ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການ ຕໍ່ຕ້ານ ການສໍ້ລາດ ໃນ ໂຣມາເນຍ ຍັງດຳເນີນຕໍ່ມາ


Protesters Target Anti-corruption fight in Romania
please wait

No media source currently available

0:00 0:02:34 0:00

ພວກປະທ້ວງ ແນເປົ້າໝາຍໃສ່ ການຕໍ່ຕ້ານສໍ້ລາດບັງຫລວງ ຢູ່ໃນໂຣມາເນຍ.

ໃນ​ສອງ​ອາທິດ​ ທີ່ຜ່ານ​ມານີ້ ​ໂຣ​ມາ​ເນຍ​ ໄດ້​ເຫັນການ​ປະ​ທ້ວງ ທີ່​ໃຫຍ່​ທີ່​ສຸດ​ ໃນ​ຢູໂຣບຕາ​ເວັນ​ອອກ​ທີ່​ນັບ​ແຕ່​ຄອມ​ມິ​ວນິສ​ໄດ້​ພັງທະລາຍລົງ​ໃນ​ປີ 1989. ການ​ປະ​ທ້ວງແມ່ນ​ແນ​ໃສ່​ການ​ສໍ້​ລາດບັງ​ຫລວງ ແລະ​ການ​ປະ​ທ້ວງ​ເຫລົ່ານີ້ຍັງ​ດຳ​ເນີນຢູ່​ຕໍ່​ມາຫລັງ​ຈາກ​ລັດຖະບານ​ໄດ້​ລອດ​ພົ້ນ​ຈາກການ​ລົງມະຕິ​ບໍ່​ໄວ້​ວາງ​ໃຈ.

ຫົວໜ້າຕ້ານສໍ້ລາດບັງຫລວງ ໄອຍະການ ທ່ານນາງ Laura Kovesi ກ່າວຕໍ່ນັກຂ່າວ ທີນະຄອນ Bucharest ປະເທດ Romania.
ຫົວໜ້າຕ້ານສໍ້ລາດບັງຫລວງ ໄອຍະການ ທ່ານນາງ Laura Kovesi ກ່າວຕໍ່ນັກຂ່າວ ທີນະຄອນ Bucharest ປະເທດ Romania.

ສຳ​ລັບປະ​ເທດ​ຕາ​ເວັນ​ຕົກ​ແລ້ວ ​ວິ​ກິດ​ການນີ້ສະ​ແດງ​ໃຫ້​ເຫັນ​ຄວາມ​ສັບສົນ​ທີ່​ປະຊາຊົນ ​ຢູ່ຕາມ​ຖະໜົນ​ຫົນ​ທາງຂອງ​ນະຄອນ Bucharest ພາກັນ​ເຜີຍ​ແບໃຫ້​ເຫັນ​ອີກເບື້ອງ​ນຶ່ງ​ຂອງຄວາມ​ມືດ​ມົນ ໃນ​ການ​ດຳ​ເນີນ​ຄວາມ​ພະຍາຍ​າມ​ ເພື່ອ​ປາບປາມ​ ການ​ສໍ້​ລາດ​ບັງ​ຫລວງ ​ຂອງ​ລັດຖະບານ ທີ່​ໄດ້ຮັບ​ການ​ສັນລະ​ເສີນ​ ໂດຍ​ສະຫະລັດ ​ແລະ​ສະຫະພາບ​ຢູ​ໂຣບ. ສຳລັບ​ອີກຫລາຍໆ​ຄົນ​ແລ້ວ ການ​ປະ​ທ້ວງ ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ຕໍ່ສູ້ກັບ ​ຕົນ​ເອງ​ນັ້ນ ​ໄດ້​ກາຍ​ມາ​ເປັນ​ການ​ສໍ້​ລາດ.

ພວກປະທ້ວງພາກັນຖືປ້າຍເດີນປະທ້ວງ ການສໍ້ລາດບັງຫລວງ.
ພວກປະທ້ວງພາກັນຖືປ້າຍເດີນປະທ້ວງ ການສໍ້ລາດບັງຫລວງ.

ຍ້ອນ​ຄວາມໂກດ​ແຄ້ນ ຈາກ​ການ​ເຄື່ອນ​ໄຫວ​ຫວ່າງ​ມໍ່ໆ​ມາ​ນີ້ ທີ່​ເຮັດ​ໃຫ້ການ​ສໍ້​ລາດ​ບັງ​ຫລວງ​ຕໍ່າກວ່າ 50,000 ​ໂດ​ລາ​ບໍ່​ມີ​ຄວາມ​ຜິດ ພວກ​ປະ​ທ້ວງ​ຕ້ອງການ​ຢາກໃຫ້​ລັດຖະ ບານ​ລົ້ມ​ເລີກ.

ລັດຖະບານ ​ໄດ້ຕ່າວ​ປີ້ນ​ດຳລັດດັ່ງກ່າວ ​ແຕ່ການ​ປະ​ທ້ວງ ​ຍັງ​ດຳ​ເນີນຢູ່​ຕໍ່​ໄປ. ຫຼາຍ​ຄົນ​ເຊື່ອ​ວ່າ​ ພວກ​ຜູ້ນຳໄດ້​ໃຊ້​ກົດໝາຍຕໍ່​ຕ້ານ​ສໍ້​ລາດ​ບັງ​ຫລວງ ​ເພື່ອ​ທັບ​ມ້າງ​ການ​ຄັດ​ຄ້ານ​ທາງການ​ເມືອງ ​ໂດຍ​ໃຊ້​ວິທີ ທີ່ຄ້າຍຄື​ກັນ​ ກັບທີ່ລັດຖະບານ ຄອມ​ມິ​ວນິສ ຂອງ​ມື້​ລາງ ທ່ານ Nicolae Ceausescu ທີ່​ປົກຄອງ​ມາ​ເປັນ​ເວລາ​ດົນ​ນານ ​ເຄີຍ​ໃຊ້​ມາ​ແລ້ວນັ້ນ.

ທ່ານ Alexander Adamescu ຊາວໂຣມາເນຍ ທີ່ລີ້ໄພຢູ່ປະເທດອັງກິດ.
ທ່ານ Alexander Adamescu ຊາວໂຣມາເນຍ ທີ່ລີ້ໄພຢູ່ປະເທດອັງກິດ.

ພວກ​ປະ​ທ້ວງ​ໄດ້​ເອົາແບບ​ຢ່າງ​ຂອງ​ທ່ານ​ນາງ Laura Kovesi ​ແມ່ຍິງ​ທີ່​ເປັນ​ຫົວໜ້າ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ຂອງໂຣ​ມາ​ເນຍ ທີ່​ຮູ້​ກັນໃນ​ນາມ ​ອົງການ DNA.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG