ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາຜູ້ປູກຢາງພາລາ ປະເຊີນໜ້າກັບໜີ້ສິນ ເນື່ອງຈາກດອກເບ້ຍ ທະນາຄານຂຶ້ນ


ພວກເຈົ້າໜ້າທີ່ກຳລັງສັງເກດເບິ່ງນໍ້າຢາງພາລາ ຢູ່ສວນປູກ ໃນ ສປປ ລາວ.
ພວກເຈົ້າໜ້າທີ່ກຳລັງສັງເກດເບິ່ງນໍ້າຢາງພາລາ ຢູ່ສວນປູກ ໃນ ສປປ ລາວ.

ຊາວກະສິກອນຜູ້ປູກຢາງພາລາໃນລາວ ປະເຊີນກັບບັນຫາໜີ້ສິນເພີ້ມຂຶ້ນ ເພາະອັດຕາ
ດອກເບ້ຍເງິນກູ້ທະນາຄານທີ່ສູງຂຶ້ນ ໃນຂະນະທີ່ລາຄາຢາງຍັງເຮັດໃຫ້ ຊາວກະສິກອນ
ລາວ ຕ້ອງແບກກັບການຂາດທຶນຕໍ່ໄປ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ

ທ່ານວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ ຖະແຫຼງວ່າ ການປູກຢາງພາ
ລາຢູ່ໃນລາວ ໃນປັດຈຸບັນມີ 3 ຮູບແບບດ້ວຍກັນຄື ການປູກໃນທີ່ດິນສຳປະທານຂະໜາດໃຫຍ່ ຂອງນັກລົງທຶນຕ່າງຊາດ ການປູກໂດຍນັກທຸລະກິດລາວ ແລະການປູກແບບຄອບ
ຄົວຂອງຊາວກະສິກອນລາວ ໂດຍມີເນື້ອທີ່ລວມກັນເຖິງ 3 ແສນເຮັກຕາ ໃນນີ້ສາມາດ
ປາດເອົານໍ້າຢາງໄດ້ແລ້ວ 160,000 ເຮັກຕາ ແລະຈະສາມາດປາດເອົານໍ້າຢາງໄດ້ທັງ
3 ແສນເຮັກຕາໃນທ້າຍປີ 2020 ຊຶ່ງຈະເຮັດໃຫ້ມີຜົນຜະລິດນໍ້າຢາງອອກສູ່ຕະຫຼາດເພີ້ມ
ຂຶ້ນອີກ 1 ເທົ່າ ອັນຈະສົ່ງຜົນກະທົບຕໍ່ຊາວກະສິກອນລາວໂດຍກົງ ຖ້າຫາກວ່າລາຄາ
ຢາງໃນ ລາວຍັງບໍ່ປັບໂຕສູງຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນ ໂດຍສະເພາະແມ່ນນັກທຸລະ
ກິດລາວ ທີ່ກູ້ຢືມເງິນທະນາຄານນັ້ນ ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ ເພາະວ່າຍັງຈະຕ້ອງ
ແບກຫາບພາລະດອກເບ້ຍເງິນກູ້ຢືມທະນາຄານ ທີ່ສູງຂຶ້ນຕໍ່ໄປນັ້ນ ເອງ ດັ່ງທີ່ທ່ານວິໄລ
ວັນ ໄດ້ໃຫ້ການຢືນຢັນວ່າ:

“ສ່ວນບຸກຄົນທີ່ລົງທຶນເຮັດແບບເສດຖະກິດຄອບຄົວ ເຂົາບໍ່ມີບັນຫາໜ້ອຍເຂົາກະຂາຍ
ຫຼາຍເຂົາກະຂາຍອັນນີ້ມັນແຮງງານຂອງເຂົາ ແຕ່ວ່າພາກສ່ວນທີ່ຢືມ ເງິນມາຈາກທະນາ
ຄານມາຫັ້ນນະ ມີບັນຫາຍ້ອນວ່າອັດຕາດອກເບ້ຍການກູ້ຢືມ ມັນສູງແລ້ວມາລົງທຶນໃສ່
ຢາງພາລາ ແລະລາຄາຢາງພາລາໄປຂາຍໄປທົດແທນ ດອກເບ້ຍທະນາຄານແລ້ວເກືອບ
ຈຸຈະ ອັນນີ້ເປັນບັນຫາເຖິງຢ່າງໃດກໍດີ ຖືກວ່າຢາງພາລານີ້ກະຍັງເປັນພຶດສຳລັບສ້າງ
ລາຍໄດ້ໃຫ້ປະຊາຊົນ ຖືວ່າໃນລະດັບອັນແນ່ນອນ.”

ສ່ວນທ່ານພອນໄຊ ແກ້ວສົມພັນ ເຈົ້າເມືອງບຸນເໜືອ ແຂວງພົງສາລີ ໃຫ້ການຢືນຢັັນວ່າ
ກະເສດຕະກອນລາວຢູ່ເມືອງບຸນເໜືອ ກຳລັງປະສົບບັນຫາຫຍຸ້ງຍາກ ກ່ຽວກັບການສົ່ງ
ຜົນຜະລິດກະສິກຳໄປຈີນ ເພາະວ່າທາງການຈີນໄດ້ປະກາດສັ່ງຫ້າມນຳເຂົ້າສິນຄ້າກະສິ
ກຳຈາກລາວໂດຍຜ່ານດ່ານຊາຍແດນທ້ອງຖິ່ນລະຫວ່າງ ຈີນກັບລາວ ທີ່ເມືອງບຸນເໜືອ
ແລະກຳນົດໃຫ້ນຳເຂົ້າຜົນຜະລິດກະສິກຳ ຈາກ ແຂວງພາກເໜືອຂອງລາວ ໂດຍຜ່ານ
ດ່ານສາກົນທີ່ບໍ່ເຕັນໃນແຂວງຫຼວງນໍ້າທາ ເທົ່ານັ້ນ ຈຶ່ງສົ່ງຜົນກະທົບເຮັດໃຫ້ເກີດບັນຫາ
ຫຍຸ້ງຍາກທີ່ກ່ຽວກັບຄ່າຂົນສົ່ງສິນ ຄ້າ ທີ່ເພີ້ມສູງຂຶ້ນ ແລະເຮັດໃຫ້ບໍ່ຄຸ້ມຄ່າ ທີ່ກະເສດຕະ
ກອນລາວຈະຂົນສົ່ງຜະ ລິດກະສິກຳໄປຈີນ ຕາມການຳນົດດັ່ງກ່າວຂອງທາງການຈີນ
ຊຶ່ງໃນນີ້ ກໍລວມ ເຖິງຢາງພາລາ ທີ່ພໍ່ຄ້າຈີນຮັບຊຶ້ໃ ນລາຄາລະຫວ່າງ 5,600 ຫາ
8,000 ກີບ ຕໍ່ກິໂລກຣາມດ້ວຍນັ້ນ.

ທັ້ງນີ້ລັດຖະບານລາວໄດ້ເລີ້ມສົ່ງເສີມໃຫ້ມີການປູກຢາງພາລາຢ່າງກວ້າງຂວາງ ນັບແຕ່ປີ 2000 ເປັນຕົ້ນມາ ເນື່ອງຈາກເຫັນວ່າຢາງພາລາໃນເວລານັ້ນມີລາຄາ ສູງເຖິງ
18,000 ກີບຕໍ່ກິໂລກຣາມ ໂດຍໄດ້ໃຫ້ການສົ່ງເສີມການລົງທຶນໃນຮູບ ແບບ 2+3 ຄື
ຊາວກະສິກອນລາວ ລົງທຶນດ້ວຍທີ່ດິນ ແລະແຮງງານ ສ່ວນນັກ ທຸລະກິດຊາວຕ່່າງຊາດ
ເປັນຝ່າຍອອກເງິນທຶນ ການຈັດຫາແນວພັນ ແລະເທັກ ນິກຕ່າງໆ ຮວມທັງຮັບຊື່ຜົນ
ຜະລິດໄປຂາຍໃນຕ່າງປະເທດ ຊຶ່ງກໍປາກົດວ່າ ມີ ຊາວກະສິກອນລາວຫຼາຍໝື່ນຄອບ
ຄົວ ທີ່ໄດ້ເຂົ້າຮ່ວມການລົງທຶນ ໃນຮູບແບບ ດັ່ງກ່າວ ຫາກແຕ່ການທີ່ລາຄາຢາງພາລາວ
ໄດ້ຕົກຕໍ່າລົງຢ່າງຕໍ່ເນື່ອງ ນັບຈາກ ປີ 2015 ເປັນຕົ້ນມາກໍເຮັດໃຫ້ຊາວກະສິກອນລາວ
ຕ້ອງສູນເສຍທີ່ດິນ ໃຫ້ກັບ ນາຍທຶນຈີນ ເພີ້ມຂຶ້ນນັບມື້ ໂດຍອີງຕາມການວິໄຈຂອງ ດຣ.
ວາສໜາ ລະອອງປລີວ ນັກວິໄຈທີ່ມະຫາວິທະຍາໄລທຳມະສາດ ລະບຸວ່າ ຊາວກະສິ
ກອນ ລາວຖືກຍັງຄັບ ໃຫ້ເຂົ້າຮ່ວມໃນການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີ
ເງິນທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດຈີນ ແລະໃຊ້ທີ່ດິນຄໍ້າປະກັນ ຄັນເມື່ອລາຄາ
ຢາງຕົກຕໍ່າ ຈຶ່ງເຮັດໃຫ້ບໍ່ມີເງິນຊໍາລະໜີ້ ແລະຜົນທີ່ຕາມມາກໍຄືຖືກນາຍ ທຶນຈີນຍຶດ
ເອົາທີ່ດິນໄປແລ້ວຫຼາຍໝື່ນເຮັກຕາ.

ສ່ວນທ່ານອ່ອນແກ້ວ ອຸ່ນອະລຸນ ຫົວໜ້າຜະແນກການແລະການລົງທຶນແຂວງ ອຸດົມ
ໄຊ ຢືນຢັນວ່າ ປັດຈຸບັນກະເສດຕະກອນ ໃນແຂວງອຸດົມໄຊ ໄດ້ຮັບຜົນ ກະທົບຈາກ
ການລະບາດຂອງໄວຣັສ COVID-19 ຢ່າງໜັກໜ່ວງເພາະພໍ່ຄ້າ ຈີນ ບໍ່ໄດ້ເດີນທາງ
ມາຮັບຊື້ຜົນຜະລິດກະສິກຳໃນແຂວງອຸດົມໄຊຕັ້ງແຕ່ເດືອນ ມັງກອນ 2020 ຈຶ່ງເຮັດ
ໃຫ້ກະເສດຕະກອນ ບໍ່ມີລາຍໄດ້ຈາກການຂາຍຜົນ ຜະລິດເລີຍ ດັ່ງທີ່ຍັງມີຜົນຜະລິດກະເສດຕະກຳທີ່ຕົກຄ້າງຫຼາຍແສນຕັນໂດຍ ສະເພາະກ້ວຍຫອມ ຖືເປັນຜົນຜະລິດ ທີ່
ຕົກຄ້າງຫຼາຍທີ່ສຸດ.

XS
SM
MD
LG