ກໍານົດເສັ້ນຕາຍໄລຍະຫົກເດືອນ ທີ່ທາງການໄທອະນຸຍາດ
ໃຫ້ພັກເຊົາຢູ່ໃນ ໄທໄດ້ຊົ່ວຄາວນັ້ນ ແມ່ນຈະສິ້ນສຸດລົງໃນ
ເດືອນນີ້ແລ້ວ ສໍາລັບສ່ວນໃຫຍ່ຂອງພວກອົບພະຍົບທາງເຮືອ
ເກືອບ 2.000 ຄົນ ທີ່ອ້າງວ່າເປັນຊາວໂຣຮິງຢາ ທີ່ພາກັນຫຼົບ
ໜີຈາກເຫດການຄວາມຮຸນແຮງລະຫວ່າງຊົນເຜົ່າ ໃນມຽນມາ
ນັ້ນ ພ້ອມດຽວກັນ ກໍມີລາຍງານຫຼາຍກະແສກ່ຽວກັບການປະຕິ
ບັດຕໍ່ພວກເຂົາເຈົ້າ ຢ່າງບໍ່ຖືກບໍ່ຕ້ອງຢູ່ທີ່ສູນກັກຂັງແຫ່ງຕ່າງໆ
ຂອງກົມ ກວດຄົນເຂົ້າເມືອງຂອງໄທ. Steve Sandford ຜູ້ສື່
ຂ່າວວີໂອເອທີ່ປະເທດໄທ ໄດ້ມີໂອກາດໂອ້ລົມກັບຊາວອົບພະ
ຍົບໂຣຮິງຢາບາງຄົນ ກ່ຽວກັບຊະຕາກໍາຂອງພວກເຂົາເຈົ້າ ແລະມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງທອງປານຈະນໍາມາສະເໜີ
ທ່ານໃນອັນດັບຕໍ່ໄປ.
ເລິກເຂົ້າໄປໃນເຂດພູດອຍທາງພາກໃຕ້ຂອງໄທນັ້ນ ເປັນທີ່ຮູ້ກັນດີວ່າ ພວກຄົນງານປາດ
ຕົ້ນຢາງທ້ອງຖິ່ນ ແມ່ນເປັນພວກທີ່ຕື່ນເດິກລຸກເຊົ້າ.
ແຕ່ເມື່ອ 4-5 ເດືອນຜ່ານມານີ້ ບໍ່ມີແຕ່ພວກຄົນທ້ອງຖິ່ນເທົ່ານັ້ນ ທີ່ທຽວໄປມາຜ່ານສວນ
ຢາງ ທີ່ຫ່າງໄກຈາກສາຍຕາຂອງຄົນສ່ວນຫຼາຍ.
ເມື່ອຕົ້ນປີນີ້ ນາງອະຣຸນ ສົມພົດ ທີ່ອາໄສຢູ່ທ້ອງຖິ່ນດັ່ງກ່າວ ຕື່ນຂຶ້ນມາ ເຫັນພວກອົບພະ
ຍົບທາງເຮືອຈໍານວນນຶ່ງ ນອນຢາຍກັນຢູ່ເຊຍ ໜ້າເຮືອນ ຂອງລາວ.
ນາງອະຣຸນ ເວົ້າວ່າ: “ເວລາຂ້ອຍເຫັນພວກເຂົາເຈົ້ານອນຢູ່ຫັ້ນ ຂ້ອຍກໍແງ້ມ
ປະຕູສ່ອງເບິ່ງວ່າ ແມ່ນຄົນພວກໃດ ຂ້ອຍມີຄອບຄົວແລະຍາດພີ່ນ້ອງ ທີ່ພັກ
ຢູ່ບ້ານໃກ້ກັນ. ຂ້ອຍເປີດປະຕູອອກມາແລະເຫັນມີຫຼາຍຄົນເຕີບ ທີ່ນອນຢູ່ຫັ້ນ
ແລະຂ້ອຍຕົກໃຈ ພໍພວກເຂົາເຈົ້າຫຼຽວເຫັນຂ້ອຍ ພວກເຂົາເຈົ້າກໍລຸກຂຶ້ນນັ່ງ
ຂ້ອຍຕົກໃຈກໍເລີຍຮ້ອງອອກມາ.”
ນັບຕັ້ງແຕ່ເດືອນມັງກອນເປັນຕົ້ນມາ ອົບພະຍົບທາງເຮືອເກືອບ 2.000 ຄົນ ທີ່ອ້າງວ່າ
ເປັນຊາວໂຣຮິງຢາ ທີ່ຫຼົບໜີຈາກເຫດການຄວາມຮຸນແຮງ ທາງສາສະໜາໃນມຽນມາ
ໄດ້ຖືກເຈົ້າໜ້າທີ່ໄທຈັບ ແລະກັກຕົວໄວ້.
ຊົນເຜົ່າໂຣຮິງຢາ ທີ່ຖືກປະຕິເສດສັນຊາດຢູ່ໃນມຽນມາ ປະເທດຂອງພວກເຂົາເຈົ້າເອງ
ແລະຢາກພາກັນຫຼົບໜີຈາກການຖືກປະຫັດປະຫານນັ້ນ ຫຼາຍໆຄົນແມ່ນໄດ້ຕົກເປັນ
ເຫຍື່ອຂອງການຖືກສວຍໃຊ້ເພື່ອຜົນປະໂຫຍດ ສ່ວນຕົວຂອງພວກຄ້າມະນຸດ.
