ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໑ ຕຸລາ ໒໐໒໔

ອົບ​ພະ​ຍົບ ໂຣ​ຮິງ​ຢາ ໃນ ອິນ​ເດຍ ກະ​ວົນ​ກະ​ວາຍ ຫຼັງ​ຈາກ​ການ​ເນ​ລະ​ເທດ ຄັ້ງ​ທຳ​ອິດ


ເດັກ​ນ້ອຍ​ຈາກ​ຊຸມ​ຊົນ​ຊາວ ໂຣ​ຮິງ​ຢາ ຫຼິ້ນ​ຢູ່ນອກ​ຕູບ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ນິວ​ ເດ​ລີ. 4 ຕຸ​ລາ, 2018.
ເດັກ​ນ້ອຍ​ຈາກ​ຊຸມ​ຊົນ​ຊາວ ໂຣ​ຮິງ​ຢາ ຫຼິ້ນ​ຢູ່ນອກ​ຕູບ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນຫຼວງ ນິວ​ ເດ​ລີ. 4 ຕຸ​ລາ, 2018.

ສູນ​ອົບ​ພະ​ຍົບ ໂຣ​ຮິງ​ຢາ ຫຼາຍ​ແຫ່ງ​ໃນ​ລັດ ຮາ​ເຣຍນາ ຂອງ ອິນ​ເດຍ, ທີ່​ຕັ້ງ​ຢູ່​ໃກ້​ກັບ​ນະ
ຄອນຫຼວງ ນິວ ເດລີ ນັ້ນ, ແມ່ນຕັ້ງຢູ່ໄກຈາກພາກຕາເວັນອອກສຽງເໜືອຂອງປະເທດ
ຈາກບ່ອນທີ່ອຳນາດການປົກຄອງ ອິນເດຍ ໄດ້ເນລະເທດ ຜູ້ຊາຍຊາວ ໂຣຮິງຢາ 7
ຄົນໄປ ມຽນມາ ໃນຕົ້ນເດືອນນີ້. ແຕ່ການເນລະເທດທີ່ເກີດຂຶ້ນເປັນຄັ້ງທຳອິດດັ່ງກ່າວ
ໄດ້ກໍໃຫ້ເກີດຄວາມເປັນຫ່ວງຢ່າງເລິກເຊິ່ງຢູ່ທີ່ນັ້ນ ກ່ຽວກັບ ການສົ່ງຊາວມຸສລິມ ກຸ່ມ
ນ້ອຍນັ້ນກັບຄືນປະເທດເພີ່ມຂຶ້ນ ເຊິ່ງເຂົາເຈົ້າໄດ້ຫຼົບໜີ​ຈາກການບີບຄັ້ນທຳຮ້າຍ ແລະ
ຄວາມຮຸນແຮງໃນ ມຽນມາ.

ໃນ​ຂະ​ນະ​ທີ່ ອິນ​ເດຍ ​ເອົາບາດ​ທີ່​ແຂງ​ຂັນ​ທາງ​ດານຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍນັ້ນ,
ລັດຖະບານຊາດນິຍົມສາສະໜາ ຮິນດູ ຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ
ໄດ້ກ່າວວ່າ ເຂົາເຈົ້າມີແຜນທີ່ຈະສົ່ງຊາວໂຣຮິງຢາ ທີ່ອາໄສຢູ່ໃນປະເທດປະມານ
40,000 ຄົນກັບໄປປະເທດດັ່ງກ່າວ.

ເຂົາ​ເຈົ້າ​ຢູ່​ຢ່າງ​ກະ​ແຈກ​ກະ​ຈາຍ​ໃນ​ທົ່ວ​ປະ​ເທດ ອິນ​ເດຍ, ອາ​ໄສ​ຢູ່​ໃນສູນ​ອົບ​ພະ​ຍົບ​ທີ່​
ເສົ້າໝອງ ຄືກັບບ່ອນທີ່ຕັ້ງຢູ່ນອກຖະໜົນຂີ້ຝຸ່ນໃນເມືອງ ມີວັດ (Mewat) ເຊິ່ງແມ່ນ
ເມືອງທີ່ທຸກຍາກທີ່ສຸດຂອງລັດ ຮາເຣຍນາ.

