ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສົງຄາມດ້ານການທູດ ລະຫວ່າງ ຣັດເຊຍ ກັບ ສະຫະລັດ ຍັງສືບຕໍ່ ດຳເນີນໄປຢູ່


Russia Diplomatic War
please wait
Embed

No media source currently available

0:00 0:03:13 0:00

ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສະຫະລັດ ທ່ານ ອານາໂຕລີ ແອນໂຕນອຟ, ໄດ້ກ່າວວ່າ ສະຫະລັດ ໄດ້ຂໍໃຫ້ນັກການທູດ ຣັດເຊຍ 24 ຄົນອອກຈາກປະເທດ ເວລາທີ່ວີຊາຂອງເຂົາເຈົ້າໝົດອາຍຸໃນເດືອນກັນຍານີ້. ການເຄື່ອນໄຫວດັ່ງກ່າວໄດ້ມີຂຶ້ນບໍ່ດົນຫຼັງຈາກສະຖານທູດ ສະຫະລັດ ໃນ ມົສກູ ໄດ້ຖືກບັງຄັບໃຫ້ປົດຄົນ ຣັດເຊຍ ຫຼາຍສິບຄົນທີ່ອອກວຽກຢູ່ສະຖານທູດນັ້ນອອກ. ນັກຂ່າວວີໂອເອ ດາເຣຍ ເດກຸດສ໌ ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າ ມັນບໍ່ມີການໃຊ້ວິທີການເອົາຊະນະຝ່າຍກົງກັນຂ້າມທາງການເມືອງໃດໆຢູ່ເບື້ອງຫຼັງການຕັດສິນໃຈທີ່ຈະຂໍໃຫ້ນັກການທູດ ຣັດເຊຍ ອອກຈາກ ສະຫະລັດ ພາຍ ໃນວັນທີ 3 ກັນຍານີ້.

ໂຄສົກກະຊວງການຕ່າງປະເທດ ທ່ານ ເນັດ ໄພຣສ໌ ໄດ້ກ່າວວ່າ ມັນແມ່ນພາກສ່ວນຂອງຂັ້ນຕອນການຕໍ່ວີຊາໃໝ່ສຳລັບນັກການທູດ ຣັດເຊຍ ທີ່ເຮັດວຽກໃນ ສະຫະລັດ ທີ່ຕ້ອງໄດ້ປະຕິບັດທຸກໆສາມປີ.

ທ່ານ ເນັດ ໄພຣສ໌ ໄດ້ກ່າວວ່າ “ຂີດຈຳກັດ 3 ປີສຳລັບຄວາມຖືກຕ້ອງຂອງວີຊາຂອງຄົນ ຣັດເຊຍ ບໍ່ແມ່ນສິ່ງທີ່ໃໝ່. ເວລາວີຊາໝົດອາຍຸ, ຄືທີ່ເຈົ້າອາດ

ຈະຄາດໄວ້, ບຸກຄົນພວກນີ້ແມ່ນຄາດວ່າຈະອອກຈາກປະເທດ ຫຼື ຂໍຕໍ່ອາຍຸ.”

ແຕ່ບັນດາເຈົ້າໜ້າທີ່ ຣັດເຊຍ ເວົ້າວ່າ ແທ້ຈິງແລ້ວ ສະຫະລັດ ໄດ້ບັງຄັບຄົນ ຣັດເຊຍ ອອກຍ້ອນເຂົາເຈົ້າໄດ້ກ່າວເນັ້ນວ່າ “ຂັ້ນຕອນການອອກວີຊາທີ່ເຄັ່ງຄັດກວ່າເກົ່າ.”

ການເຄື່ອນໄຫວຂອງ ສະຫະລັດ ໄດ້ມີຂຶ້ນບໍ່ດົນຫຼັງຈາກ ຣັດເຊຍ ໄດ້ຫ້າມ ສະຫະລັດ ບໍ່ໃຫ້ຈ້າງຄົນ ຣັດເຊຍ ແລະ ຄົນຈາກຝ່າຍທີສາມເຮັດວຽກຢູ່ສະຖານທູດໃນ ມົສກູ.

ການເຄື່ອນໄຫວນັ້ນໄດ້ບັງຄັບໃຫ້ ສະຫະລັດ ຕ້ອງໄດ້ປົດພະນັກງານໃນທ້ອງຖິ່ນອອກຫຼາຍກວ່າ 180 ຄົນ.

