ປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ ໄດ້ກ່າວວ່າ ການປະຕິບັດການ “ກົດ
ດັນສູງສຸດ” ຂອງລັດຖະບານທ່ານ ທຣຳ ແມ່ນໄດ້ປະສົບຄວາມລົ້ມແຫຼວ, ແລະວ່າມາດ
ຕະການລົງໂທດທີ່ເຂົາເຈົ້າໄດ້ກຳນົດຫຼັງຈາກໄດ້ຖອນຕົວອອກຈາກຂໍ້ຕົກລົງປີ 2015
ກ່ຽວກັບ ໂຄງການນິວເຄລຍຂອງ ອີຣ່ານ ໄດ້ສະແດງໃຫ້ເຫັນວ່າເຂົາເຈົ້າໝົດຫວັງ.
ໃນການກ່າງຄຳເຫັນກ່ອນເດີນທາງໄປນະຄອນ ນິວຢອກ ເພື່ອເຂົ້າຮ່ວມກອງປະຊຸມ
ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ປະຈຳປີນັ້ນ, ທ່ານ ຣູຮານີ ຍັງໄດ້ກ່າວວ່າ
ສະຫະລັດ ແລະ ຊາອຸດີ ອາຣາເບຍ ໄດ້ກ່າວກ່ຽວກັບຄວາມເສຍຫາຍ ຈາກການໂຈມ
ຕີໃສ່ໂຮງກັ່ນນ້ຳມັນ ຊາອຸດີ ອາຣາເບຍ ໃນຕົ້ນເດືອນນີ້ແບບເກີນຄວາມຈິງ.
ທ່ານ ຣູຮານີ ໄດ້ກ່າວຫາລັດຖະບານທ່ານ ທຣຳ ກ່ຽວກັບ ການຢາກເຂົ້າຄວບຄຸມພາກ
ພື້ນດັ່ງກ່າວ. ທ່ານໄດ້ເວົ້າກ່ອນໜ້ານີ້ວ່າ ແຜນການຂອງທ່ານ ສຳລັບກອງປະຊຸມ ສະ
ຫະປະຊາຊາດ ລວມມີການນຳສະເໜີແຜນການຮ່ວມມືໃນພາກພື້ນເພື່ອສັນຕິພາບ.
ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ຊາອຸດີ ອາຣາເບຍ ໄດ້ຖິ້ມໂທດໃສ່ ອີຣ່ານ ສຳລັບ
ການໂຈມຕີຕ່າງໆ, ເຊິ່ງໄດ້ປິດການຜະລິດນ້ຳມັນຂອງ ຊາອຸດີ ອາຣາເບຍ ລົງເຄິ່ງນຶ່ງ.
ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ລັດຖະ
ບານຂອງທ່ານເຊື່ອວ່າ ມັນມີ “ຄວາມເປັນໄປໄດ້ສູງ” ວ່າ ອີຣ່ານ ເປັນຜູ້ຮັບຜິດຊອບ.
ບັນດາເຈົ້າໜ້າທີ່ ອີຣ່ານ, ລວມທັງທ່ານ ຣູຮານີ, ໄດ້ປະຕິເສດການມີສ່ວນຮ່ວມຂອງ
ອີຣ່ານ.
ໃນຂະນະທີ່ບັນດາຜູ້ນຳໂລກຫຼາຍຄົນ ຈະຈັດການເຈລະຈານອກຈາກອງປະຊຸມ ສະ
ຫະປະຊາຊາດ ໃນອາທິດນີ້, ການປະຊຸມລະຫວ່າງປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ກັບ ທ່ານ ຣູຮານີ ແມ່ນເບິ່ງຄືວ່າຈະບໍ່ເກີດຂຶ້ນ.
ທ່ານ ທຣຳ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານບໍ່ມີຈຸດປະສົງ ກ່ຽວກັບ ການເຈລະຈາ
ກັບທ່ານ ຣູຮານີ, ແລະ ປະທານາທິບໍດີ ອີຣ່ານ ກໍໄດ້ກ່າວວ່າ ທ່ານຈະບໍ່ພົບປະກັບທ່ານ
ທຣຳ ຈົນກວ່າ ສະຫະລັດ ຍົກເລີກມາດຕະການລົງໂທດທາງເສດຖະກິດ.
ທ່ານ ທຣຳ ໄດ້ປະກາດມາດຕະການລົງໂທດໃໝ່ຕໍ່ທະນາຄານແຫ່ງຊາດຂອງ ອີຣ່ານ
ໃນວັນສຸກທີ່ຜ່ານມາ, ເປັນການຂະຫຍາຍຄວາມກົດດັນທາງເສດຖະກິດຕໍ່ສາທາລະ
ນະລັດ ອິສລາມ ນັ້ນ, ແຕ່ໄດ້ຖອຍອອກຈາກການດຳເນີນການທາງທະຫານໂດຍກົງ
ໃດໆ.
ທ່ານ ທຣຳ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າມາດຕະການລົງໂທດແມ່ນໄດ້ຜົນ. ການໃຊ້
ກຳລັງທະຫານກໍຈະໄດ້ຜົນ, ແຕ່ນັ້ນແມ່ນຮູບແບບຂອງໄຊຊະນະທີ່ຮຸນແຮງຫຼາຍ.”