາ​ເຈົ້າ ໃນ​ລະ​ຫວ່າງ​ການ​ຊຸ​ມ​ນຸມ​ຕໍ່​ຕ້ານ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ, ໃນ​ຈະ​ຕຸ​ລັດ ສ​ໂວ​ໂບ​ດາ, ເມືອງ ເຄີ​ສັນ, ຢູ​ເຄ​ຣນ, 7 ມີ​ນາ 2022.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ເວົ້າ​ວ່າ​ກອງ​ທະ​ຫານ​ຂອງ ມົ​ສ​ກູ ໄດ້​ຖອນ​ອອກ​ຈາກ​ເມືອງ ເຄີ​ສັນ ທີ່​ສຳ​ຄັນ​ໃນ​ພາກ​ໃຕ້​ຂອງ ຢູ​ເຄ​ຣນ, ແຕ່ແນວ​ໃດ​ກໍ່​ຕາມ​ບັນ​ດາ​ເຈົ້າ​ໜ້າ ຢູ​ເຄ​ຣນ ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ ການ​ຖອນ​ກຳ​ລັງ​ຢ່າງ​ເຕັມ​ທີ່​ຈາກ​ເມືອງ​ເອກ​ແຫ່ງ​ດຽວ​ໃນ​ພາກ​ພື້ນ​ດັ່ງ​ກ່າວ​ທີ່ ຣັດ​ເຊຍ ໄດ້​ຍຶດ​ເອົາ​ນັບ​ຕັ້ງ​ແຕ່​ການ​ບຸກ​ລຸກ​ຂອງ​ເຂົາ​ເຈົ້າ​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ.

ແນວ​ໃດ​ກໍ່​ຕາມ​ການ​ຖອນ​ກຳ​ລັງ​ທີ່​ວ່າ​ນັ້ນ​ຈະ​ເປັນ​ການປະ​ສົບ​ຄວາມ​ລົ້ມ​ແຫຼວ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ ໄບ​ເດັນ ບໍ່​ໄດ້​ເວົ້າ​ໃນ​ວັນ​ພຸດ​ວານນີ້​ວ່າ ເຫດ​ການ​ທີ່​ວ່ານີ້​ຈະ​ກໍ​ໃຫ້ ກີ​ຢິບ ເຈ​ລະ​ຈາ​ກັບມົ​ສ​ກູ ຫຼືບໍ່.

ທ່ານ​ໄດ້​ກ່າວ​ວ່າ “ມັນ​ຍັງ​ບໍ່​ແນ່ນອນ​ວ່າມັນ​ໄດ້ມີ​ການ​ຕັດ​ສິນ​ວ່າ ​ຢູ​ເຄ​ຣນ ໄດ້​ກະ​ກຽມ​ທີ່​ຈະ​ປະ​ນີ​ປະ​ນອມ​ກັບ ຣັດ​ເຊຍ ຫຼືບໍ່. ຂ້າ​ພະ​ເຈົ້າ​ຈະ​ເດີນ​ທາງ​ໄປ​ຮ່ວມກອງ​ປະ​ຊຸມ G-20. ຂ້າ​ພະ​ເຈົ້າ​ຖືກ​ແຈ້ງ​ໃຫ້​ຊາບ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ປູ​ຕິນ ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຈະ​ບໍ່​ເຂົ້າ​ຮ່ວມ ແຕ່​ຜູ້​ນຳ​ໂລກ​ຄົນ​ອື່ນໆ​ແມ່ນ​ຈະ​ໄປ​ຢູ່​ທີ່​ນັ້ນ​ໃນ ອິນ​ໂດ​ເນ​ເຊຍ, ແລະ ພວກ​ເຮົາ​ຈະ​ມີ​ໂອ​ກາດ​ ເພື່ອ​ພິ​ຈາ​ລະ​ນາ​ວ່າ ​ບາດ​ກ້າວ​ຕໍ່​ໄປ​ອາດ​ເປັນ​ຫຍັງ.”

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ທຳ​ການ​ປະ​ກາດ​ໃນ​ກອງ​ປະ​ຊຸມ​ທີ່ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ​ກັບ​ບັນ​ດາ​ຜູ້​ນຳ​ກອງ​ທັບ​ລະ​ດັບ​ສູງ​ຂອງ ຣັດ​ເຊຍ ເຊັ່ນ​ນາຍ​ພົນ ເຊີ​ເກ ຊູ​ໂຣ​ວີ​ກິນ, ຜູ້​ບັນ​ຊາ​ກາ​ນ​ສຳ​ລັບ​ກອງ​ກຳ​ລັງ​ຂອງ ຣັດ​ເຊຍ ໃນ​ຢູ​ເຄ​ຣນ, ໄດ້​ບອກ​ທ່ານ ຊອຍ​ກູ ວ່າ​ການ​ຕັດ​ສິນ​ໃຈ​ຖອນ​ກຳ​ລັງ​ແມ່ນ​ຍາກ ແຕ່ “ຈະຮັກ​ສາ​ຊີ​ວິດ​ຂອງ​ທະ​ຫານ ແລະ ຄວາມ​ພ້ອມ​ໃນ​ການ​ຕໍ່​ສູ້​ຂອງກອງ​ກຳ​ລັງ.”

ຄວາມ​ກ້າວ​ໜ້າ​ຂອງ ຢູ​ເຄ​ຣນ ໄດ້​ເຮັດ​ໃຫ້​ກອງ​ກຳ​ລັງ ກີ​ຢິບ ຫຍັບ​ເຂົ້າ​ໃກ້​ໄລ​ຍະ​ການ​ໂຈມ​ຕີ​ຂອງ​ເມືອງ ເຄີ​ສັນ.

ທ່ານ ຊູ​ໂຣ​ວີ​ກິນ ໄດ້​ກ່າວ​ວ່າ “ພາຍ​ໃຕ້​ສະ​ຖາ​ນະ​ການ​ທີ່​ວ່ານີ້, ເມືອງ​ເຄີ​ສັນ ແລະ ຖິ່ນ​ຖານ​ທີ່​ຢູ່​ໃກ້​ຄຽງ​ແມ່ນ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ສະ​ໜອງ​ອຸ​ປະ​ກອນ​ໃຫ້​ຢ່າ​ງ​ເຕັມ​ທີ່. ຫຼັງ​ຈາກ​ການ​ປະ​ເມີນ​ຜົນ​ຢ່າງ​ຮອບ​ຄອບ​ກ່ຽວ​ກັບ ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ສະ​ເໜີ​ໃຫ້​ທຳ​ການ​ປ້ອ​ງ​ກັນ​ຢູ່​ແຄມ​ຝັ່ງ​ກ້ຳ​ຊ້າຍ​ຂ​ອງ​ແມ່​ນ້ຳ
ນິ​ໂປ​ຣ.”

ທ່ານ ຊອຍ​ກູ ໄດ້​ຕອບ​ວ່າ, “ດຳ​ເນີນ​ການ​ຖອນກອງ​ທະ​ຫານ​ໂລດ, ແລະ ເອົາ​ທຸກ​ມາດ​ຕະ​ການ​ເພື່ອ​ຮັບ​ປະກັນການ​ສົ່ງ​ກອງ​ກຳ​ລັງ​, ອາ​ວຸດ ແລະ ອຸ​ປະ​ກອນ​ໄປ​ອີກ​ຟາກ​ນຶ່ງ ​ຂອງ​ແມ່​ນ້ຳ ນິ​ໂປ​ຣ ຢ່າງ​ປອດ​ໄພ.”

ແຕ່ ຢູ​ເຄ​ຣນ ກ່ອນ​ໜ້ານີ້​ໄດ້​ມີ​ຄວາມ​ສົງ​ໄສ ກ່ຽວ​ກັບ ການ​ຖອນ​ກຳ​ລັງ​ຂອງ ຣັດ​ເຊຍ, ໂດຍ​ຊີ້​ໃຫ້​ເຫັນ​ວ່າ​ ມັນ​ອາດ​ເປັນ​ກົນ​ອຸ​ບາຍ​ຂອງ ຣັດ​ເຊຍ ເພື່​ອ​ຊຸ້ມ​ໂຈ​ມ​ຕີ​ກອງ​ທະ​ຫານ ຢູ​ເຄ​ຣນ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG