ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະດີຄວາມ ລະຫວ່າງ Roe ກັບ Wade ຄົບຮອບ 44 ປີ ຖືກຄອບງຳໂດຍການປ່ຽນແປງການປົກຄອງໄປຫາ ປ. ທຣຳ


ພວກປະທ້ວງທີ່ສະໜັບສະໜູນແນວທາງເລືອກ ປະທ້ວງ
ຢູ່ດ້ານໜ້າຂອງສານສູງສຸດ ສະຫະລັດ ໃນລະຫວ່າງ ການ
ໂຮມຊຸມນຸມ ເດີນຂະບວນ ເພື່ອຊີວິດ ແຫ່ງຊາດ ໃນນະຄອນ
ຫຼວງວໍຊິງຕັນ, ວັນທີ 22 ມັງກອນ 2016.
ພວກປະທ້ວງທີ່ສະໜັບສະໜູນແນວທາງເລືອກ ປະທ້ວງ ຢູ່ດ້ານໜ້າຂອງສານສູງສຸດ ສະຫະລັດ ໃນລະຫວ່າງ ການ ໂຮມຊຸມນຸມ ເດີນຂະບວນ ເພື່ອຊີວິດ ແຫ່ງຊາດ ໃນນະຄອນ ຫຼວງວໍຊິງຕັນ, ວັນທີ 22 ມັງກອນ 2016.

ວັນອາທິດມື້ນີ້ ເປັນຂີດໝາຍ ຂອງວັນຄົບຮອບ 44 ປີ ຂອງການພິພາກສາ ຂອງ ສານສູງສຸດ ສະຫະລັດ ໃນຄະດີຄວາມ ລະຫວ່າງ Roe ກັບ Wade ທີ່ເຮັດໃຫ້ ການແທ້ງລູກຂອງພວກແມ່ຍິງຖືກຕ້ອງຕາມກົດໝາຍ ໂດຍມີປະທານາທິບໍດີ ຄົນໃໝ່ເຂົ້າຮັບໜ້າທີ່ ຜູ້ທີ່ຢາກຈະຕ່າວປີ້ນ ຄຳຕັດສິນນີ້.

ໃນຖານະເປັນຜູ້ສະໝັກລົງແຂ່ງຂັນ ເປັນປະທານາທິບໍດີ ທ່ານດໍໂນລ ທຣຳ ໄດ້
ສັນຍາວ່າ ຈະແຕ່ງຕັ້ງຜູ້ພິພາກສາຄົນໃໝ່ ທີ່ມີທັດສະນະ ຕໍ່ຕ້ານການແທ້ງລູກ ສຳລັບຕຳແໜ່ງໃນສານສູງສຸດແຫ່ງຊາດ ທີ່ໄດ້ເປົ່າຫວ່າງມານັ້ນ.

ມື້ລາງ ຜູ້ພິພາກສາ ສານສູງສຸດ ສະຫະລັດ ທ່ານ Antonin Scalia ກ່າວຖະແຫລງ ຢູ່ທີ່ ມະຫາວິທະຍາໄລ ຂອງລັດ Minnesota ໃນນະຄອນ Minneapolis.
ມື້ລາງ ຜູ້ພິພາກສາ ສານສູງສຸດ ສະຫະລັດ ທ່ານ Antonin Scalia ກ່າວຖະແຫລງ ຢູ່ທີ່ ມະຫາວິທະຍາໄລ ຂອງລັດ Minnesota ໃນນະຄອນ Minneapolis.

ນອກນີ້ ທ່ານຍັງໄດ້ກ່າວວ່າ ທ່ານຢາກຈະຍົກເລີກ ການໃຫ້ທຶນແກ່ ໂຄງການ ວາງແຜນຄອບຄົວ ເຊິ່ງເປັນໂຄງການທີ່ສະໜອງການຮັກສາສຸຂະພາ ໃຫ້ແກ່
ພວກແມ່ຍິງ ທີ່ຊ່ອຍແທ້ງລູກນຳນັ້ນ.

ເມື່ອຕົ້ນສັບປະດານີ້ ທ່ານທຣຳ ໄດ້ພົບປະກັບຜູ້ພິພາສາທ່ານນຶ່ງ ທີ່ຢູ່ໃນບັນຊີ
ຂອງທ່ານ ຜູ້ທີ່ມີທ່າແຮງວ່າ ຈະຖືກສະເໜີຊື່ ສຳລັບຕຳແໜ່ງໃນສານສູງສຸດ ແລະ ທ່ານໄດ້ກ່າວວ່າ ທ່ານຢາກໃຫ້ໄປເອົາບ່ອນນັ່ງ ຂອງມື້ລາງ ຜູ້ພິພາກສາ ທ່ານ
Antonin Scalia ພາຍໃນ ສອງສັບປະດາທຳອິດ ທີ່ທ່ານເຂົ້າຮັບຕຳແໜ່ງ.

