ຊາວກະສິກອນຜູ້ປູກຢາງພາລາໃນ ລາວ ກຳລັງປະເຊີນກັບບັນຫາໜີ້ສິນທີ່ງອກເງີຍຈາກດອກເບ້ຍເງິນກູ້ທະນາຄານທີ່ເພີ່ມຂຶ້ນ ຂະນະທີ່ລາຄາຢາງກໍຍັງເຮັດໃຫ້ຊາວກະສິກອນຕ້ອງແບກຫາບການຂາດທຶນຢູ່ຕໍ່ໄປ.
ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາ ລາວ ຖະແຫຼງວ່າການປູກຢາງພາລາຢູ່ໃນ ລາວ ໃນປັດຈຸບັນມີ 3 ຮູບແບບດ້ວຍກັນຄື ການປູກໃນທີ່ດິນສຳປະທານຂະໜາດໃຫຍ່ຂອງນັກລົງທຶນຕ່າງຊາດ, ການປູກໂດຍນັກທຸລະກິດ ລາວ ແລະ ການປູກແບບຄອບຄົວຂອງຊາວກະສິກອນ ລາວ ໂດຍມີເນື້ອທີ່ລວມກັນເຖິງ 3 ແສນເຮັກຕາໃນນີ້ສາມາດປາດເອົານ້ຳຢາງໄດ້ແລ້ວ 160,000 ເຮັກຕາ ແລະ ຈະສາມາດປາດເອົານ້ຳຢາງໄດ້ທັງ 3 ແສນເຮັກຕາພາຍໃນປີ 2020 ຊຶ່ງຈະເຮັດໃຫ້ມີຜົນຜະລິດນ້ຳຢາງອອກສູ່ຕະຫຼາດເພີ່ມຂຶ້ນອີກເຖິງ 1 ເທົ່າ ອັນຈະສົ່ງຜົນກະທົບຕໍ່ຊາວກະສິກອນ ລາວ ໂດຍກົງ ຖ້າຫາກລາຄາຢາງໃນ ລາວ ຍັງບໍ່ປັບຕົວສູງຂຶ້ນກວ່າທີ່ເປັນຢູ່ໃນປັດຈຸບັນໂດຍສະເພາະແມ່ນນັກທຸລະກິດ ລາວ ທີ່ກູ້ຢືມເງິນທະນາຄານນັ້ນຈະໄດ້ຮັບຜົນກະທົບຫຼາຍທີ່ສຸດເພາະຍັງຈະຕ້ອງແບກຫາບພາລະດອກເບ້ຍເງິນກູ້ຕໍ່ໄປ ດັ່ງທີ່ທ່ານ ວິໄລວັນ ໄດ້ໃຫ້ການຢືນຢັນວ່າ
"ສ່ວນບຸກຄົນທີ່ລົງທຶນເຮັດແບບເສດຖະກິດຄອບຄົວເຂົາບໍ່ມີບັນຫາ ນ້ອຍເຂົາກະຂາຍ ຫຼາຍເຂົາກະຂາຍ ອັນນີ້ແມ່ນແຮງງານຂອງເຂົາ ແຕ່ວ່າພາກສ່ວນທີ່ຢືມເງິນຈາກທະນາຄານຫັ້ນນະມີບັນຫາຍ້ອນວ່າອັດຕາດອກເບ້ຍການກູ້ຢືມມັນສູງແລ້ວມາລົງທຶນໃສ່ຢາງພາລາ ແລະ ລາຄາຢາງພາລານີ້ໄປຂາຍໄປທົດແທນດອກເບ້ຍທະນາຄານແລ້ວເກືອບຈຸຈະ ອັນນີ້ເປັນບັນຫາເຖິງຢ່າງໃດກະດີ ຖືວ່າຢາງພາລານີ້ກະຍັງເປັນພືດສຳຄັນສ້າງລາຍໄດ້ໃຫ້ປະຊາຊົນ ຖືວ່າໄດ້ອັນດັບອັນແນ່ນອນ."
ສ່ວນທ່ານ ພອນໄຊ ແກ້ວສົມພັນ ເຈົ້າເມືອງບຸນເໜືອ ແຂວງຜົ້ງສາລີ ໃຫ້ການຢືນຢັນວ່າກະເສດຕະກອນ ລາວ ຢູ່ເມືອງບຸນເໜືອກຳລັງປະສົບບັນຫາຫຍຸ້ງຍາກ ກ່ຽວກັບ ການສົ່ງຜົນຜະລິດດ້ານກະສິກຳໄປ ຈີນ ເພາະວ່າທາງການ ຈີນ ໄດ້ປະກາດສັ່ງຫ້າມນຳເຂົ້າສິນຄ້າກະສິກຳຈາກ ລາວ ໂດຍຜ່ານດ່ານຊາຍແດນທ້ອງຖິ່ນລະຫວ່າງ ຈີນ ກັບ ລາວ ທີ່ເມືອງບຸນເໜືອ ແລະ ກຳນົດໃຫ້ນຳເຂົ້າຜົນຜະລິດກະສິກຳຈາກແຂວງພາກເໜືອຂອງ ລາວ ໂດຍຜ່ານດ່ານສາກົນທີ່ບໍ່ເຕັນໃນແຂວງຫຼວງນ້ຳທາເທົ່ານັ້ນ ຈຶ່ງສົ່ງຜົນກະທົບເຮັດໃຫ້ເກີດບັນຫາຫຍຸ້ງຍາກທີ່ກ່ຽວກັບຄ່າຂົນສົ່ງສິນຄ້າທີ່ເພີ່ມສູງຂຶ້ນ ແລະ ເຮັດໃຫ້ບໍ່ຄຸ້ມຄ່າທີ່ກະເສດຕະກອນ ລາວ ຈະຂົນສົ່ງຜົນຜະລິດກະສິກຳໄປ ຈີນ ຕາມການກຳນົດດັ່ງກ່າວຂອງທາງການ ຈີນ ຊຶ່ງໃນນີ້ກໍລວມເຖິງຢາງພາລາທີ່ພໍ່ຄ້າ ຈີນ ຮັບຊື້ໃນລາຄາລະຫວ່າງ 4,800-5,600 ກີບຕໍ່ກິໂລກຣາມດ້ວຍນັ້ນ.