ແລະ ນັ້ນ, ບັນດານັກຊ່ຽວຊານເວົ້າວ່າ, ໄດ້ສ້າງຄວາມກົດດັນເພີ່ມເຕີມຕໍ່ສະຖານທູດ.

ທ່ານ ດໍໂນລ ເຈັນເຊັນ, ຈາກສະຖາບັນສັນຕິພາບ ສະຫະລັດ ເວົ້າວ່າ “ບັນຫາວີຊາແມ່ນສຳຄັນຫຼາຍ. ນັກສຶກສາ ຣັດເຊຍ, ຄົນ ຣັດເຊຍ ຜູ້ທີ່ຢາກຢ້ຽມຢາມ ສະຫະລັດ ແລະ ອື່ນໆ ແລະ ມັນກໍມີຜົນແບບດຽວກັນຢູ່ທີ່ນີ້, ທີ່ຕ້ອງການວີຊາເພື່ອມາ ສະຫະລັດ. ແລະ ຄວາມຮຽກຮ້ອງຕ້ອງການຈາກສະຖານທູດແມ່ນສູງຫຼາຍ, ແມ່ນກະທັ້ງສະຖານທູດທີ່ໃຫຍ່ຄືຢູ່ ມົສກູ ນັ້ນ, ເຈົ້າຈະຕ້ອງການການຊ່ວຍເຫຼືອພິເສດ. ແລະ ນັ້ນກໍໝາຍຄວາມວ່າລັດຖະບານ ສະຫະລັດ ຈະຈ້າງຄົນ ຣັດເຊຍ ໃນທ້ອງ ຖິ່ນຫຼັງຈາກການກວດກາປະຫວັດວ່າ ຜູ້ໃດຈະເຮັດວຽກທີ່ສຳຄັນຫຼາຍ, ເຊິ່ງສ່ວນຫຼາຍມັກຈະຊ່ວຍກັບການອອກວີຊາ. ບາງຄັ້ງ, ກໍຄິດກ່ຽວກັບມັນດັ່ງກັບບາດກ້າວນຶ່ງທີ່ຈະນຳໄປສູ່ການຮ່ວມມືທີ່ດີ.

ແຜນການຂອງວັງ ເຄຣັມລິນ ທີ່ຈະຢຸດການອະນຸຍາດໃຫ້ຄົນ ຣັດເຊຍ ເຮັດວຽກຢູ່ສະຖານທູດ ສະຫະລັດ ແມ່ນຖືກປະກາດໃນເດືອນເມສາທີ່ຜ່ານມາ.

ທັງໝົດນີ້ແມ່ນສ່ວນນຶ່ງຂອງການຕໍ່ສູ້ທາງດ້ານການທູດໃນລະດັບຕໍ່າທີ່ມີມາດົນນານແລ້ວ ລະ ຫວ່າງ ວໍຊິງຕັນ ກັບ ມົສກູ ທີ່ມັນໄດ້ດຳເນີນມານັບຕັ້ງແຕ່ລັດຖະບານທ່ານ ທຣຳ.

ການຕໍ່ສູ້ທາງການທູດກັບໄປກັບມາ ໄດ້ເພີ່ມຂຶ້ນສູ່ລະດັບສູງສຸດໃນເດືອນມີນາ 2021, ເວລາທີ່ເອກອັກຄະລັດຖະທູດຂອງ ຣັດເຊຍ ປະຈຳ ສະຫະລັດ ທ່ານ ອານາໂຕລີ ແອນໂຕນອຟ ໄດ້ເດີນທາງອອກຈາກ ສະຫະລັດ ເພື່ອໄປທຳການປຶກສາຫາລືໃນ ຣັດເຊຍ.

ຕໍ່ມາ, ເອກອັກຄະລັດຖະທູດ ສະຫະລັດ ໃນ ຣັດເຊຍ, ທ່ານ ຈອນ ຊຸລລີວານ, ຖືກແນະນຳໃຫ້ກັບໄປ ວໍຊິງຕັນ ເພື່ອໃຫ້ຄຳປຶກສາ.