ປະທານາທິບໍຄົນໃໝ່ ໄດ້ສັນຍາວ່າ ຈະຊອກຫາຜູ້ທີ່ມີທັດສະນະທີ່ຄ້າຍຄືກັນກັບ ມື້ລາງຜູ້ພິພາກດັ່ງກ່າວ ທີ່ນິຍົມແນວທາງອະນຸລັກ ແລະ ທ່ານກຳລັງຄັດເລືອກ ຈາກບັນຊີລາຍຊື່ ຂອງ 21 ທ່ານ ສ່ວນໃຫຍ່ ແມ່ນມາຈາກລັດທີ່ນິຍົມແນວທາງ
ອະນຸລັກ ແລະ ເປັນຜູ້ພິພາກສາ ລັດຖະບານກາງ.

ຈຸດຢືນທີ່ຕໍ່ຕ້ານການແທ້ງລູກຂອງທ່ານທຣຳ ແມ່ນໄດ້ຮັບການສະໜັບສະໜູນ ໂດຍບັນດາສະມາຊິກພັກ ຈາກຣີພັບບລີກັນ ເຊິ່ງຄວບຄຸມທັງສອງສະພາ ໃນ ລັດຖະສະພາ. ພວກສະມາຊິກພັກຣີພັບບລີກັນ ຫຼາຍໆຄົນເຫຼົ່ານັ້ນ ລົງແຂ່ງຂັນ ໂດຍໂຄສະນາ ຄັດຄ້ານຕໍ່ການແທ້ງລູກ.

ພວກປະທ້ວງທັງຫຼາຍ ສະເຫຼີມສະຫຼອງ ຢູ່ທີ່ສານສູງສຸດ ສະຫະລັດ ໃນວໍຊິງຕັນ ຫຼັງຈາກສານນີ້ ໄດ້ຕັດສິນຍົກເລີກ ກົດໝາຍຂອງລັດເທັກຊັດ ທີ່ວາງກົດລະບຽບທີ່ເຄັ່ງຂັດ ຕໍ່ບັນດາໝໍທີ່ເຮັດແທ້ງລູກ ແລະສະຖານທີ່ແຫ່ງຕ່າງໆ ທີ່ພວກວິພາກວິຈານ ຂອງກົດໝາຍດັ່ງກ່າວ ອ້າງວ່າ ເປັນກົດໝາຍທີ່ອອກແບບມາ ເພື່ອປິດຄລີນິກແຫ່ງຕ່າງໆ ນັ້ນ ວັນທີ 27 ມິຖຸນາ 2016.
ພວກປະທ້ວງທັງຫຼາຍ ສະເຫຼີມສະຫຼອງ ຢູ່ທີ່ສານສູງສຸດ ສະຫະລັດ ໃນວໍຊິງຕັນ ຫຼັງຈາກສານນີ້ ໄດ້ຕັດສິນຍົກເລີກ ກົດໝາຍຂອງລັດເທັກຊັດ ທີ່ວາງກົດລະບຽບທີ່ເຄັ່ງຂັດ ຕໍ່ບັນດາໝໍທີ່ເຮັດແທ້ງລູກ ແລະສະຖານທີ່ແຫ່ງຕ່າງໆ ທີ່ພວກວິພາກວິຈານ ຂອງກົດໝາຍດັ່ງກ່າວ ອ້າງວ່າ ເປັນກົດໝາຍທີ່ອອກແບບມາ ເພື່ອປິດຄລີນິກແຫ່ງຕ່າງໆ ນັ້ນ ວັນທີ 27 ມິຖຸນາ 2016.


ການແທ້ງລູກ ສືບຕໍ່ເປັນບັນຫາ ທີ່ແບ່ງແຍກ ພວກຄົນໃນສະຫະລັດ ເຊິ່ງມັນຖືກຕ້ອງ ຕາມກົດໝາຍ ນັບຕັ້ງແຕ່ ການຕັດສິນຄະດີຄວາມ ລະຫວ່າງ Roe ກັບ Wade ໃນປີ 1973 ເປັນຕົ້ນມາ. ການເດີນຂະບວນປະທ້ວງຂອງທັງສອງຝ່າຍ ໃນວໍຊິງຕັນ ສ່ວນ
ຫຼາຍມັກຈະເປັນຂີດໝາຍ ຂອງວັນຄົບຮອບ ການພິພາກສາດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG