ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມືຫຸ່ນຍົນ ສາມາດໃຊ້ໃນການເຮັດວຽກ ທີ່ເປິເປື້ອນ ແລະເປັນອັນຕະລາຍ ທີ່ມະນຸດບໍ່ຢາກເຮັດນັ້ນໄດ້


LogOn-Robotic Hand USAGM
please wait

No media source currently available

0:00 0:01:59 0:00

ມືຫຸ່ນຍົນທີ່ຖືກອອກແບບມາເພື່ອຊ່ວຍຄົນໃນການຮັບມືກັບວຽກທີ່ສົກກະປົກ ແລະເປັນອັນຕະລາຍ ທີ່ມະນຸດບໍ່ຢາກເຮັດນັ້ນໄດ້

ມືຫຸ່ນຍົນທີ່ຖືກອອກແບບມາເພື່ອຊ່ວຍຄົນໃນການຮັບມືກັບວຽກທີ່ສົກກະປົກແລະເປັນ
ອັນຕະລາຍ ແມ່ນເປັນພຽງແຕ່ຕົວຢ່າງອັນດຽວເທົ່ານັ້ນຂອງການໃຊ້ເຄື່ອງຈັກອັດຕະ
ໂນມັດທີ່ສ້າງປະໂຫຍດໃຫ້ແກ່ມະນຸດ. Julie Taboh ນັກຂ່າວວີໂອເອມີລາຍງານເພີ່ມເຕີມກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ມືຫຸ່ນຍົນ ຫລືມືໂຣບອດ ແມ່ນບໍ່ມີຫຍັງເປັນເລື້ອງແປກໃໝ່ເລີຍ.

ແຕ່ວ່າມືທີ່ຄ້າຍຄືມະນຸດທີ່ບໍລິສັດອັງກິດນີ້ ໄດ້ສ້າງມາເປັນເວລາ 20 ປີ ເພື່ອໃຫ້ສົມບູນແບບນັ້ນ ແມ່ນແຕກຕ່າງຈາກໝູ່, ອີງຕາມທ່ານ ຣີສ ວອກເກີ (Rich Walker), ຜູ້ອຳນວຍການບໍລິຫານ ຂອງ ບໍລິສັດ ແຊໂດວ ໂຣບອດ (Shadow Robot),

ທ່ານວອກເກີ ໂອ້ລົມກັບວີໂອເອຜ່ານ Skype:
“ທ່ານສາມາດໃຫ້ຫຸ່ນຍົນເຮັດສິ່ງຕ່າງໆ ດ້ວຍການເອົາມືຈັບ ຫລືຫຍຸມ, ແຕ່ວ່າ ມັນກໍເຮັດຍາກ. ສະນັ້ນພວກເຮົາຈຶ່ງຄິດວ່າຈະສ້າງມືທີ່ຄ້າຍຄືກັບມະນຸດຂຶ້ນມາ, ແລະອັນນັ້ນ ມັນຈະເຮັດໃຫ້ຊີວິດງ່າຍຂຶ້ນ ເທົ່າທີ່ຈະງ່າຍໄດ້ ສຳລັບຫຸ່ນຍົນ.”

ທ່ານວອກເກີກ່າວອີກວ່າ ແນວຄວາມຄິດທີ່ຢູ່ເບື້ອງຫລັງຂອງ “ມືທີ່ຄ່ອງແຄ້ວ ຫລື Dexterous” ດັ່ງທີ່ມັນຖືກເອີ້ນນັ້ນ ແມ່ນການປົດປ່ອຍຄົນອອກຈາກການເຮັດວຽກທີ່ຄົນບໍ່ຢາກເຮັດ.

ທ່ານກ່າວຜ່ານທາງ Skype ຕໍ່ໄປອີກວ່າ:
“ດຽວນີ້ ການເຮັດແນວນັ້ນ ອາດຈະເປັນວຽກ ທີ່ອັນຕະລາຍ, ມັນອາດຈະເປັນວຽກທີ່ສົກກະປົກ; ມັນອາດຈະເປັນພຽງແຕ່ວຽກຍາກທີ່ຈະເຮັດດ້ວຍການໃຊ້ຮ່າງກາຍ
ຍ້ອນສະຖານທີ່ຂອງມັນ, ແຕ່ຖ້າທ່ານຫາກສາມາດເອົາຫຸ່ນຍົນໄປຫັ້ນ ໂດຍໃຊ້ມື
ຂອງພວກເຮົາຈັບໄວ້, ທ່ານອາດສາມາດຄວບຄຸມມັນເພື່ອເຮັດວຽກນັ້ນໄດ້."

ການມີຫຸ່ນຍົນເຮັດວຽກຢູ່ຫ່າງໆ ແລະຄວບຄຸມມັນດ້ວຍຖົງມືໄດ້ມີຂຶ້ນໃນປີ 2019.

ທ່ານວອກເກີ້ ອະທິບາຍຜ່ານທາງ Skype ວ່າ:
“ທ່ານໃສ່ຖົງມື, ທ່ານເຮັດໃຫ້ຫຸ່ນຍົນໃຫ້ເໜັງຕີງ. ແລະສະນັ້ນ, ເມື່ອທ່ານເຄື່ອນມືຂອງທ່ານ, ມືຫຸ່ນຍົນກໍ່ເຄື່ອນໄຫວໄປມາຄືກັນ. ທ່ານເຫັນໄດ້ທັນທີວ່າ ທ່ານກຳລັງເຮັດຫຍັງຢູ່, ແລະຜູ້ຄົນກໍ່ຫັນມາ ແລະກໍເວົ້າວ່າ, 'ຂ້ອຍເຮັດວຽກໃນການຜະລິດຢາ, ແລະຂ້ອຍສາມາດໃຊ້ສິ່ງນີ້ ເພື່ອວ່າ ພວກເຮົາຈະບໍ່ເຮັດໃຫ້ຜະລິດຕະພັນຖືກປົນເປື້ອນ', ຫຼືພວກເຂົາເວົ້າວ່າ 'ຂ້ອຍເຮັດວຽກໃນຂະແໜງວິສະວະກຳນິວເຄລຍ ແລະ ພວກເຮົາສາມາດໃຊ້ສິ່ງນີ້ ເພື່ອວ່າ ພວກເຮົາຈະບໍ່ໄດ້ຮັບປະລິມານກໍາມັນຕະພາບລັງສີ ຫລືພວກເຮົາບໍ່ມີຄວາມສ່ຽງຕໍ່ການໄດ້ຮັບສິ່ງນັ້ນ. ''

ຖົງມືບາງອັນເຮັດໃຫ້ມີຄວາມຮູ້ສຶກໄດ້ໃນເວລາມີການສຳພັດຢູ່.

ທ່ານວອກເກີ້ ເວົ້າໃຫ້ຟັງຜ່ານທາງ Skype ເພີ້ມອີກວ່າ:
"ມັນຖືກເອີ້ນວ່າ ການສໍາພັດ ແລະອັນນັ້ນ ເມື່ອຫຸ່ນຍົນແຕະໃສ່ບາງສິ່ງບາງຢ່າງມັນຈະຊ່ວຍໃຫ້ທ່ານຮູ້ສຶກດ້ວຍການຈັບບາຍສິ່ງຂອງອັນນັ້ນຢູ່ປາຍນິ້ວມືຂອງທ່ານ."

ພວກນັກຊ່ຽວຊານກ່າວວ່າ ມັນບໍ່ແປກເລື້ອງແປກແຕ່ຢ່າງໃດເລີຍ ທີ່ຜູ້ຄົນກຳລັງພາກັນນໍາເອົາເຄື່ອງອັດຕະໂນມັດແບບນີ້ມາໃຊ້.

ທ່ານ ສຕີບ ໂຄນິກ (Steve Koenig (KOH-nig)) ເປັນຮອງປະທານຝ່າຍຄົ້ນຄ້ວາທີ່ ສະມາຄົມເທັກໂນໂລຈີຜູ້ບໍລິໂພກໃນເມືອງອາລິງຕັນ, ລັດເວີຈີເນຍ.

ທ່ານໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
“ມີໃຜແດ່ຢາກເຮັດວຽກທີ່ບໍ່ປອດໄພແທ້ໆ? ມີໃຜຢາກຈະເຮັດວຽກທີ່ສົກກະປົກ, ສົກກະປົກແທ້ໆ? ຂ້ອຍຢາກເວົ້າວ່າ ອາດຈະບໍ່ມີໃຜເລີຍຢາກເຮັດ.”

ທ່ານໂຄນິກກ່າວວ່າ ຜູ້ຄົນຄວນຄາດຫວັງໄວ້ວ່າ ຈະມີການຮ່ວມມືກັນລະຫວ່າງເຄື່ອງຈັກກັບມະນຸດ ອີກຕໍ່ໄປໃນອະນາຄົດ.

ທ່ານກ່າວຜ່ານທາງ Skype ອີກວ່າ:
“ມັນຈະຊ່ວຍກອບກູ້ຊີວິດຄົນໄວ້ໄດ້. ມັນຈະຊ່ວຍປັບປຸງປະສົບການຂອງພວກເຮົາແລະຊ່ວຍພວກເຮົາໃຫ້ສາມາດໄປເຮັດສິ່ງອື່ນທີ່ອາດມີຄວາມສຳຄັນຫລາຍກວ່າສໍາລັບພວກເຮົາ. ນີ້ແມ່ນກໍລະນີການນຳໃຊ້ໂດຍທັງໝົດ ທີ່ກຳລັງເກີດຂຶ້ນມາໃນທຸກມື້ນີ້ ແລະຈະກາຍເປັນເລື້ອງທີ່ເກີດຂຶ້ນເລື້ອຍໆ ໃນອະນາຄົດ.”

ອ່ານລາຍງານນີ້ເປັນພາສາອັງກິດຢູ່ຂ້າງລຸ່ມນີ້

A robotic hand designed to help people handle dirty and dangerous jobs is just one example of automation that’s benefiting humankind.

Robotic hands are nothing new.

But the human-like hand this British company has been perfecting for 20 years, is different, says managing director Rich Walker.

But the human-like hand this company has been perfecting for 20 years is different, says Shadow Robot Company’s managing director, Rich Walker. He spoke with VOA via Skype:
“You can get a robot to do things with a gripper or a claw, but it's hard. So, we thought build a human-like hand, and that will make life as easy as possible for the robot.”

The idea behind the “Dexterous hand” as it is called, is to free people from doing unpleasant jobs, says Walker.

Rich Walker, Managing Director, Shadow Robot Company, Skype:
“Now that might be a dangerous job, it might be a dirty job; it might just be a job that's difficult to do physically because of location, but if you can put a robot there with our hands on it, then you can control it to do the task.”

Having the robot work remotely and controlling it with the gloves took place in 2019.

Rich Walker, Managing Director, Shadow Robot Company, Skype:
“You put the gloves on, you make the robot move. And so, as you move your hand, the robot hand does the same movement. You immediately see what you're doing, and people have just turned around and said, ‘I work in pharmaceutical manufacturing, and I could use this so that we didn't contaminate products’, or they say, ‘I work in nuclear engineering, and we could use this so that we don't take radiation dosages or we're not at risk of that.’”

Some of the gloves provide a sense of touch.

Rich Walker, CEO, Shadow Robot Company, Skype:
“It’s called haptics, and that will let you, when the robot touches something, feel it with your fingertips.”
Experts say it’s no wonder people are embracing this kind of automation.

Steve Koenig ((KOH-nig)) is Vice President of Research at the Consumer Technology Association, in Arlington, Virginia. He spoke with VOA via Skype))

Steve Koenig, VP of Research, Consumer Technology Association, Skype: “Who wants a really unsafe job? Who wants a really, really dirty job? I would say probably no one.”

Koenig says people should expect more human-machine partnerships going forward.

Steve Koenig, VP of Research, Consumer Technology Association, Skype:
“It'll help save lives. It will improve our experiences and free us up to do other things that are maybe more important to us. These are all use cases that are emerging today and will become more frequent in the future.”

XS
SM
MD
LG