ນັກການທູດທັງສອງທ່ານ ໄດ້ກັບຄືນໄປປະຈຳຕຳແໜ່ງຂອງເຂົາເຈົ້າ ແຕ່ສາຍພົວພັນລະຫວ່າງສອງປະເທດນັ້ນຍັງຄົງເຢັນຊາຢູ່, ເຖິງແມ່ນຈະມີການພົບປະ ລະຫວ່າງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ກັບ ທ່ານ ປູຕິນ ໃນເດືອນມິຖຸນາກໍຕາມ.

ບັນດາຜູ້ຊ່ຽວຊານເຊື່ອວ່າ ນີ້ມີແຕ່ຈະຕອກຢໍ້າຄວາມຫຍຸ້ງຍາກໃນສາຍພົວພັນສອງຝ່າຍ.

ທ່ານ ຈອນ ເຮີບສ໌ ຈາກສະພາແອັດແລນຕິກ ໄດ້ກ່າວວ່າ “ວັງເຄຣັມລິນ ແມ່ນກຳລັງດຳເນີນນະໂຍ ບາຍທີ່ອັນຕະລາຍຫຼາຍທີ່ຂັດກັບຜົນປະໂຫຍດຂອງພວກເຮົາ ແລະ ມາດຕະການທີ່ສຳຄັນທີ່ສຸດຂອງພວກເຮົາຕ້ອງໜັກແໜ້ນ ແລະ ຢຸດນະໂຍບາຍພວກນັ້ນ.

ເຖິງແມ່ນຈະມີການຕອບໂຕ້ທາງການທູດໄປມາກໍຕາມ, ບັນດາເຈົ້າໜ້າທີ່ໃນ ມົສກູ ແລະ ວໍຊິງຕັນ ເວົ້າວ່າເຂົາເຈົ້າມີຄວາມມຸ່ງໝັ້ນທີ່ຈະສືບຕໍ່ການພົວພັນໃນບັນຫາຍຸດທະສາດຂະໜາດໃຫຍ່ຕ່າງໆ.

Russia’s ambassador to the U.S., Anatoly Antonov, said the United States has asked 24 Russian diplomats to leave the country when their visas expire in September. The move comes shortly after the U.S. embassy in Moscow was forced to lay off dozens of Russians working at the embassy. Daria Dieguts has the story.


U.S. officials say there is no political gamesmanship behind the decision to ask 24 Russian diplomats to leave the U.S. by September 3rd.

State Department Spokesman Ned Price said it is all part of the visa renewal process Russian diplomats working in the U.S. have to go through every three years.

“The three-year limit on visa validity for Russians is nothing new. When visas expire, as you might expect, these individuals are expected to leave the country or apply for an extension.”

But Russian officials say the U.S. in effect is forcing the Russians out because it has quote “tightened visa issuing procedures.”

The U.S. move comes shortly after Russia barred the U.S. from hiring Russian citizens and third-party citizens to work in the embassy in Moscow.

That move forced the U.S. to lay off more than 180 local employees.

And that, experts say, put even more pressure on the embassy.

“The visa issue is very important. Russian students, Russians who want to visit the United States and so forth – and it works the same way here – need a visa to come to the United States. And demands on the embassy are so high, even a big embassy like Moscow was, that you need extra help. And that means that the U.S. government hires local Russians after a clearance who do very important work, most often helping with visas. // In a way, think about it as a step to better cooperation.”

The Kremlin’s plan to stop allowing Russian citizens to work at the U.S. embassy was announced in April.

All this is part of a long-running low level diplomatic battle between Washington and Moscow that’s been going on since the Trump administration.

The back-and-forth diplomatic battle reached its peak in March 2021, when Russia’s ambassador to the U.S., Anatoly Antonov, left the United States to go to Russia for a consultation.

Later, the U.S. ambassador in Russia, John Sullivan, was advised to go back to Washington for guidance.

Both diplomats are back at their posts but relations between the two countries remain icy, despite a meeting between U.S. President Biden and Putin in June.

Experts believe this only accentuates the difficulty in the bilateral relations.

“The Kremlin is pursuing very dangerous policies that contradict our interests, and our most important measures need to be firm and stopping those policies.

Despite the diplomatic back-and-forth, officials in Moscow and Washington say they are committed to continued engagement on large-scale strategic issues.

XS
SM
MD
LG