ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາສານອາຍາສາກົນ ອະ​ນຸ​ຍາດ ​ໃຫ້​ທຳ​ການ​ສືບ​ສວນ ກ່ຽວ​ກັບ​ຊາວ​ໂຣ​ຮິງ​ຢາ


ທ່ານ Sheikh Mohammed Belal, ເອກອັກຄະລັດຖະທູດ ບັງກລາແດັສປະຈໍາເນເທີແລນ ອອກຄໍາຖະແຫລງການຢູ່ກອງປະຊຸມຖະແຫລງຂ່າວໃນນະຄອນ Hague ຂອງເນເທີແລນ ໃນວັນທີ 11 ພະຈິກ 2019.
ທ່ານ Sheikh Mohammed Belal, ເອກອັກຄະລັດຖະທູດ ບັງກລາແດັສປະຈໍາເນເທີແລນ ອອກຄໍາຖະແຫລງການຢູ່ກອງປະຊຸມຖະແຫລງຂ່າວໃນນະຄອນ Hague ຂອງເນເທີແລນ ໃນວັນທີ 11 ພະຈິກ 2019.

ບັນ​ດຜູ້ພິພາກສາສານອາຍາສາກົນ ໄດ້ອະນຸຍາດ​ໃຫ້​ຕໍ່ຄໍາຮ້ອງຂອງ ພວກໄອ ຍະການ ໃນວັນພະຫັດຜ່ານມາ ເພື່ອໃຫ້ເປີດການສືບສວນ ຕໍ່ການກໍ່ອາດ ຊະຍະກໍາ ຕໍ່ຊົນເຜົ່າສ່ວນນ້ອຍຊາວມຸສລິມໂຣຮິງຢາຂອງມຽນມາ.

ກຸ່ມ​ສິດ​ທິ​ມະ​ນຸດ​ທີ່​ສຳ​ຄັນ​ກຸ່ມ​ນຶ່ງ​ກ່າວ​ວ່າ ກາ​ນ​ຕັດ​ສິນດັ່ງ​ກ່າວ ​ຈະ​ໃຫ້​ຄວາມ​ຫວັງ​ໃໝ່​ແກ່​ບັນ​ດາ​ຜູ້ໄດ້​ຮັບ​ເຄາະ​ຮ້າຍວ່າ​ພວກທີ່​ຮັບ​ຜິດ​ຊອບ​ຕໍ່​ການ​ກໍ່​ອາດ​ຊະ​ຍາ​ກຳ​ທີ່​ປ່າ​ເຖືອນຕໍ່ຊ​າວ​ໂຣ​ຮິງ​ຢາ​ນັ້ນ​ຈະ​ຖືກ​ນຳ​ມາ​ດຳ​ເນີນ​ຄະ​ດີ.

ທ່ານ​ປາ​ຣຳ​-ປ​ຣິ​ຕ ຊິງ​ຫົວ​ໜ້າ​ຂັ້ນກາງ​ຂອງ​ກຸ່ມສິ້ງ​ຊອມ​ສິດ​ທິ​ມະ​ນຸດ​ສາ​ກົນ ກ່າວ​ວ່າ “ບັນ​ດາ​ຜູ້​ເຄາະ​ຮ້າຍ​ຊາວໂຣ​ຮິງ​ຢາ ໃນ​ທີ່​ສຸດ​ອາດຈະ​ໄດ້ວັນ​ທີ່​ເຂົາ​ເຈົ້າຈະ​ໄດ້​ຂຶ້ນ​ຢູ່​ໃນ​ສານ.”

ແຕ່​ວ່າ​ສານ​ດັ່ງ​ກ່າວ​ກໍ​ບໍ່​ມີ​ຕຳ​ຫລວດ​ຂອງ ຕົນ ແລະ​ຈ​ຕ້ອງ​ໄດ້​ອາ​ໄສ​ການ​ຮ່ວມ​ມື​ຈາກ​ລັດ​ຖະ​ບານ​ປະ​ເທດ​ຕ່າງໆ ໃນ​ການ​ດຳເນີນການ​ອອກ​ໜັງ​ສື​ໝາຍ​ເກາະ​ໃຫ້​ຂຶ້ນ​ສານ.

ບໍ່​ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ຈາກ​ລັດ​ຖະ​ບານ​ຂອງ​ມຽນ​ມາ​ໃນ​ທັນ​ທີ​ທັນ​ໃດ​ເທື່ອ ແຕ່ຢ່າງ​ໃດ​ກໍ​ຕາມໃນ​ຖະ​ແຫລງ​ການ​ຕ່າງໆ ໃນ​ເມື່ອ​ກ່ອນ ນັ້ນລັດ​ຖະ​ບານນີ້​ໄດ້​ປະ​ຕິ​ເສດ ບໍ່​ຍອມ​ຮັບ​ເຂດອຳ​ນາດ​ຕຸ​ລາ​ການຂອງ​ສານ​ດັ່ງ​ກ່າວ ແລະ​ເວົ້າ​ວ່າ ຕົນ​ຈະ​ບໍ່​ໃຫ້​ຄວາມ​ຮ່ວ​ມມື​ກັບ​ການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງ​ກ່າວ.

ການ​ກ່າວ​ຫາ​ດັ່ງ​ກ່າວ​ໄດ້​ເກີດ​ຂຶ້ນ​ມາ​ຈາກ ການປຸກລະດົມໃຫ້​ຕໍ່​ຕ້ານ​ຄືນຕໍ່​ການ ກະ​ບົດ​ທີ່ທະຫານຂອງມຽນມາໄດ້ເລີ້ມ​ຕົ້ນ​ຂຶ້ນໃນເດືອນ ສິງຫາ ປີ 2017 ເພື່ອຕອບໂຕ້ຄືນຕໍ່ການໂຈມຕີຂອງພວກກະບົດ. ຊາວໂຣຮິງຢາ ຫລາຍກວ່າ 700,000 ຄົນໄດ້ຫລົບໜີໄປຢູ່ບັງກລາແດັສ, ປະເທດເພື່ອນບ້ານ ເພື່ອຫລົບໜີ ຈາກສິ່ງທີ່ເອີ້ນວ່າ ການປຸກລະດົມຂ້າລ້າງເຜົ່າພັນ ທີ່ກ່ຽວຂ້ອງກັບການ ຂົ່ມຂືນໝູ່, ເຂັ່ນຂ້າ ແລະຈູດເຜົາເຮືອນຊານ.

ສານເວົ້າຢູ່ໃນຖະແຫລງການສະບັບນຶ່ງວ່າ ຄະນະຜູ້ພິພາກສາ ທີ່ສຶກສາ ເບິ່ງຄໍາຮ້ອງ ຂອງໄອຍະການ Fatou Bensouda ໃຫ້ເປີດການສືບສວນທີ່ສະຫລຸບວ່າ ມີເຫດຜົນທີ່ຈະເຊື່ອວ່າມີການກະທໍາຮຸນແຮງ ແຜ່ຫລາຍ ``ທີ່ສາມາດເຮັດໃຫ້ມີຄວາມ ເໝາະສົມທີ່ຈະເປັນການກໍ່ອາດຊະນາກໍາຕ້ານມະນຸດຊາດໃນການເນລະເທດຂ້າມຊາຍແດນມຽນມາ ແລະບັງກລາແດັສ ແລະທໍາການປະຫັດປະຫານ ຕໍ່ພົນລະເມືອງຊາວໂຣຮິງຢາໂດຍອີງໃສ່ຊົນເຜົ່າ ແລະ/ຫລືສາສະໜາ.``

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG