ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂະນະນີ້ ຈີນ ຫັນມາໃຊ້ ແຮງງານຫຸ່ນຍົນ ແທນມະນຸດ ຫຼາຍຂຶ້ນ (ວີດີໂອ)


Robots Become China's Growing Labor Force
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ

ຫຸ່ມຍົນປະກອບຊິ້ນສ່ວນ ປະເພດນຶ່ງ ຂະນະທໍາງານ

ເຖິງ​ແມ່ນ​ຈີນ​ອາດມີ​ຊື່​ສຽງ​ວ່າ​ ເປັນໂຮງງານຂອງໂລກກໍ​ຕາມ
ແຕ່​ວ່າຄ່າ​ແຮງ​ງານ​ກໍາລັງ​ຖີບ​ຕົວ​ສູງ​ຂຶ້ນນັບ​ມື້ ເຮັດ​ໃຫ້​ມີ​ການ​
ເຕີບໂຕຂຶ້ນຢ່າງ​ໃຫຍ່​ ໃນການໃຊ້​ຫຸ່ນ​ຍົນຜະລິດ​ສິນຄ້າ ​ແລະ
​ນັ້ນຄື​ສາ​ເຫດ​ ທີ່ກໍາລັງ​ເຮັດ​ໃຫ້​ຈີນ​ ກາຍ​ເປັນ​ປະ​ເທດ​ທີ່​ຮັບ​ຊື້​
ຫຸ່ນ​ຍົນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກໃນ​ຂະນະ​ນີ້. ບັນດາ​ບໍລິສັດ
​ຜະລິດຫຸ່ນ​ຍົນ​ລະດັບ​ນໍາ​ໜ້າ​ທັງ​ຫຼາຍ​ໄດ້ພາກັນ​ໄປ​ຍັງ​ນະຄອນ
​ຊຽງ​ໄຮ້ຂອງຈີນ ​ເພື່ອ​ສວຍເອົາ​ປະ​ໂຫຍ​ດ ຈາກ​ໂອກາດ​ທາງ
​ທຸລະ​ກິດ​ ທີ່ກໍາລັງຂະຫຍາຍຕົວຢ່າງ​ໄວ​ນີ້. ບິ​ລ ​ໄອດ໌ ຜູ້​ສື່
​ຂ່າວ​ວີ​ໂອ​ເອ ມີ​ລາຍ​ງານເລຶ່ອງນີ້​ເພີ່ມຕື່ມ​ຈາກຊຽງ​ໄຮ້ ຊຶ່ງ​
ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ.


ຫຸ່ນ​ຍົນ ທີ່​ສາມາດ​ເຕັ້ນ​ລໍາ ຫຼືເຕະບານ​ໄດ້ ອາດ​ເບິ່ງ​ຄື​ເປັນ​ສິ່ງ​ທີ່​ພາ​ໃຫ້​ມ່ວນຊື່ນ​ເທົ່າ​ນັ້ນ ​
ແຕ່​ບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ມີ​ສໍານັກງານ​ໃຫຍ່​ຢູ່​ນະຄອນ​ຊຽງ​ໄຮ້ ​ເວົ້າ​ວ່າ ເທັກ​ໂນ​ໂລ
ຈີ່ ທີ່​ເອົາ​ມາວາງ​ສະ​ແດງ​ໃຫ້​ຄົນ​ເບິ່ງຢູ່​ນີ້ ບໍ່​ແມ່ນ ​ເພື່ອ​ຄວາມ​ມ່ວນ​ຊື່ນ​ແຕ່​ຢ່າງໃດ​ເລີຍ.

​ແຕ່​ໃດ​ມາ ຫຸ່ນ​ຍົນໄດ້​ຖືກ​ນໍາ​ໃຊ້​ຢູ່​ໃນ​ ຂະ​ບວນການ​ຜະລິດ​ເຄື່ອງໜັກ ​ແຕ່ວິທີການ​ຊົມ​
ໃຊ້​ຫຸ່ນ​ຍົນ ກໍາລັງຂະຫຍາຍ​ກວ້າງອອກ​ໄປ​ໃນ​ຂະນະ​ນີ້ ຍ້ອນ​ຄວາມ​ສາມາດຂອງ​ຫຸ່ນ​
ຍົນໄດ້ຂະຫຍາຍ​ອອກ​ໄປ ບວກ​ກັບ​ລາຄາ​ກໍ​ຕໍ່າລົງ.

ທ່ານ Shunnin Mitzutani ຫົວ​ໜ້າ​ບໍລິຫານ ຫຼື​ ຊີ​ອີ​ໂອ ຂອງ​ບໍລິສັດ​ຜະລິດ​ຫຸ່ນ​ຍົນ​ຍີ່ປຸ່ນ
Yaskawa ຂອງ​ຍີ່ປຸ່ນ ​ເວົ້າ​ວ່າ ຫຸ່ນ​ຍົນບາງ​ປະ​ເພດ​ຖືກ​ໃຊ້ໃນ​ການ​ຜະລິດໂທລະສັບ
ສະຫຼາດ iPhone ຫຼື smart phones.

ທ່ານ Mizutani ​ເວົ້າ​ວ່າ “​ໂຮງງານ​ປະກອບ​ຊິ້ນ​ສ່ວນ ທີ່​ເຄີຍ​ໃຊ້​ແຮງ​ງານມະນຸດ
ຈໍານວນ​ຫຼາຍ​ແສນ​ຄົນ​ນັ້ນ ບັດ​ນີ້​ແມ່ນຫັນ​ມາ​ໃຊ້​ແຮງ​ງານ​ຫຸ່ນ​ຍົນ​ແທນມະນຸດ​ແລ້ວ.
ການ​ພັດທະນາ​ອຸດສາຫະກໍາ​ທີ່​ໃຊ້​ຫຸ່ນ​ຍົນ​ຂອງ​ຈີນ ຕະຫຼອດ​ໄລຍະ 20 ປີຜ່ານ​ມາ​ນີ້​
ນັບ​ວ່າ​ເປັນ​ການ​ພັດທະນາ​ທີ່​ລໍາບາກ​ ແລະ​ໃຊ້​ເວລາດົນ​ນານ​ພໍ​ສົມຄວນ ​ແລະ​ຈົນ​
ກວ່າ​ເມື່ອ​ບໍ່​ດົນ​ມາ​ນີ້​ເອງ ອຸດສາຫະກໍາ​ດັ່ງກ່າວ​ຈຶ່ງ​ໄດ້ເລີ່​ມພັດທະນາ​ໄປ ຢ່າງວ່ອງ​
ໄວ​ຫຼາຍ​ຂຶ້ນ.”


ບໍລິສັດ Yaskawa ​ເປັນ​ນຶ່ງ​ໃນ​ຫຼາຍໆ​ບໍລິສັດ​ຜະລິດ​ຫຸ່ນ​ຍົນ​ລະດັບ​ນໍາ​ໜ້າ ທີ່​ມີ​ສໍານັກ
ງານຢູ່ຊຽງ​ໄຮ້ ເມືອງທີ່​ເປັນ​ມິດ​ຕໍ່​ວົງ​ການ​ທຸລະ​ກິດ. ທ່ານ Mizutani ​ເວົ້າ​ວ່າ ​ເວລາບໍລິ ສັດ​ຂອງທ່ານ​ເລີ່​ມ​ເປີດຂຶ້ນຢູ່​ໃນ​ຈີນ​ເມື່ອ​ປີ 1996 ນັ້ນ ​ທາງບໍລິສັດ​ຂາຍຫຸ່ນ​ຍົນ​ໄດ້ ພຽງ​
ສີ່ສິບ-​ຫ້າ​ສິບອັນ​ເທົ່າ​ນັ້ນ​ຕໍ່​ປີ ບັດ​ນີ້​ ຂາຍ​ໄດ້​ເປັນ​ພັນ​ອັນ.

ເມື່ອ​ປີຜ່ານ​ມາ​ນີ້ ຫຸ່ນ​ຍົນ​ຂາຍ​ໄດ້ 23,000 ອັນໃນ​ຈີນ ອິງ​ຕາມສະຫະພັນ​ຫຸ່ນ​ຍົນ​ສາກົນ
ທີ່ເວົ້າ​ວ່າ ຈີນ​ເປັນຕະຫຼາດທີ່ມີ​ການເຕີບ​ໂຕ ​ຢ່າງວ່ອງໄວ​ທີ່​ສຸດ​ໃນ​ໂລກ.

Wang Zhiliang ປະ​ຈໍາ​ມະ​ຫາ​ວິທະຍາ​ໄລ​ວິ​ທະຍາ​ສາດ ​ແລະ​ເທັກ​ໂນ​ໂລຈີ່ ທີ່​ປັກ​ກິ່ງ ​ໃຫ້​ຄວາມ​ເຫັນໃນ​ເລຶ່ອງນີ້​ວ່າ:

“​ໃນ​ປີ 2013 ນີ້ ມີ​ການ​ຂະຫຍາຍຕົວຢ່າງ​ວ່ອງ​ໄວ ໃນດ້ານ​ຕະຫຼາດຫຸ່ນ​ຍົນ
ສໍາລັບ​ໃຊ້​ໃນ​ວົງ​ການອຸດສາຫະກໍາ​ຂອງ​ຈີນ ຄື​ຕົວຢ່າງ ​ສະ​ຖາ​ບັນລະບົບ​
ອັດຕະ​ໂນ​ມັດ
Shen yang ນັ້ນ ຈະ​ເນັ້ນ​ໜັກ​ໃສ່​ຫຸ່ນ​ຍົນ​ ​ຢູ່​ໃນ​ຈີນພຽງຢ່າງ
​ດຽວ ແລະໃນ​ປີ​ນີ້ ກໍໄດ້​ສັ່ງ​ຊື້​ຫຸ່ນ​ຍົນ​ໄປ​ ຈົນ​ເຖິງ​ປີ 2015 ພຸ້ນ ຍ້ອນ​ຫຍັງ? ​
ເພາະວ່າ​ຄ່າ​ແຮງ​ງານ​ມະນຸດ​ໃນ​ຈີນ ​ໄດ້​ຖີບສູງ​ຂຶ້ນ​ ໄປ​ຫຼາຍ.”


Foxconn ​ຊຶ່ງເປັນ​ບໍລິສັດທີ່ວ່າຈ້າງຄົນງານ ຫລາຍ​ທີ່​ສຸດ​ບໍລິສັດ​ນຶ່ງ​ຂອງ​ຈີນ ​ໄດ້​ຕັ້ງ​ເປົ້າ
ໝາຍ​ໄວ້ວ່າ ຈະ​ເພີ່ມ​ຫຸ່ນ​ຍົນ​ອີກ​ນຶ່ງ​ລ້ານ​ອັນ​ ພາຍ​ໃນ​ປີ​ໜ້າ​ນີ້ ຊຶ່ງ​ທ່ານ Mizutani ​ເວົ້າ
ວ່າ ​ທ່າ​ອຽງ​ດັ່ງກ່າວ​ນີ້ ​ກໍາລັງ​ຈະ​ຈະ​ຂະຫຍາຍ​ອອກໄປ ຮອດນອກໂຮງງານ​ພຸ້ນ​ອີກ.

ທ່ານ Mizutani ​ເວົ້າ​ວ່າ “ດຽວ​ນີ້ ​ເຮົາ​ມີ​ຫຸ່ນ​ຍົນ​ບາງ​ອັນ​ທີ່ໄດ້​ໃຊ້​ຢູ່​ໃນ​ໂຮງໝໍ
ແຫ່ງຕ່າງໆ​ແລ້ວ ​ເພື່ອ​ຊ່ວຍ​ພວກ​ຄົນ​ໄຂ້ໃນ​ການ​ພັກ​ຟື້ນ​ ຫຼື​ຊ່ວຍເຮັດ​ວຽກ
​ແບບ​ນ້ອຍໆ. ຫຸ່ນ​ຍົນ​ນີ້ ບໍ່​ແມ່ນ​ຫຸ່ນ​ຍົນ​ທີ່ໃຊ້​ຢູ່ໃນໂຮງງານ ​ແຕ່​ເອີ້​ນວ່າ​
ຫຸ່ນ​ຍົນ​ບໍ​ລິ​ການ.”