​ໃນ​ບ່ອນ​ນຶ່ງ​ຂອງ​ສູນ​ທີ່​ວ່າ​ນັ້ນ, 45 ຄອບ​ຄົວ​ແມ່ນ​ອາ​ໄສ​ຢູ່​ໃນ​ບ່ອນ​ພັກ​ອາ​ໄສ​ທີ່ຄັບ​ແໜ້ນ,
ປັນກັນໃຊ້ທໍ່ນ້ຳທໍ່ດຽວ, ພວກເດັກນ້ອຍຮ່ຳຮຽນໃນໂຮງຮຽນທີ່ຖືກຕັ້ງຂຶ້ນຊົ່ວຄາວ ແລະ
ພວກຜູ້ຊາຍໄດ້ລ້ຽງຄອບຄົວຂອງເຂົາເຈົ້າ ດ້ວຍການເຮັດວຽກເປັນກຳມະກອນ ຢູ່ສະ
ຖານທີ່ກໍ່ສ້າງ ໃນເວລາໃດທີ່ເຂົາເຈົ້າສາມາດຫາວຽກໄດ້.

ແນວ​ໃດ​ກໍ​ຕາມ, ມັນ​ກໍ​ບໍ່​ມີ​ໃຜ​ຮ້ອງ​ທຸກ​ຫຍັງ. ຜູ້​ອາ​ໄສ​ຢູ່​ໃນສູນ​ເວົ້າ​ວ່າ ເຂົາ​ເຈົ້າ​ມີ​ຄວາມ​
ຍິນດີທີ່ຈະຮັບມືກັບຄວາມສົກກະປົກ ແລະ ການຂາດວຽກເຮັດງານທຳທີ່ສະໝ່ຳສະເໝີ
ຢູ່ສູນພວກນີ້ ເຊິ່ງມັນໄດ້ສະໜອງບ່ອນຢູ່ທີ່ປອດໄພ ຈາກຄວາມຢ້ານກົວມາຕະຫຼອດ
ສຳລັບ 6 ປີທີ່ຜ່ານມາ ທີ່ເຂົາເຈົ້າໄດ້ປະເຊີນໃນບ້ານເກີດຂອງເຂົາເຈົ້າ.

ນາງ ຟາ​ຕິ​ມາ ຮາ​ຕູ, ຜູ້​ທີ່​ໄດ້ຫຼົບ​ໜີ​ອອກ​ຈາກ ມຽນ​ມາ ກັບ ສາ​ມີ​ຂອງ​ລາວ​ໃນ​ປີ 2012
ໄດ້ເວົ້າວ່າ “ບໍ່ມີໃຜມາຮາວີລົບກວນພວກເຮົາໃນ ອິນເດຍ. ຖ້າພວກເຮົາເຮັດວຽກ,
ພວກເຮົາກໍຈະຫາອາຫານຂອງພວກເຮົາໄດ້. ມັນບໍ່ມີບັນຫາຫຍັງ.”

The Rohingya camps in India's Haryana state, adjoining the capital, New Delhi, lie far away from the country's northeast from where Indian authorities deported seven Rohingya men to Myanmar earlier this month. But the first-ever deportations have raised deep worries here of more repatriations of the Muslim minority that fled persecution and violence in Myanmar.

As it takes a tougher stand on illegal immigrants, Prime Minister Narendra Modi's Hindu nationalist government has said it plans to send back the estimated 40,000 Rohingyas living in the country.

They are scattered throughout India, living in dreary camps like the one lying off a dusty road in Haryana's most underdeveloped district, Mewat.

At one such camp, 45 families living in cramped shelters share one water pipe, the children study in a makeshift school and the men sustain their families by working as laborers on construction sites whenever they can find work.

However, nobody complains. The residents say they are willing to cope with the squalor and lack of steady work in these camps that have provided a safe shelter for the last six years from the constant fear they faced in their homeland.

"Nobody harasses us in India. If we do some work, we can fend for our food. There is no problem," says Fatima Hatu, who fled Myanmar with her husband in 2012.

XS
SM
MD
LG