ດັ່ງກໍລະນີຂອງທ້າວ Abdul Salaman ຊຶ່ງຜູ້ກ່ຽວຖືກກັກໂຕໄວ້ຢູ່ໃນປ່າດົງໃນໄທພ້ອມ
ກັບຊາວໂຣຮິງຢາຈໍານວນນຶ່ງ ໂດຍພວກລັກລອບຄ້າມະນຸດ ທີ່ພາລາວອອກມາຈາກມຽນ
ມາ. ນາຍອັບດຸນ ຖືກປ່ອຍຕົວໃຫ້ເປັນອິດສະຫຼະ ຫຼັງຈາກພີ່ນ້ອງຂອງລາວຢູ່ມາເລເຊຍ
ຈ່າຍເງິນ 1.500 ໂດລາ ໃຫ້ພວກທີ່ກັກໂຕລາວໄວ້.
ເວລານີ້ ທ້າວອັບດຸນອາໄສຢູ່ບ້ານຫຼັງນຶ່ງທີ່ປອດໄພດີ ເຮັດໜ້າທີ່ເປັນຜູ້ຄົວຢູ່ຄົວກິນໃຫ້
ພວກອົບພະຍົບທາງເຮືອ ຫຼາຍຮ້ອຍຄົນ ທີ່ຖືກກັກຂັງຢູ່ທີ່ສູນກັກຂັງຫຼາຍໆແຫ່ງ ທີ່ອັ່ງອໍ
ກັນທີ່ສຸດ ຂອງກົມກວດຄົ້ນເຂົ້າເມືອງຂອງໄທ.
ທ້າວອັບດຸນເວົ້າວ່າ: “ຂ້ອຍລໍາບາກຫຼາຍທີ່ສຸດໃນອະດີດຜ່ານມາ ແລະບັດນີ້
ຂ້ອຍມີອິດສະຫຼະແລ້ວ ໝູ່ເພື່ອນຂ້ອຍຫຼາຍໆຄົນຍັງປະເຊີນກັບສະພາບການ
ທີ່ຮ້າຍຂາດ ແລະບໍ່ມີອາຫານການກິນພຽງພໍ. ດຽວນີ້ ຂ້ອຍບໍ່ມີວຽກເຮັດງານທໍາ
ຂ້ອຍກໍເລີຍມາຄົວກິນໃຫ້ພວກເຂົາເຈົ້າກິນ.”
ເຖິງແມ່ນຈະຖືກປະນາມຢ່າງໃຫຍ່ ຈາກບັນດາກຸ່ມສິດທິມະນຸດ ຫຼັງຈາກພາບສູນກັກຂັງ
ທີ່ມີລັກສະນະຄືກັນກັບຄອກສັດ ເຕັມໄປດ້ວຍອົບພະຍົບທາງເຮືອ ທີ່ອັດແອແຫຍ້ກັນຢູ່
ໄດ້ຖືກເຜີຍແຜ່ອອກອາກາດໄປແລ້ວກໍຕາມ ແຕ່ສະພາບການສໍາລັບຊາຍພວກນັ້ນ ກໍຍັງ
ຄືເກົ່າ ບໍ່ມີຫຍັງດີຂຶ້ນເລີຍ.
ແຕ່ລາຍງານຂອງສື່ມວນຊົນທີ່ມີອອກມາຫຼາຍຂຶ້ນເລື້ອຍໆ ທີ່ຊີ້ແນະວ່າ ເຈົ້າໜ້າທີ່ຮັກສາ
ຄວາມປອດໄພຂອງໄທ ມີສ່ວນຮ່ວມກັບການລັກລອບຄ້າຊາວໂຣຮິງຢາບາງຄົນນັ້ນ ປະກົດ
ວ່າໄດ້ຮັບຄວາມສົນໃຈຈາກເຈົ້າໜ້າທີ່ຂັ້ນສູງຂອງໄທ.
ພົນໂທ ພະຣາດອນ Pattanatabu ແຫ່ງສະພາຄວາມໝັ້ນຄົງແຫ່ງຊາດຂອງໄທ ເວົ້າວ່າ:
“ກໍຕ້ອງຂໍບອກວ່າ ສູນກັກກັນເຫຼົ່ານີ້ອັ່ງອໍກັນທີ່ສຸດ ຍ້ອນເຫດນີ້ ພວກເຮົາຈຶ່ງຈະ
ສ້າງສູນແຫ່ງໃໝ່ຂຶ້ນມາຕື່ມອີກ ເພື່ອໃຫ້ພວກເຂົາເຈົ້າໄດ້ພັກເຊົາ. ສູນແຫ່ງໃໝ່
ຈະສ້າງເປັນແບບ ສູນສໍາລັບລໍຖ້າ ຫຼາຍກວ່າ. ພວກເຮົາຈະມີໝໍແລະຢຸກຢາ ຕຽມພ້ອມເພື່ອຮັກສາປິ່ນປົວ ດູແລພວກເຂົາເຈົ້າໄດ້ຢ່າງເຕັມທີ່.”
ໃນຂະນະທີ່ກໍານົດວັນເສັ້ນຕາຍ 6 ເດືອນ ຍັບໃກ້ເຂົ້າມາ ສໍາລັບສິ່ງທີ່ເອີ້ນວ່າ ການພັກເຊົາ
ຊົ່ວຄາວຢູ່ໃນໄທນັ້ນ ຄໍາຖາມກ່ຽວກັບວ່າ ຊະຕາກໍາຂອງຊາວໂຣຮິງຢາພວກນີ້ ຈະເປັນ
ແນວໃດ ຫຼືວ່າ ເຂົາເຈົ້າຈະໄປຕົກຢູ່ຖິ່ນແດນ ໃດຫຼັງຈາກນັ້ນ ກໍຍັງບໍ່ມີໃຜຕອບໄດ້.