ອີງຕາມສູນຂໍ້ມູນຂ່າວສານການຄ້າຂອງທາງການ ຈີນ ລາຍງານວ່າໃນຊ່ວງປີ 2015-2018 ຈີນ ໄດ້ນຳເຂົ້າສິນຄ້າຈາກ ລາວ ພາຍໃຕ້ຂໍ້ຕົກລົງທີ່ທາງການ ຈີນ ໃຫ້ສິດທິພິເສດທາງການຄ້າແກ່ ລາວ ຄິດເປັນມູນຄ່າສະເລ່ຍເກີນກວ່າ 70 ລ້ານໂດລາໃນແຕ່ລະປີ ທັງນີ້ໂດຍສິນຄ້າຫຼັກທີ່ ຈີນ ນຳເຂົ້າຈາກ ລາວ ເຊັ່ນ ກາເຟ, ຊາ, ຢາງພາລາ, ກ້ວຍຫອມ, ໃບຢາສູບ, ຖົ່ວ ແລະ ພືດຜັກຕ່າງໆ ສ່ວນອ້ອຍນັ້ນຍັງອະນຸຍາດໃຫ້ນຳເຂົ້າໂດຍຜ່ານດ່ານຊາຍແດນທ້ອງຖິ່ນໄດ້ຕໍ່ໄປ ເພາະໄດ້ມີສັນຍາຮັບຊື້ໄວ້ເປັນການລ່ວງໜ້າແລ້ວ.
ທັງນີ້ລັດຖະບານ ລາວ ໄດ້ເລີ່ມສົ່ງເສີມໃຫ້ມີການປູກຢາງພາລາຢ່າງກວ້າງຂວາງນັບແຕ່ປີ 2000 ເປັນຕົ້ນມາ ເນື່ອງຈາກເຫັນວ່າຢາງພາລາໃນເວລານັ້ນມີລາຄາສູງເຖິງ 18,000 ກີບຕໍ່ກິໂລກຣາມ ໂດຍໄດ້ໃຫ້ການສົ່ງເສີມການລົງທຶນໃນຮູບແບບ 2+3 ຄືຊາວກະສິກອນ ລາວ ລົງທຶນດ້ວຍທີ່ດິນ ແລະ ແຮງງານ ສ່ວນນັກທຸລະກິດຊາວຕ່າງຊາດເປັນຝ່າຍອອກເງິນທຶນ, ການຈັດຫາແນວພັນ ແລະ ເທັກນິກຕ່າງໆລວມເຖິງຮັບຊື້ຜົນຜະລິດໄປຂາຍໃນຕ່າງປະເທດ ຊຶ່ງກໍປາກົດວ່າມີຊາວກະສິກອນ ລາວ ຫຼາຍໜື່ນຄອບຄົວທີ່ໄດ້ເຂົ້າຮ່ວມການລົງທຶນໃນຮູບແບບດັ່ງກ່າວ ຫາກແຕ່ການທີ່ລາຄາຢາງພາລາໄດ້ຕົກຕ່ຳລົງຢ່າງຕໍ່ເນື່ອງນັບຈາກປີ 2015 ເປັນຕົ້ນມາ ກໍເຮັດໃຫ້ຊາວກະສິກອນ ລາວ ຕ້ອງສູນເສຍທີ່ດິນໃຫ້ກັບນາຍທຶນ ຈີນ ເພີ່ມຂຶ້ນນັບມື້ ໂດຍອີງຕາມການວິໄຈຂອງ ດຣ. ວາດສະໜາ ລະອອງປິວ ນັກວິໄຈທີ່ມະຫາວິທະຍາໄລທຳມະສາດລະບຸວ່າ ຊາວກະສິກອນ ລາວ ຖືກບັງຄັບໃຫ້ເຂົ້າຮ່ວມໃນການປູກຢາງພາລາ ໂດຍທີ່ພວກເຂົາເຈົ້າບໍ່ມີເງິນລົງທຶນ ຈຶ່ງຕ້ອງກູ້ຢືມຈາກນັກທຸລະກິດ ຈີນ ແລະ ໃຊ້ທີ່ດິນຄ້ຳປະກັນ ຄັນເມື່ອລາຄາຢາງຕົກຕ່ຳ ຈຶ່ງເຮັດໃຫ້ບໍ່ມີເງິນຊຳລະໜີ້ ໂດຍຜົນທີ່ຕາມມາກໍຄືການຖືກນາຍທຶນ ຈີນ ຍຶດເອົາທີ່ດິນໄປແລ້ວຫຼາຍເຮັກຕາ.