ທີ່​ມະຫາວິທະຍາ​ໄລວິທະຍາສາດ​ແລະ​ເທັກ​ໂນ​ໂລ​ຈີ່​ຂອງ​ປັກ​ກິ່ງນັ້ນ ທ່ານຫວັງ ກໍາລັງ
ພັດທະນາ ​ຫຸ່ນ​ຍົນສໍາລັບໃຊ້​ດູ​ແລ​ພວກ​ຄົນ​ເຖົ້າ​ແກ່ຂອງ​ຈີນ ທີ່​ກໍາລັ​ງເພີ່ມ​ຈໍານວນຂຶ້ນ​
ໄປ​ນັບ​ມື້. ຄື​ຫຸ່ນ​ຍົນ​ດັ່ງກ່າວ​ນີ້​ຈະ​ເຕືອນເຂົາ​ເຈົ້າໃຫ້ກິນ​ຢາ​ ບໍ່​ໃຫ້ຍ່າງ​ໄກ​ຫຼາຍ ຫຼື​ເຕືອນ
ວ່າ ຮອດ​ເວລາ​ຫຼັບນອນ​ແລ້ວ ​ແຕ່​ທ່ານ​ຫວັງກໍ​ເວົ້າວ່າ ຍັງ​ມີ​ສິ່ງ​ທ້າ​ທາຍ​ໃນ​ເລຶ່ອງນີ້ຫຼາຍ ຢ່າງ ຢູ່.

“ຕົວ​ຢ່າງ​ເນາະ ​ພວກຜູ້ເຖົ້າ​ຕ້ອງການຄົນ​ເຫ​ຍັ້ນ​ນໍ້າ​ໃສ່ຈອກ​ໃຫ້​ເຂົາ​ເຈົ້າ ​ແລະ​
ການ​ທີ່​ຈະເຮັດໃຫ້​ຫຸ່ນ​ຍົນ​ ຍ່າງ​ຈາກບ່ອນ​ນຶ່ງ​ໄປ​ຍັງ​ບ່ອນ​ນຶ່ງ​ ເພື່ອ​ເອົາ​ຈອກນັ້ນ
ຍັງ​ເປັນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງຢູ່. ສະ​ນັ້ນ ​ເລື້​ອງເທັກ​ໂນ​ໂລ​ຈີ່​ຂອງ​ການ​ສ້າງ​ຄວາມສະຫຼຽວສະຫຼາດໃຫ້​ແກ່​ຫຸ່ນ​ຍົນ​ນັ້ນ ​ແມ່ນຍັງ​ເປັນ​ເລຶ່ອງທີ່ລໍາບາກ​ທີ່​ສຸດ​ຢູ່.”


ສະ​ນັ້ນ ​ເຖິງ​ແມ່ນ​ວ່າຫຸ່ນ​ຍົນ​ເຫຼົ່າ​ນີ້ ຈະສາມາ​ດປະກອບ​ໂທລະ​ສັບ iPhone ຫຼື​ຈອດ​ຕົວ​
ຖັງ​ລົດ​ໄດ້​ກໍ​ຈິງ​ຢູ່ ​ແຕ່​ການ​ກະທໍາ​ໃນ​ສິ່ງ​ງ່າຍ​ໆບາງ​ຢ່າງ​ ​ເຊັ່ນ​ການໄປ​ເອົາ​ນໍ້າ​ມາ​ບໍລິການ​
ນັ້ນ ນັບ​ວ່າ​ເປັນຂົງ​ເຂດ​ໃໝ່ ​ສໍາລັບ​ແຮງ​ງານ​ຫຸ່ນ​ຍົນ​ຂອງ​ຈີນ ຢູ່​ໃນ​ຂະນະ​ນີ້. ​
XS
SM
MD
LG